ຂປລ
ຂປລ. ການແຂ່ງຂັນກິລາປິ່ງປ່ອງ ຊີງແຊ໋ມເຍົາວະຊົນອາຊີ ຄັ້ງທີ 26 ຖືເປັນຄັ້ງທຳອິດທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 1-6 ກັນຍາ 2022 ນີ້ ເຊິ່ງຈະມີນັກກິລາເຖິງ 200 ກວ່າຄົນ ຈາກ 20 ປະເທດ ເຂົ້າຮ່ວມ ແລະ ຈະມີການຊີງໄຊ ທັງໝົດ 11 ລາຍການ

ຂປລ. ການແຂ່ງຂັນກິລາປິ່ງປ່ອງ ຊີງແຊ໋ມເຍົາວະຊົນອາຊີ ຄັ້ງທີ 26 ຖືເປັນຄັ້ງທຳອິດທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 1-6 ກັນຍາ 2022 ນີ້ ເຊິ່ງຈະມີນັກກິລາເຖິງ 200 ກວ່າຄົນ ຈາກ 20 ປະເທດ ເຂົ້າຮ່ວມ ແລະ ຈະມີການຊີງໄຊ ທັງໝົດ 11 ລາຍການ; ໃນນັ້ນ, ຮຸ່ນອາຍຸບໍ່ເກີນ 15 ປີ (U15) 4 ລາຍການ ແລະ ຮຸ່ນອາຍຸບໍ່ເກີນ 19 ປີ (U19) 7 ລາຍການ, ສະເພາະນັກກິ ລາປິ່ງປ່ອງລາວ ໄດ້ບູລິມະສິດພິເສດ ໃນນາມເຈົ້າພາບ ສາມາດສົ່ງຮ່ວມແຂ່ງຂັນ 16 ຄົນ, ຍິງ 5 ຄົນ.

ພິທີການຖະແຫລງຂ່າວ ການແຂ່ງຂັນກິລາປິ່ງປ່ອງ ລາຍການດັ່ງກ່າວ ໂດຍທ່ານ ນາງ ອໍລະໄທ ສັນຕິຄົງຄາ ຮອງປະທານສະຫະພັນ ປິ່ງປ່ອງແຫ່ງຊາດລາວ ໄດ້ຈັດຂຶ້ນໃນວັນທີ 16 ສິງ ຫາ 2022 ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ. ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພຸດ ສິມມາລາວົງ ລັດຖະ ມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ປະທານສະຫະ ພັນກິລາປິ່ງປ່ອງ ແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານ ແລະ ພະນັກ ງານທີ່ກ່ຽວຂ້ອງ ຜູ້ໃຫ້ການສະໜັບສະໜູນ ແລະ ສື່ມວນຊົນຢ່າງພ້ອມພຽງ. ການແຂ່ງຂັນກິລາປິ່ງປ່ອງ ຊີງແຊ໋ມເຍົາວະຊົນອາຊີ ຄັ້ງທີ 26 ຖືເປັນຄັ້ງທຳອິດທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໂດຍໄດ້ຮັບຄວາມໄວ້ວາງໃຈຈາກສະ ຫະພັນກິລາປິ່ງປ່ອງອາຊີ (ATTU) ຈະກາຍເປັນບົດບາດອັນໃໝ່ຂອງ ສປປ ລາວ ກໍຄືສະຫະພັນປິ່ງປ່ອງແຫ່ງຊາດລາວ ທັງເປັນການຍົກລະດັບ ບຸກຄະລາກອນ ດ້ານກິລາປິ່ງປ່ອງລາວ, ສ້າງໂອກາດໃຫ້ນັກກິລາປິ່ງປ່ອງລາວ ໄດ້ເຄື່ອນໄຫວທົດສອບຄວາມສາມາດ, ແລກປ່ຽນບົດຮຽນ ປະສົບການ ໃນເວທີລະດັບທະ ວີບ ແລະ ສົ່ງເສີມການທ່ອງທ່ຽວ. ປັດຈຸບັນ ສປປ ລາວ ມີຄວາມພ້ອມເກືອບເຕັມຮ້ອຍແລ້ວ ໂດຍສະເພາະ ວຽກງານກອງເລຂາປະສານງານ; ເຕັກນິກ-ຈັດການແຂ່ງຂັນ; ດ້ານພິທີການ, ຕ້ອນຮັບ ແລະ ຂົນ ສົ່ງ; ການໂຄສະນາ ແລະ ສື່ມວນຊົນ; ການເງິນ, ການຕະຫລາດ, ສິດທິປະໂຫຍດ ລວມທັງດ້ານການແພດ, ການຮັກສາຄວາມສະຫງົບ-ປອດໄພ ແລະ ການກະກຽມນັກກິລາ ປິ່ງປ່ອງຂອງລາວເຮົາ.

