ອັດຕະປື ປະຕິບັດຫລາຍມາດຕະການ ເພື່ອຮັບມືລາຄາສິນຄ້າອຸປະໂພ-ບໍລິໂພກ ທີ່ສູງຂຶ້ນ

18/08/2022 15:44
Email Print 733
ຂປລ ປັດຈຸບັນແຂວງອັດຕະປື ກໍ່ຄືພະແນກອຸດສະຫະກໍາ ແລະ ການຄ້າແຂວງ ໄດ້ຮີບຮ້ອນກໍານົດ ມາດຕະການສໍາ ຄັນ ແລະ ວິທີການແກ້ໄຂ ສະພາບການເໜັງຕີງ ຂອງລາຄາສິນຄ້າ, ໂດຍສະເພາະ ແມ່ນ ສິນຄ້າອຸປະໂພກ- ບໍລິໂພກ ທີ່ກະທົບໄວ ຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ ໃນສະພາບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ ທີ່ຍັງຈະຜັນຜວນ ແລະ ກະທົບແຮງໃນຕໍ່ໜ້າ .




ປັດຈຸບັນແຂວງອັດຕະປື ກໍ່ຄືພະແນກອຸດສະຫະກໍາ ແລະ ການຄ້າແຂວງ ໄດ້ຮີບຮ້ອນກໍານົດ ມາດຕະການສໍາຄັນ ແລະ ວິທີການແກ້ໄຂ ສະພາບການເໜັງຕີງ ຂອງລາຄາສິນຄ້າ, ໂດຍສະເພາະ ແມ່ນ ສິນຄ້າອຸປະໂພກ-ບໍລິໂພກ ທີ່ກະທົບໄວ ຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ ໃນສະພາບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ ທີ່ຍັງຈະຜັນຜວນ ແລະ ກະທົບແຮງໃນຕໍ່ໜ້າ .

ທ່ານ ສັນຕິໄຊ ສີລືໄຊ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງອັດຕະປື ໄດ້ກ່າວຊີ້ແຈງ ຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 3 ຂອງສະພາ ປະຊາຊົນແຂວງ ຊຸດທີ II ໃນວັນທີ 16 ສິງຫາ 2022 ກ່ຽວກັບການຄຸ້ມຄອງ,ກວດກາ ແລະ ແກ້ໄຂສະພາບ ການເໜັງຕີ ຂອງລາຄາສິນຄ້າ ໃນສະພາບ ຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ ເຊິ່ງທ່ານໄດ້ກ່າວວ່າ: ການຄຸ້ມຄອງ ລາຄາສິນຄ້າ ແມ່ນໄດ້ລົງຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ທີ່ກະທົບໄວ ຕໍ່ຊີວິດການເປັນຢູ່ ຂອງພໍ່ແມ່ປະຊາຊົນ ຕາມທ້ອງຕະຫລາດ ເປັນປົກກະຕິ ໂດຍສະເພາະ ແມ່ນສິນຄ້າ ປະເພດເຂົ້າ, ຊີ້ນ,ປາ, ພືດຜັກ ແລະ ອື່ນໆ ໄດ້ລົງກວດກາ ປົກກະຕິອາທິດລະ 1 ຫາ 2 ຄັ້ງ ມາຮອດປະຈຸບັນ ການຄຸ້ມຄອງລາຄາສິນຄ້າປະເພດເຂົ້າ, ຊີ້ນ, ປາ, ພືດຜັກ ແລະ ອື່ນໆ ແມ່ນມີການເໜັງຕິງ ຂຶ້ນຍ້ອນການ ນໍາເຂົ້າ ສ່ວນໃຫຍ່ ມາຈາກຕ່າງແຂວງ ແຕ່ກໍ່ສາມາດ ຄວບຄຸມໄດ້, ສໍາລັບລາຄາສິນຄ້າ ປະເພດເຄື່ອງ ອຸປະໂພກ-ບໍລິໂພກ ແມ່ນມີການ  ເໜັງຕີງຂຶ້ນ ຕາມກົນໃກຕະຫລາດ, ລາຄານໍ້າມັນສູງ, ເງິນກີບອ່ອນຄ່າ, ເງິນຕາຕ່າງປະເທດ ມີອັດຕາເພີ່ມສູງ, ການນຳເຂົ້າສ່ວນໃຫຍ່ ແມ່ນຈາກຕ່າງແຂວງ ໂດຍສະເພາະ ຈາກແຂວງຈໍາປາສັກ, ການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງ ລາຄາກັບຜູ້ປະກອບການ ກໍ່ຄືຜູ້ຄ້າຊາວ ຂາຍໃນທ້ອງຕະຫລາດ ແລະ ໄດ້ຮ່ວມກັບ ຜູ້ຈັດສັນຕະຫຼາດ ເຜີຍແຜ່ຜ່ານລະບົບ ໂທລະໂຄ່ງ ເພື່ອເປັນການປຸກລະດົມ ຈິດໃຈພໍ່ແມ່ປະຊາຊົນ ໃຫ້ຮັບຮູ້ ແລະ ເຂົ້າໃຈກ່ຽວດຳລັດ ວ່າດ້ວຍການ ຄຸ້ມຄອງ ລາ ຄາສິນຄ້າ, ຄ່າບໍລິການ ແລະ ການຈໍລະຈອນ ສິນຄ້າພາຍໃນແຂວງ .

