ແຂວງຜົ້ງສາລີ


 ເນື້ອທີ: 16,270 ກີໂລຕາແມັດ
 ພົນລະເມືອງ: 189,777 ຄົນ, ຍີງ: 93,667 ຄົນ, ຊາຍ: 96,110 ຄົນ, ຄວາມໜາແໜ້ນ 11 ຄົນ/
ກິໂລຕາແມັດ (ສະຖິຕິ ກາງປີ 2018)
 07 ເມືອງ:
ເມືອງຜົ້ງສາລີ, ເມືອງໃໝ່, ເມືອງຂວາ, ເມືອງສຳພັນ, ເມືອງບຸນເໜືອ, ເມືອງຍອດອູ ແລະ ເມືອງບຸນໃຕ້.


 ຄໍາຂັວນຂອງແຂວງຜົ້ງສາລີ: ຜົ້ງສາລີ ປຽບຄືດັ່ງສະຫວັນສັ່ງ ວິມານດ່ານແດນພູດອຍ ເປັນດິນແດນວິລະຊົນ ຮັກຄອນພົງພັນເຊື້ອງາມເຫລືອຫລາຍພູຟ້າ  ທະເລຫລວງໝອກໃຫຍ່ ເຊີນຊົມປ່າພູຟ້າ ດື່ມເຫລົ້າຂຽວເອ່ວສະຖານທີ່ ເບີ່ງຮີດຄອງ ປະເພນີ ເອກະລັກຫລາຍເຜົ່າເຊື້ອ ເປັນຂອງ ຕ້ອນທ່ານຜູ້ຊົມ!

ແຂວງຜົ້ງສາລີ ເປັນແຂວງພູດ​ອຍ, ຕັ້ງຢູ່ເໜືອສຸດຂອງ ສປປ ລາວ ມີເນື້ອທີ່ 16.270 ກມ2, ປະຊາກອນ 189,777 ຄົນ, ຍິງ93,667 ຄົນ, ຊາຍ: 96,110 ຄົນ, (ສະຖິຕິກາງປີ 2018), ແບ່ງອອກເປັນ 7 ຕົວເມືອງຄື: ເມືອງຜົ້ງສາລີ, ເມືອງໃໝ່, ເມືອງຂວາ, ເມືອງສຳພັນ, ເມືອງບຸນເໜືອ, ເມືອງຍອດອູ ແລະ ເມືອງບຸນໃຕ້. ມີ 607 ບ້ານ. ມີ​ຊາຍ​ແດນ​ຕິດ​ຈອດ​ກັບ​ສອງ​ປະ​ເທດ​ເພື່ອນ​ບ້ານ​ ​ແລະ ສອງ​ແຂວງ​ຄື: ທິດຕາ​ເວັນ​ອອກ​ຕິກ​ກັບ ສສ.ຫວຽດນາມ ມີ​ຄວາມຍາວ 320 ກມ, ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ​ ຕິດ​ກັບ ສປ ຈີນ, ມີ​ຄວາມ​ຍາວ 330 ກມ. ທິດຕາ​ເວັນ​ຕົກ​ສ່ຽງ​ໃຕ້ຕິດ​ກັບ​ແຂວງອຸດົມ​ໄຊ ມີ​ຄວາມ​ຍາວ 90 ກມ ​ແລະ ທິດ​ໃຕ້​ຕິດ​ກັບ​ແຂວງຫລວງ​ພະ​ບາງ ມີ​ຄວາມ ​ຍາວ 99 ກມ. ທີ່ວ່າ ການແຂວງຄື ເມືອງຜົ້ງສາລີ. ຄວາມໜາແໜ້ນ ຂອງປະຊາກອນ ແມ່ນ 10 ຄົນ/ກມ2.


