ອີຣານ ອະນຸຍາດໃຫ້ເຄື່ອງຊ່ວຍເຫລືອມະນຸດສະທຳຜ່ານຊ່ອງແຄບທະເລຮໍມຸດ

31/03/2026 12:26
ຂປລ ອີຣານ ຍັງຄົງຍອມຮັບ ການເປີດຊ່ອງທາງ ໄປ-ມາ ທີ່ປອດໄພ ໃຫ້ແກ່ ບັນດາ ກໍາປັ່ນຂົນສົ່ງ ເຄື່ອງຊ່ວຍເຫລືອ ດ້ານມະນຸດສະທຳ ໄປຜ່ານ ຊ່ອງແຄບທະເລຮໍມຸດ (Hormuz).

ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ວັນທີ 27 ມີນາ, ອີຣານ ຍັງຄົງຍອມຮັບ ການເປີດຊ່ອງທາງ ໄປ-ມາ ທີ່ປອດໄພ ໃຫ້ແກ່ ບັນດາ ກໍາປັ່ນຂົນສົ່ງ ເຄື່ອງຊ່ວຍເຫລືອ ດ້ານມະ ນຸດສະທຳ ໄປຜ່ານ ຊ່ອງແຄບທະເລຮໍມຸດ (Hormuz). ເຖິງແມ່ນວ່າ ຖະແຫລງປິດປະຕູ ຊ່ອງແຄບ ທະເລຮໍມຸດ ຢ່າງສິ້ນເຊີງ ເພື່ອໂຕ້ຕອບ ຕໍ່ກັບ ບັນດາການເຄື່ອນໄຫວ ການທະຫານ ຂອງ ສ.ອາເມລິກາ ແລະ ອິດສະຣາແອນ,

       ທ່ານ Ali Bahreini ເອກອັກຄະລັດຖະທູດ ອີຣານ ປະຈຳ ສປຊ ໄດ້ປະກາດ ແຈ້ງການ ດັ່ງກ່າວ, ການກະທຳດັ່ງນີ້ ໄດ້ສ່ອງແສງ ໃຫ້ເຫັນເຖິງ ຄຳໝັ້ນສັນຍາ ຢ່າງຕໍ່ເນື່ອງ ຂອງ ອີຣານ ກ່ຽວກັບ ການໜູນຊ່ວຍ ບັນດາ ຄວາມມານະພະຍາຍາມ ມະນຸດສະທຳ ແລະ ຮັບປະກັນວ່າ ສິນຄ້າ ຈຳເປັນ ອາດຈະສາມາດ ໄປຮອດ ບັນດາ ເປົ້າໝາຍ ໃນໄວໆນີ້.

        ໃນຂະນະດຽວກັນ, ສປຊ ໃຫ້ຮູ້ວ່າ ໄດ້ສ້າງກຸ່ມ ປະຕິບັດງານ ພິເສດ ເພື່ອສ້າງ ກົນໄກໃໝ່ ໃຫ້ແກ່ ຊ່ອງແຄບທະເລ ຮໍມຸດ ເພື່ອສ້າງເງື່ອນໄຂ ສະດວກ ໃຫ້ແກ່ ການຊື້-ຂາຍປຸ໋ຍ ແລະ ການຂົນສົ່ງ ບັນດາ ວັດຖຸດິບ ທີ່ກ່ຽວຂ້ອງ ເພື່ອຫລຸດຜ່ອນ ບັນດາ ຜົນກະທົບ ດ້ານມະນຸດສະທຳ ຈາກ ສົງຄາມ ອີຣານ./

 

KPL

ຂ່າວອື່ນໆ

ads
ads

Top