ແຂວງ​ອຸດົມ​ໄຊ

 ເນື້ອທີ:15.370  ກິໂລຕາແມັດ
 ພົນລະເມືອງ: 334,702 ຄົນ, ຍິງ: 167,030
ຄົນ, ຊາຍ: 167,672 ຄົນ ແລະ ຄວາມໜາແໜ້ນ 20 ຄົນ/ກິໂລຕາແມັດ
 (ສະຖິຕິ ກາງປີ 2018)
 07 ເມືອງ: ເມືອງໄຊ, ເມືອງຫລາ, ເມືອງໝໍ້, ເມືອງງາ, ເມືອງແບ່ງ, ເມືອງຮຸນ ແລະ ເມືອງປາກແບ່ງ





ແຂວງ​ອຸດົມ​ໄຊ

ແຂວງ​ອຸດົມ​ໄຊ ​ເປັນ​ແຂວງໃຈກາງທາງພາກເໜືອ ຂອງ ສປປ ລາວ, ເປັນແຂວງ​ຕັ້ງ​ໃໝ່ ໃນ​ສະ​ໄໝ​ສົງຄາມ. ມີເນື້ອທີ່ 15.370 ກມ2, ມີປະຊາກອນ 334,702 ຄົນ, ຍິງ: 167,030 ຄົນ, ຊາຍ: 167,672 ຄົນ, ຄວາມໜາແໜ້ນຂອງປະຊາກອນ ແມ່ນ 22 ຄົນ/ກມ2 (ສະຖິຕິປີ 2018). ແຂວງອຸດົມໄຊ ແບ່ງອອກເປັນ 7 ເມືອງຄື: ເມືອງໄຊ, ເມືອງຫລາ, ເມືອງໝໍ້, ເມືອງງາ, ເມືອງແບ່ງ, ເມືອງຮຸນ ແລະ ເມືອງປາກແບ່ງ. ມີ 587 ບ້ານ. ທີ່ວ່າການແຂວງຄື ເມືອງໄຊ. ແຂວງ ອຸດົມໄຊ ປະກອບດ້ວຍ ຫລາຍຊົນເຜົ່າຄື: ເຜົ່າລາວ, ລື້, ໄທດຳ, ໄທແດງ, ຍວນ, ກໍ່, ຮາຕິງ, ປິດ, ແລນ ແຕນ, ມົ້ງລາຍ, ມົ້ງຂາວ, ກຶມມຸຮອກ, ກຶມມຸອູ. ມີປະຊາຊົນບາງເຜົ່າ ຍັງປາກເວົ້າ ແລະ ນຸ່ງຖືຕາມປະເພນີ ຂອງ ເຜົ່າຕົນ. ບຸນປະເພນີທີ່ສຳຄັນໄດ້ແກ່ ບຸນປີໃໝ່, ບຸນກິນຈຽງ, ບຸນຂຶ້ນເຮືອນ​ໃໝ່ ແລະ ການເຢົາຢາ ພາຍໃນຄອບຄົວ. ຍ້ອນພື້ນທີ່ສ່ວນໃຫຍ່ ເປັນພູຜາ, ພູມອາກາດທົ່ວໄປ ຈິ່ງເຢັນ ແລະ ຊຸມຊື່ນ. ປະຊາຊົນ ທຳການຜະລິດດ້ວຍການ ເຮັດນາ ແລະ ເຮັດໄຮ່ຕາມເປີ້ນພູ. ສຳລັບ ຜູ້ທີ່ຈະເດີນທາງໄປແຂວງອຸດົມໄຊ ສາມາດໄປໄດ້ດ້ວຍທາງລົດ, ທາງນ້ຳ ແລະ ທາງຍົນ.





 


 


 


 


 


  
ຜົ້ງສາລີ     |     ຫລວງນໍ້າທາ    |    ບໍແກ້ວ     |    ອຸດົມໄຊ     |    ຫລວງພະບາງ     |    ໄຊຍະບູລີ     |    ຊຽງຂວາງ     |    ຫົວພັນ     |    ໄຊສົມບຸນ     |    ວຽງຈັນ    
    ນະຄອນຫລວງວຽງຈັນ     |   ບໍລິຄໍາໄຊ     |    ຄໍາມ່ວນ    |   ສະຫວັນນະເຂດ     |    ສາລະວັນ     |   ເຊກອງ     |   ຈໍາປາສັກ   |    ອັດຕະປຶ    




Top