ເຊັນສັນຍາຕົວແທນ ຈຳໜ່າຍຂອງໂທລະສັບມືຖື ເຕັກໂນ

19/08/2022 15:48
Email Print 793
ຂປລ ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ບໍລິສັດ MKE ໄດ້ເປັນເຈົ້າພາບ ຈັດພິທີເຊັນສັນຍາ ເປັນຕົວແທນຈຳໜ່າຍ ຂອງໂທລະສັບມືຖື "TECNO" ແລະ ແນະນຳຜະລິດຕະພັນໃໝ່ "Spark 9T" ຢູ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ຫວັງ ຄັງ (Wang Kang) ຜູ້ຈັດການພາກພື້ນຂອງ TECNO ປະຈຳ ສປປ ລາວ

ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ບໍລິສັດ MKE ໄດ້ເປັນເຈົ້າພາບ ຈັດພິທີເຊັນສັນຍາ ເປັນຕົວແທນຈຳໜ່າຍ ຂອງໂທລະສັບມືຖື "TECNO" ແລະ ແນະນຳຜະລິດຕະພັນໃໝ່ "Spark 9T" ຢູ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ຫວັງ ຄັງ (Wang Kang) ຜູ້ຈັດການພາກພື້ນຂອງ TECNO ປະຈຳ ສປປ ລາວ ໃນນາມຕົວແທນຂອງ brand side ShenzhenTranssion Technology Co., Ltd, ມີ ທ່ານ Li Liang shuang ປະທານບໍລິສັດ MKE, ມີບັນດາຕົວແທນຈໍາໜ່າຍ ຈາກ 13 ແຂວງ, ຮ້ານຂາຍຍ່ອຍ 200ກວ່າຮ້ານ  ​ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າຮ່ວມ.

ບໍລິສັດ MKE ແລະ Shenzhen Transsion ໄດ້ຮ່ວມມືກັນມາ ເປັນເວລາຫລາຍປີແລ້ວ ແລະ ເທື່ອນີ້ Shenzhen Transsion ຕັດສິນໃຈມອບສິດ ໃຫ້ໜ່ວຍງານຂອງ "TECNO" ໂທລະສັບມືຖືໃນລາວໃຫ້ກັບ ບໍລິສັດ MKE ບໍ່ພຽງແຕ່ເປັນການຢັ້ງຢືນ ຄວາມເຂັ້ມແຂງຂອງ MKE ເທົ່ານັ້ນ, ແຕ່ຍັງວາງພື້ນຖານ ໃຫ້ແກ່ການຮ່ວມມືຢ່າງໃກ້ຊິດ ແລະ ຄວາມໝັ້ນຄົງຂຶ້ນກວ່າເກົ່າ ລະຫວ່າງສອງຝ່າຍໃນອະນາຄົດ. ພ້ອມດຽວກັນນັ້ນ, MKE ຍັງໄດ້ເຊີນຕົວແທນ ຈຳໜ່າຍລະດັບແຂວງ 13 ຕົວແທນ ແລະ ເຈົ້າຂອງຮ້ານຂາຍເຄື່ອງຍ່ອຍ 200 ກວ່າທ່ານ ທົ່ວປະເທດເຂົ້າຮ່ວມ.

ທ່ານປະທານບໍລິສັດ MKE, ໄດ້ອອກໜັງສືອະນຸມັດ ມອບສິດໃຫ້ແກ່ຜູ້ຕາງໜ້າ ຂັ້ນແຂວງ 13 ສາຂາຕົວແທນຈໍາໜ່າຍ, ໜັງສືມອບສິດຕົວແທນ ຈຳໜ່າຍພິເສດ ໃຫ້ແກ່ຜູ້ຂາຍຫລາຍກວ່າ 200 ທ່ານ. ພ້ອມ​ນີ້, ທ່ານຍັງໃຫ້ຄຳໝັ້ນ ສັນຍາວ່າບໍລິສັດ MKE ຈະປະຕິບັດ ຕາມລະບົບຕົວແທນ ແລະ ຂະບວນການສົ່ງອອກ ສິນຄ້າຢ່າງເຄັ່ງຄັດ ເພື່ອປ້ອງກັນ ບໍ່ໃຫ້ເກີດປະກົດການຫຍໍ້ທໍ້ ແລະ ຂາຍສິນຄ້າປອມແປງ ແລະ ປົກປ້ອງຜົນປະໂຫຍດຂອງຕົວແທນ.

ຂ່າວ: ແສງຈັນ

KPL

ຂ່າວອື່ນໆ

ads
ads

Top