ຂປລ
ຂປລ.ໃນຕອນເຊົ້າວັນທີ 14 ຕຸລາ 2019 ຢູ່ປະຕູໄຊ ນະຄອນຫລວງວຽງຈັນ, ກະຊວງວິທະ ຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບ ເພື່ອສະເຫລີມສະຫລອງ ວັນວິທະ ຍາສາດ ແຫ່ງຊາດ 12 ຕຸລາ ແລະ ວັນປະກາດເອກະລາດ ເຊິ່ງຂະບວນການງຍ່າງ ແມ່ນເລີ່ມຕົ້ນແຕ່ສວນປະຕູໄຊ ຮອດ ທຳນຽບປະທານປະເທດ (ຫໍຄຳ) ແລ້ວກັບຄືນຮອດສວນປະຕູໄຊ.

ຂປລ.ໃນຕອນເຊົ້າວັນທີ 14 ຕຸລາ 2019 ຢູ່ປະຕູໄຊ ນະຄອນຫລວງວຽງຈັນ, ກະຊວງວິທະ ຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບ ເພື່ອສະເຫລີມສະຫລອງ ວັນວິທະ ຍາສາດ ແຫ່ງຊາດ 12 ຕຸລາ ແລະ ວັນປະກາດເອກະລາດ ເຊິ່ງຂະບວນການງຍ່າງ ແມ່ນເລີ່ມຕົ້ນແຕ່ສວນປະຕູໄຊ ຮອດ ທຳນຽບປະທານປະເທດ (ຫໍຄຳ) ແລ້ວກັບຄືນຮອດສວນປະຕູໄຊ. ໂດຍການເຂົ້າຮ່ວມຂອງທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ), ມີທ່ານ ສັນຍາ ປຣະເສີດຮອງຄະນະກຳມາທິການດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ສະຖາບັນ, ພະນັກງານພາຍໃນ ກວຕ ພ້ອມດ້ວຍປະຊາຊົນ ນະຄອນຫລວງວຽງຈັນເຂົ້າຮ່ວມ.

ທ່ານ ບໍ່ວຽງຄຳ ວົງດາລາ ໄດ້ກ່າວວ່າ: ວັນທີ 12 ຕຸລາ ແມ່ນວັນວິທະຍາສາດແຫ່ງຊາດ ທັງເປັນວັນທີ່ມີຄວາມຫມາຍສຳຄັນ ອິກວັນຫນຶ່ງ ທາງປະຫວັດສາດສຳຄັນຂອງຊາດເຮົາ ຄືວັນປະກາດເອກະລາດ 12 ຕຸລາ 1945 ຄົບຮອບ 74 ປີ. ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ໄດ້ກຳນົດເອົາ ວັນທີ 12 ຕຸລາ ເປັນວັນວິທະຍາສດແຫ່ງຊາດ ແລະ ໄດ້ພ້ອມກັນຈັດງານສະເຫລີມສະຫລອງໃນທຸກໆປີ. ປີນີ້ເປັນປີທີ 6 ທີ່ພວກເຮົາໄດ້ພ້ອມກັນຈັດງານນີ້ ເພື່ອເປັນການສ້າງຈິດສຳນຶກ ແລະ ຄວາມຮັບຮູ້ ໃຫ້ແກ່ປະຊາຊົນ ກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງວິທະຍາສາດ ຕໍ່ກັບການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ແລະ ໃຫ້ເຫັນວ່າ ການຄົ້ນຄ້ວາ-ການພັດທະນາ ແລະ ການນຳໃຊ້ ວິທະຍາສາດ ແລະ ເຕັກໂນໂລຊີ ເປັນປັດໄຈພື້ນຖານ ເປັນກຳລັງແຮງ ແລະ ເປັນພາຫະນະຊຸກຍູ້ ສົ່ງເສີມການພັດທະນາເສດຖະກິດ-ສັງຄົມ, ນຳເອົາປະເທດກ້າວໄປສູ່ອຸດສາຫະກຳ ທັນສະໄຫມ ແລະ ສ້າງບາດກ້າວໃໝ່ ໃຫ້ແກ່ການສ້າງສາ ເສດຖະກິດແຫ່ງພູມປັນຍາ.
ທ່ານ ລັດຖະມົນຕີ ກວຕ ຍັງໄດ້ຮຽກຮ້ອງມາຍັງບັນດາ ນັກວິທະຍາສາດ, ນັກຄົ້ນຄວ້າ, ນັກ ຮຽນຮູ້, ປັນຍາຊົນ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອ ການຄົ້ນຄວ້າປະດິດສ້າງຂອງຕົນ ນຳໃຊ້ຢ່າງມີຫົວ ຄິດປະດິດສ້າງ ເຂົ້າໃສ່ການພັດທະນາ, ຍົກລະດັບຄວາມ ຮູ້ຄວາມສາມາດ ແລະ ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ໃຫ້ນັບມື້ນັບຈະເລີນຂຶ້ນເລື້ອຍໆ.
ຂ່າວ-ພາບ: ສົມຫວັງ
KPL