ແຂວງບໍລິຄໍາໄຊ


 ເນື້ອທີ: 14.863 ກິໂລຕາແມັດ
 ພົນລະເມືອງ: 303,794 ຄົນ, ຍີງ: 151,724 ຄົນ, ຊາຍ: 152,070 ຄົນ ແລະ ຄວາມໜາແໜ້ນ 18 ຄົນ/ກິໂລຕາແມັດ
 (ສະຖິຕິກາງປີ 2018)

 07 ເມືອງ: ປາກ​ຊັນ, ຄຳ​ເກີດ, ທ່າ​ພະ​ບາດ, ປາກ​ກະດິງ, ບໍລິ​ຄັນ, ວຽງ​ທອງ ​ ແລະ ໄຊ​ຈຳ​ພອນ





ແຂວງ​ບໍລິ​ຄຳ​ໄຊ

ແຂວງ​ບໍລິ​ຄຳ​ໄຊ ຕັ້ງ​ປູ່​ທາງ​ພາກ​ກາງຂອງ​ປະ​ເທດ ​ ທິດ​ເໜືອຕິດ​ກັບ​ແຂວງ​ວຽງຈັນ-ຊຽງຂວາງ ທິດ​ໃຕ້​ຕິດ​ກັບ​ແຂວງ​ຄຳ​ມ່ວນ ທິດຕາ​ເວັນ​ອອກ​ຕິດ​ກັບ ​ແຂວງ​ເຫ​ງະ​ ອານ-ຮາ​ຕີງ (ສສ ຫວຽດນາມ) ທິດຕາ​ເວັນ​ຕົກ​ຕິດ​ກັບ​ແຂວງ​ບືງການ (ຮາຊະ​ອານາຈັກ​ໄທ) ທິດຕາ​ເວັນ​ຕົກສຽງ​ເໜືອຕິດ​ກັບ​ ນະຄອນຫຼວງວຽງຈັນ, ຫ່າງ​ຈາກ​ນະຄອນ ຫຼວງ​ວຽງ​ຈັນ​ໄປ​ທາງ​ທິດໄຕ້ 150 ກິ​ໂລ​ແມັດ

ພູມ​ສັນຖານ ແຂວງ​ ມີ​ເນື້ອ​ທີ່​ທັງໝົດ 14,863 ກິໂລຕາແມັດ ເປັນ​ເຂດ​ທົ່ງພຽງ​ລຽບ​ຕາມ​ແຄມ​ແມ່ນ້ຳ​ຂອງ ທາງ​ທິດຕາ​ເວັນ​ອອກ​ ມີ​ສາຍພູ​ຫຼວງ ​ເຊື່​ງ​ເປັນ​ເຂດ​ແດນ ລະ​ຫວ່າງ ສປປລາວ ແລະ​ ສສ ຫວຽດນາມ, ແຂວງ​ ບໍລິ​ຄຳ​ໄຊ​ມີ ພົນລະ​ເມືອງ 303,794 ຄົນ, ມີ 36 ກຸ່ມບ້ານ, 322 ບ້ານ ມີ 43.103 ຄອບຄົວ, ລວມມີ 24 ຊົນ​ເຜົ່າ ຄວາມ​ໜາ​ແໜ້ນ​ສະ​ເລ່ຍ ປະມານ 15 ຄົນ​ຕໍ່​ກິ​ໂລ​ຕາແມັດ .

ແຂວງ​ບໍລິ​ຄຳ​ໄຊ​ໄດ້​ຖືກ​ສ້າງຕັ້ງຂື້ນ​ໃນ​ວັນ​ທີ 6 ມີນາ 1984 ແຂວງບໍລິ​ຄຳ​ໄຊ ​ແມ່ນ​ມີ​ຄວາມ​ໝາຍມາ​ຈາກ ​ຄຳ​ວ່າ “ ບໍລິ” ມາ​ຈາກ​ຄຳ​ວ່າ​ເມືອງ​ບໍລິ​ຄັນ ​ເຊື່​ງ​ເປັນ​ເມືອງ​ດັງ​ເດີມ ​ໃນ​ລະບອບ​ຣາຊະ​ອາ ນາຈັກ​ລາວ, “ ຄຳ ” ມາ​ຈາກ​ຊື່​ເມື​ອຄຳ​ເກີດ ​ເຊື່​ງ​ເປັນ​ເມືອງ​ປະຫວັດສາດ​ທ່ີ​ຍາວ​ນານ​ຕັ້ງ​ ແຕ່​ສະ​ໄຫມ ​ເຈົ້າຟ້າ​ງຸ້ມ ​ແລະ ຄຳ​ວ່າ “ ​ໄຊ ” ​ແມ່ນ​ມາ​ຈາກ​ ໄຊຊະນະ​ຂອງ​ການ​ປະຕິວັດ ຈື່ງ​ມາ​ລວມ​ເຂົ້າກັນ​ເປັນ​ເມືອງ ບໍ​ລີ​ຄຳ​ໄຊ.

