7241

dv'xt-5 ,7A 'xt4q ,,t]n d 0v'ltrkcsj '-kf -5 fmu X w00B o1j k'gxa omk'dko l6 odk'co;]k;lh k'-kf xtdkf pq dph kp c]t c8j '8A 'rtoa d'ko0A ol6 ' ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 24.03.2026 ປີທີ 25 ສະບັບທີ 6.402ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ltrkcsj '-kf xtdkfc8j '8A ' okpq d{Iv'okpq d]a f4t,q o8u 8A '|h kza o0tspkpco;mk'xj Pocx'.\j Iv[fh ko ,u s]a ddko0v'ra d .sh c0'cI' c]t g0Q kl6 j ];'g]y d ທ່ານ ທອງລຸນ ສີສຸລິດ ປະທານປະເທດ ທ່ານ ສອນໄຊ ສີພັນດອນ (ຊ້າຍ) dv'xt-5 ,7A 'xt4q ,,t]n d 0v'ltrkcsj '-kf -5 fmu X g]n vdgvq kxtmko{Iv'xtmkoltrkcsj '-kf mj ko mv']5 o lu l5 ]y f wfh Ia [g]n vd8A 'gxa o xtmkoxtgmf csj ' lxx ]k; vu d|bj 'ltw\ ຂປລ. ພິທີປະກາດການຍົກຍ້າຍ ແລະ ແຕ່ງຕັ້ງ ພະນັກງານຂັ້ນສູງ ຂອງສູນກາງແນວລາວສ້າງຊາດ ຈັດຂຶ້ນໃນວັນທີ 20 ມີນາ 2026 ຜ່ານມາ ຢູ່ສູນກາງແນວລາວສ້າງ ຊາດ (ສນຊ) ໂດຍການເປັນກຽດ ເຂົ້າຮ່ວມ ຂອງ ສະຫາຍ ກິແກ້ວ ໄຂຄໍາພິທູນ ກຳມະການກົມການ ເມືອງສູນກາງພັກ, ປະທານສູນ ກາງແນວລາວສ້າງຊາດ, ຜູ້ຊີ້ນຳ ອົງການຈັດຕັ້ງມະຫາຊົນຂັ້ນສູນ ກາງ, ມີບັນດາສະຫາຍກຳມະການ ຂປລ. ກອງປະຊຸມຄັ້ງປະຖົມ ມະລືກ ຂອງສະພາແຫ່ງຊາດ ຊຸດ ທີ X ໃນວັນທີ 23 ມີນາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ ຊຸດທີ X ໄດ້ພ້ອມກັນລົງຄະແນນ ສຽງ ເລືອກຕັ້ງເອົາ ທ່ານ ທອງລຸນ ສີສຸລິດ ເປັນປະທານປະເທດແຫ່ງ ສປປ ລາວ ດ້ວຍຄະແນນສຽງ ເຫັນດີເປັນເອກະພາບກັນ. ພ້ອມນີ້, ຍັງໄດ້ເຫັນດີເລືອກເອົາ ທ່ານ ນາງ ວຽງທອງ ສີພັນດອນ ເປັນຮອງ ປະທານປະເທດ ແຫ່ງ ສປປ ລາວ ຂປລ. ວາລະດຳເນີນກອງປະ ຊຸມຄັ້ງປະຖົມມະລືກ ຂອງສະພາ ແຫ່ງຊາດ ຊຸດທີ X ໃນວັນທີ 23 ມີນາ 2026 ນີ້, ບັນດາສະມາຊິກ ສະພາແຫ່ງຊາດ ຊຸດທີ X ໄດ້ພ້ອມ ຂປລ. ໂດຍປະຕິບັດຕາມການ ມອບໝາຍຈາກຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ ໃນວັນທີ 18 ມີນາ 2026 ຜ່ານມາ, ຂປລ. ໃນວາລະດຳເນີນກອງ ປະຊຸມຄັ້ງປະຖົມມະລືກ ຂອງສະພາ ແຫ່ງຊາດ ຊຸດທີ X ວັນທີ 23 