ຊຽງຂວາງ ເລັ່ງສັກວັກຊີນໃຫ້ໄດ້ຕາມເປົ້າ ເພື່ອ ກຽມພ້ອມງານມະຫະກໍາກິລາ ແຫ່ງຊາດ ຄັ້ງທີ XI

10/08/2022 12:10
Email Print 1878
ຂປລ ຂປລ. ແຂວງຊຽງຂວາງ ຈະສູ້ຊົນໃນການສັກວັກຊີນ ໂຄວິດ-19 ໃຫ້ແກ່ປະຊາຊົນບັນດາເຜົ່າ ໃຫ້ໄດ້ຕາມເປົ້າໝາຍ ເຮັດໃຫ້ອັດຕາການສັກວັກຊີນເຂັມທີ 1 ສາມາດບັນລຸ 80% ຂຶ້ນໄປ, ເຂັມທີ 2 ກວມເອົາ 70% ແລະ ເຂັມທີ 3 ໃຫ້ບັນລຸ 40% ຂຶ້ນໄປ ເພື່ອກຽມພ້ອມໃຫ້ແກ່ການ ຈັດງານມະຫະກຳກິລາແຫ່ງຊາດຄັ້ງທີ 11 ຫລື ຊຽງຂວາງເກມ ທີ່ຈະຈັດຂື້ນໃນທ້າຍປີນີ້.

ຂປລ. ແຂວງຊຽງຂວາງ ຈະສູ້ຊົນໃນການສັກວັກຊີນ ໂຄວິດ-19 ໃຫ້ແກ່ປະຊາຊົນບັນດາເຜົ່າ ໃຫ້ໄດ້ຕາມເປົ້າໝາຍ ເຮັດໃຫ້ອັດຕາການສັກວັກຊີນເຂັມທີ 1 ສາມາດບັນລຸ 80% ຂຶ້ນໄປ, ເຂັມທີ 2 ກວມເອົາ 70% ແລະ ເຂັມທີ 3 ໃຫ້ບັນລຸ 40% ຂຶ້ນໄປ ເພື່ອກຽມພ້ອມໃຫ້ແກ່ການ ຈັດງານມະຫະກຳກິລາແຫ່ງຊາດຄັ້ງທີ 11 ຫລື ຊຽງຂວາງເກມ ທີ່ຈະຈັດຂື້ນໃນທ້າຍປີນີ້.

ທ່ານ ດຣ ບົວພັນ ວົງມະຈັນ ວ່າການຫົວໜ້າພະແນກ ສາທາລະນະສຸກ ແຂວງຊຽງຂວາງ ໄດ້ກ່າວວ່າ: ໂດຍລວມແລ້ວການໃຫ້ວັກຊີນ ໄດ້ປະຕິບັດຕາມນະໂຍບາຍຂອງສູນກາງ ກໍຄືກະຊວງສາທາ ລະນະສຸກວາງອອກ ໃນແຕ່ລະໄລຍະ ອີງຕາມການລະບາດ ຂອງພະຍາດໂຄວິດ-19 ເຊິ່ງໃນໄລຍະຜ່ານມາ ພວກເຮົາກໍໄດ້ສຸມໃສ່ ການຈັດຕັ້ງປະຕິບັດ ການໃຫ້ວັກຊີນ ໂດຍເລັ່ງສັກຢູ່ເຂດ ບ້ານກຸ່ມເປົ້າໝາຍທີ່ຍັງບໍ່ທັນ ໄດ້ຮັບການສັກຢາວັກຊີນ. ພ້ອມດຽວກັນນັ້ນ, ກໍໄດ້ເອົາໃຈໃສ່ໃນຄອດ ວຽກງານການປະສານງານ ເພື່ອເຮັດໃຫ້ປະຊາຊົນເຂົ້າໃຈ ແລະ ໃຫ້ຄວາມຮ່ວມມື ໃນການສັກວັກຊີນຕະຫລອດມາ.

ປັດຈຸບັນ ອັດຕາສ່ວນປະຊາກອນ ທີ່ໄດ້ຮັບການສັກວັກຊີນ ທົ່ວແຂວງ ເຂັມ 1 ໄດ້ 73%, ເຂັມ 2ໄດ້ 61%, ເຂັມ 3 ໄດ້ 19,2% ແລະ ເຂັມທີ 4 ໄດ້ 2,2% ເຫັນໄດ້ວ່າອັດຕາ ການຮັບວັກຊີນຍັງຕໍ່າ,  ແຕ່ເຖິງຢ່າງໃດກໍຕາມ ທາງສາທາລະນະສຸກຈະໄດ້ສືບຕໍ່ ເພີ່ມທະວີການຮ່ວມກັບ ຫລາຍພາກສ່ວນ ໃນການປຸກລະດົມພໍ່ແມ່ປະຊາຊົນ ໃຫ້ມາຮັບວັກຊີນ ໂດຍສະເພາະ ແມ່ນການເຮັດຮອບຕະລຸມບອນ ໃນການສັກວັກຊີນ ໃນເດືອນສິງຫານີ້ ກ່ອນເປີດສົກຮຽນໃໝ່ ໃຫ້ໄດ້ອັດຕາກວມເອົາ 80%.

ສຳລັບງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ຈະຈັດຂຶ້ນໃນທ້າຍປີນີ້, ທາງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ຈະໄດ້ມີແຈ້ງການເຖິງ ປະຊາຊົນບັນດາເຜົ່າ ກໍຄືມວນຊົນ ຕະຫລອດແຂກຮັບເຊີນ ທີ່ຈະເຂົ້າຮ່ວມຊົມກິລາໃນຄັ້ງນີ້ ຕ້ອງສັກຢາໃຫ້ຄົບຢ່າງໜ້ອຍ 3 ເຂັມ, ມີການວັດອຸນຫະພູມ ແລະ ມີການກວດໂຄວິດ-19 ເປັນທີຮຽບຮ້ອຍ.

KPL

ຂ່າວອື່ນໆ

ads
ads

Top