ແຫຼ່ງທ່ອງ​ທ່ຽວ ສຳຄັນ​ລວມມີ 15 ​ແຫ່ງຄື: ວັດ​ພະ​ບາດ ວັດ​ໂພນ​ສັນ ບ້າ​ນນາ ຕາດ​ເລິກ ຕາດ​ຊາຍ ຖ້ຳຜາ​ເມືອງ ຕາດ​ນ້ຳປາ ວັດ​ດານ​ສູງ ຖ້ຳ​ແກນ ຕາດ​ຊ້າງ ຕາດ​ວັງ​ຟອງ ຜາ​ຊ້າງ​ນາ​ພົງ ຜາ​ນາງ​ຮ້ອງ ​ແລະ ຖ້ຳມັງກອນ ບໍ່​ນ້ຳອຸ່ນ

ຕາດ​ວັງ​ຟອງ ເປັນຕາ​ດທ່ີ​ກັ້ນ​ເຂດ​ລະຫວ່າງ ນ້ຳ​ກະດິງ ​ແລະ ນ້ຳ​ເທີນ ​ເຊື່​ງ​ແມ່​ນ້ຳ​ສາຍ​ນີ້​ເປັນ​ແມ່​ນ້ຳ​ສາຍ​ດ່ຽວ​ກັນ ​ແຕ່​ປະ​ຊາ​ຊົນ​ເອີ້ນ​ກັນ​ວ່າ: ຕອນ​ຕົ້ນ​ເອີ້ນ​ວ່າ ນ້ຳ​ເທີນ 1, ຕອນ​ກາງ ເອີ້ນ​ວ່າ ນ້ຳ​ເທີນ2 ​ແລະ ຕອນ3 ເອີ້ນ​ວ່າ ນ້ຳ​ກະດິງ ຫ່າງ​ຈາກ​ຕົວ​ເມືອງ​ປາກ​ຊັນ ປະມານ 60 ກິ​ໂລ​ແມັດ. ​ແລ້ວ​ຂື້ນ​ເຣືອ​ໄປ ປະມານຫນື່ງຊົ່ວ​ໂມງ​ຕາມ​ເສັ້ນທາງ​ຕາມ​ນ້ຳ ກະດິງ ທ່ານ​ຈະ​ໄດ້​ສັມພັດ​ກັບ​ທຳ​ມະ​ຊາດ​ຢູ່ຂອງ​ຝັງ​ຂອງ​​ແມ່​ນ້ຳກະດິງ

ວັດ​ພະ​ບາດ ວັດ​ພະ​ບາດ​ຕັ້ງ​ຢູ່​ເມືອງ​ທ່າ​ພະຍາດ ​ເປັນ​ວັດ​ທີ​ປະຊາຊົນ​ແຂວງ​ບໍລິ​ຄຳ​ໄຊ ​ແລະ ຊາວ​ນະຄອນຫລວງ​ວຽງ​ຈັນ​ເຄົາລົບ​ບູຊາ ​ແລະ ​ເປັນ​ທີ​ຮູ້ຈັກ​ກັນ​ດີ ​ໃນ​ບໍລິ​ເວັນ​ດັ່ງກ່າວ​ ມີ​ຮອຍ​ພະ​ບາດ ຄົ້ນ​ພົບ ​ໃນ​ເດືອນ 4 ພສ 2476 ​ເປັນ​ຮອຍ​ພະ​ບາດຂ້າງ​ຂວາ ທີ​ແກະ​ສະ​ລັກ​ຮູບ​ກົງ​ຈັນ ​ແລະ ຮູບ​ສັດ 108 ຊະນິດ ​ແລະ ມີພະທາດ​ທີ​ຈົບງາມ, ພໍ​ເຖີງ​ ເດືອນ 3 ​ເພັງ​ຂອງ​ແຕ່ລະ​ປີ​ຈະ​ມີ​ການຈັດ​ງານ​ບູນປະ​ເພນີ​ທາງ​ສາດ​ສະນາ​ຂື້ນ​ເພື່ອ​ໃຫ້​ປະຊາຊົນ​ທີຢູ່​ໄກ້ ​ແລະ ​ໄກ​ມາ​ ສ້າງ​ບູນຮ່ວມ​ກັນ.

ຄຳຂ້ວນຂອງ​ແຂວງ​ບໍລິ​ຄຳ​ໄຊ ​ເຊີນ​ທ່ຽວບໍລິ​ຄຳ​ໄຊ ດິນ​ແດນ​ແສນ​ສະຫງ່າ ມີ​ຄຸນຄ່າ​​ໃນ​ການທ່ຽວຊົມ ອຸດົ​ມດີ​ທາງ​ທຳ​ມະ​ຊາດ ມີ​ຕາດ​ເລີກ ຕາດ​ຊາຍ ມີຫຼາກຫຼາຍພືດ​ພັນ ​ໃນ​ປ່າ​ງາມ​ສະຫງ່າ​ຕົວ​ເມືອງ​ຄຳ​ເກີດ ສີ່​ງ​ປະ​ເສີດ​ພະ​ບາດ​ໂພນ​ສັນ ບໍລິ​ຄັນ​ມີ​ຜາສາດ​ຂອງ​ນາງ​ຜົມຫອມ​ສຽງຊ່າ​ລື​ດັງ​ກ້ອງ​ເພງ​ກຸຫຼາບປາກ​ຊັນ




 


 


 


 


 



  
ຜົ້ງສາລີ     |     ຫລວງນໍ້າທາ    |    ບໍແກ້ວ     |    ອຸດົມໄຊ     |    ຫລວງພະບາງ     |    ໄຊຍະບູລີ     |    ຊຽງຂວາງ     |    ຫົວພັນ     |    ໄຊສົມບຸນ     |    ວຽງຈັນ    
    ນະຄອນຫລວງວຽງຈັນ     |   ບໍລິຄໍາໄຊ     |    ຄໍາມ່ວນ    |   ສະຫວັນນະເຂດ     |    ສາລະວັນ     |   ເຊກອງ     |   ຈໍາປາສັກ   |    ອັດຕະປຶ    




Top