ຂປລ
ກອງປະຊຸມ ຄັ້ງທີ 25 ຂອງສະພາມົນຕີ ປະມຸກລັດ ປະເທດ ສະມາຊິກ ອົງການຮ່ວມມືຊຽງໄຮ ໄດ້ໄຂຂຶ້ນ ຢູ່ສູນປະຊຸມ ແລະ ວາງສະແດງ ເໝີຍຈ່ຽງ ກຳແພງນະຄອນ ທຽນສິນຈີນ.
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ ຫລື CMG, ວັນທີ 1 ກັນຍານີ້, ກອງປະຊຸມ ຄັ້ງທີ 25 ຂອງສະພາມົນຕີ ປະມຸກລັດ ປະເທດ ສະມາຊິກ ອົງການຮ່ວມມືຊຽງໄຮ ໄດ້ໄຂຂຶ້ນ ຢູ່ສູນປະຊຸມ ແລະ ວາງສະແດງ ເໝີຍຈ່ຽງ ກຳແພງນະຄອນ ທຽນສິນຈີນ. ໃນກອງປະຊຸມຄັ້ງນີ້ ໄດ້ເຫັນດີ ເປັນເອກະພາບກັນ ຮັບຮອງເອົາ ສປປ ລາວ ເປັນປະເທດ ຄູ່ເຈລະຈາຂອງອົງການຮ່ວມມືຊຽງໄຮ ແລະ ຕົກລົງໃຫ້ ກຽກກິດສະຖານ ເປັນປະເທດ ປະທານໝູນວຽນ ຂອງອົງການຮ່ວມມືຊຽງໄຮປີ 2025 – 2026./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL