ເສີມສ້າງສາຍພົວພັນທຸລະກິດ ແລະ ການຄ້າ ລາວ-ແຂວງອິນຊອນ

06/11/2026 12:14
ຂປລ ຂປລ. ກິດຈະກຳສົ່ງເສີມການຄ້າແຂວງອິນຊອນ ປະຈຳປີ 2026 (Incheon Trade Mission 2026)

   ຂປລ. ກິດຈະກຳສົ່ງເສີມການຄ້າແຂວງອິນຊອນ ປະຈຳປີ 2026 (Incheon Trade Mission 2026) ໄດ້ປະສົບຜົນສຳເລັດໃນການເຊື່ອມໂຍງ 15 ບໍລິສັດຈາກ ສ ເກົາຫລີ ກັບຜູ້ຊື້ຊາວລາວ 37 ບໍລິສັດຜ່ານການເຈລະຈາທຸລະ ກິດແບບເຊິ່ງໜ້າ ໃນທ້າຍເດືອນຜ່ານມາຢູ່ນະຄອນຫລວງວຽງຈັນ, ຖືເປັນບາດກ້າວສໍາຄັນໃນການສົ່ງເສີມການຄ້າລະຫວ່າງສອງປະເທດ ແລະ ຂະຫຍາຍໂອກາດສໍາລັບຜະລິດຕະພັນ ສ ເກົາຫລີ ໃນຕະຫລາດລາວ.
   ງານດັ່ງກ່າວ, ຈັດຂຶ້ນໂດຍແຂວງອິນຊອນ ສ ເກົາຫລີ ແລະ ສະພາການຄ້າ ແລະ ອຸດສາຫະກຳ ອິນຊອນ (ICCI) ໂດຍການຈັດຕັ້ງຂອງອົງການສົ່ງເສີມການຄ້າ ແລະ ການລົງທຶນເກົາຫລີ ປະຈຳ ວຽງຈັນ (KOTRA Vientiane). ຈຸດສໍາຄັນຂອງກິດຈະກໍາຄັ້ງນີ້, ແມ່ນການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງບໍລິສັດ C&P Co., Ltd. ຈາກ ສ ເກົາຫລີ ແລະ ບໍລິສັດ AK Import-Export Co., Ltd. ຈາກ ສປປ ລາວ. ຂໍ້ ຕົກລົງດັ່ງກ່າວ, ໄດ້ສ້າງພັນທະມິດທາງຍຸດທະສາດການຄ້າສຳລັບການນຳເຂົ້າ ແລະ ຈຳໜ່າຍເຄື່ອງດື່ມໂສມແດງເກົາຫລີ ສຳລັບເດັກນ້ອຍໃນລາວ ຄາດວ່າມີມູນຄ່ານຳເຂົ້າປະມານ 120.000 ໂດລາສະຫະລັດຕໍ່ປີ. ຂໍ້ຕົກລົງນີ້, ສະທ້ອນໃຫ້ເຫັນເຖິງຄວາມສົນໃຈທີ່ເພີ່ມຂຶ້ນຂອງທຸລະກິດລາວ ຕໍ່ຜະລິດຕະພັນຄຸນນະພາບສູງຈາກ ສ ເກົາຫລີ ແລະ ສະແດງໃຫ້ເຫັນເຖິງທ່າແຮງໃນການຮ່ວມມືທາງດ້ານການຄ້າທີ່ເລິກເຊິ່ງກວ່າເກົ່າລະຫວ່າງສອງປະເທດ.
   ພ້ອມນີ້, ພາຍໃນງານຍັງໄດ້ນຳສະເໜີນະວັດຕະກຳ ແລະ ຜະລິດຕະພັນຄຸນນະພາບດີທີ່ສຸດ (ເກຣດພຣີມ່ຽມ) ຂອງ ສ ເກົາຫລີ ໂດຍໄດ້ຮວບຮວມເອົາ 15 ບໍລິສັດຈາກແຂວງອິນຊອນ ຊຶ່ງຕາງໜ້າໃຫ້ຫລາຍຂົງເຂດອຸດສາຫະກຳ, ທັງເຄື່ອງສຳອາງ, ການບຳລຸງຜິວ, ເຕັກໂນໂລຊີຄວາມງາມ, ສຸຂະພາບ ແລະ ການເບິ່ງແຍງສຸຂະພາບ, ຜະລິດຕະພັນອຸປະໂພກ-ບໍລິໂພກ ແລະ ວັດສະດຸໂຄງຮ່າງການກໍ່ສ້າງ. ສ່ວນການເຈລະຈາທຸລະກິດສູ່ການເຂົ້າເຖິງຜູ້ບໍລິໂພກແມ່ນສືບເນື່ອງມາຈາກກິດຈະກຳການຈັບຄູ່ທຸລະກິດ, 15 ບໍລິສັດ ສ ເກົາຫລີ ໄດ້ເຂົ້າຮ່ວມງານ Korea Lifestyle Festival 2026 ທີ່ຈັດຂຶ້ນຢູ່ສູນການຄ້າພາກຊັນວຽງຈັນ ໃນທ້າຍເດືອນ 
ທ່ານຫົວໜ້າອົງການ KOTRA ວຽງຈັນ ໄດ້ຢືນຢັນວ່າ: ຄວາມສຳ ເລັດຂອງຄະນະຜູ້ແທນການຄ້າ ຄັ້ງນີ້ ສະແດງໃຫ້ເຫັນເຖິງທ່າແຮງທີ່ເຂັ້ມແຂງໃນການຂະຫຍາຍການຮ່ວມມືທາງທຸລະກິດລະຫວ່າ ສ ເກົາຫລີ ແລະ ສປປ ລາວ. ຕົວເລກການເຈລະຈາທຸລະກິດທີ່ມີຫລາຍ ແລະ ການເຊັນສັນຍາພັນທະມິດທາງການຄ້າສະທ້ອນໃຫ້ເຫັນເຖິງຄວາມເຊື່ອໝັ້ນທີ່ເພີ່ມຂຶ້ນຂອງທຸລະກິດລາວຕໍ່ຜະລິດຕະພັນ ສ ເກົາຫລີ. ອົງກອນ KOTRA ວຽງຈັນ ຈະສືບຕໍ່ສະໜັບສະໜູນບໍລິສັດ ສ ເກົາຫລີ ໃນການຄົ້ນຫາຄູ່ຄ້າທ້ອງຖິ່ນທີ່ເຊື່ອຖືໄດ້, ສ້າງສາຍພົວພັນທາງທຸລະກິດທີ່ຍືນຍົງໃນຕະຫລາດລາວ.

KPL

ຂ່າວອື່ນໆ

ads
ads

Top