ຂປລ
ຂປລ. ຕະຫລອດໄລຍະ 71 ປີພາຍໃຕ້ຮົ່ມທຸງຂອງພັກ. ພາຍຫລັງທີ່ພັກປະຊາຊົນ ປະຕິວັດລາວ ສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ບໍ່ພໍເທົ່າໃດວັນ, ຍ້ອນວ່າພັກເຫັນໄດ້ເຖິງຄວາມສໍາຄັນ ອົງການຈັດຕັ້ງຊາວໜຸ່ມກໍຄືກໍາລັງຊາວໜຸ່ມຢູ່ໃນທຸກຂົງເຂດວຽກງານ ເພິ່ນຈຶ່ງສ້າງຕັ້ງຄະນະຊາວໜຸ່ມຂຶ້ນ,
ຂປລ. ຕະຫລອດໄລຍະ 71 ປີພາຍໃຕ້ຮົ່ມທຸງຂອງພັກ. ພາຍຫລັງທີ່ພັກປະຊາຊົນ ປະຕິວັດລາວ ສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ບໍ່ພໍເທົ່າໃດວັນ, ຍ້ອນວ່າພັກເຫັນໄດ້ເຖິງຄວາມສໍາຄັນ ອົງການຈັດຕັ້ງຊາວໜຸ່ມກໍຄືກໍາລັງຊາວໜຸ່ມຢູ່ໃນທຸກຂົງເຂດວຽກງານ ເພິ່ນຈຶ່ງສ້າງຕັ້ງຄະນະຊາວໜຸ່ມຂຶ້ນ, ໃນເມື່ອກ່ອນເອີ້ນວ່າ ຊາວໜຸ່ມຕະລຸມບອນ ເຊິ່ງສ້າງຕັ້ງຂື້ນໃນວັນທີ 14 ເມສາ 1955 ຊາວໜຸ່ມຮຸ່ນກ່ອນໄດ້ມີຜົນງານການຕໍ່ສູ້ຢ່າງອົງອາດກ້າຫານ, ມີນ້ຳໃຈຮັກຊາດອັນດູດດື່ມ, ເສຍສະລະເລືອດເນື້ອ ເພື່ອປະເທດຊາດ, ຊາວໜຸ່ມລາວຍາມໃດ ກໍໄດ້ຕໍ່ສູ້ຄຽງບ່າຄຽງໄຫລ່ ໃກ້ຊິດຕິດແທດກັບພັກປະຊາຊົນ ປະຕິວັດລາວ ເພື່ອເປັນກຳລັງແກ່ນສານໃນການຕໍ່ສູ້ກູ້ຊາດ ຈົນໄດ້ຮັບໄຊຊະນະ ເປັນກ້າວໆມາ ແລະ ສາມາດສະຖາປານາ ສປປ ລາວ ໃນວັນທີ 2 ທັນວາ ປິ 1975, ຈາກນັ້ນມາອົງການຈັດຕັ້ງຊາວໜຸ່ມແຕ່ລະຂັ້ນໄດ້ມີຄວາມເຕີບໃຫຍ່ ເຂັ້ມແຂງ ເປັນກຳລັງແຮງສັງລວມໃຫ້ແກ່ທຸກຂະບວນການ, ຄະນະຊາວໜຸ່ມແມ່ນໄດ້ຜ່ານຂະບວນວິວັດແຫ່ງການຕໍ່ສູ້ຢ່າງອົງອາດກ້າຫານມີໄຊມາເຖິງປັດຈຸບັນ ດັ່ງ ປະທານ ໄກສອນ ພົມວິຫານ ໄດ້ໃຫ້ສາຍານາມຊາວໜຸ່ມ ວ່າ: “ ຊາວໜຸ່ມຈົ່ງເປັນດັ່ງນົກອິນຊີທີ່ບໍ່ຫວັ່ນກົ່ວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊແຫ່ງຍຸກສະໄໝ ຂອງພວກເຮົາ” ແລະ ໄດ້ປະຕິບັດຄໍາຂັວນຊາວໜຸ່ມ ທີ່ວ່າ: “ ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມຜ່ານຜ່າ ເມື່ອໃດຊາດຕ້ອງການຊາວໜຸ່ມຂານອາສາ”.
