ຜົ້ງສາລີ ປະກວດອາພອນເພດຊົງລາວບັນດາເຜົ່າ

23/07/2015 15:28
Email Print 1227
ຂປລ ຂປລ.ຊາວ​ໜຸ່ມ​ຍິງ-ຊາຍ 15 ຄູ່ຈາກ 15 ຊົນເຜົ່າ ຄືຊົນເຜົ່າກຶມມຸ, ເຜົ່າມົ້ງລາຍ, ເຜົ່າພູນ້ອຍ, ເຜົ່າໄທເໜືອ, ເຜົ່າອາຄາ, ເຜົ່າ​ຫໍ້, ເຜົ່າລື້, ເຜົ່າຢັ້ງ,ເຜົ່າໄຕດຳ, ເຜົ່າລາວ, ເຜົ່າກໍຈີເປັຍ,

ຂປລ.ຊາວ​ໜຸ່ມ​ຍິງ-ຊາຍ 15 ຄູ່ຈາກ 15 ຊົນເຜົ່າ ຄືຊົນເຜົ່າກຶມມຸ, ເຜົ່າມົ້ງລາຍ, ເຜົ່າພູນ້ອຍ, ເຜົ່າໄທເໜືອ, ເຜົ່າອາຄາ, ເຜົ່າ​ຫໍ້, ເຜົ່າລື້, ເຜົ່າຢັ້ງ,ເຜົ່າໄຕດຳ, ເຜົ່າລາວ, ເຜົ່າກໍຈີເປັຍ, ເຜົ່າສີລາ, ເຜົ່າຢ້າວ, ເຜົ່າມົ້ງຍອດອູ ແລະ ເຜົ່າຮາຍີ ​ໄດ້​ເຂົ້າຮ່ວມປະກວດ ອາພອນເພດຊົງລາວ ບັນດາເຜົ່າຄັ້ງທີ II ​ໃນວັນທີ 16 ​ເດືອນກໍລະ ກົດນີ້ ຢູ່ສະໂມສອນ ຫໍວັດທະນະທຳ ແຂວງຜົ້ງສາລີ ເພື່ອສ້າງຂະບວນການ ຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ II ອົງຄະນະພັກແຂວງຂອງ​ຕົນ ແລະ ຂໍ່ານັບຊົມເຊີຍ ວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 60 ປີ  ໂດຍທ່ານ ຄຳເຈນ ວົງໂພສີ ເຈົ້າແຂວງ​ດັ່ງກ່າວ ແລະ ປະຊາຊົນ​ ເປັນ​ຈຳນວນ​ຫລາຍ ເຂົ້າຮ່ວມ.

ຜ່ານການປະກວດ, ທີ 1 ທ້າວ ແສງສະຫລາດ ​ແລະ ນາງ ບົວຈັນ ໃນຊຸດຊົນເຜົ່າກຶມມຸ ໄດ້ຮັບເງິນລາງວັນ 800.000 ກີບ, ທີ 2 ທ້າວ ຟາຍີ່ ​ແລະ ນາງ ພອນມະລີ ຊຸດເຜົ່າຫໍ້ ໄດ້ຮັບເງິນລາງວັນ 600.000 ກີບແລະ ທີ 3 ທ້າວ ບຸນປີງ ​ແລະ ນາງ ສຸລີນທອງ ຊຸດເຜົ່າຮາຍີ່ ໄດ້ຮັບເງິນລາງວັນ 500.000 ກີບ.
ການປະ​ກວດ​ດັ່ງກ່າວ ເພື່ອສົ່ງເສີມອະນຸລັກ ຊີວິດວັດທະນະທຳ, ເອກະລັກຮີດຄອງປະເພນີອັນດີງາມ ຂອງບັນດາເຜົ່າ ພາຍໃນແຂວງ ໃຫ້ຍືນຍົງທັງ​ເພື່ອໃຫ້ຄົນ ຮຸ່ນຫລັງ ຮູ້ຄຸນຄ່າ ວັດທະນະທຳບັນດາເຜົ່າ ທັງເສີມສ້າງໃຫ້ຊາວໜຸ່ມ, ໄວໝູ່ມກ້າສະແດງອອກ ໃນເວທີຕ່າງໆ ໃຫ້ຫລາຍຂຶ້ນ ​ແລະ ເປັນການໂຄສະນາເຜີຍແຜ່ ແລະ ດຶງດູດນັກທ່ອງທ່ຽວ ເຂົ້າມາ ທ່ຽວ ແຂວງຜົ້ງສາລີນັບມື້ຫລາຍຂຶ້ນ.
KPL

ຂ່າວອື່ນໆ

ads
ads

Top