ຣັດເຊຍ ສັ່ງຫ້າມສົ່ງອອກນໍ້າມັນແອັດຊັງ ຄວບຄຸມລາຄາພາຍໃນປະເທດ

31/03/2026 12:27
ຂປລ ລັດຖະບານ ຣັດເຊຍ ປະກາດ ມາດຕະການ ຫ້າມສົ່ງອອກ ນໍ້າມັນ ແອັດຊັງ ເລີ່ມແຕ່ ວັນທີ 1 ເມສານີ້, ເພື່ອຄວບຄຸມ ລາຄາ ພາຍໃນ ປະເທດ ແລະ ໃຫ້ຄວາມສຳຄັນ ໃນການ ຈັດຫາ ເຊື້ອໄຟ ພາຍໃນປະເທດ ທ່າມກາງ ການເໜັງຕິງ ຂອງ ຕະຫລາດ ພະລັງງານໂລກ

ຂປລ. ສຳນັກຂ່າວ ອິນໂຟເຄວສ: ລັດຖະບານ ຣັດເຊຍ ປະກາດ ມາດຕະການ ຫ້າມສົ່ງອອກ ນໍ້າມັນ ແອັດຊັງ ເລີ່ມແຕ່ ວັນທີ 1 ເມສານີ້,​ ເພື່ອຄວບຄຸມ ລາຄາ ພາຍໃນປະເທດ ແລະ ໃຫ້ຄວາມສຳຄັນ ໃນການ ຈັດຫາ ເຊື້ອໄຟ ພາຍໃນປະເທດ ທ່າມກາງ ການເໜັງຕິງ ຂອງ ຕະຫລາດ ພະລັງງານໂລກ ຈາກສະຖານະການ ໃນເຂດຕາເວັນອອກກາງ.

ມາດຕະການ ດັ່ງກ່າວ ເກີດຂຶ້ ຫລັງຈາກ ກອງປະຊຸມ ທີ່ມີ ທ່ານ ອາເລັກ ຊານເດີຣ ໂນວັກ ຮອງນາຍົກ ລັດຖະມົນຕີ ຣັດເຊຍ ເປັນປະທານ, ໂດຍມີ ການຕິດຕາມ ສະຖານະການ ຕະຫລາດ ຜະລິດຕະພັນ ປິໂຕຣລ່ຽມ ພາຍໃນປະເທດ ຢ່າງໃກ້ຊິດ. ທ່ານ ອາເລັກ ຊານເດີຣ ໂນວັກ ກ່າວວ່າ ວິກິດການ ໃນເຂດຕາເວັນອອກກາງ ພວມສົ່ງຜົນ ໃຫ້ລາຄາ ນໍ້າມັນ ແລະ ຜະລິດຕະພັນ ພະລັງງານໂລກ ເໜັງຕິງ. ເຖິງແມ່ນວ່າ ຄວາມຕ້ອງການ ພະລັງງານ ຈາກ ຣັດເຊຍ ຢູ່ຕ່າງປະເທດ ຍັງຄົງ ຢູ່ໃນລະດັບສູງ. ນອກຈາກນີ້ ກອງປະຊຸມ ດັ່ງກ່າວ ຍັງໄດ້ ເນັ້ນໜັກ ເຖິງເປົ້າໝາຍ ຂອງ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ທີ່ຕ້ອງການ ຄວບຄຸມ ບໍ່ໃຫ້ ລາຄານໍ້າມັນ ເຊື້ອໄຟ ພາຍໃນ ປະເທດ ປັບຕົວສູງເກີນ ຕົວເລກ ທີ່ກຳນົດໄວ້./

KPL

ຂ່າວອື່ນໆ

ads
ads

Top