ລັດຖະບານລາວ ປະດັບຫລຽນກາມິດຕະພາບ ໃຫ້ອົງການພັດທະນາເດັກນ້ອຍ ລາວ-ຍີ່ປຸ່ນ

18/08/2022 13:24
Email Print 595
ຂປລ ຂປລ. ໃນວັນທີ 18 ສິງຫາ 2022 ນີ້ທີ່ນະຄອນຫລວງວຽງຈັນ, ຕາງໜ້າໃຫ້ລັດຖະບານລາວໂດຍທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ

ຂປລ. ໃນວັນທີ 18 ສິງຫາ 2022 ນີ້ທີ່ນະຄອນຫລວງວຽງຈັນ, ຕາງໜ້າໃຫ້ລັດຖະບານລາວໂດຍທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ປະດັບຫລຽນກາ ມິດຕະພາບໃຫ້ແກ່ ທ່ານ ທາມາລິ ຄິໂຢຕະກະ ຜູ້ອໍານວຍການ ອົງການພັດທະນາເດັກນ້ອຍ ລາວ-ຍີ່ປຸ່ນ (SVA) ປະຈໍາ ສປປ ລາວ ທີ່ມີຜົນງານປະກອບສ່ວນ ໃນການພົວພັນຮ່ວມມື ສົ່ງ ເສີມສິລະປະ ວັດທະນະທໍາ ໃຫ້ແກ່ເດັກນ້ອຍລາວ ນັບແຕ່ປີ 1995-2020.

ໃນໂອກາດນີ້, ທ່ານ ວັນສີ ກົວມົວ ໃຫ້ຮູ້ວ່າ: ອົງການພັດທະນາເດັກນ້ອຍ ລາວ-ຍີ່ປຸ່ນ ເຊິ່ງນັບແຕ່ປີ 1995 ຈົນຮອດປີ 2020 ເປັນເວລາ 25 ປີ ທີ່ອົງການດັ່ງກ່າວ ໄດ້ມີການພົວພັນຮ່ວມມື ເຮັດວຽກສົ່ງເສີມ ສິລະປະ-ວັດທະນະທໍາ ກັບກະຊວງ ຖວທ ກໍຄືສູນວັດທະນະທໍາເດັກ ໃນການ ໃຫ້ທຶນສະໜັບສະໜູນ ໂຄງການເຮືອນເດັກ ເພື່ອວັດທະນະທໍາ ແລະ ການສຶກສາເປັນຕົ້ນ: ການຝຶກອົບຮົມ, ການແລກປ່ຽນກິດຈະກໍາ ວັດທະນະ ທໍາ, ວຽກງານບໍລິຫານ, ການສະໜັບສະໜູນ ອຸປະກອນດົນຕີ, ອຸປະກອນຮັບໃຊ້ ການຮຽນ-ການສອນ ແລະ ປື້ມອ່ານຕ່າງໆ ໃຫ້ແກ່ສູນວັດທະນໍາ ເດັກ.

ສະນັ້ນ, ການຮ່ວມມື ແລະ ຊ່ວຍເຫລືອ ລະຫວ່າງ ສູນວັດທະນະທໍາເດັກ ແລະ ອົງການ SVA ມີຜົນສໍາເລັດ, ສາມາດເຮັດໃຫ້ ເດັກນ້ອຍລາວ ຮູ້ຖະໜອມຫອມຮັກ ວັດທະນະທໍາລາວ, ສາມາດເປັນຜູ້ປົກປັກຮັກສາ, ສືບທອດຄຸນຄ່າ ວັດທະນະທໍາລາວ ແລະ ເປັນຕົວແທນ ໃນການເຄື່ອນໄຫວ ກິດຈະກໍາແລກປ່ຽນ ວັດທະນະທໍາ ໃນລະດັບທ້ອງຖິ່ນ, ສູນກາງ ແລະ ສາກົນ. ພ້ອມນີ້, ການຮ່ວມມືຊ່ວຍເຫລືອດັ່ງກ່າວ ຍັງເປັນແມ່ແຮງຂັບເຄື່ອນ ທັງເປັນເງື່ອນ ໄຂໃນການສ້າງຕັ້ງ ແລະ ຂະຫຍາຍສູນວັດທະນະທໍາເດັກ ໃຫ້ຂັ້ນແຂງ ແລະ ຂັ້ນເມືອງ ໃນທົ່ວປະເທດ ໄດ້ເຖິງ 48 ແຫ່ງ.

ຂ່າວ,ພາບ:ຂັນໄຊ

KPL

ຂ່າວອື່ນໆ

ads
ads

Top