ແຂວງໄຊ​ຍະ​ບູລີ

 ເນື້ອທີ: 16.389 ກິໂລຕາແມັດ
 ພົນລະເມືອງ: 411,893 ຄົນ, ຍິງ: 202,288 ຄົນ, ຊາຍ: 209,805 ຄົນ ແລະ ຄວາມໜາແໜ້ນ 26 ຄົນ/ກິໂລຕາແມັດ
 (ສະຖິຕິ ກາງປີ 2018)
 
 11 ເມືອງ: ໄຊຍະບູລີ, ຄອບ, ຊຽງຮ່ອນ, ເງິນ,ຫົງສາ, ພຽງ, ປາກລາຍ, ແກ່ນທ້າວ, ບໍ່ແຕນ, ທົ່ງມີໄຊ ແລະ ໄຊສະຖານ.





ແຂວງ​ໄຊຍະບູລີ

​ແຂວງໄຊ​ຍະ​ບູລີ ຕັ້ງຢູ່​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ ສປປ ລາວ. ທິດຕາ​ເວັນ​ອອກຕິດ​ກັບແຂວງອຸດົມໄຊ, ແຂວງຫຼວງພະບາງ ແລະ ແຂວງວຽງຈັນ; ທິດເໜືອຕິດກັບ ແຂວງບໍ່ແກ້ວ; ທິດຕາເວັນຕົກ ແລະ ທິດໃຕ້ຕິດກັບ 6 ແຂວງ ຣາຊະອານາຈັກໄທ.ຄື: ຊຽງຣາຍ, ພະເຍົາ, ອຸດຕະຣາດິດ, ພິດສະນຸໂລກ, ນ່ານ ແລະ ເລີຍ. ແຂວງໄຊຍະບູລີ ມີເນື້ອທີ່ 16.389 ກິໂລຕາແມັດ, ມີປະຊາກອນ 411,893 ຄົນ, ມີ 448 ບ້ານ, 67.080 ຄອບຄົວ. ຄວາມໜາແໜ້ນຂອງ ປະຊາກອນ ສະເລ່ຍ 26 ຄົນ ຕໍ່ 1 ກິໂລຕາແມັດ. ແຂວງໄຊຍະບູລີ ແບ່ງອອກເປັນ 11 ເມືອງ ຄື: ເມືອງໄຊຍະບູລີ, ເມືອງຄອບ, ເມືອງຊຽງຮ່ອນ, ເມືອງເງິນ, ເມືອງຫົງສາ, ເມືອງພຽງ, ເມືອງປາກລາຍ, ເມືອງແກ່ນທ້າວ, ເມືອງບໍ່ແຕນ, ເມືອງ ທົ່ງມີໄຊ ແລະ ເມືອງໄຊສະຖານ. ທີ່ວ່າການແຂວງ ຄື ເມືອງໄຊຍະບູລີ. ແຂວງໄຊຍະບູລີ ປະກອບ​ດ້ວຍ 8 ຊົນ​ເຜົ່າ ຄື:​ ເຜົ່າລາວ, ເຜົ່າລື້, ເຜົ່າຍວນ, ເຜົ່າໄທດຳ, ເຜົ່າກຶມມຸ, ເຜົ່າໄປຼ, ເຜົ່າອິວມຽນ ແລະ ເຜົ່າມົ້ງ. ປະຊາກອນບາງເຜົ່າ ຍັງປາກເວົ້າ ແລະ ນຸ່ງຖືຕາມ ປະເພນີຂອງເຜົ່າຕົນ. ພື້ນຖານເສດຖະກິດຂອງແຂວງ ໄຊຍະບູລີ ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ. ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 8,5%, ສະເລ່ຍລາຍຮັບໃສ່ ຫົວຄົນໄດ້ 1.057 ໂດລາ ຕໍ່ຄົນຕໍ່ປີ (ປີ 2010) ບຸນປະເພນີທີ່ສຳຄັນໄດ້ແກ່ບຸນປີໃໝ່, ບຸນຊວງເຮືອ (ຈັດຂຶ້ນພ້ອມກັບບຸນຊ່ວງເຮືອ ນະຄອນຫຼວງວຽງຈັນ), ເທດສະການບຸນຊ້າງ (ຈັດຂຶ້ນໃນລະຫວ່າງກາງເດືອນ ກຸມພາ), ບຸນປປີໃໝ່ຂອງ ເຜົ່າມົ້ງ, ບຸນປົດປີ (ບຸນປີໃໝ່) ຂອງເຜົ່າກຶມມຸ, ບຸນຂຶ້ນເຮືອນໃໝ່. ແຂວງ ໄຊຍະບູລີ ເປັນແຂວງທີ່ມີພູດອຍຫຼາຍຊຶ່ງເນື້ອທີ່ຫຼາຍກວ່າ 3/4 ເປັນພູສູງ, ແຕ່ແຂວງຍັງອຸດົມສົມບູນ ໄປດ້ວຍຊັບພະຍາກອນທຳມະຊາດ ເຊັ່ນ: ປ່າ​ໄມ້ກວມ 50%. ອາຊີບຕົ້ນຕໍຂອງ​ ປະຊາຊົນແມ່ນ​ການ​ປູກ​ຝັງ, ລ້ຽງສັດ ​ແລະ ບໍລິການ​ຄ້າ​ຂາຍ​ຈຳນວນ​ໜຶ່ງ. ສຳລັບ​ຜູ້​ທີ່​ຈະ​ເດີນທາງ​ໄປ​ແຂວງ​ໄຊ​ບະ​ບູລີ ສາມາດ​ໄປ​ດ້ວຍ​ທາງ​ລົດ, ທາງນ້ຳ ແລະ ຍົນ. (ຂໍ້​ມູນ​ຈາກ ນາງ ວຽງ​ໄຊ ຈັນ​ຟອງ, ສະຖານີ​ວິທະຍຸ ​ແລະ ​ໂທລະພາບ​ ​ແຂວງ​ໄຊ​ຍະ​ບູລີ). ​ໂທ 22411895, ຫ້ອງການ: (074) 211180.





 


 


 


 


 


  
ຜົ້ງສາລີ     |     ຫລວງນໍ້າທາ    |    ບໍແກ້ວ     |    ອຸດົມໄຊ     |    ຫລວງພະບາງ     |    ໄຊຍະບູລີ     |    ຊຽງຂວາງ     |    ຫົວພັນ     |    ໄຊສົມບຸນ     |    ວຽງຈັນ    
    ນະຄອນຫລວງວຽງຈັນ     |   ບໍລິຄໍາໄຊ     |    ຄໍາມ່ວນ    |   ສະຫວັນນະເຂດ     |    ສາລະວັນ     |   ເຊກອງ     |   ຈໍາປາສັກ   |    ອັດຕະປຶ    




Top