ແຂວງ​ຄຳ​ມ່ວນ


 ເນື້ອທີ: 16.315 ກິໂລຕາແມັດ
 ພົນລະເມືອງ: 420,950 ຄົນ, ຍີງ: 210,152 ຄົນ, ຊາຍ: 210,798 ຄົນ ແລະ ຄວາມໜາແໜ້ນ 24 ຄົນ/ກິໂລຕາແມັດ
 (ສະຖິຕິ ກາງປີ 2018)
 
 10 ເມືອງ: ເມືອງທ່າ​ແຂກ, ມະຫາໄຊ, ໜອງ​ບົກ, ຫີນບູນ, ຍົມ​ມະ​ລາດ , ບົວລະພາ, ນາ​ກາຍ, ເຊບັ້ງ​ໄຟ, ໄຊ​ບົວທອງ ແລະ ເມືອງຄູນ​ຄຳ.



 ​ແຂວງ​ຄຳ​ມ່ວນ ຕັ້ງຢູ່​ເຂດ​ພາກ​ກາງຂອງ​ປະ​ເທດ​, ທິດເໜືອຕິດກັບແຂວງບໍລິຄຳໄຊ ແລະ ທິດໃຕ້ຕິດກັບແຂວງສະຫວັນນະເຂດ, ທິດຕາເວັນອອກຕິດກັບ ສສ ຫວຽດນາມ ແລະ ຕິດຕາເວັນຕົກຕິດກັບ ແຂວງນະຄອນພະນົມ   ແຫ່ງຣາຊະອານາຈັກໄທ.

 ພູມ​ສັນຖານ ແຂວງ​ຄຳ​ມ່ວນ ມີ​ເນື້ອ​ທີ່​ທັງໝົດ 16.315 ກິໂລຕາແມັດ ​​ເປັນ​ເຂດ​ທົ່ງພຽງ​ລຽບ ​ຕາມ​ແຄມແມ່ນ້ຳ​ຂອງ ທາງ​ທິດຕາ​ເວັນ​ອອກ​ມີ​ສາຍພູ​ຫຼວງ​ເຊື່​ງ​ເປັນ​ ເຂດ​ແດນ ​ລະ​ຫວ່າງ ສປປ ລາວ ​ແລະ​ ສສ ຫວຽດນາມ, ​ແຂວງ​ຄຳ​ມ່ວນ​ມີ ພົນລະ​ເມືອງ 329.100 ກວ່າຄົນ ຄວາມ​ໜາ​ແໜ້ນ​ສະ​ເລ່ຍ ປະມານ 24 ຄົນ​ຕໍ່​ກິ​ໂລ​ຕາແມັດ.