ມີນາ 2026 ນີ້, ຄະນະປະຈຳສະພາ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ຕື່ມອີກ. ທ່ານ ທອງລຸນ ສີສຸລິດ ໄດ້ກ່າວ ວ່າ: ຂ້າພະເຈົ້າ ຂໍຮັບເອົາໜ້າທີ່ອັນ ສູງສົ່ງ ແລະ ມີກຽດນີ້ ດ້ວຍຄວາມ ພາກພູມໃຈ ແລະ ຈະປະຕິບັດໜ້າທີ່ ພາຍໃຕ້ຮົ່ມທຸງຊາດ ອັນສັກກາລະ ບູຊາ ແລະ ສັກສິດນີ້ ດ້ວຍຊີວິດ. ຂ້າພະເຈົ້າ ຂໍໃຫ້ຄຳໝັ້ນສັນຍາຕໍ່ ສະພາແຫ່ງຊາດ ທີ່ຊົງກຽດແຫ່ງນີ້ ແລະ ຕໍ່ປະຊາຊົນລາວທັງຊາດວ່າ: ຈະປະຕິບັດໜ້າທີ່ຂອງຕົນໃນພາລະ ກິດທີ່ຖືກມອບໝາຍນີ້ ດ້ວຍຄວາມ ຈົງຮັກພັກດີ, ຊື່ສັດ, ບໍລິສຸດ ຕໍ່ປະ ເທດຊາດ ແລະ ຕໍ່ປະຊາຊົນລາວ ບັນດາເຜົ່າ; ຈະເດັດດ່ຽວເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ແຫ່ງ ສາທາລະນະ ກັນລົງຄະແນນສຽງເລືອກເອົາ ປະທານສະພາແຫ່ງຊາດ ຊຸດທີ X ໂດຍໄດ້ເຫັນດີເປັນເອກະພາບເລືອກ ເອົາ ທ່ານ ໄຊສົມພອນ ພົມວິຫານ ltrkcsj '-kfIa [Iv'gvq k dkog]n vd8A 'xtmko 4 vq 'dko ສະຫາຍ ກິແກ້ວ ໄຂຄໍາພິທູນ (ກາງ) F ອ່ານຕໍ່ໜ້າ 2່ າໍ່ ໜ້າ sq ;|h k 78r rq [xtmk'wd da [xtmkora dg[]k1ki5 fl% ທ່ານບຸນເຫລືອພັນດານຸວົງຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງ ພັກ (ຄຕພ) ໄດ້ພົບປະຜ່ານກອງ ແຫ່ງຊາດ ໄດ້ຜ່ານໜັງສືສະເໜີ ເລືອກຕັ້ງເອົາ ທ່ານ ໄພວີ ສີບົວລິພາ ເປັນປະທານສານປະຊາຊົນສູງສຸດ, ທ່ານ ໄຊສົມພອນ ພົມວິຫານ (ກາງ) F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ຕະຫລອດໄລຍະເວລາ 5 ປີຜ່ານມາ, ຄະນະປະຈຳສະພາ ແຫ່ງຊາດ ຊຸດທີ IX ໄດ້ເອົາໃຈ ໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ດ້ວຍຄວາມເປັນເຈົ້າການ ແລະ ດ້ວຍຄວາມຮັບຜິດຊອບສູງ ໃນ ການນໍາພາ-ຊີ້ນໍາ ການເຄື່ອນໄຫວ ວຽກງານຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງສາມາດຍາດໄດ້ຜົນ ສໍາເລັດຫລາຍດ້ານ. ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ລາຍ ງານການປະຕິບັດໜ້າທີ່ໃນໄລຍະ 5 ປີຜ່ານມາ ແລະ ກ່າວລາໜ້າທີ່ ຂອງປະທານສະພາແຫ່ງຊາດ ຊຸດ ທີ IX ໃນກອງປະຊຸມຄັ້ງປະຖົມມະ ລືກ ຂອງສະພາແຫ່ງຊາດ ຊຸດທີ X 5 xu zj ko,k 7totxt9eltrkcsj '-kf -5 fmu IX lk,kfpkfwfh zq oleg]a