ນະຄອນຫລວງວຽງຈັນ

 ເນື້ອທີ: 3,920 ກິໂລຕາແມັດ
 ພົນລະເມືອງ: 906,859 ຄົນ  ຍີງ: 457,625 ຄົນ, ຊາຍ: 449,234 ຄົນ ຄວາມໜາແໜ້ນ: 209 ຄົນ/
ກິໂລຕາແມັດ  (ສະຖິຕິ ກາງປີ 2018)
 9 ເມືອງ: ເມືອງຈັນທະບູລີ, ສີໂຄດຕະບອງ, ໄຊເສດຖາ, ສີສັດຕະນາກ, ນາຊາຍທອງ, ໄຊທານີ, ຫາດຊາຍຟອງ, ສັງທອງ ແລະ ເມືອງປາກງື່ມ.


 ກຳ​ແພງ​ນະຄອນ​ວຽງ​ຈັນ ໄດ້​ປ່ຽນ​ມາ​ເປັນນະຄອນຫລວງ​ວຽງ​ຈັນ ເມື່ອປີ ຄສ. 2003. ມີເນື້ອທີ່ 3.920 ກມ2. ມີປະຊາກອນ 906,859 ຄົນ. ມີ 9 ຕົວເມືອງຄື: ເມືອງຈັນທະບູລີ, ສີໂຄດຕະບອງ, ໄຊເສດຖາ, ສີສັດຕະນາກ, ນາຊາຍທອງ, ໄຊທານີ, ຫາດຊາຍຟອງ, ສັງທອງ ແລະ ເມືອງປາກງື່ມ. ມີສະຖານທີ່ການສຶກສາ, ຊັ້ນປະຖົມສົມບູນ 8,902 ແຫ່ງ, ຊັ້ນມັດທະຍົມຕອນຕັ້ນ 844 ແຫ່ງ, ຊັ້ນມັດທະຍົມຕອນປາຍ 34 ແຫ່ງ, ຊັ້ນມັດທະຍົມສົມບູນ 452 ແຫ່ງ, ໂຮງຮຽນວິຊາສະເພາະຊັ້ນກາງ 39 ແຫ່ງ, ສະຖາບັນການສືກສາຊັ້ນສູງ 97 ແຫ່ງ ແລະ ມະຫາວິທະຍາໄລ 5 ແຫ່ງ ຂອງການສຶກສາທົ່ວປະເທດ. ວັດ 130  ແຫ່ງ. ຕະຫລາດໃຫຍ່ຫລາຍແຫ່ງ. ຂົວຂ້າມນ້ຳຂອງ 4 ແຫ່ງ. ຂົວຂ້າມນ້ຳງື່ມ 3 ແຫ່ງ. ແມ່ນ້ຳສາຍສຳຄັນໄດ້ແກ່: ແມ່ນ້ຳຂອງ, ນ້ຳງື່ມ, ນ້ຳຫຸມ, ນ້ຳສັກ, ຫ້ວຍໝາກນາວ, ຫ້ວຍໝາກຮຽວ. ໃນປະຫວັດສາດ ເມື່ອຫລາຍຮ້ອຍປີ ຫລື ພັນປີມາແລ້ວມີຊື່ວ່າ ເມືອງວຽງຄຳ (ປະຈຸບັນ ຊື່ວ່າບ້ານວຽງຄຳ ຢູ່ແຂວງວຽງຈັນ ແຄມນ້ຳງື່ມ). ເຈົ້າໄຊຍະເສດຖາທິລາດ ໄດ້ຍົກຍ້າຍນະຄອນຫລວງຈາກ ຊຽງທອງ (ຫລວງພະບາງ) ມາວຽງຈັນໃນປີ ຄສ. 1560 ແລະ ໄດ້ສ້າງຫໍໂຮງເຊັ່ນ: ຫໍພະແກ້ວ, ຫໍພະແຊກຄຳ, ພະທາດຫລວງ. ຫລໍ່ພະພຸດທະຮູບຂະໜາດໃຫຍ່ ດ້ວຍທອງສຳລິດ ເຊັ່ນ: ພະອົງຕື້, ພະສຸກ, ພະເສີມ, ພະໃສເປັນຕົ້ນ. ໃນສະໄໝນີ້ ໄດ້ມີການສ້າງສາ ແລະ ສ້ອມແປງວັດວາຕ່າງໆຫລາຍແຫ່ງ, ລວມທັງ ສ້າງກຳແພງເມືອງ ທີ່ກໍ່ດ້ວຍດິນ ຈີ່ ແລະ   ດິນໜຽວ.