ທ່ານ ສັນຕິໄຊ ສີລືໄຊ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງອັດຕະປື ໄດ້ກ່າວຕື່ມວ່າ: ມາດຕະການໃນຕໍ່ໜ້າ ທາງພະແນກ ອຸດສະຫະກໍາ ແລະ ການຄ້າ ຈະເພີ່ມທະວີ ເອົາໃຈໃສ່ ຄຸ້ມຄອງ, ຕິດຕາມ ແລະ ກວດກາສະພາບ ການເໜັງຕີງ ຂອງລາຄາສິນຄ້າ ທີ່ມີຄວາມອ່ອນໄຫວ ແລະ ກະທົບໄວ ຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ ໃນແຕ່ລະໄລຍະ, ໂດຍສະເພາະ ຈະຕິດຕາມ ກວດກາ ເປັນພິເສດ ໃນໄລຍະເທດສະການ, ງານບູນປະເພນີ, ວັນສຳຄັນຕ່າງໆ ຂອງຊາດ ຫຼື ໃນໄລຍະເກີດໄພພິບັດ ແລະ ວິກິດການຕ່າງໆ ທີ່ເກີດຂຶ້ນ ໃຫ້ຢູ່ໃນສະພາບປົກກະຕິ ທີ່ສາມາດຄວບຄຸມໄດ້ ເພື່ອບໍ່ໃຫ້ ເກີດການ ສວຍໂອກາດ ກັກຕຸນສິນຄ້າ ແລະ ຂື້ນລາຄາສິນຄ້າ ຕາມລຳພັງໃຈ ໂດຍບໍ່ໄດ້ຮັບອະນຸຍາດ ທີ່ເປັນການສ້າງ ຄວາມຫຍຸ້ງຍາກ ແລະ ສົ່ງຜົນກະທົບ ໂດຍກົງຕໍ່ຊີວິດການ ເປັນຢູ່ຂອງພໍ່ແມ່ ປະ ຊາຊົນ.

ໂດຍ: ສິດຕິພອນ

KPL

ຂ່າວອື່ນໆ

    • ຮັບຮອງພະທອງສາມສີ ເປັນມໍລະດົກແຫ່ງຊາດ ສົມບັດມິ່ງເມືອງລະດັບທ້ອງຖິ່ນບົດ-ສາລະຄະດີ

      ຮັບຮອງພະທອງສາມສີ ເປັນມໍລະດົກແຫ່ງຊາດ ສົມບັດມິ່ງເມືອງລະດັບທ້ອງຖິ່ນ

      1/5/2026 10:34:19 AM

      ຂປລ. ພະທອງສາມສີ ພະມິ່ງຂວັນຄູ່ ຊາວເມືອງທຸລະຄົມ ແຂວງວຽງຈັນ ປະດິດສະຖານ ທີ່ວັດບ້ານລິ່ງຊັນ (ໃຕ້) ກົ່ງກັນຂ້າມ ກັບວັດນາຄອງ ທີ່ພະທາດມາຫລ້າ ປະດິດສະຖານຢູ່ ບ້ານລິ່ງຊັນ ເປັນຊຸມຊົນເກົ່າແກ່ ຄູ່ກັບລ້ອງນ້ຳງື່ມມາຫລາຍຮ້ອຍປີ ມີປະຫວັດຄວາມເປັນມາຍາວນານ ແລະ ເປັນແຫລ່ງທ່ອງທ່ຽວທາງວັດທະນະທຳ ທີ່ມີຊື່ສຽງຂອງເມືອງທຸລະຄົມອີກດ້ວຍ.

