ຂປລ
ຂປລ. ປະເທດລາວປະກອບມີຫລາຍຊົນເຜົ່າ ທີ່ມີເອກະລັກດ້ານພາສາເວົ້າ, ການນຸ່ງຖື, ວັດທະນະທຳທີ່ແຕກຕ່າງກັນ, ເມື່ອເວົ້າເຖິງການນຸ່ງຖືຂອງແມ່ຍິງລາວແລ້ວແຕ່ລະຊົນເຜົ່ນລ້ວນແຕ່ມີເອກະລັກຂອງໃຜລາວທີ່ສ້າງຄວາມໂດດເດັ່ນໃຫ້ກັບແມ່ຍິງລາວເຜົ່ານັ້ນໆ, ການແຕ່ງກາຍຂອງແມ່ຍິງລາວ ແມ່ນສິລະປະທີ່ໂດດເດັ່ນ ເປັນຄວາມເອກອ້າງທະນົງໃຈ ແລະ ເປັນມໍລະດົກອັນລ້ຳຄ່າຂອງຊາດ

ຂປລ. ປະເທດລາວປະກອບມີຫລາຍຊົນເຜົ່າ ທີ່ມີເອກະລັກດ້ານພາສາເວົ້າ, ການນຸ່ງຖື, ວັດທະນະທຳທີ່ແຕກຕ່າງກັນ, ເມື່ອເວົ້າເຖິງການນຸ່ງຖືຂອງແມ່ຍິງລາວແລ້ວແຕ່ລະຊົນເຜົ່ນລ້ວນແຕ່ມີເອກະລັກຂອງໃຜລາວທີ່ສ້າງຄວາມໂດດເດັ່ນໃຫ້ກັບແມ່ຍິງລາວເຜົ່ານັ້ນໆ, ການແຕ່ງກາຍຂອງແມ່ຍິງລາວ ແມ່ນສິລະປະທີ່ໂດດເດັ່ນ ເປັນຄວາມເອກອ້າງທະນົງໃຈ ແລະ ເປັນມໍລະດົກອັນລ້ຳຄ່າຂອງຊາດ ເຊິ່ງສະແດງອອກເຖິງທ່າທາງວາດຊົງ ຄຸນສົມບັດກິລິຍາມາລະຍາດອັນງົດງາມອ່ອນຊ້ອຍ ແລະ ນີ້ມນວນ ອ່ອນຫວານ ເຊິ່ງແຕກຕ່າງຈາກຊາດອື່ນ ຢ່າງຊັດເຈນ ທັງເປັນກຽດ ສັກສີຂອງຕົນເອງ ແລະ ວົງຕະກູນ ເພາະເຄື່ອງນຸ່ງຂອງ ແມ່ຍິງລາວ ເກີດຈາກ ສີໄມ້ລາຍມື ຫົວຄິດປະດິດສ້າງ ແລະ ພູມປັນຍາຂອງແມ່ຍິງລາວບັນດາເຜົ່າທີ່ສືບທອດກັນມາແຕ່ປູຍ່າຕາຍາຍຫລາຍຍຸກຫລາຍສະໄໝ.
ການນຸ່ງຖືແມ່ນມູນມໍລະດົກອັນໜຶ່ງທີ່ບັນພະບູລຸດປະໄວ້ໃຫ້ລູກຫລານຄົນລາວ ສືບທອດມາເຖິງທຸກວັນນີ້ ອັນເປັນສິ່ງເອກອ້າງສະແດງໃຫ້ຊາວໂລກໄດ້ເຫັນເຖິງເອກະລັກໜຶ່ງຂອງຄວາມເປັນຊາດລາວ. ປະເພນີການນຸ່ງຖືໄດ້ປ່ຽນແປງໄປຕາມຍຸກຕາມສະໄໝຕາມຄວາມນິຍົມ. ການນຸ່ງຖືເຂົ້າວັດວາອາຮາມ ເພື່ອໄປເຮັດບຸນຕັກບາດຍາດນ້ຳສ້າງສິນກິນທານ ຕາມຮີດຄອງປະເພນີ ແມ່ຍິງຕ້ອງເກົ້າຜົມ ຫລື ມັດຜົມ ແລະ ບ່ຽງຜ້າ ຫລື ຖືແພພາດບ່າພ້ອມ. ແຕ່ມາຮອດປັດຈຸບັນນີ້ເຫັນວ່າບາງຄົນຍັງມີການປ່ອຍປະລະເລີຍ, ບໍ່ບ່ຽງແພຍັງບໍ່ແລ້ວ ບໍ່ໜຳຊ້ຳ ຍັງນຸ່ງເສື້ອສາຍດ່ຽວ ໂຊສາຍບືໃສ່ສະເກິດສັ້ນ, ປ່ອຍຜົມ ຊຶ່ງເປັນການບໍ່ສົມຄວນຍິ່ງ, ເວລາເຂົ້າໃນສະຖານທີ່ສັກກະລະບູຊາ ຄວນສັງເກດເບິ່ງປ້າຍເຕືອນ ຫລື ຂໍ້ແນະນຳຕ່າງໆ ເພື່ອບໍ່ເປັນການປະໝາດ. ຊຸດປະຈຳຊາດຂອງແມ່ຍິງລາວ ຄື ສັນຍະລັກທີ່ບົ່ງບອກເຖິງກິລິຍາມາລະຍາດ ຫລື ວົງຕະກຸນໄດ້, ການນຸ່ງສິ້ນບໍ່ຄວນນຸ່ງເຂີນຫລາຍ ຫລື ຍາວເກີນໄປ ຖ້າໃຫ້ເໝາະຄວນນຸ່ງສິ້ນລ່າມກາຍບີແຂ່ງລົງມາ ເພື່ອສະດວກໃນການເຄື່ອນໄຫວໄປມາ ທັງຍັງຮັກສາໄດ້ມູນເຊື້ອ ການນຸ່ງຖືທີ່ບົ່ງບອກວ່າເປັນຊາດລາວ. ແນວໃດກໍດີ, ເຖິງວ່າສັງຄົມຈະມີການປ່ຽນແປງໄປຕາມຍຸກຕາມລະສະໄໝ ກໍຕາມແຕ່ເອກະລັກສະເພາະຂອງແມ່ຍິງລາວ ກໍຄື ການເກົ້າຜົມ, ບ່ຽງແພ, ນຸ່ງສິ້ນ ຍັງຖືກຮັກສາໄວ້ ເຊິ່ງຖືວ່າເປັນ ລັກສະນະສະເພາະທີ່ໂດດເດັ່ນ ແລະ ສວຍງາມ ໃຫ້ຢູ່ຄູ່ກັບຊາດລາວຕະຫລອດໄປ

ອີງຕາມຂໍ້ມູນຈາກປຶ້ມວັດທະນະທຳປະເພນີລາວໃຫ້ຮູ້ວ່າ ການນຸ່ງຖືຂອງແມ່ຍິງລາວ ແມ່ນເອ ກະລັກ ແລະ ເປັນສິ່ງບົງບອກເຖິງຄວາມເປັນຊາດລາວ, ປະເພນີການນຸ່ງຖືກໍໄດ້ວິວັດໄປຕາມຍຸກຕາມສະໄໝຕາມຄວາມນິຍົມ, ແຕ່ເດີມນັ້ນ, ໄປສົ່ງສະການ ເພິ່ນນຸ່ງເສື້ອສີຂາວ ຫລື ສີບໍ່ບາດຕາ ເພື່ອເຮັດໃຫ້ບັນຍາກາດຂອງງານນັ້ນມີຄວາມໂປ່ງໃສ່, ບໍ່ໃຫ້ຜູ້ເຂົ້າຮ່ວມພິທີ ແລະ ຍາດມິດຂອງຜູ້ຕາຍມີຈິດໃຈໂສກເສົ້າ, ສ່ວນໃສ່ສີແຈດ, ສີແດງນັ້ນ ເພິ່ນຄະລຳ, ຖ້າໃສ່ສີມືດ, ສີດຳ ເປັນການໄວ້ທຸກ, ການນຸ່ງຖືເຂົ້າວັດ ເພື່ອໄປເຮັດບຸນຕັກບາດຍາດນ້ຳ, ຮ່ວມບຸນສິນກິນທານຕາມຮີດຄອງປະເພນີ ແມ່ຍິງຕ້ອງເກົ້າຜົມມັດຜົມເປັນລະບຽບ ແລະ ບ່ຽງຜ້າຫລືຖືແພພາດບ່າພ້ອມ. ສ່ວນການນຸ່ງຖືໄປຮ່ວມງານດອງ, ງານສັງສັນຕ່າງໆ
ສ່ວນໃຫຍ່ຈະໃສ່ສີສົດໃສ, ສີສັນສວຍງາມຕາມຄວາມມັກຂອງໃຜລາວ. ພ້ອມນີ້, ຄວາມງາມຂອງອາພອນ ເພດຊົງລາວ ໄດ້ເຮັດໃຫ້ຊາວຕ່າງຊາດຫັນມາສົນໃຈ ແລະ ນິຍົມຊົມຊອບສິ້ນໄໝແພລາວຈົນສາມາດຜະລິດເປັນສິນຄ້າສົ່ງອອກທີ່ດີອີກປະເພດໜຶ່ງ.
KPL