ແຂວງສາລະວັນ
ແຂວງສາລະວັນ ເປັນໜຶ່ງໃນສີ່ແຂວງພາກໃຕ້ ຂອງ ສປປ ລາວ, ມີເນື້ອທີ່ 10.691 ກມ2. ມີ 14 ເຜົ່າເຊັ່ນ: ເຜົ່າລາວລຸ່ມ, ກະຕາງ, ສ່ວຍ, ປະໂກະ, ຢົວ, ຕະໂອ້ຍ, ຜູ້ໄທ, ກຣຽງ. ອິນ, ຕົ້ງ, ກະໂດ, ຕະຕູ, ກາໃນ ແລະ ອາລັກ. ແຂວງສາລະວັນ ແບ່ງອອກເປັນ 653 ບ້ານ, ມີ 8 ເມືອງຄື: ເມືອງສາລະວັນ, ເມືອງຕາໂອ້ຍ, ເມືອງຕຸ້ມລານ, ເມືອງນະຄອນເພັງ, ເມືອງວາປີ, ເມືອງຄົງເຊໂດນ, ເມືອງເລົ່າງາມ ແລະ ເມືອງສະມ້ວຍ. ເມືອງ ສາລະວັນ ເປັນທີ່ວ່າການແຂວງ. ທິດຕາເວັນອອກຂອງແຂວງ ຕິດກັບແຂວງ ເຊກອງ ແລະ ສສ.ຫວຽດນາມ. ທິດເໜືອ ຕິດກັບ ແຂວງສະຫວັນນະເຂດ. ທິດໃຕ້ ຕິດກັບແຂວງຈຳປາສັກ ແລະ ທິດຕາເວັນຕົກ ຕິດກັບແມ່ນ້ຳຂອງ ຊາຍແດນ ລະຫວ່າງ ສາລະວັນ ກັບ ຈັງຫວັດອຸບົນຣາຊະທານີ ຂອງໄທ. ກ່ອນໜ້ານີ້ ສາມສິບກວ່າປີ, ແຂວງສາລະວັນ ເປັນແຂວງໜຶ່ງທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງຈາກ ສົງຄາມ. ຍ້ອນວ່າແຂວງມີພູພຽງບໍລະເວນ ຊຶ່ງເປັນພູເຂົາໄຟເກົ່າ ທີ່ຢູ່ສູງກວ່າລະດັບນ້ຳທະເລເຖິງ 1.000 ແມັດ, ຈຶ່ງເໝາະແກ່ການປູກພືດ ເຊັ່ນ: ກາເຟ, ໝາກແໜ່ງ, ທຸລຽນ, ນອກນີ້ ຍັງເໝາະແກ່ການລ້ຽງສັດ. ບໍ່ພຽງແຕ່ເທົ່ານັ້ນ ແຂວງສາລະວັນ ຍັງມີແມ່ນ້ຳລຳເຊ ທີ່ສາມາດສ້າງ ເຂື່ອນຜະລິດກະແສໄຟຟ້າໄດ້ເຊັ່ນ: ເຊເສັດ, ເຊໂປນ, ເຊໂດນ, ເຊລະນອງ. ແຂວງສາລະວັນ ຍັງມີແຮ່ທາດເຊັ່ນ: ຖ່ານຫີນ, ບໍ່ດິນໜຽວ, ທາດອາຍ ແກ໋ດ, ນ້ຳມັນ, ພູຫີນບູນ ແລະ ອື່ນໆ. ນອກນີ້ ແຂວງຍັງມີແຫລ່ງທ່ອງທ່ຽວ ທີ່ສວຍງາມ ອີກຫລາຍບ່ອນໃຫ້ນັກທ່ອງທ່ຽວ ໄດ້ມາທ່ຽວຊົມ.
|
|
---|