ກຽມເປີດສູນບໍລິການວິສາຫະກິດ ຂະໜາດນ້ອຍ ແລະ ກາງ ຢູ່ແຂວງອຸດົມໄຊ

23/08/2022 11:54
Email Print 3594
ຂປລ ຂປລ. ​ສູນບໍລິການ ວິສາຫະກິດ ຂະຫນາດນ້ອຍ ແລະ ຂະໜາດກາງ (SME) ຈະໄດ້ເປີດການບໍລິການ ຢູ່ແຂວງອຸດົມໄຊ ໃນວັນທີ 1 ກັນຍາ 2022 ນີ້ ໂດຍກຳນົດເອົາສຳນັກງານຂອງ ສະພາການຄ້າ ແລະ ອຸດສາຫະກຳແຂວງ ເປັນຈຸດບໍລິການ ໂດຍຕິດພັນກັບການ ເປີດສູນພັດທະ ນາຜະລິດຕະພັນ ແລະ ສົ່ງເສີມການຕະຫລາດ (PMC) ຢູ່ໃນຈຸດດຽວກັນ.

ຂປລ. ​ສູນບໍລິການ ວິສາຫະກິດ ຂະຫນາດນ້ອຍ ແລະ ຂະໜາດກາງ (SME) ຈະໄດ້ເປີດການບໍລິການ ຢູ່ແຂວງອຸດົມໄຊ ໃນວັນທີ 1 ກັນຍາ 2022 ນີ້ ໂດຍກຳນົດເອົາສຳນັກງານຂອງ ສະພາການຄ້າ ແລະ ອຸດສາຫະກຳແຂວງ ເປັນຈຸດບໍລິການ ໂດຍຕິດພັນກັບການ ເປີດສູນພັດທະ ນາຜະລິດຕະພັນ ແລະ ສົ່ງເສີມການຕະຫລາດ (PMC) ຢູ່ໃນຈຸດດຽວກັນ.

 ​​ເມື່ອ​ບໍ່​ດົນ​ມາ​ນີ້, ສະພາການຄ້າ ແລະ ອຸດສາຫະກຳ ແຂວງອຸດົມໄຊ ສົມທົບກັບ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ກົມສົ່ງເສີມ ວິສາຫະກິດຂະຫນາດນ້ອຍ ແລະ ກາງ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ພະແນກ ອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊ ຈັດກອງປະຊຸມ ເຜີຍແຜ່ພາລະບົດບາດ, ໜ້າທີ່ ຂອງສູນບໍລິການດັ່ງກ່າວ ຢູ່ແຂວງອຸດົມ​ໄຊ ໂດຍການເປັນປະທານຮ່ວມຂອງທ່ານ ສົມຈິດ ອິນທະມິດ ປະທານກິດຕິມະສັກ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານ ບຸນເພັງ ສີບຸນເຮືອງ ຫົວໜ້າກົມສົ່ງເສີມ ວິສາຫະກິດຂະໜາາດນ້ອຍ ແລະ ກາງ ກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ສອນທະນູ ສິງດາລາ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊ ​ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າຮ່ວມ.

  

ການເຜີຍແຜ່ບົດບາດຂອງສູນ ບໍລິການ ວິສາຫະກິດຂະຫນາດນ້ອຍ ແລະ ກາງ ໃນຄັ້ງນີ້, ກໍເພື່ອເຮັດໃຫ້ທຸກພາກສ່ວນຮັບຮູ້, ເຂົ້າໃຈ ຢ່າງກວ້າງຂວາງ ຕໍ່ກັບສູນບໍລິການດັ່ງກ່າວ ແລະ ພ້ອມກັນ ປະກອບສ່ວນເຂົ້າໃນການ ເຄື່ອນໄຫວວຽກງານ ການບໍລິການຂອງສູນ ປະກອບສ່ວນເຮັດໃຫ້ເສດຖະກິດ ຂອງແຂວງອຸດົມໄຊ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວ ຢ່າງຕໍ່ເນື່ອງ.

ສູນ​ບໍລິການ ວິສາຫະກິດ ຂະຫນາດນ້ອຍ ແລະ ກາງ ເປັນຫົວໜ່ວຍວິຊາການ ໃນການໃຫ້ຄຳປຶກສາ, ການຈັດງານສຳມະນາ ພົບປະນັກທຸລະກິດ, ການຝຶກອົບຮົມ, ການສົ່ງເສີມ ວິສາຫະກິດຂະຫນາດນ້ອຍ ແລະ ກາງໃຫ້ເຂົ້ເຖິງແຫລ່ງທຶນ ແລະ ນະວັດຕະກຳໃໝ່ໆ ເພື່ອປັບປຸງ ດ້ານການພັດທະນາສິນຄ້າ ແລະ ການບໍລິການ ແນໃສ່ເຮັດໃຫ້ ວິສາຫະກິດ ຂະຫນາດນ້ອຍ ແລະ ກາງ ເຕີບໂຕແບບຍືນຍົງ, ສາມາດເຊື່ອມໂຍງ ແລະ ແຂ່ງຂັນໄດ້ທັງຕະຫລາດພາຍໃນ ແລະ ສາກົນ.

ຂ່າວ: ຄານມະນີ

KPL

ຂ່າວອື່ນໆ

    • ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າເສດຖະກິດ

      ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າ

      7/10/2025 11:27:52 AM

      ຊຳຊຸງ ອີເລັກໂທຣນິກ ໄດ້ນຳສະເໜີ Galaxy ຊຸດໃໝ່ ໃນວັນທີ 09 ກໍລະກົດ 2025 ທີ່ອອກແບບ ເພື່ອໃຫ້ຜູ້ຊົມໃຊ້ປ່ຽນວິທີການເຊື່ອມຕໍ່, ເຮັດວຽກ ແລະ ເບິ່ງແຍງສຸຂະພາບ ໃຫ້ດີຍິ່ງຂຶ້ນ.

    • ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ Vເສດຖະກິດ

      ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ V

      7/9/2025 3:44:20 PM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ຄັ້ງທີ V ຈັດຂຶ້ນ ໃນວັນທີ 8 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ຄໍາແສນ ສີສະວົງ ປະທານສະມາ ຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ (ສທໜຊ)

    • ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນເສດຖະກິດ

      ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນ

      7/8/2025 12:16:42 PM

      ຂປລ. ພິທີພົບປະລະຫວ່າງ ນັກທຸລະກິດ ລາວ-ຈີນ ໄດ້ຈັດຂຶ້ນ ໃນວັນທີ 3 ກໍລະກົດ 2025 ຜ່ານມານີ້, ຢູ່ນະຄອນຫລວງວຽງຈັນ ໃນໂອກາດງານວາງສະແດງສິນຄ້າ ອຸດສາຫະກໍາ ແລະ ການຮ່ວມມືດ້ານການຄ້າລາວ-ຈີນ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ads
ads

Top