ລັດຖະບານ ຫາລືການນຳເຂົ້າ-ສົ່ງ ອອກ ແລະ ຄຸ້ມຄອງລາຄາສິນຄ້າ

30/06/2022 11:55
Email Print 6183
ຂປລ ຂປລ.ໃນຕອນເຊົ້າວັນທີ 29 ມິຖຸນາ 2022, ທີ່ສໍານັກງານນາຍົກ ລັດຖະມົນຕີ ໄດ້ຈັດກອງປະຊຸມ ປຶກສາຫາລື ກ່ຽວກັບການ ນຳເຂົ້າ-ສົ່ງອອກ ສິນຄ້າ, ມາດຕະການຄຸ້ມຄອງ ລາຄາສິນຄ້າ ແລະ ການນຳເຂົ້າສິນຄ້າ

ຂປລ.ໃນຕອນເຊົ້າວັນທີ 29 ມິຖຸນາ 2022, ທີ່ສໍານັກງານນາຍົກ ລັດຖະມົນຕີ ໄດ້ຈັດກອງປະຊຸມ ປຶກສາຫາລື ກ່ຽວກັບການ ນຳເຂົ້າ-ສົ່ງອອກ ສິນຄ້າ, ມາດຕະການຄຸ້ມຄອງ ລາຄາສິນຄ້າ ແລະ ການນຳເຂົ້າສິນຄ້າ ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກ ລັດຖະມົນຕີ, ຜູ້ຊີ້ນຳຂົງເຂດ ວຽກງານເສດຖະກິດ; ມີບັນດາທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງ-ອົງການ ທີ່ກ່ຽວຂ້ອງ, ຮອງເຈົ້າຄອງ ນະຄອນຫລວງວຽງຈັນ ພ້ອມດ້ວຍຄະນະກົມ ແລະ ພະນັກງານ-ວິຊາການ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ທ່ານ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮັບຟັງການລາຍງານ ກ່ຽວກັບສະພາບ ການນໍາເຂົ້າ-ສົ່ງ ອອກສິນຄ້າ, ມາດຕະການຄຸ້ມຄອງ ລາຄາສິນຄ້າ ແລະ ການ ນໍາເຂົ້າສິນຄ້າ ໃນໄລຍະຜ່ານມາ ເຊິ່ງຜູ້ເຂົ້າຮ່ວມ ໄດ້ປະກອບຄຳຄິດເຫັນ ຕໍ່ຂົງເຂດ ວຽກງານ ທີ່ຕິດພັນ ກັບຄວາມຮັບຜິດຊອບ ຂອງຂະແໜງການ ແລະ ທ້ອງຖິ່ນຕົນ ໂດຍສະເພາະ ກ່ຽວກັບສະພາບ ການນຳເຂົ້າ ແລະ ສົ່ງອອກສິນຄ້າ ໃນໄລຍະ 6 ເດືອນຕົ້ນປີ 2022, ບາງລາຍການສິນຄ້າ ແລະ ປະລິມານ ທີ່ພາຍໃນປະເທດ ສາມາດຜະລິດໄດ້ ລວມທັງໂຄງສ້າງລາຄາ, ສະຖິຕິຄວາມ ຕ້ອງການ ຊົມໃຊ້ສິນຄ້າຍຸດທະສາດ ໃນແຕ່ລະໄລຍະ; ບັນດາຂໍ້ສະດວກ ແລະ ຫຍຸ້ງຍາກຕ່າງໆ ໃນແຕ່ລະຂົງເຂດ, ແຕ່ລະຂອດ ການ ເຄື່ອນໄຫວ ວຽກງານຕົວຈິງ; ທັງສະເໜີມາດຕະການຕ່າງໆ ທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ; ບາງສິນຄ້າທີ່ຄວນຫລຸດຜ່ອນ ການນຳເຂົ້າ; ການໂຄສະນາເຜີຍແຜ່ ຜະລິດຕະພັນພາຍໃນ ແລະ ອື່ນໆ.

