ຣັດເຊຍ ຂະຫຍາຍເວລາ ຫ້າມຜູ້ຜະລິດສົ່ງອອກນໍ້າມັນກາຊວນ ຮອດທ້າຍເດືອນຕຸລາ

01/10/2026 17:06
Email Print 115
ຂປລ ຣັດເຊຍ ປະກາດ ຂະຫຍາຍໄລຍະເວລາ ຫ້າມກຸ່ມຜູ້ຜະລິດ ສົ່ງອອກນ້ຳມັນ ກາຊວນ ໄປຈົນຮອດ ທ້າຍເດືອນຕຸລາ, ເຊິ່ງເປັນ ການຊ້ຳເຕີມ ວິກິດຕະຫລາດ ພະລັງງານໂລກ ທີ່ພວມເຄັ່ງຕຶງ ຈາກການສູ້ຮົບໃນ ອີຣານ ແລະ ອູແກຣນ ເຊິ່ງເປັນ ຕົວສັ່ນຄອນ ການຈັດສົ່ງ ພະລັງງານ

ຂປລ. ສຳນັກຂ່າວ ອິນໂຟເຄວ: ເມື່ອບໍ່ດົນມານິ້, ຣັດເຊຍ ປະກາດ ຂະຫຍາຍໄລຍະເວລາ ຫ້າມກຸ່ມຜູ້ຜະລິດ ສົ່ງອອກນ້ຳມັນ ກາຊວນ ໄປຈົນຮອດ ທ້າຍເດືອນຕຸລາ, ເຊິ່ງເປັນ ການຊ້ຳເຕີມ ວິກິດຕະຫລາດ ພະລັງງານໂລກ ທີ່ພວມເຄັ່ງຕຶງ ຈາກການສູ້ຮົບໃນ ອີຣານ ແລະ ອູແກຣນ ເຊິ່ງເປັນ ຕົວສັ່ນຄອນ ການຈັດສົ່ງ ພະລັງງານ ແລະ ສົ່ງຜົນໃຫ້ ລາຄານ້ຳມັນ ກາຊວນ ໃນສ.ອາເມລິກາ ແລະ ອັງກິດ ປັບຕົວສູງຂຶ້ນ ເປັນຕົວເລກ ສະຖິຕິໃໝ່.

ໃນໄລຍະຜ່ານມາ, ຣັດເຊຍ ໄດ້ປະກາດໃຊ້ ມາດຕະການ ຈຳກັດ ການສົ່ງອອກ ນ້ຳມັນ ແອັດຊັງ ແລະ ນ້ຳມັນກາຊວນ ຢູ່ເລື້ອຍໆ ເພື່ອແນໃສ່ ຄວບຄຸມ ລາຄາ ນ້ຳມັນ ພາຍໃນ ປະເທດ ທີ່ ປັບຕົວສູງຂຶ້ນ ແລະ ການຮັບມືກັບ ບັນຫາຂາດແຄນ ເຊື້ອໄຟ ເນື່ອງຈາກ ການທີ່ໂດຣນ ຂອງ ອູແກຣນ ໂຈມຕີໂຮງກັ່ນ ນ້ຳມັນ ຫລາຍແຫ່ງ. ເມື່ອທ້າຍເດືອນສິງຫາ ຜ່ານມາ, ຣັດເຊຍ ໄດ້ຂະຫຍາຍ ອາຍຸມາດຕະການ ຫ້າມສົ່ງອອກນ້ຳມັນ ກາຊວນ ໄປຈົນຮອດ ທ້າຍເດືອນກັນຍາ ໂດຍຍັງຄົງສືບຕໍ່ ອະນຸຍາດ ໃຫ້ມີການ ຈັດສົ່ງ ໄປຍັງ ບັນດາ ປະເທດຕ່າງໆ ເຊັ່ນ: ກຸ່ມອະດີດ ສາທາລະນະລັດ ໂຊຫວຽດ ແລະ ມົງໂກລີ ພາຍໃຕ້ ຂໍ້ຕົກລົງ ລະຫວ່າງ ລັດຖະບານ./

KPL

ຂ່າວອື່ນໆ

ads
ads

Top