ຂປລ
ຂປລ. ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ: ນະຄອນຫລວງວຽງຈັນ ແມ່ນເມືອງເອກຂອງປະເທດລາວເຮົາ ທັງແມ່ນສູນກາງທາງດ້ານການເມືອງ, ເສດຖະກິດ-ສັງຄົມ ແລະ ເປັນສູນກາງການທ່ອງທ່ຽວທີ່ສຳຄັນຂອງພາກພື້ນ. ດັ່ງນັ້ນ, ທົ່ວສັງຄົມຕ້ອງໄດ້ເອົາໃຈໃສ່ຕໍ່ບັນຫາຂີ້ເຫຍື້ອຕື່ມ ຊຶ່ງປັດຈຸມີບາງບຸກຄົນຍັງຖືເບົາຕໍ່ບັນຫາການເກັບມ້ຽນຂີ້ເຫຍື້ອໃຫ້ເປັນລະບຽບຮຽບຮ້ອຍ ທັງຍັງຖິ້ມຂີ້ິເຫຍື້ອຊະຊາຍ.

ຂປລ. ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ: ນະຄອນຫລວງວຽງຈັນ ແມ່ນເມືອງເອກຂອງປະເທດລາວເຮົາ ທັງແມ່ນສູນກາງທາງດ້ານການເມືອງ, ເສດຖະກິດ-ສັງຄົມ ແລະ ເປັນສູນກາງການທ່ອງທ່ຽວທີ່ສຳຄັນຂອງພາກພື້ນ. ດັ່ງນັ້ນ, ທົ່ວສັງຄົມຕ້ອງໄດ້ເອົາໃຈໃສ່ຕໍ່ບັນຫາຂີ້ເຫຍື້ອຕື່ມ ຊຶ່ງປັດຈຸມີບາງບຸກຄົນຍັງຖືເບົາຕໍ່ບັນຫາການເກັບມ້ຽນຂີ້ເຫຍື້ອໃຫ້ເປັນລະບຽບຮຽບຮ້ອຍ ທັງຍັງຖິ້ມຂີ້ິເຫຍື້ອຊະຊາຍ. ດັ່ງຢູ່ເຂດບ້ານນາຖົງ ແລະ ບໍລິເວນໃກ້ກັບສະຖານີລົດໄຟວຽງຈັນໃຕ້ ໄດ້ມີການຖິ້ມຂີ້ເຫຍື້ອຊະຊາຍຕາມແຄມທາງ ອັນໄດ້ສົ່ງກິ່ນເໝັນ ທັງສົ່ງພາບພົດທີ່ບໍ່ຈົບງາມ ແລະ ກະທົບຕໍ່ຜູ້ປະກອບການຮ້ານຄ້າ, ປະຊາຊົນໃນເຂດນີ້.
ເມື່ອມໍ່ໆມານີ້, ທີມນັກຂ່າວສຳນັກຂ່າວສານປະເທດລາວ ໄດ້ມີໂອກາດໄປເຂດບ້ານນາຖົງ ທັງໄດ້ສົນທະນາກັບ ທ່ານ ບຸນຕາ ສີປະໄພ ເຈົ້າຂອງຮ້ານຂາຍເຄື່ອງແຫ້ງ ແລະ ອາຫານ (ເຝີ, ເຂົ້າປຽກ, ລາບ, ແກງ) ຢູ່ໃກ້ກັບສະຖານີລົດໄຟວຽງຈັນໃຕ້ ວ່າ: ເຖິງວ່າຢູ່ບໍລິເວນໜ້າຮ້ານຂອງຕົນ ບັນຫາຂີ້ເຫຍື້ອ ຍັງບໍ່ທັນຮ້າຍແຮງ ແລະ ບໍ່ທັນມີກິ່ນເໝັນລົບກວນຫລາຍ, ແຕ່ພວກເຮົາສັງເກດໄປຕາມເສັ້ນທາງ ໂດຍສະເພາະເຂດຟາກຂົວນັ້ນ, ເຫັນວ່າມີກອງຂີ້ເຫຍື້ອສະສົມເປັນຈຳນວນຫລວງຫລາຍ ອັນໄດ້ສົ່ງກິ່ນເໝັນໄປທົ່ວບໍລິເວນນັ້ນ ຊຶ່ງບັນຫາດັ່ງກ່າວ ເກີດຂຶ້ນຍ້ອນການຂາດສະຕິຂອງຄົນ ນຳເອົາຂີ້ເຫຍື້ອມາຖອກຖິ້ມໄວ້ຕາມແຄມທາງ. ບາງເທື່ອເຂົາເຈົ້າມາຖິ້ມຕອນກາງຄືນ ຫລື ຕອນທີ່ບໍ່ມີຄົນເຫັນ. ບັນຫານີ້, ມັນສະແດງໃຫ້ເຫັນວ່າສັງຄົມຍັງຖືເບົາຕໍ່ການຮັກສາອະນາໄມສ່ວນລວມ.