ແຂວງ​ຄຳ​ມ່ວນ

ແຂວງ​ຄຳ​ມ່ວນ ຫ່າງ​ຈາກ​ນະຄອນຫລວງ​ວຽງ​ຈັນ 350 ກິ​ໂລ​ແມັດ ​ແລະ ​ຍັງ​ເປັນ​ແຂວງ​ ທີ່​ເປັນ ​ທີ່​ຕັ້ງຂອງ​ ພູ​ພຽງ​ນາ​ກາຍ ເປັນ​ພູ​ພຽງ​ທີ່​ໃຫ່ຍ ​ແລະ ອຸດົມສົມບູນ​ໄປ​ ດ້ວຍ​ທຳມະ​ຊາດ ແບ່ງ​ອອກ​ເປັນ 2 ​ເຂດນິ​ເວດ ​ວິທະຍາ ​ຄື: ​ເຂດ​ພູດ​ອຍ ​ແລະ ​ເຂດ​ທົ່ງພຽງ, ​ເຂດ​ພູດ​ອຍກວມ 53.7% ຂອງ​ເນື້ອ​ທີ່​ທັງ​ໝົດ. ​ເຂດ​ນີ້​ເປັນ​ ເຂດ​ ພື້ນຖານ​ປະຕິວັດ, ການ​ຄົມມະນາຄົມ​ຍັງ​ມີ​ຄວາມ​ຫຍຸ້ງຍາກ​ໂດຍ​ສະ​ເພາະ​ແມ່ນ​ລະດູຝົນ. ​ເຂດ​ທົ່ງພຽງກວມ 46.3% ​ເຂດ​ນີ້​ເໝາະ​ແກ່ການປູກຝັງ​ລ້ຽງສັດ, ພື້ນຖານ​ໂຄງ​ລ່າງ​ໄດ້​ຮັບ ​ການ​ພັດ ທະນາ. ​ແຂວງ​ຄຳ​ມ່ວນ ​ໄດ້​ ກຳນົດ​ເອົາ 3 ທ່າ​ແຮງ​ຕົ້ນຕໍ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຄື: ທ່າ​ແຮງ​ດ້ານ​ກະສິກຳ-ປ່າ​ໄມ້, ທ່າ​ແຮງ​ ດ້ານ​ພະລັງງານ​ບໍ່​ແຮ່ ແລະ ທ່າ​ແຮງ​ທາງ​ດ້ານ​ການ​ບໍລິການ, ​ເຊີ່ງ​ທັງ 3 ທ່າ​ແຮງ​ແມ່ນ​ອີງ​ໃສ່​ເງື່ອນໄຂ​ທາງດ້ານ​ ທີ່​ຕັ້ງພູມ​ສັນຖານ ​ແລະ ຄວາມ​ອຸດົມສົມບູນ​ທາງ​ດ້ານ​ທຳ​ມະ​ຊາດ. ມີ 588 ບ້ານ, 64.109 ຫຼັງຄາ​ເຮືອນ, ມີ 69.703 ຄອບຄົວ, ພົນລະ​ເມືອງ 420,950 ຄົນ, ບ້ານ​ທຸກ​ຍາກ 76 ບ້ານ, ຄອບຄົວ​ທຸກ​ຍາກ 4.667 ຄອບຄົວ, 74 ກຸ່ມ​ບ້ານ, ມີ 2 ຈຸດ​ສຸມ ພັດທະນາ​ຂອງ​ແຂວງ​ຄື: ຈຸດ​ສຸມຫຼັງຄັງ-ວັງ​ມະ​ເນີ ​ແລະ ຈຸດ​ສຸມ ໜອງມ້າຽນ້ຳຈະຫຼາ ​ເມືອງ ບົວລະພາ

ສະຖານ​ທີ​ທ່ອງ​ທ່ຽວ​​: ວັດ​ສີ​ໂຄດ​ຕະບູນ, ທ່າ​ຝຮັງ, ນ້ຳພຸ, ກຳ​ແພງ​ຫີນ​ຍັກ, ຖ້ຳ​ພະ, ແລະ ຖ້ຳ​ນາງ​ແອ່ນ