ນະຄອນຫລວງວຽງຈັນ ເປັນໃຈກາງ ທາງດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳລາວ ຕັ້ງແຕ່ສະໄໝນັ້ນເປັນຕົ້ນມາ ແລະ ເລີ່ມຫລົ້ມຈົມ ເມື່ອປະເທດລາວ ແຕກແຍກກັນ ເປັນ ສາມອານາຈັກ, ຊຶ່ງຕໍ່ມາໄດ້ຕົກເປັນຫົວເມືອງຂຶ້ນຂອງສະຫຍາມ ພ້ອມກັນໃນປີ ຄສ. 1779. ຈາກນັ້ນ ນະຄອນວຽງຈັນທີ່ເຄີຍຮຸ່ງເຮືອງມາໄດ້ ຫລາຍສະຕະວັດ ກໍໄດ້ຖືກເຜົາຜານຈົນຮາບກ້ຽງ ໃນສະໄໝສົງຄາມ ລະຫວ່າງ ເຈົ້າອະນຸວົງ, ກະສັດອົງສຸດທ້າຍ ແຫ່ງລາຊະວົງວຽງຈັນ ກັບກອງທັບ ສະຫຍາມເມື່ອປີ ຄສ. 1826-1828. ບໍ່ພຽງແຕ່ວັດວາ ຫໍໂຮງອັນວິຈິດງົດງາມຖືກມ້າງເພທຳລາຍ ເທົ່ານັ້ນ, ປະຊາຊົນລາວ ຍັງຖືກກວາດຕ້ອນ ໄປຍັງສະຫຍາມ ແລະ ໄດ້ກາຍເປັນພົນລະ ເມືອງໄທ ໃນເວລາຕໍ່ມາ.

ວຽງຈັນເປັນເມືອງຮ້າງ ເປົ່າແປນຢູ່ຫລາຍສິບປີ ຄືນັບແຕ່ປີ ຄສ.1829 ເຖິງທ້າຍສະຕະວັດ ທີ່ 19 (ຄສ. 1893) ເມື່ອຝຣັ່ງເຂົ້າມາຍຶດເອົາ ເປັນຫົວເມືອງຂຶ້ນ. ນັບແຕ່ ນັ້ນມາ, ນະຄອນວຽງຈັນ ຈິ່ງຄ່ອຍໆ ຟື້ນຊີບຄືນ, ໄດ້ມີການສ້າງສາ ບູລະນະວັດວາອາຣາມ ທີ່ເຫລືອເຊັ່ນ: ໃນປີ ຄສ.1928 ໄດ້ສ້ອມແປງ ຫໍພະແກ້ວ ແລະ ພະທາດຫລວງ.

ປະຈຸບັນວຽງຈັນ ເປັນນະຄອນຫລວງ ຂອງ ສປປ ລາວ, ທັງເປັນຫົວໜ່ວຍສຳຄັນຂອງ ການປົກຄອງທີ່ເອີ້ນວ່າ: ນະຄອນຫລວງວຽງຈັນ. ມີພົນລະເມືອງໜາແໜ້ນ ກວ່າໝູ່ຄື 209 ຄົນ/ກມ2 (ຄວາມໜາແໜ້ນ ຕ່ຳສຸດແມ່ນ ແຂວງອັດຕະປື ແລະ ແຂວງເຊກອງ ຄື: 10,5 ຄົນ/ກມ2). ນະຄອນຫລວງວຽງຈັນ ຕັ້ງຢູ່ລະຫວ່າງພື້ນທີຮາບພຽງຂອງລ່ອງແມ່ນ້ຳຂອງ ແລະ ນ້ຳງື່ມ: ມີທົ່ງຮາບວຽງຈັນ ທີ່ເໝາະສົມແກ່ການ ປູກຝັງ-ລ້ຽງສັດ, ຊຶ່ງອ້ອມດ້ວຍພູເຂົາຄວາຍ ຕໍ່ໃສ່ສາຍພູງູ.