ພັກປະຊາຊົນ ປະຕິວັດລາວ ໄດ້ຂະໜານນາມຊາວໜຸ່ມວ່າ: ເປັນແຂນຂວາຂອງພັກ, ເປັນກະດູກສັນຫລັງຂອງປະເທດຊາດ, ເປັນຜູ້ສືບທອດທີ່ຈົງຮັກພັກດີຂອງປະເທດຊາດ, ມູນເຊື້ອ ແລະ ວິລະກໍາຂອງຊາດ ຊຶ່ງສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງພັກ, ຂອງປະເທດຊາດ ແລະ ເຮັດສໍາເລັດພາລະກໍາຂອງຕົນ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ກ້າວເດີນຕາມເສັ້ນທາງສັງຄົມນິຍົມ. ຕະຫລອດໄລຍະຜ່ານມາ ຊາວໜຸ່ມປະຊາຊົນ ປະຕິວັດລາວ ມີບົດບາດສໍາຄັນໃນທຸກພາລະກິດຂອງຊາດ ແລະ ມີບົດບາດໃນການຕັດສິນທຸກໄຊຊະນະ ຂອງການປະຕິວັດຊາດ ດ້ວຍມູນເຊື້ອນໍ້າໃຈຮັກເຊື້ອແພງຊາດອັນດູດດື່ມ ມີວັດທະນະທໍາອັນດີງາມ ແລະ ມີຄວາມເສຍສະລະອັນສູງສົ່ງໃນການປະກອບສ່ວນໃນພາລະກໍາປະຫວັດສາດ ແລະ ເຮັດສໍາເລັດໜ້າທີ່ຂອງການປະຕິວັດ ປະຊາທິປະໄຕ.
ໃນສະພາບປັດຈຸບັນທີ່ມີຄວາມຫຍຸ້ງຍາກ ທັງທາງດ້ານເສດຖະກິດ, ສັງຄົມ ຫລື ໄພທາງທຳມະຊາດຕ່າງໆ ໄດ້ກະທົບຕໍ່ການສ້າງສາພັດທະນາປະເທດຊາດ, ສະນັ້ນຊາວໜຸ່ມລາວ ຜູ້ທີ່ກຳລັງວັງຊາເຂັ້ມແຂງ, ມີສະຕິປັນຍາອັນແຫລມຄົມ ແລະ ເປັນກຳລັງແຮງຂອງພັກ, ຂອງຊາດ ຍິ່ງຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບຂອງຕົນເຂົ້າໃນທຸກຂົງເຂດວຽກງານທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດຢ່າງຕັ້ງໜ້າ ໃຫ້ສົມກັບວ່າ ຊາວໜຸ່ມເປັນຜູ້ສືບທອດທີ່ຈົງຮັກພັກດີຂອງປະເທດຊາດ. ແນວໃດກໍດີ, ເພື່ອເຮັດສຳເລັດໜ້າທີ່ອັນມີກຽດສະຫງ່ານັ້ນ ຄະນະບໍລິຫານງານຊາວໜຸ່ມທຸກຂັ້ນ, ສະມາຊິກຊາວໜຸ່ມທຸກສະຫາຍ ຕ້ອງເອົາໃຈໃສ່ສຸດຂີດໃນການປົກປັກຮັກສາໝາກຜົນຂອງການປະຕິວັດ, ສືບທອດມູນເຊື້ອອັນດີງາມຂອງຊາດ ແລະ ຂອງຊາວໜຸ່ມ; ຕັ້ງໜ້າສຶກສາອົບຮົມພະນັກງານຊາວໜຸ່ມ, ສະມາຊິກຊາວໜຸ່ມ ໃຫ້ມີຄຸນທາດການເມືອງໜັກແໜ້ນ,ນ້ຳໃຈຮັກຊາດອັນດູດດື່ມ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ມີຄວາມກະຕັນຍູກະຕະເວທີຕໍ່ຜູ້ມີຜົນງານຄວາມດີ, ມີຄວາມກະຕືລືລົ້ນໃນການສະແຫວງຫາຄວາມກ້າວໜ້າ ແລະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ເປັນເຈົ້າການໃນການເຕົ້າໂຮມຄວາມສາມັກຄີ, ປຸກລະດົມຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນລາວບັນດາເຜົ່າ; ພ້ອມນີ້ຄະນະພັກ, ອົງການປົກຄອງ, ອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນທຸກຂັ້ນ ຕ້ອງສືບຕໍ່ເພີ່ມທະວີໃນການສຶກສາອົບຮົມ, ບຳລຸງສ້າງ ແລະ ສ້າງເງື່ອນໄຂ ເອື້ອອຳນວຍໃນການເຄື່ອນໄຫວພັດທະນາ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງ ຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າ; ຄະນະຊາວໜຸ່ມປະຊາຊົນປະຕິວັດລາວແຕ່ລະຂັ້ນ ຕ້ອງເອົາໃຈໃສ່ປັບປຸງການຈັດຕັ້ງຂອງຕົນໃຫ້ມີຄວາມ ໜັກແໜ້ນເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ, ຂະຫຍາຍສະມາຊິກໃຫ້ກວ້າງຂວາງ; ຍົກສູງຄວາມຮູ້ຄວາມສາມາດ, ຫົວຄິດປະດິດສ້າງທາງດ້ານວິທະຍາ ສາດ-ເຕັກໂນໂລຊີ, ປົກປ້ອງສິດຜົນປະໂຫຍດອັນຊອບທຳ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຂອງຊາວໜຸ່ມ-ເຍົາວະຊົນ; ອອກແຮງແຂ່ງຂັນສ້າງຂະບວນການຂອງຊາວໜຸ່ມ-ເຍົາວະຊົນ ໃຫ້ມີຄວາມຟົດຟື້ນ, ຫ້າວຫັນ.
KPL