ແນວໃດກໍຕາມ, ບັນຫາຂີ້ເຫຍື້ອຢູ່ເຂດນາຖົງ ໄດ້ສົ່ງກິ່ນເໝັນຕໍ່ສັງຄົມເຂດດັ່ງກ່າວ ທັງເປັນແຫລ່ງແພ່ພັນຂອງແມງວັນ ແລະ ເຊື້ອພະຍາດຕ່າງໆ. ເຖິງວ່າໃນປັດຈຸບັນເຂດນີ້ ບໍ່ທັນມີໂຮງງານອຸດສາຫະກຳຕ່າງໆ ທີ່ສົ່ງກິ່ນເໝັນກໍຕາມ, ແຕ່ບັນຫາຂີ້ເຫຍື້ອຈາກຄົວເຮືອນທີ່ບໍ່ໄດ້ຮັບການຈັດການຢ່າງຖືກຕ້ອງໄດ້ກາຍເປັນບັນຫາ ແລະ ສ້າງພາບພົດບໍ່ງາມຕາຕໍ່ສັງຄົມກໍຄື ແຂກຕ່າງດ້າວທ້າວຕ່າງແດນ ເນື່ອງຈາກເປັນເຂດໃກ້ກັບສະຖານີລົດໄຟ ຊຶ່ງເປັນຈຸດທີ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເດີນທາງຜ່ານ. ຖ້າແຂກບ້ານແຂກເມືອງ ເຫັນສະພາບຂີ້ເຫຍື້ອຊະຊາຍຕາມທາງ, ມັນຈະສ້າງພາບພົດທີ່ບໍ່ດີຕໍ່ການທ່ອງທ່ຽວຂອງນະຄອນຫລວງວຽງຈັນ ກໍຄື ປະເທດລາວເຮົາ.
ທ່ານ ບຸນຕາ ສີປະໄພ ໄດ້ສະເໜີແນວທາງແກ້ໄຂຢ່າງກົງໄປກົງມາວ່າ: ການຖິ້ມຂີ້ເຫຍື້ອນັບມື້ເພີ່ມຂຶ້ນເລື້ອຍໆຢາກໃຫ້ພາກສ່ວນກ່ຽວຂ້ອງລົງມາແກ້ໄຂ ແລະ ຈັດຕັ້ງການເກັບມ້ຽນໃຫ້ເປັນລະບົບ. ນອກຈາກນີ້, ກໍລະນີພົບເຫັນການຖິ້ມຂີ້ເຫຍື້ອຊະຊາຍກໍຕ້ອງໄດ້ປະຕິບັດຕາມລະບຽບທີ່ໄດ້ວາງໄວ້. ພ້ອມນີ້, ຢາກໃຫ້ແຕ່ລະຄົນທີ່ມີຂີ້ເຫຍື້ອ ຫລື ສິ່ງເປິເປື້ອນ ໃຫ້ເອົາໄປຖິ້ມໃນບ່ອນທີ່ເຂົາເຈົ້າກຳນົດໄວ້ ໂດຍສະເພາະຄວນໃສ່ລົດຂີ້ເຫຍື້ອ ຫລື ຖິ້ມໃຫ້ຖືກຈຸດ ບໍ່ຄວນມາຖິ້ມຊະຊາຍຕາມທາງແບບນີ້ ເພາະມັນບໍ່ງາມຕາ ແລະ ສົ່ງຜົນກະທົບຕໍ່ຜູ້ອື່ນ.
ພວກເຮົາບໍ່ຄວນເບິ່ງຂ້າມບັນຫາຂີ້ເຫຍື້ອ ເນື່ອງຈາກວ່າ ການພັດທະນາບ້ານເມືອງໃຫ້ຈະເລີນນັ້ນ ຕ້ອງມາພ້ອມກັບການພັດທະນາຈິດໃຈ ແລະ ຄວາມຮັບຜິດຊອບຂອງສັງຄົມ. ການຮັກສາຄວາມສະອາດ ບໍ່ແມ່ນໜ້າທີ່ຂອງພາກສ່ວນໃດໜຶ່ງ, ແຕ່ແມ່ນຄວາມຮັບຜິດຊອບຂອງໝົດທຸກຄົນ. ຖ້າທຸກຄົນມີຄວາມຕື່ນຕົວ ແລະ ຮ່ວມມືກັນຮັກສາຄວາມສະອາດ ກໍຈະເຮັດໃຫ້ບ້ານ ເມືອງກໍຄືສະພາບແວດລ້ອມມີຄວາມສະອາດ ແລະ ໜ້າຢູ່ຂຶ້ນ. ນອກນີ້, ຍັງຈະສ້າງຄວາມປະທັບໃຈ ແລະ ດຶງດູດເອົານັກທ່ອງທ່ຽວໃຫ້ເຂົ້າມາທ່ຽວນະຄອນຫລວງວຽງຈັນກໍຄືປະເທດລາວຫລາຍຂຶ້ນເລື້ອຍໆ.
ໂດຍ: ສິດ
KPL