ພະທາດຫລວງ: ໄດ້ສ້າງຕັ້ງຂື້ນ ໃນລະຫວ່າງປີ ພສ.  1556 ໂດຍ​ເຈົ້າ​ໄຊ​ຍະ​ເສດ​ຖາ​ທິຣາຊ ກະສັດ​ຜູ້​ສະຖາປະນາ​ວຽງ​ຈັນ​ເປັນ​ນະຄອນຫຼວງ​ຂອງ​ອານາຈັກ​ລາວ​ລ້ານ​ຊ້າງ. ມາ​ຮອດ​ປີ​ຄສ 1957, ລັດຖະບານ​ລາວ​ພາຍ​ໃຕ້​ພະ​ບໍລົມ​ມະ​ຊູ​ປະຖຳຂອງ​​ ເຈົ້າ​ສີສະ​ຫວ່າງ​ວົງ ກໍ່​ໄດ້​ນຳພາ​ປະຊາຊົນ​ປັ້ນ ພະ​ບໍລົມ​ມະ​ຮູບຂອງ​ ເຈົ້າ​ໄຊ​ຍະ​ເສດ​ຖາ​ທິຣາຊ ປະດິດສະຖານ​ໄວ້​ຢູ່ໜ້າ​ທາງ​ເຂົ້າ​ພະທາດ​ດ້ານ​ຕາ​ເວັນ​ຕົກ ​ເພື່ອ​ເປັນ​ອະນຸສາວະລີ​ທີ່​ພະ​ອົງ​ໄດ້​ສ້າ​ງພະທາດ​ຫຼວງ​ຂື້ນມາ​ເປັນ​ທີ່​ສັກກະ​ລະ​ບູຊາ​ຈົນ​ຮອດ​ປະຈຸ​ບັນ. ພຣະທາດຫຼວງ​ສູງ 45 ແມັດ ມີ​ໃບ​ສິມ​ມາ​ອອ້ມ 228 ໃບ, ມີບໍລິວານ (ທາດ​ນ້ອຍ) ອອ້ມຮອບ 30ອົງ ​ເອີ້ນວ່າ​ປະລະມິ​ສານ​ສິບ​ທັດ, ຕີນພຣະ​ທາດ​​ແຕ່​ດ້ານ​ຕາ​ເວັນ​ອອກ​ຫາ​ດ້ານ​ຕາ​ເວັນ​ຕົກ​ຍາວ 69 ແມັດ, ​ແຕ່​ດ້ານ​ເໜືອ​ຫາ​​ໃຕ້​ຍາວ 68 ແມັດ ​ແລະ​ມີ​ກົມ​ມະ​ລຽນ​ດ້ານ​ນອກ​ອອ້ມພຣະທາດຫຼວງ​ແຕ່​ລະ​ດ້ານ​ຍາວ 91,75 ແມັດ. ພະທາດຫລວງເປັນສັນຍາລັກຂອງປະເທດລາວ, 

ຫໍພະແກ້ວ: ພິພິທະ​ພັນ​ຫໍພະ​ແກ້ວ​ໄດ້​ສ້າງ​ຕັ້ງ​ຂື້ນ ​ໃນ​ລະຫວ່າງ ປີ ພສ​.1560-1565 ​ເພື່ອ​ເປັນ​ບ່ອນ​ປະ​ດິດສະຖານ​ພະ​ແກ້ວມໍຣະ​ກົດ ​ໃນ​ການ​ເຕົ້າ​ໂຮມ​ພະ​ພຸດທະ​ຮູບ​ທີ່ສັກສິດ ​ແລະ ສໍ​າຄັນ, ​ເຊີ່ງ​ດ້ານ​ນອກ​ຫໍພະ​ແກ້ວ ​ແມ່ນ​ອ້ອມ​ຮອບ​ໄປ ​ດ້ວຍພະພຸດທະ​ຮູບ​ຫລໍ່​ຈາກ​ທອງ​​ແດງ​ໃນ​ປາງ​ຕ່າງໆ​ ທີ່​ແຕກ​ຕ່າງ​ກັນ ​ແລະ ມີ​ຄວາມ​ສະຫງ່າ​ງາມ​ໂດດເດັ່ນ ​ເຊີ່ງ​ສະ​ແດງ​ອອກ​ເຖີງສີ​ລະ​ປະ ​ທີ່​ງົດ​ງາມ ​ແລະ ​ໂດດ​ເດັ່ນ​ຂອງ​ຄົນ​ລາວ​ໃນ​ແຕ່​ລະ​ຍຸກ​ສະ​ໄໝ.

ວັດສີສະເກດ: ວັດ​ສີສະ​ເກດ​ໄດ້​ຖືກ​ສ້າງ​ຂຶ້ນ​ໃນ​ປີ ຄສ 1818​ ​ໂດຍ​ການ​ນຳພາ​ຂອງ​ເຈົ້າອານຸວົງ, ກະ​ສັດ​ອົງ​ສຸດ​ທ້າຍ​ຂອງຣາຊະ​ວົງວຽງຈັນ ​ແລະ ມີ​ຄວາມ​ພິ​ເສດ​ທີ່​ສຸດ​ ​ເນື່ອງ​ຈາກ​ວ່າ​ເປັນ​ວັດ​ທີ່ບັນຈຸ​ຫໍ​ໄຕ​ປີດົກ, ກຸດຕິ​ຂອງ​ເຈົ້າ​ເພັດຊະຣາຊ ​ແລະ ຢູ່​ຕາມ​ຝາ​ດ້ານ​ໃນ​ຂອງ​ສິມ​ກໍ່​ມີ​ຮູ​ບ​ແຕ້ມ​ລວດລາຍງົດ​ງາມ. ບໍລິ​ເວນ​ວັດ​ມີ​ກົມ​ມະລຽນອ້ອມ​ສີ່​ດ້ານ, ​ແຕ່​ລະ​ດ້ານ​ມີ​ພຣະພຸດທະ​ຮູບ​ນ້ອຍ​ທີ່​ເຮັດ​ດ້ວຍ​ປະທາຍ​ເພັດ ລວມມີ 120 ອົງ. ສ່ວນ​ຢູ່​ຂ້າງ​ອຸ​ໂບສົດ​ມີ​ພຣະພຸດທະ​ຮູບ​ປະທານ​ອົງ​ໃຫຍ່​ອັນ​ສັກສິດ, ຢູ່​ຂ້າງ​ກ້ຳຊ້າຍ ​ແລະ ຂວາ​ຂອງ​ພຣະປະທານ ກໍ​ມີ​ພຣະພຸດທະ​ຮູບ​ທອງ​ຫລໍ່ ປາງ​ຫ້າມ​ຍາດ 2 ອົງ ​ເຊິ່ງ​ເຈົ້າອານຸວົງ​ໄດ້​ສ້າງ​ໄວ້​ເທົ່າ​ກັບ​ເລົ່າ​ຄີງ​ຂອງ​ເພິ່ນ​ເອງ. ນອກ​ນັ້ນຢູ່​ຕາມ​ຊ່ອງ​ຝາ​ດ້ານ​ໃນ​ສິມ​ກໍ​ຍັງ​ມີ​ພຣະພຸດທະ​ຮູບອົງ​ນ້ອຍໆ ລວມທັງໝົດ 2052 ອົງ ​ເຊິ່ງ​ໃນ​ນັ້ນ​ເຮັດ​ດ້ວຍ​ເງິນ​ບຸ 276 ອົງ.

ອານຸສາວະລີ: ອານຸສາວະລີ ຫລື ປະຕູໄຊ ໄດ້ສ້າງຂື້ນ ພສ. 1957 -1962 ຕັ້ງຢູ່ຖະໜົນລ້ານ.














ພະທາດຫລວງວຽງຈັນ

ຫໍພະແກ້ວ

ວັດສີສະເກດ


 ປະຕູໄຊ


 
..




  
ຜົ້ງສາລີ     |     ຫລວງນໍ້າທາ    |    ບໍແກ້ວ     |    ອຸດົມໄຊ     |    ຫລວງພະບາງ     |    ໄຊຍະບູລີ     |    ຊຽງຂວາງ     |    ຫົວພັນ     |    ໄຊສົມບຸນ        ວຽງຈັນ    
    ນະຄອນຫລວງວຽງຈັນ     |   ບໍລິຄໍາໄຊ     |    ຄໍາມ່ວນ    |   ສະຫວັນນະເຂດ     |    ສາລະວັນ     |   ເຊກອງ     |   ຈໍາປາສັກ   |    ອັດຕະປຶ    


Top