ສາທາລະນະສຸກ ປຸກລະດົມສື່ມວນ ຊົນ ໂຄສະນາເຜີຍແຜ່ ຕ້ານໄຂ້ຍຸງລາຍ

14/07/2022 14:13
Email Print 9368
ຂປລ ຂປລ.ສາທາລະນະສຸກ ນະຄອນຄອນຫລວງວຽງຈັນ ໄດຈັດກອງປະຊຸມປຸກລະດົມ ບັນດາສື່ມວນຊົນ ເພື່ອສຸມໃສ່ໂຄສະນາ ເຜີຍແຜ່ຂໍ້ມູນຂ່າວສານ ລົງຮອດປະຊາຊົນຢ່າງກວ້າງຂວາງ ເພື່ອເປັນການຄວບຄຸມ ການລະບາດຂອງພະຍາດໄຂ້ຍຸງລາຍ

ຂປລ.ສາທາລະນະສຸກ ນະຄອນຄອນຫລວງວຽງຈັນ ໄດຈັດກອງປະຊຸມປຸກລະດົມ ບັນດາສື່ມວນຊົນ ເພື່ອສຸມໃສ່ໂຄສະນາ ເຜີຍແຜ່ຂໍ້ມູນຂ່າວສານ ລົງຮອດປະຊາຊົນ ຢ່າງກວ້າງຂວາງ ເພື່ອເປັນການຄວບຄຸມ ການລະບາດ ຂອງພະຍາດໄຂ້ຍຸງລາຍ ເຊິ່ງຈັດຂຶ້ນໃນວັນທີ 13 ກໍລະກົດ 20 22 ໂດຍມີທ່ານ ຊົງເລົາ ຢົງນູ ຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫລວງວຽງຈັນ, ທ່ານ ສະຫວັນຄອນ ລາດຊະມູນຕີ ອະດີດຮອງລັດຖະມົນຕີກະຊວງ ຖວທ, ປະທານສະມາຄົມນັກຂ່າວ ພ້ອມດວ້ຍສື່ມວນຊົນເຂົ້າຮ່ວມ.

ທ່ານ ຊົງເລົາ ຢົງນູ ໄດ້ກ່າວວ່າ: ການຈັດກອງປະຊຸມຄັ້ງນີ້, ປັນການປະສານສົມທົບ, ທັງຊຸກຍູ້ປຸກລະດົມ ແລະ ຂໍຄວາມຮ່ວມມື ກັບບັນດາສື່ມວນຊົນ ໃຫ້ຖືເອົາວຽກງານໂຄສະນາ ຄວບຄຸມການລະບາດ ຂອງພະຍາດໄຂ້ຍຸງລາຍ ເປັນວຽກງານບູລິມະສິດ ຊ່ວຍໂຄສະນາປຸກລະດົມ ໃຫ້ຂໍ້ມູນຂ່າວສານ ເພື່ອປ່ຽນແປງພຶດຕິກຳ ຂອງປະຊາຊົນ ໄດ້ເອົາໃຈໃສ່ການປະຕິບັດ 5ປ ຫລາຍຂຶ້ນ ແລະ ເປັນເຈົ້າການ ໃນການທຳລາຍ ແຫລ່ງເພາະພັນໜອນນໍ້າຍຸງລາຍ ບໍໍ່ມີໜອນນໍ້າຍຸງລາຍ ບໍ່ມີໄຂ້ຍຸງລາຍ. ມາຮອດປັດຈຸບັນ ທົ່ວປະເທດ ມີການລະບາດຂອງພະຍາດ ໄຂ້ຍຸງລາຍທັງໝົດ 8.222 ຄົນ, ເສຍຊີວິດ 12 ຄົນ, ສະເພາະຢູ່ໃນນະຄອນ ຫລວງ ວັນທີ 13 ກໍລະກົດ ມີການລະບາດຂອງ ພະຍາດໄຂ້ຍຸງ 4.149 ຄົນ ໃນ 9 ເມືອງ, ກວມເອົາ 363 ບ້ານ ທຽບກັບຕົວເລກທົ່ວປະເທດ ນະຄອນຫລວງວຽງຈັນ ກວມເອົາ 57%.

