ໄທ ອະນຸມັດເງິນກູ້ຢືມ 12 ຕື້ກວ່າໂດລາສະຫະລັດ ຮັບມືກັບວິກິດພະລັງງານ

06/05/2026 16:27
Email Print 692
ຂປລ ຄະນະລັດຖະບານໄທ ໄດ້ອະນຸມັດດຳລັດສຸກເສີນ ກ່ຽວກັບ ການມອບສິດໃຫ້ກະຊວງການເງິນ ສະເໜີຂໍກູ້ຢືມເງິນບໍ່ເກີນ 400 ຕື້ບາດ ຫລື ປະມານ 12 ຕື້ກວ່າໂດລາສະຫະລັດ, ເພື່ອຮັບມືກັບ ວິກິດພະລັງງານ ທີ່ເກີດຈາກການປະທະກັນ ຢູ່ຕາເວັນອອກກາງ ແລະ ເພື່ອຊຸກຍູ້ການຫັນປ່ຽນ ດ້ານພະລັງງານຂອງປະເທດ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 5 ພຶດສະພານີ້, ທ່ານ ອະນຸທິນ ຊານວີຣະກຸນ, ນາຍົກ ລັດຖະມົນຕີໄທ ໄດ້ກ່າວວ່າ: ຄະນະລັດຖະບານໄທ ໄດ້ອະນຸມັດດຳລັດສຸກ ເສີນກ່ຽວກັບ ການມອບສິດໃຫ້ກະຊວງການເງິນ ສະເໜີຂໍກູ້ຢືມເງິນບໍ່ເກີນ 400 ຕື້ບາດ ຫລື ປະມານ 12 ຕື້ກວ່າໂດລາສະຫະລັດ, ເພື່ອຮັບມືກັບ ວິກິດພະລັງງານ ທີ່ເກີດຈາກ ການປະທະ ກັນ ຢູ່ຕາເວັນອອກກາງ ແລະ ເພື່ອຊຸກຍູ້ການຫັນປ່ຽນ ດ້ານພະລັງງານຂອງປະເທດ. ທ່ານ ອະນຸທິນ ຊານວີຣະກຸນ ໄດ້ກ່າວຕໍ່ສື່ມວນຊົນ ພາຍຫລັງ ກອງປະຊຸມ ຄະນະລັດຖະບານວ່າ: ການປະທະກັນຢູ່ພາກພື້ນຕາເວັນອອກກາງ ສົ່ງຜົນກະທົບ ຢ່າງໜັກໜ່ວງ ຮຸນແຮງຕໍ່ລາຄາພະລັັງງານ ແລະ ການເຄື່ອນໄຫວທາງເສດຖະກິດຂອງໂລກ. ວິກິດຄັ້ງນີ້ ເລີ່ມຕົ້ນຈາກລາຄາພະລັງງານ, ແຜ່ຂະຫຍາຍໄປເຖິງ ລາຄາອາຫານ ແລະ ພວມເຮັດໃຫ້ຄ່າຄອງຊີບ ຂອງປະຊາຊົນໄທ ສູງຂຶ້ນກວ່າເກົ່າ ຢ່າງຮອບດ້ານ. ສະນັ້ນ, ລັດຖະບານໄທ ຈຳເປັນຕ້ອງດຳເນີນການໃນທັນທີດ້ວຍການປະກາດ ດຳລັດສຸກເສີນ ເພື່ອຮັບມືກັບ ສະພາບການທີ່ເກີດຂຶ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top