ມີ 27 ທີມເຂົ້າຮ່ວມການແຂ່ງຂັນ ຊ່ວງເຮືອມັງກອນສາກົນ ຈີນ-ອາຊຽນປີ 2026

27/10/2026 14:13
ຂປລ ກິດ​ຈະ​ກຳ​ແຂ່ງ​ຂັນ​ຊີງ​ແຊັມ​ຊ່ວງ​ເຮືອ​ມັງ​ກອນ​ສາ​ກົນ​ຈີນ-ອາ​ຊຽນ​ປີ 2026 ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ເຖິງ​ຊ້ຽນ​ນະ​ຄອນ​ອູ​ໂຈ່ວ​ເຂດ​ກວາງ​ຊີ​ຈີນ ໂດຍ​ມີ 27 ທີມ​ຈາກ​ຈີນ, ມາ​ເລ​ເຊຍ, ມຽນ​ມາ, ຟີ​ລິບ​ປິນ ແລະ ອິນ​ໂດ​ເນ​ເຊຍ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 25 ຕຸ​ລາ​ນີ້, ກິດ​ຈະ​ກຳ​ແຂ່ງ​ຂັນ​ຊີງ​ແຊັມ​ຊ່ວງ​ເຮືອ​ມັງ​ກອນ​ສາ​ກົນ​ຈີນ-ອາ​ຊຽນ​ປີ 2026 ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ເຖິງ​ຊ້ຽນ​ນະ​ຄອນ​ອູ​ໂຈ່ວ​ເຂດ​ກວາງ​ຊີ​ຈີນ ໂດຍ​ມີ 27 ທີມ​ຈາກ​ຈີນ, ມາ​ເລ​ເຊຍ, ມຽນ​ມາ, ຟີ​ລິບ​ປິນ ແລະ ອິນ​ໂດ​ເນ​ເຊຍ ​​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ.ການ​ແຂ່ງ​ຂັນ​ຄັ້ງ​ນີ້​ໄດ້​ຈັດ​ໃຫ້​ມີ​ລາຍ​ການ​ແຂ່ງ​​ຂັນ​ຊ່ວງ​ເຮືອ​ໄວ​ໄລ​ຍະ 200 ແມັດ ແລະ 500 ແມັດ​ປະ​ເພດ​ເຮືອ​ມັງ​ກອນ 22 ຄົນ ໂດຍ​ແບ່ງ​ເປັນ​​ປະ​ເທ​ດ​ທົ່ວ​ໄປ ແລະ ​ປະ​ເທດມະ​ຫາ​ຊົນ. ໃນ​ທີ່​ສຸດ, ທີມ​ຈາກ​ເມືອງ​ເຖິງ​​ຊ້ຽນ​ຊີງ​ໄດ້​ແຊັມ​ທັງ​ໝົດ.ຜູ້​ຕາງ​ໜ້າ​ປະ​ເທດ​ອາ​ຊຽນ​ກ່າວ​ວ່າ: ການ​ແຂ່ງ​ຂັນ​ຊ່ວງ​ເຮືອ​ມັງ​ກອນ​ໄດ້​ສ້າງ​ເວ​ທີ​ທີ່​ດີຫຼາຍ ໂດຍ​ໄດ້​ຊຸກ​ຍູ້​ການ​ແລ​ກ​ປ່ຽນ ແລະ ຮ່ວມ​ມື​ລະ​ຫວ່າງບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ກັບ​ຈີນ​ໂດຍ​ຜ່ານ​ການ​ແຂ່ງ​ຂັນ​ກິ​ລາ, ຫວັງ​ວ່າ, ຕໍ່​​ໜ້າບັນ​ດາ​ທ່ານ​ຍັງ​ຈະ​ມີ​ໂອ​ກາດ​ເດີນ​ທາງ​ມາ​ຈີນຫຼາຍກວ່າ​ເກົ່າ ເພື່ອ​ລົງ​ເລິກ​ການແລກ​ປ່ຽນ​ວັດ​ທະ​ນະ​ທຳ​ເຮືອ​ມັງ​ກອນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top