ທ່ານ ຊົງເລົາ ຢົງນູ ໃຫ້ຮູ້ອີກວ່າ: ວຽກງານສາທາລະນະສຸກ ຫລື ວຽກງານກ່ຽວກັບ ການຮັກສາສຸຂະພາບ ໂດຍສະເພາະ ການມີສ່ວນຮ່ວມໃນວຽກງານ ຕ້ານພະຍາດໄຂ້ຍຸງລາຍ ເມື່ອຟັງແລ້ວຄືຊິເຮັດບໍ່ຢາກ ແຕ່ການຈັດຕັ້ງ ປະຕິບັດຕົວຈິງ ຍັງພົບຄວາມຫຍຸ້ງຍາກພໍສົມຄວນ ເນື່ອງຈາກວ່າປະຊາຊົນລາວ ສ່ວນຫລາຍຍັງບໍ່ທັນເຂົ້າໃຈ ຢ່າງເລີກເຊິ່ງກ່ຽວກັບ ການມີສ່ວນຮ່ວມ ແລະ ເປັນເຈົ້າການຕ້ານພະຍາດ ໄຂ້ຍຸງລາຍ ໃນຄວາມເປັນຈິງແລ້ວ ການປ້ອງກັນ ແລະ ຕ້ານພະຍາດກັ່ງກ່າວ ແມ່ນໜ້າທີຂອງໝົດທຸກຄົນໃນສັງຄົມ ຍ້ອນວ່າສຸຂະພາບເປັນ ຂອງໝົດທຸກຄົນ.

ພະຍາດໄຂ້ຍຸງລາຍ ສ່ວນໃຫ່ຍມັກເກີດຢູ່ບ່ອນ ທີ່ມີປະຊາກອນອາໄສຢູ່ໜາແໜ້ນ ຫລື ໃນເທດສະ ບານເມືອງ ແລະ ເລີ່ມຂະຫຍາຍອອກສູ່ ເຂດຊົນນະບົດເກີດມີຂື້ນ ແບບກະແຈກ ກະຈາຍທົ່ວໄປ ຈາກເຂດທີເຄີຍເກີດລະບາດ ໄປຫາເຂດທີບໍ່ເຄີຍ ມີໄຂ້ຍຸງລາຍມາກ່ອນ.

ຂ່າວ:ກິດຕາ

KPL

ຂ່າວອື່ນໆ

    • ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫຼືອໂຄງການກໍ່ສ້າງໂຮງໝໍນ້ອຍຢູ່ແຂວງໄຊຍະບູລີສາທາລະນະສຸກ

      ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫຼືອໂຄງການກໍ່ສ້າງໂຮງໝໍນ້ອຍຢູ່ແຂວງໄຊຍະບູລີ

      10/21/2026 9:49:13 AM

      ເມື່ອບໍ່ດົນມານີ້, ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອລ້າມູນຄ່າ 109.000 ໂດລາສະຫະລັດ ເພື່ອປະຕິບັດ “ໂຄງການກໍ່ສ້າງໂຮງໝໍນ້ອຍຫ້ວຍຂົວຫຼວງ ໃນແຂວງໄຊຍະບູລີ”

    • ອົງການກາແດງແຫ່ງຊາດລາວເຄື່ອນໄຫວຮັບບໍລິຈາກເລືອດຢູ່ ຮວຜທສາທາລະນະສຸກ

      ອົງການກາແດງແຫ່ງຊາດລາວເຄື່ອນໄຫວຮັບບໍລິຈາກເລືອດຢູ່ ຮວຜທ

      10/21/2026 9:31:36 AM

      ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ໄດ້ເຄື່ອນໄຫວຮັບບໍລິຈາກເລືອດແບບສະໝັກໃຈຢູ່ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ໃນວັນທີ 20 ຕຸລາ 2026 ໂດຍມີ ສະຫາຍ ພັນໂທ ທອງສຸກ ອຸດົມພອນ ຮອງຫົວໜ້າຫ້ອງພະລາທິການ-ເຕັກນິກ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ສະຫາຍ ພັນໂທ ເພັດສະໝອນ ແກ້ວສຸວັນ ຜູ້ປະສານງານວຽກງານບໍລິຈາກເລືອດຂອງກອງທັບ, ທ່ານ ສຸລິນ ສີປະມວນ ຫົວໜ້າພະແນກເກັບຮັກສາ ແລະ ແຈກຈ່າຍເລືອດ, ພ້ອມດ້ວຍພະນັກງານ-ນັກຮົບ, ນ້ອງນັກຮຽນ, ສະມາຊິກຊາວໜຸ່ມ-ແມ່ຍິງ ເຂົ້າຮ່ວມ.