ແຂວງ​ຜົ້ງສາລີ
ປະກອບດ້ວຍຫລາຍເຜົ່າເຊັ່ນ: ລາວ, ລື້, ຫໍ້, ກໍ່, ຢ້າວ, ກຳພູຊາງ, ພູນ້ອຍ, ມົ້ງ ລາຍ, ກຶມມຸ, ກໍ​ມູຈີ, ກໍ​ມູຊາງ, ຮາ​ຍີ... ແມ່ນ້ຳ ສາຍສຳຄັນໄດ້ແກ່: ນ້ຳອູ, ນ້ຳນີ່ວ ແລະ ນ້ຳພາກ. ສ່ວນການປຸກບ້ານເຮືອນຂອງປະຊາຊົນແຕ່ລະເຜົ່າ ແມ່ນແຕກຕ່າງກັນເຊັ່ນ: ເຜົ່າລື້ຢູ່ເຮືອນມີເສົາ ເຮັດດ້ວຍໄມ້ສັກ ແລະ ໄມ້ເນື້ອແຂງ. ເຜົ່າມົ້ງຢ້າວສ້າງເຮືອນຕິດດິນ ເຮັດດ້ວຍໄມ້ໄຜ່ ແລະ ໄມ້ເນື້ອແຂງ. ປະຊາຊົນສ່ວນໜຶ່ງ ແມ່ນຕ່ຳຫູກເພື່ອຜະລິດເຄື່ອງນຸ່ງຫົ່ມເອົາເອງ. ແຕ່ຍັງມີບາງ ຊົນເຜົ່າດຳລົງຊີວິດຢູ່ເຂດຫ່າງໄກສອກຫລີກ, ດຳລົງຊີວິດແບບຮີດຄອງເດີມ ແລະ ປາກເວົ້າພາສາປະຈຳເຜົ່າ. ບຸນປະເພນີ ທີ່ສຳຄັນປະຈຳປີແມ່ນ ບຸນປີໃໝ່, ບຸນສະຫລອງການປູກເຂົ້າ, ບຸນກູ້ເຜືອກກູ້ມັນ. ສ່ວນການຂັບລຳປະຈຳທ້ອງຖິ່ນໄດ້ແກ່: ຂັບລື້, ຂັບ ພູຊາງ, ຂັບມົ້ງ ແລະ ຂັບເຕີມ. ​ ແຂວງ​ຜົ້ງ​ສາລີ ເປັນ​ແຂວງ​ທີ່​ມີ​ຄວາມ​ອຸດົມສົມບູນ ໄປດ້ວຍຊັບພະຍາກອນທຳມະຊາດ, ມີປ່າໄມ້ປົກຫຸ້ມກວມ 41%, ດິນຟ້າອາກາດຊຸ່ມເຢັນ ຕະຫລອດປີ ເໝາະສົມ ແກ່ການຂະຫຍາຍກະສິກຳ ເຊັ່ນ: ຊາ, ກາເຟ, ຝ້າຍ, ຢາ ສູບ, ຖົ່ວດິນ, ຖົ່ວເຫລືອງ, ຖົ່ວຂຽວ. ນອກນີ້ ປະຊາຊົນຍັງຊອກຫາ ເກັບເຄື່ອງປ່າຂອງດົງ ເຊັ່ນ: ໝາກແໜ່ງ, ຍານ ແລະ ຂີ້ຊີ. ແຂວງຜົ້ງສາລີ ມີເສັ້ນທາງຄົມມະນາຄົມຂົນສົ່ງ ທາງບົກ ແລະ ທາງນ້ຳ ຊຶ່ງສາມາດໄປມາຫາສູ່ກັນ ໄດ້ຕະຫລອດປີ. ມີດ່ານເຂົ້າ-ອອກ ລະດັບທ້ອງຖິ່ນ 4 ດ່ານ, ດ່ານສາກົນ 1 ດ່ານ (ດ່ານສົບຮຸນ-ໄຕຈ່າງ).

ພູຟ້າ: ແມ່ນມິ່ງຂັວນຂອງຊາວເມືອງເທດສະບານແຂວງຜົ້ງສາລີ ເປັນພູທີ່ສວຍສົດງົດງາມ, ຕັ້ງຢູ່ຕາເວັນອອກສຽງເໜືອ ຂອງຕົວເມືອງຜົ້ງສາລີ; ພູຟ້າມີຄວາມສູງ 1,625 ແມັດ ທຽບຈາກໜ້ານ້ຳທະເລ, ມີຂັ້ນໄດຂຶ້ນ 863 ຂັ້ນ ແລະ ມີເນື້ອທີ່ທັງໜົດ 200 ເຮັກຕາ.

ຜົ້ງສາລີເປັນແຜນດິນສີຂຽວສົດໃສງາມຕາ ຖິ່ນກຳເນີດຂອງຊາຂຽວ, ຊາ 400 ປີ ແລະ ເຫລົ້າຂຽວທີ່ລືຊື່. ຊາຂຽວ 400 ປີ ແມ່ນເກີດຂຶ້ນຢູ່ບ້ານກໍແມນ. ບ້ານກໍແມນ ເປັນບ້ານໜຶ່ງ ທີ່ຂຶ້ນກັບເມືອງຜົ້ງສາລີ, ເປັນບ້ານ ທີ່ມີປະຫັວດການປຸກຊາລ້ຽງຊີບ ມາແຕ່ດຶກ ດຳບັນ, ເຊິ່ງເມື່ອກ່ອນ ບ້ານມີຊື່ວ່າ "ບ້ານລຸງຈິງ" ຕາມການເລົ່າ ຂອງຄົນເຖົ່າອາວຸໂສຂອງບ້ານ ໃຫ້ຮູ້ວ່າ ບ້ານກໍແມນ ນັບແຕ່ມື້ສ້າງ ຕັ້ງມາຮອດປັດຈຸບັນໄດ້ 7 ຊົ່ວຄົນແລ້ວ ພ້ອມທັງສະເລ່ຍໃສ່ ກົກຊາທີ່ປູກພ້ອມກັບການສ້າງຕັ້ງບ້ານ ແມ່ນມີອາຍຸປະມານ 400 ກ່ວາປີແລ້ວ. ນອກນີ້ຍັງມີສວນຊາບ້ານຫລັກ 4 ເປັນສວນຊາທີ່ມີຄວາມສວຍງາມ ແລະ ມີເນື້ອທີ່ທັງໝົດ 22 ເຮັກຕາ.













ເທສະບານເມືອງຜົ້ງສາລີ

ພູຟ້າ

ທິວ​ທັດ​ທຳ​ມະ​ຊາດທະ​ເລ​ໝອກ​​ຜົ້ງ​ສາລີ

 
 


ຜົ້ງສາລີ     |     ຫລວງນໍ້າທາ    |    ບໍແກ້ວ     |    ອຸດົມໄຊ     |    ຫລວງພະບາງ     |    ໄຊຍະບູລີ     |    ຊຽງຂວາງ     |    ຫົວພັນ     |    ໄຊສົມບຸນ     |    ວຽງຈັນ    
    ນະຄອນຫລວງວຽງຈັນ     |   ບໍລິຄໍາໄຊ     |    ຄໍາມ່ວນ    |   ສະຫວັນນະເຂດ     |    ສາລະວັນ     |   ເຊກອງ     |   ຈໍາປາສັກ   |    ອັດຕະປຶ    




Top