ຜ່ານການຮັບຟັງການລາຍງານ, ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ຂອງພາກສ່ວນທີ່ກ່ຽວ ຂ້ອງ, ທ່ານປະທານກອງປະຊຸມ ໄດ້ມີຄຳເຫັນ ສັງລວມ ແລະ ເນັ້ນໜັກ ໃຫ້ຂະແໜງການ ທີ່ກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ເປັນໃຈກາງ ສົມທົບກັບ ພາກ ສ່ວນທີ່ກ່ຽວຂ້ອງ ຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ຕາມຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ຄະ ນະຊີ້ນຳ ວຽກງານຄຸ້ມຄອງ ລາຄາສິນຄ້າ ແລະ ຄ່າບໍລິການ ສະບັບເລກທີ 71/ນຍ, ລົງວັນທີ 6 ຕຸລາ 2017; ສືບຕໍ່ເຜີຍແຜ່ ແລະ ຈັດຕັ້ງປະຕິບັດດໍາລັດ 474/ນຍ, ລົງວັນທີ 18 ພະຈິກ 2010 ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ; ສືບຕໍ່ຊີ້ນຳຂະແໜງການ ສາຍຕັ້ງຂອງຕົນ ຢູ່ທ້ອງຖິ່ນ ແຕ່ລະຂັ້ນ ໃນການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໃຫ້ມີຄວາມເຂັ້ມງວດ; ກວດກາຄືນ ສິນຄ້າ ທີ່ພາຍໃນສາມາດຜະລິດໄດ້ ແລະ ກຸ້ມການ ຊົມໃຊ້ພາຍໃນ ພ້ອມທັງ ກຳນົດສິນຄ້າທີ່ ຈຳເປັນຕ້ອງໄດ້ນຳເຂົ້າ ຈາກຕ່າງປະເທດ ໃຫ້ມີຄວາມຊັດເຈນຕື່ມ; ຄົ້ນຄວ້ານະໂຍບາຍ ແລະ ມາດຕະການ ໃນການຄຸ້ມຄອງລາ ຄາສິນຄ້າ ເພື່ອເປັນພື້ນຖານ ໃນການຄຸ້ມຄອງ ລາຄາສິນຄ້າ ແລະ ຄ່າບໍລິການ ໃຫ້ຮັດກຸມ ແລະ ມີປະສິດທິຜົນກວ່າເກົ່າ.

ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ຢ້ຳໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບພາກ ສ່ວນກ່ຽວຂ້ອງ ຄົ້ນຄວ້າ ໂຄງສ້າງລາຄາ ສິນຄ້າ ແລະ ຄ່າບໍລິການ; ເອົາໃຈໃສ່ຕິດຕາມ ການເໜັງຕີງຂອງລາຄາສິນຄ້າ ແລະ ຄ່າບໍລິການ  ເພື່ອມີມາດຕະການແກ້ໄຂ ຢ່າງທັນການ; ຕິດຕາມ, ກວດກາ ການ ຈັດຕັ້ງປະຕິບັດ ບັນດາໜ້າວຽກ ທີ່ຕິດພັນກັບການ ນຳເຂົ້າ-ສົ່ງອອກສິນຄ້າ, ມາດຕະການຄຸ້ມຄອງ ລາຄາສິນຄ້າ ແລະ ການນຳເຂົ້າ ສິນຄ້າ ແລ້ວສັງລວມລາຍງານ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອລາຍງານຂັ້ນເທິງມີທິດຊີ້ນຳ.

 

ພາບ ແລະ ຂ່າວ:  ຫສນຍ

KPL

ຂ່າວອື່ນໆ

    • ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ Vເສດຖະກິດ

      ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ V

      7/9/2025 3:44:20 PM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ຄັ້ງທີ V ຈັດຂຶ້ນ ໃນວັນທີ 8 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ຄໍາແສນ ສີສະວົງ ປະທານສະມາ ຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ (ສທໜຊ)

    • ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນເສດຖະກິດ

      ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນ

      7/8/2025 12:16:42 PM

      ຂປລ. ພິທີພົບປະລະຫວ່າງ ນັກທຸລະກິດ ລາວ-ຈີນ ໄດ້ຈັດຂຶ້ນ ໃນວັນທີ 3 ກໍລະກົດ 2025 ຜ່ານມານີ້, ຢູ່ນະຄອນຫລວງວຽງຈັນ ໃນໂອກາດງານວາງສະແດງສິນຄ້າ ອຸດສາຫະກໍາ ແລະ ການຮ່ວມມືດ້ານການຄ້າລາວ-ຈີນ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.

ads
ads

Top