    • ຄະນະຜູ້ແທນກະຊວງສາທາລະນະສຸກເຂົ້າຮ່ວມກອງປະຊຸມການແພດພື້ນເມືອງໂລກ ປີ 2026ສາທາລະນະສຸກ

      ຄະນະຜູ້ແທນກະຊວງສາທາລະນະສຸກເຂົ້າຮ່ວມກອງປະຊຸມການແພດພື້ນເມືອງໂລກ ປີ 2026

      10/21/2026 9:24:44 AM

      ໃນອາທິດຜ່ານມາ, ທີ່ນະຄອນຫຼວງປັກກິ່ງ ສປ ຈີນ, ທ່ານ ວັນນະໄຊ ຊາດຕະກຸນ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມການແພດພື້ນເມືອງໂລກ ປີ 2026 (The World Conference on Traditional Medicine 2026), ມີຜູ້ຕາງໜ້າການນຳກະຊວງສາທາລະນະສຸກ, ອົງການຈັດຕັ້ງສາກົນ, ສະຖາບັນການສຶກສາ, ສະຖາບັນຄົ້ນຄວ້າ, ຊ່ຽວຊານ, ນັກຄົ້ນຄວ້າ ແລະ ພາກສ່ວນທຸລະກິດຈາກທົ່ວໂລກ ເຂົ້າຮ່ວມ.

    • ກຽມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ 17-24 ຕຸລາສາທາລະນະສຸກ

      ກຽມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ 17-24 ຕຸລາ

      10/19/2026 9:59:20 AM

      ໃນທຸກໆປີ ສປປ ລາວ ໄດ້ຮ່ວມກັບປະຊາຄົມໂລກ ພ້ອມກັນສະເຫຼີມສະຫຼອງວັນສຳຄັນທີ່ຕິດພັນກັບວຽກງານດັ່ງກ່າວ ຊຶ່ງອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກຳນົດເອົາວັນທີ 16 ຕຸລາ ຂອງທຸກໆປີ ເປັນວັນອາຫານໂລກ ເລີ່ມແຕ່ປີ 1980 ແລະ ໄດ້ກຳນົດເອົາວັນທີ 17 ຕຸລາ ເປັນວັນສາກົນ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ແລະ ສປປ ລາວ ກໍໄດ້ກຳນົດເອົາວັນທີ 17-24 ຕຸລາ ຂອງທຸກໆປີ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.

    • ເປີດບໍລິການກວດສຸຂະພາບຕາ ແລະ ແຈກແວ່ນຕາໃຫ້ຜູ້ອາຍຸສູງໂດຍບໍ່ເສຍຄ່າສາທາລະນະສຸກ

      ເປີດບໍລິການກວດສຸຂະພາບຕາ ແລະ ແຈກແວ່ນຕາໃຫ້ຜູ້ອາຍຸສູງໂດຍບໍ່ເສຍຄ່າ

      10/14/2026 9:54:29 AM

      ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ກະຊວງສາທາລະນະສຸກ ຮ່ວມກັບບັນດາອົງການຈັດຕັ້ງສາກົນ ຈັດກິດຈະກຳບໍລິການກວດສຸຂະພາບຕາ ແລະ ແຈກແວ່ນຕາໃຫ້ຜູ້ສູງອາຍຸໂດຍບໍ່ເສຍຄ່າ, ກິດຈະກຳກວດວັດແທກສາຍຕາໂດຍບໍ່ເສຍຄ່າ (ຟຣີ) ໃຫ້ແກ່ປະຊາຊົນຜູ້ທີ່ມີບັນຫາທາງສາຍຕາ ໃນວັນທີ 13 ຕຸລາ 2026 ທີ່ຫ້ອງການປົກຄອງເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ດຣ. ນາງ ສຸລິພອນ ສຸດາຈັນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ທ່ານ ບົວໃສ ລຸນນະວົງສາ ຄະນະປະຈຳພັກເມືອງ, ປະທານຄະນະກຳມະການປົກຄອງເມືອງຫາດຊາຍຟອງ, ທ່ານ ດຣ. ຄຳຄູນ ໂຫຼານຸພາບ ຫົວໜ້າສູນປິ່ນປົວ ແລະ ຮັກສາສຸຂະພາບຕາ, ພ້ອມດ້ວຍພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

ads
ads

Top