ໂອກາດນີ້, ທ່ານ ພຸດ ສິມມາລາວົງ ກໍໄດ້ໃຫ້ທິດຊີ້ນຳ ຕໍ່ການເປັນເຈົ້າພາບ ຈັດການແຂ່ງຂັນປິ່ງປ່ອງ ຊີງແຊ໋ມເຍົາວະຊົນອາຊີ ຄັ້ງນີ້ ໃຫ້ຖືເອົາກິລາປ່ິ່ງປ່ອງເປັນການທູດ ໃນການເຊື່ອມສຳພັນ ມິດຕະ ພາບກັບເຈົ້າໜ້າທີ່ ແລະ ບັນດາປະເທດ ທີ່ເຂົ້າມາຮ່ວມແຂ່ງຂັນ, ຮ່ວມກັນເປັນເຈົ້າພາບ ທີ່ດີ ດ້ວຍນໍ້າໃຈ ໄມຕີຈິດມິດຕະພາບ, ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ຂອງຕົນ, ຮັກສາໄດ້ຄວາມສະຫງົບປອດໄພ, ມີລະ ບຽບວິໄນໃນການປ້ອງກັນ ພະຍາດໂຄວິດ-19. ສ່ວນນັກກິລາປິ່ງປ່ອງ ເຍົາວະຊົນລາວ ກໍໃຫ້ຕັ້ງໃຈ ໃນການຝຶກຊ້ອມ ແລະ ພັດທະນາຕົນເອງ ຢ່າງບໍ່ຢຸດຢັ້ງ ເພື່ອຍາດແຍ່ງຜົນງານ ທີ່ດີໃນການແຂ່ງຂັນຄັ້ງນີ້.

ໂອກາດດຽວກັນ, ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ກ່າວວ່າ: ສຳລັບການແຂ່ງຂັນ ກິລາປິ່ງປ່ອງຊີງແຊ໋ມ ເຍົາວະຊົນອາຊີ ຄັ້ງນີ້ ເປັນລາຍການໃຫຍ່ອັນດັບຕົ້ນໆ ລະດັບທະວີບອາຊີ ນັກກິລາທີ່ເຂົ້າມາຮ່ວມແຂ່ງຂັນໄດ້ ຕ້ອງຜ່ານການແຂ່ງຂັນ ຄັດເລືອກມາກ່ອນ ແຕ່ສະເພາະ ນັກກິລາລາວ ແມ່ນໄດ້ສິດທິພິເສດ ໃນນາມເຈົ້າພາບ ແຕ່ງານຄັ້ງນີ້ ພວກເຮົາຂາດນັກກິລາ ພຽງປະເພດຍິງດ່ຽວ U19, ສ່ວນອີກ 10 ລາຍການ ໄດ້ສົ່ງເຂົ້າຮ່ວມທັງໝົດ. ປັດຈຸບັນ ມີຄວາມພ້ອມເກືອບເຕັມຮ້ອຍ ພາຍຫລັງທີ່ໄດ້ເກັບຕົວ ຝຶກປະມານສອງເດືອນ ແລະ ໄດ້ຄູຝຶກຊາວຫວຽດນາມ ມາຊ່ວຍແນະນຳ, ຝຶກສອນເຕັກນິກ, ວິທີການຕ່າງໆ ກ່ອນການແຂ່ງຂັນຕົວຈິງ.
ການແຂ່ງຂັນຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກ ສະຫະພັນປິ່ງປ່ອງອາຊີ ແລະ ບໍລິສັດຫ້າງຮ້ານຕ່າງໆ ທັງເປັນເງິນສົດ ແລະ ອຸປະກອນ ເປັນຕົ້ນ ບໍລິສັດ ຍີນເຫີ ຈາກ ສປ ຈີນ ມູນຄ່າ 110.000 ໂດລາສະຫະລັດ, ໂຮງແຮມແລນມາກ 1.880 ລ້ານກີບ, ສູນການຄ້າໄອເຕັກມໍ 1.350 ລ້ານກີບ, ບໍລິສັດ ລາວທຽນຊື ພັດທະນາບໍ່ແຮ່ ຈຳກັດຜູ້ດຽວ 250 ລ້ານກີບ, ທະນາຄານ ອຸດສາຫະກຳ ແລະ ການຄ້າ ຈຳກັດ 150 ລ້ານກີບ, ບໍລິສັດ ເບຍລາວ ຈຳກັດ 150 ລ້ານກີບ ແລະ ບໍລິສັດອື່ນໆອີກ.
ໂດຍ: ສົງການ ພັນແພງດີ
KPL