ແຂວງເຊກອງ

 ເນື້ອທີ: 7.665 ກິໂລຕາແມັດ  
 ພົນລະເມືອງ:
124,570 ຄົນ, ຍີງ: 61,627 ຄົນ, ຊາຍ: 62,943 ຄົນ ແລະ ຄວາມໜາແໜ້ນ 15 ຄົນ/ກິໂລຕາແມັດ

 (ສະຖິຕິ ກາງປີ 2018)
 
 04 ເມືອງ: ເມືອງລະມານ, ເມືອງທ່າແຕງ, ເມືອງກາລືມ ແລະ ເມືອງດາກຈຶງ.









ແຂວງເຊກອງ

ແຂວງເຊກອງ ເປັນແຂວງນ້ອຍສຸດທີ່ນອນຢູ່ໃນ 4 ແຂວງພາກໃຕ້ຂອງ ສປປ ລາວ. ທົ່ວແຂວງ ມີເນື້ອທີ່ທັງໝົດ 7.665 ກິໂລຕາແມັດ ຊຶ່ງເປັນແຂວງທີ່ມີພື້ນທີ່ອັນດັບທີ 15 ຂອງປະເທດ, ໃນນັ້ນເນື້ອທີ່ ເຂດພູດອຍ ກວມເອົາ 65%, ເໝາະແກ່ການປູກຕົ້ນໄມ້ອຸດສາຫະກຳ ແລະ ລ້ຽງສັດ; ເຂດພູພຽງ 30% (ເປັນສ່ວນ ໜຶ່ງຂອງພູພຽງບໍລິເວນ) ເໝາະແກ່ການ ປູກກາເຟ, ພືດຜັກ, ຕົ້ນໄມ້ໃຫ້ໝາກ,​ ຢາງພາລາ ແລະ ອື່ນໆ......ແລະ ມີເນື້ອທີ່ເຂດທົ່ງພຽງ ກວມ 5% ເໝາະແກ່ການປູກເຂົ້າ ຊຶ່ງປະກອບດ້ວຍ 4 ເມືອງ ຄື: ເມືອງລະມານ, ເມືອງທ່າແຕງ, ເມືອງກາລືມ ແລະ ເມືອງດາກຈຶງ.

ແຂວງເຊກອງ ມີ 10 ຊົນເຜົ່າ ຄື ຊົນເຜົ່າຕຣຽງ, ຊົນເຜົ່າຮາຣັກ, ຊົນເຜົ່າກະຕູ, ຊົນເຜົ່າກຣຽງ (ແງະ), ຊົນເຜົ່າຢຣຸ (ລະເວນ), ຊົນເຜົ່າຊ່ວຍ, ຊົນເຜົ່າຕະໂອ້ຍ, ຊົນເຜົ່າລະວີ, ຊົນເຜົ່າແຢະ ແລະ ຊົນເຜົ່າລາວ.

ແຂວງເຊກອງ ມີ 229 ບ້ານ, ມີພົນລະເມືອງ124,570 ຄົນ. ປະຊາກອນ 90% ແມ່ນຕັ້ງຖິ່ນຖານ ແລະ ດຳລົງຊີວິດຢູ່ເຂດຊົນນະບົດ. ແຂວງເຊກອງ ມີ 2 ເມືອງຄື: ເມືອງດາກຈຶງ ແລ ເມືອງກະລືມ ຖືກຈັດຢູ່ໃນ 47 ເມືອງທຸກຍາກຂອງ ສປປ ລາວ. ແຂວງເຊກອງ ຍັງມີບ້ານທຸກຍາກ 151 ບ້ານ, ກວມເອົາ 65,54% ຂອງຈຳນວນ ບ້ານທັງໝົດ ແລະ ມີ 5.626 ຄົວເຮືອນ ຍັງທຸກຍາກ, ກວມເອົາ 34,08% ຂອງຄົວເຮືອນທັງໝົດ ທຽບໃສ່ມື້ສ້າງຕັ້ງແຂວງເຊກອງໃນວັນທີ 14/4/1984 ອັດຕາຄົວເຮືອນ ທຸກຍາກ ແມ່ນຫຼຸດລົງ 55,92%.

ທີ່ຕັ້ງຂອງແຂວງເຊກອງ ຕິດກັບ 3 ແຂວງຂອງລາວ ແລະ 3 ແຂວງຂອງ ສສ ຫວຽດນາມຄື: ທິດເໜືອຕິດກັບ ແຂວງສາລະວັນ, ທິດໃຕ້ຕິດກັບ ແຂວງອັດຕະປື, ທິດຕາເວັນຕົກຕິດກັບ ແຂວງຈຳປາສັກ ແລະ ທິດຕາເວັນອອກຕິດກັບ (ແຂວງກອນຕຸມ, ແຂວງກວາງນາມ ແລະ ແຂວງເທື່ອທ່ຽນເຫວ້) ສສ ຫວຽດນາມ.

ແຂວງເຊກອງ ມີຊັບພະກອນທຳມະຊາດທີ່ອຸດົມສົມບູນ: ມີເນື້ອທີ່ປ່າໄມ້ ປົກຫຸ້ມ 4.665 ກິໂລຕາແມັດ, ກວມເອົາ 65% ຂອງພື້ນ ທີ່ທົ່ວແຂວງ ປະກອບດ້ວຍ ໄມ້ທີ່ມີຄ່າ ເຊັ່ນ ໄມ້ແປກ, ໄມ້ດູ່, ໄມ້ແດງ, ໄມ້ແຄນ, ໄມ້ຈຳປາປ່າ, ໄມ້ປະດົງ, ໄມ້ເກດສະໜາ, ໄມ້ຈິກ, ໄມ້ຮັງ ແລະ ໄມ້ອື່ນໆ.

ມີແມ່ນ້ຳຫຼາຍສາຍເຊັ່ນ: ເຊກອງ, ເຊໂດນ, ເຊຂະໝານ, ເຊນ້ຳນ້ອຍ, ຫ້ວຍລຳພັນ ແລະ ຫ້ວຍອື່ນໆ ຊຶ່ງມີເງື່ອນໄຂ ໃນການສ້າງເຂື່ອນ ໄຟຟ້ານ້ຳຕົກ ຂະໜາດນ້ອຍ, ຂະໜາດກາງ ແລະ ຂະໜາດໃຫຍ່.









 




 




 




 




 





  
ຜົ້ງສາລີ     |     ຫລວງນໍ້າທາ    |    ບໍແກ້ວ     |    ອຸດົມໄຊ     |    ຫລວງພະບາງ     |    ໄຊຍະບູລີ     |    ຊຽງຂວາງ     |    ຫົວພັນ     |    ໄຊສົມບຸນ     |    ວຽງຈັນ    
    ນະຄອນຫລວງວຽງຈັນ     |   ບໍລິຄໍາໄຊ     |    ຄໍາມ່ວນ    |   ສະຫວັນນະເຂດ     |    ສາລະວັນ     |   ເຊກອງ     |   ຈໍາປາສັກ   |    ອັດຕະປຶ    






Top