ພະທາດສີໂຄດຕະບອງ: ຕັ້ງຢູ່ລຽບຕາມແຄມແມ່ນ້ຳຂອງຫ່າງຈາກຕົວເມືອງທ່າແຂກ ໄປທາງທິດໄຕ້ຕາມເສັ້ນທາງໄປເມືອງໜອງບົກ ປະມານ 6 ກິໂລແມັດ ພະທາດສີໂຄດຕະບອງ. ຖ້ຳພະ ຫລື ຖ້ຳຜາຊ້າງ : ຕັ້ງຢູ່ໃນເຂດເມືອງ: ມະຫາໄຊ ບໍລິເວັນ ບ້ານນາຊາງ ຫ່າງຈາກເມືອງທ່າແຂກ ປະມານ 17 ກິໂລແມັດ ຖ້ຳພະ ຫລື ຖ້ຳຜາຊ້າງ ເປັນຖ້ຳ ທີ່ຕັ້ງຢູ່ເທີງໜ້າຜາຂອງໜ່ວຍພູ ແລະ ສາມາດຍ່າງຂື້ນໄປຫາຖ້ຳໄດ້ ເຊື່ງພາຍໃນຖ້ຳ ມີຂະໜານນ້ອຍ ເປັນທີ່ປະດິດສະຖານພະພຸດທະຮູບຫຼາຍຮ້ອຍອົງ ທ່ີເປັນຄຳ, ເງີນ ແລະ ໄມ້ ປົນເປກັນຢູ່, ແຕ່ເປັນພະພຸດທະຮູບ ໃນສະໄຫມສົງຄາມໂລກ. ຖ້ຳນາງແອ່ນ: ຖ້ຳນາງແອ່ນ ເປັນຖ້ຳຂະໜານໃຫ່ຍ ຫ່າງຈາກເມືອງທ່າແຂກ ໄປທາງທິດປະມານ 18 ກິໂລແມັດ ທາງດ້ານໃນອາກາດເຢັນທີ່ມີລົມພັດຈາກດ້ານໃນອອກມາດ້ານນອກ ດ້ານໃນຂອງຖ້ຳມີລັກສະນະຫີນງອກ ຫີນຫຍ້ອຍ, ເປັນຫຍັງຈື່ງເອີ້ນວ່າ ຖ້ຳນາງແອ່ນ ຍ້ອນຊາວບ້ານເລົ່າຕໍ່ກັນມາວ່າຖ້ຳແຫ່ງນີ້ເຄີຍ ເປັນທີ່ຢູ່ອາໃສ ຂອງນົກນາງ ແອ່ນມາກ່ອນ. ກຳແພງຫີນໃຫ່ຍ: ກຳແພງຫີນໃຫ່ຍ ແຫ່ງນິ້ຕັ້ງຢູ່ຫາງຈາກເມືອງທ່າແຂກ ໄປທາງທິດເໜືອ ຫລື ແຂວງບໍລິຄຳໄຊ ປະມານ 7 ກິໂລແມັດ. ເປັນກຳແພງຫີນ ທີ່ວາງຊ້ອນກັນ ຂື້ນຫຼາຍຯກ້ອນ ຍາວຍຽດຫຼາຍຮ້ອຍແມັດ ຢູ່ໃນປ່າຂ້າງທາງ ທີ່ເຊື່ອກັນວ່າສ້າງມາຫຼາຍພັນປີແລ້ວ. ຖ້ຳກອງລໍ: ເປັນຖ້ຳນ້ຳລອດ ທີ່ຍາວປະມານ 7 ກິໂລແມັດ ຫ່າງຈາກຕົວເມືອງທ່ານແຂກ ປະມານ 200 ກິໂລແມັດ, ຕັ້ງຢູ່ແຂວງຄຳມວນ ໃນເຂດປ່າສະຫງວນ ແຫ່ງຊາດ ພູຫີນບູນ ເຊື່ງນ້ຳທີລອດ ແມ່ນແມ່ນ້ຳຫີນບູນ, ໃນຖ້ຳມີຫີນງອກຫີນຫຍ້ອຍຂະໜາດໃຫ່ຍ ເຊີ່ງເປັນຍເສັ້ນທາງຄົມມະນາຄົມຫລັກຂອງ ໝູ່ບ້ານນາຕານ ທີ່ບໍ່ມີທາງເສັ້ນທາງອອກສູ່ພາຍນອກ ນອກຈາກເສັ້ນທາງນ້ຳໃຊ້ເຮືອຫາງ ມາອີກ ຝາກໜື່ງ.







 



 



 



 



 



  
ຜົ້ງສາລີ     |     ຫລວງນໍ້າທາ    |    ບໍແກ້ວ     |    ອຸດົມໄຊ     |    ຫລວງພະບາງ     |    ໄຊຍະບູລີ     |    ຊຽງຂວາງ     |    ຫົວພັນ     |    ໄຊສົມບຸນ     |    ວຽງຈັນ    
    ນະຄອນຫລວງວຽງຈັນ     |   ບໍລິຄໍາໄຊ     |    ຄໍາມ່ວນ    |   ສະຫວັນນະເຂດ     |    ສາລະວັນ     |   ເຊກອງ     |   ຈໍາປາສັກ   |    ອັດຕະປຶ    





Top