    • ເມືອງມູນລະປາໂມກ ເອົາໃຈໃສ່ໃນການແກ້ໄຂບ້ານທຸກຍາກ ກ້າວຂຶ້ນສູ່ບ້ານພັດທະນາບົດ-ສາລະຄະດີ

      ເມືອງມູນລະປາໂມກ ເອົາໃຈໃສ່ໃນການແກ້ໄຂບ້ານທຸກຍາກ ກ້າວຂຶ້ນສູ່ບ້ານພັດທະນາ

      1/5/2026 10:23:53 AM

      ຂປລ. ໃນໄລຍະຜ່ານມາ, ຄະນະພັກ-ອົງການປົກຄອງ ເມືອງມູນລະປາໂມກ ແຂວງຈໍາປາສັກ ໄດ້ ເອົາໃຈໃສ່ໃນການກຳນົດຍຸດທະສາດ ແລະ ແຜນການພັດທະນາ ສ້າງບັນດາບ້ານທຸກຍາກພາຍໃນເມືອງຖືເປັນບຸລິມະສິດອັນດັບຕົ້ນຕໍ ໂດຍສະເພາະ ບ້ານຫ້ວຍຊາຍໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ ກ້າວຂຶ້ນສູ່ບ້ານພັດທະນາ ປະຊາຊົນຢູ່ດີກິນດີ

    • ສາລະວັນ ເນັ້ນຜະລິດກະສິກໍາສະອາດ-ກະສິກໍາອິນຊີເປັນສິນຄ້າບົດ-ສາລະຄະດີ

      ສາລະວັນ ເນັ້ນຜະລິດກະສິກໍາສະອາດ-ກະສິກໍາອິນຊີເປັນສິນຄ້າ

      1/5/2026 10:18:06 AM

      ຂປລ. ແຂວງສາລະວັນເປັນໜຶ່ງໃນຫລາຍແຂວງທີ່ມີພື້ນທີ່ດິນອຸດົມສົມບູນ ມີແຫລ່ງນໍ້າທຳມະຊາດຫລາຍ ແລະ ປະຊາຊົນສ່ວນໃຫຍ່ມີມູນເຊື້ອດຸໝັ່ນຂະຫຍັນພຽນໃນການຢຶດຖືອາຊີບກະສິກໍາ ຊຶ່ງໃນຫລາຍປີຜ່ານມາການພັດ ທະນາກະສິກໍາ ໄດ້ມີການນໍາໃຊ້ສານເຄມີຈໍານວນຫລາຍ ອັນໄດ້ສົ່ງຜົນກະທົບຕໍ່ສຸຂະພາບຂອງຜູ້ຜະລິດ, ຜູ້ບໍລິໂພກ ແລະ ສິ່ງແວດລ້ອມໂດຍລວມ.

    • ພັກປະຊາຊົນ ປະຕິວັດລາວ ນຳພາທຸກພາລະກິດປະຕິວັດສູ່ຜົນສໍາເລັດບົດ-ສາລະຄະດີ

      ພັກປະຊາຊົນ ປະຕິວັດລາວ ນຳພາທຸກພາລະກິດປະຕິວັດສູ່ຜົນສໍາເລັດ

      1/5/2026 10:11:00 AM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຈະຈັດຂຶ້ນທີ່ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 6-8 ມັງກອນ 2026 ເຊິ່ງຖືເປັນເຫດການການເມືອງທີ່ຍິ່ງໃຫຍ່ ແລະ ມີຄວາມສຳຄັນຢ່າງຍິ່ງຂອງພັກ, ລັດ ແລະ ປະຊາຊົນລາວ, ເປັນຂີດໝາຍສຳຄັນທີ່ສະທ້ອນໃຫ້ເຫັນເຖິງການກ້າວເຂົ້າສູ່ໄລຍະໃໝ່ແຫ່ງການພັດທະນາຂອງການປະຕິວັດລາວ.

    • ຫາລືການປະມວນເອກະສານການເຄື່ອນໄຫວວຽກງານການຕ່າງປະເທດບົດ-ສາລະຄະດີ

      ຫາລືການປະມວນເອກະສານການເຄື່ອນໄຫວວຽກງານການຕ່າງປະເທດ

      12/30/2025 1:31:45 PM

      ກົມພົວພັນລັດຖະສະພາສອງຝ່າຍຮ່ວມກັບກົມພົວພັນລັດຖະສະພາຫລາຍຝ່າຍທີ່ເປັນເສນາທິການໃຫ້ແກ່ກຳມາທິການການຕ່າງປະເທດ ຈັດກອງປະຊຸມປຶກສາຫາລືການປະມວນບັນດາເອກກະສານທາງການໃນການເຄື່ອນໄຫວວຽກງານການຕ່າງປະເທດຂອງສະພາແຫ່ງຊາດ ຊຸດທີ IX (2021- 2025) ໃນວັນທີ 26-27 ທັນວາ 2025 ຢູ່ເມືອງແກ້ວອຸດົມ ແຂວງ ວຽງຈັນ.

ads
ads

Top