fs]kpfh ko ວັນທີ 23 ມີນາ 2026 ນີ້ ໂດຍທ່ານ ໄດ້ໃຫ້ຮູ້ວ່າ: ສະພາແຫ່ງຊາດ ໄດ້ ເອົາໃຈໃສ່ຜັນຂະຫຍາຍແນວທາງ ນະໂຍບາຍຂອງພັກ ເຂົ້າໃນການ ສ້າງ ແລະ ປັບປຸງກົດໝາຍ ໄດ້ຮັບ ຜົນສໍາເລັດຫລາຍດ້ານ ເປັນຕົ້ນ ໄດ້ພິຈາລະນາຮັບຮອງເອົາລັດຖະ ທຳມະນູນ ສະບັບປັບປຸງປີ 2025, ສ້າງແລະປັບປຸງກົດໝາຍຕະຫລອດ ໄລຍະ ຊຸດທີ IX ໄດ້ 86 ສະບັບ ໃນ ຈໍານວນ 96 ສະບັບ; ພິຈາລະນາ ຮັບຮອງເອົາວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະວາລະແຫ່ງຊາດວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດ ໃນກອງ ປະຊຸມສະໄໝວິສາມັນ ໃນເດືອນ F ອ່ານຕໍ່ໜ້າ 7່ າໍ່ ໜ້າ F ອ່ານຕໍ່ໜ້າ 3່ າໍ່ ໜ້າ F ອ່ານຕໍ່ໜ້າ 7່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ

@ 0j k; c]t gsfdko j 24/03/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ກອງປະຊຸມຄັ້ງປະຖົມມະລືກ ໄຂຂຶ້ນ...ຸັ້ົືຶ້ ທ່ານ ທອງລຸນ ສີສຸລິດ...ຸ່ີຸິ ຂປລ. ກອງປະຊຸມຄັ້ງປະຖົມ ມະລືກ ຂອງສະພາແຫ່ງຊາດ ຊຸດ ທີ X ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 23 ມີນາ 2026 ຊຶ່ງ ເປັນກອງປະຊຸມຄັ້ງທໍາອິດ ແລະ ເປັນການເລີ່ມຕົ້ນການເຄື່ອນໄຫວ ປະຕິບັດບົດບາດສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ຊຸດທີ X ຢ່າງເປັນທາງການ ໂດຍການເປັນ ປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງ ຊາດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ມີບັນດາການ ນຳ, ອະດີດການນຳຂັ້ນສູງພັກ, ລັດ, ພ້ອມດ້ວຍສະມາຊິກສະພາ ແຫ່ງຊາດ ຊຸດທີ X ເຂົ້າຮ່ວມ. ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວສູນທອນພົດ ເປີດກອງປະ ຊຸມຢ່າງເປັນທາງການ ໂດຍມີບາງ ຕອນໃຫ້ຮູ້ວ່າ: ກອງປະຊຸມຄັ້ງປະ ຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ຈະໄດ້ພ້ອມກັນພິຈາລະນາ ແລະ ຕົກລົງບັນຫາສໍາຄັນພື້ນຖານ ຂອງປະເທດຊາດ ເປັນຕົ້ນ ຮັບຟັງ ລາຍງານຂອງຄະນະກຳມະການ ເລືອກຕັ້ງລະດັບຊາດ ກ່ຽວກັບຜົນ ສໍາເລັດຂອງການເລືອກຕັ້ງ ແລະ ການຢັ້ງຢືນຄຸນລັກສະນະຂອງສະ ມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ ຊຸດທີ V; ພິຈາລະນາ ແລະ ຂປລ. ໃນກອງປະຊຸມຄັ້ງປະຖົມ ມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 23 ມີນາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ ຊຸດທີ X ໄດ້ເຫັນດີເປັນເອກະພາບ ລົງຄະແນນສຽງ ເລືອກເອົາ ທ່ານ ສອນໄຊ ສີພັນດອນ ເປັນນາຍົກ ຮັບຮອງເອົາການເລືອກຕັ້ງບັນດາ ຕຳແໜ່ງທີ່ສໍາຄັນຂອງລັດ ແລະ ໂຄງປະກອບກົງຈັກການຈັດຕັ້ງ ຂອງອົງການອໍານາດລັດ; ພິຈາລະ ນາ ແລະ ຮັບຮອງເອົາບົດລາຍງານ ກ່ຽວກັບແຜນພັດທະນາເສດຖະ ກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030); ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ກ່ຽວກັບການພິຈາລະນາ, ຮັບຮອງ ດ້ານຫລັກການໂຄງການລົງທຶນ ເສັ້ນທາງລົດໄຟຈາກຕົວເມືອງທ່າ ແຂກ, ແຂວງຄໍາມ່ວນ ຫາ ມູຢາ ຊາຍແດນ ລາວ-ຫວຽດນາມ ດ້ວຍ ຮູບແບບ BOT; ພິຈາລະນາ, ຮັບ ຮອງເອົາບົດລາຍງານກ່ຽວກັບ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານ ປະຊາຊົນສູງສຸດ; ພິຈາລະນາ, ຮັບ ຮອງເອົາບົດລາຍງານກ່ຽວກັບ ແຜນການເຄື່ອນໄຫວວຽກງານ 5 ປີ(2026-2030) ຂອງອົງ ການໄອຍະການປະຊາຊົນສູງສຸດ; ພິຈາລະນາ, ຮັບຮອງເອົາບົດລາຍ ງານກ່ຽວກັບແຜນການເຄື່ອນໄຫວ ວຽກງານ 5 ປີ (2026-2030) ຂອງອົງການກວດກາແຫ່ງລັດ; ພິຈາລະນາ, ຮັບຮອງເອົາບົດລາຍ ງານກ່ຽວກັບແຜນການເຄື່ອນໄຫວ ວຽກງານ 5 ປີ (2026-2030) ຂອງອົງການກວດສອບແຫ່ງລັດ; ພິຈາລະນາ ແລະ ຮັບຮອງເອົາບົດ ລາຍງານກ່ຽວກັບແຜນການເຄື່ອນ ໄຫວ 5 ປີ ແຕ່ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີXແລະ ພິຈາລະນາ, ຮັບຮອງເອົາບົດລາຍ ງານກ່ຽວກັບແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (20262030) ຂອງສະພາແຫ່ງຊາດ ຊຸດທີ X. ໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ ຍັງໄດ້ຮຽກຮ້ອງໃຫ້ ບັນດາສະມາຊິກສະພາແຫ່ງຊາດ ພ້ອມກັນຍົກສູງຄວາມຮັບຜິດຊອບ ການເມືອງຂອງຕົນ, ສຸມທຸກສະຕິ ປັນຍາ, ຄວາມຮູ້ຄວາມສາມາດ ເຂົ້າໃນການຄົ້ນຄວ້າ, ພິຈາລະນາ ແລະ ປະກອບຄໍາເຫັນຢ່າງມີປະຊາ ທິປະໄຕ ແລະ ສອດຄ່ອງຕາມກົດ ໝາຍ ກ້າວໄປເຖິງການຕົກລົງ ແລະ ຮັບຮອງບັນດາເນື້ອໃນທີ່ນໍາ ມາພິຈາລະນາໃນກອງປະຊຸມຄັ້ງນີ້ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້. ຂ່າວ: ທະນູທອງ; ພາບ: ເກດສະໜາ ລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເຂັ້ມງວດ; ຈະອຸທິດສະຕິປັນຍາ ແລະ ເຫື່ອແຮງ ເທົ່າທີ່ຕົນມີຢູ່ຮ່ວມ ກັບບັນດາສະຫາຍການນໍາພັກ-ລັດ ແລະ ຈະເຮັດທຸກສິ່ງທຸກຢ່າງເພື່ອ ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ເພື່ອຮັບປະກັນໃຫ້ປະເທດຊາດ ມີ ສະຖຽນລະພາບດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະ ຫງົບປອດໄພ; ສູ້ຊົນເຮັດໃຫ້ເສດ ຖະກິດ-ສັງຄົມ ໄດ້ຮັບການພັດທະ ນາຕາມແນວທາງສ້າງຄວາມເປັນ ເຈົ້າປະເທດຊາດ ຢ່າງບໍ່ຢຸດຢັ້ງ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຢ່າງແຂງແຮງສືບ ຕໍ່ໄປ; ຈະຮ່ວມກັບທຸກພາກສ່ວນ ສຸມໃສ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາ ຊົນ ແນໃສ່ຍົກລະດັບຄຸນນະພາບ ຊີວິດຂອງປະຊາຊົນລາວບັນດາ ເຜົ່າໃຫ້ນັບມື້ນັບດີຂຶ້ນເປັນກ້າວໆ, ຕັ້ງໜ້າແກ້ໄຂສິ່ງຫຍໍ້ທໍ້ຕ່າງໆທີ່ເກີດ ຂຶ້ນ ແລະ ກຳລັງຈະເກີດຂຶ້ນໃນສັງ ຄົມ ໃຫ້ຕົກໄປເປັນກ້າວໆ; ສືບຕໍ່ບູ ລະນະລະບອບປະຊາທິປະໄຕປະ ຊາຊົນໃຫ້ໜັກແໜ້ນ, ເຂັ້ມແຂງ ເພື່ອ ສ້າງບັນດາບາດກ້າວເດີນ ກ້າວຂຶ້ນ ສູ່ຈຸດໝາຍ ທີ່ກອງປະຊຸມໃຫຍ່ ຄັ້ງ ທີ XII ຂອງພັກ ໄດ້ກຳນົດໄວ້. ທ່ານປະທານປະເທດ ຍັງກ່າວ ອີກວ່າ: ຈະຍຶດໝັ້ນ ແລະ ປະຕິບັດ ນະໂຍບາຍການຕ່າງປະເທດ ສັນຕິ ພາບ, ເອກະລາດ, ມິດຕະພາບ ແລະ ການຮວມມື ຢ່າງສະເໝີຕົ້ນສະເໝີ ປາຍ, ປະກອບສ່ວນເຂົ້າໃນການ ເສີມສ້າງສັນຕິພາບ, ສະຖຽນລະ ພາບ ແລະ ການຮ່ວມມື ເພື່ອການ ພັດທະນາ ຢູ່ໃນພາກພື້ນ ແລະ ໃນ ໂລກ. ພ້ອມນີ້, ທ່ານຍັງໄດ້ຮຽກ ຮ້ອງມາຍັງປະຊາຊົນລາວບັນດາ ເຜົ່າ, ບັນດາຊັ້ນຄົນໃນທົ່ວປະເທດ ລວມທັງພີ່ນ້ອງຊາວລາວ ທີ່ດຳລົງ ຊີວິດຢູ່ຕ່າງປະເທດ ຈົ່ງພ້ອມກັນ ເພີ່ມທະວີນໍ້າໃຈຄວາມສາມັກຄີ ເປັນປຶກແຜ່ນແໜ້ນໜາ; ເສີມຂະ ຫຍາຍນໍ້າໃຈຮັກຊາດ, ເອກະລາດ, ເປັນເຈົ້າຕົນເອງ ປະກອບສ່ວນເຂົ້າ ໃນການປະຕິບັດ 2 ໜ້າທີ່ຍຸດທະ ສາດຄື:ປົກປັກຮັກສາແລະສ້າງສາ ພັດທະນາປະເທດຊາດ, ເຮັດໃຫ້ ຈຸດໝາຍທີ່ວາງອອກຄື: ປະຊາຊົນ ຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງ ເຂັ້ມແຂງ, ສັງຄົມມີຄວາມສາມັກຄີ ເປັນປຶກແຜ່ນ, ປະຊາທິປະໄຕ, ຍຸຕິ ທຳ ແລະ ສີວິໄລ ໃຫ້ປະກົດຜົນເປັນ ຈິງຂຶ້ນ ໃນປິຕຸພູມອັນແສນຮັກ ແລະ ຫວງແຫນຂອງປວງຊົນລາວທັງ ຊາດຂອງພວກເຮົາ. ທ່ານ ທອງລຸນ ສີສຸລິດ (ຊ້າຍ) ເປັນປະທານສະພາແຫ່ງຊາດ, ພ້ອມ ທັງເຫັນດີເປັນເອກະພາບເລືອກ ເອົາ ທ່ານນາງ ສູນທອນ ໄຊຍະຈັກ, ທ່ານ ກອງແກ້ວ ໄຊສົງຄາມ, ທ່ານ ວິໄລວົງ ບຸດດາຄຳ ແລະ ທ່ານ ມອນໄຊ ລາວມົວຊົ່ງ ເປັນຮອງ ປະທານສະພາແຫ່ງຊາດ ຊຸດທີ X ດ້ວຍຄະແນນສຽງເຫັນດີເປັນສ່ວນ ຫລາຍ. ໂອກາດດັ່ງກ່າວ, ທ່ານ ໄຊສົມ ພອນ ພົມວິຫານ ປະທານສະພາ ແຫ່ງຊາດ ໄດ້ຂຶ້ນກ່າວຮັບໜ້າທີ່ ໂດຍໄດ້ສະແດງຄວາມຂອບໃຈຕໍ່ ບັນດາສະມາຊິກສະພາແຫ່ງຊາດ ຊຸດທີ X ທີ່ໃຫ້ຄວາມເຊື່ອໝັ້ນ, ຄວາມໄວ້ວາງໃຈ ໃຫ້ດຳລົງຕຳ ແໜ່ງເປັນປະທານສະພາແຫ່ງຊາດ ຊຸດທີ X ອີກສະໄໝໜຶ່ງ ພ້ອມທັງ ໃຫ້ຄຳໝັ້ນສັນຍາວ່າ ຈະສຸມທຸກ ສະຕິປັນຍາ, ເຫື່ອແຮງ, ຄວາມຮູ້ ຄວາມສາມາດ ເຂົ້າໃນການປະຕິ ບັດໜ້າທີ່ ທີ່ໄດ້ຮັບມອບໝາຍດ້ວຍ ຄວາມຮັບຜິດຊອບສູງ; ຈະສັດຊື່ ບໍລິສຸດຕໍ່ຜົນປະໂຫຍດຂອງຊາດ ແລະ ຜົນປະໂຫຍດຂອງປະຊາຊົນ ລາວ ບັນດາເຜົ່າ ແລະ ຈະຮ່ວມກັບ ໝູ່ຄະນະ ກໍຄື ສະມາຊິກສະພາແຫ່ງ ຊາດ ຊຸດທີ X ຈັດຕັ້ງຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ ໂດຍ ສະເພາະມະຕິກອງປະຊຸມໃຫຍ່ ຄັ້ງ ທີ XII ຂອງພັກ, ມະຕິກອງປະຊຸມ ສະພາແຫ່ງຊາດ ເຂົ້າໃນການປະຕິ ບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ຊຸດທີ X ຕາມທີ່ກຳນົດໃນລັດຖະທຳມະນູນ ແລະ ກົດໝາຍ ໃຫ້ມີໝາກຜົນຕົວ ຈິງ, ປະກອບສ່ວນເຂົ້າໃນພາລະ ກິດປົກປັກຮັກສາ ແລະ ສ້າງສາ ປະເທດຊາດໃຫ້ນັບມື້ນັບເຂັ້ມແຂງ ແລະ ໜັກແໜ້ນ. ທ່ານ ໄຊສົມພອນ ພົມວິຫານ ຍັງໄດ້ສະແດງຄວາມຫວັງວ່າ ລັດ ຖະບານ, ບັນດາສະມາຊິກສະພາ ແຫ່ງຊາດ, ບັນດາອົງການຈັດຕັ້ງ ພັກ-ລັດ ທຸກຂັ້ນ ກໍຄື ປະຊາຊົນລາວ ບັນດາເຜົ່າ ຈະສືບຕໍ່ໃຫ້ການຮ່ວມ ມື, ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອສະພາແຫ່ງຊາດ ຊຸດທີ X ເພື່ອເຮັດຫລ້ອນໜ້າທີ່ອັນມີກຽດ ສະຫງ່າທີ່ພັກ ແລະ ປະຊາຊົນມອບ ໝາຍໃຫ້. ພ້ອມນີ້, ບັນດາສະມາຊິກສະພາ ແຫ່ງຊາດ ຊຸດທີ X ຍັງໄດ້ພ້ອມກັນ ລົງຄະແນນສຽງເລືອກເອົາກຳມະ ການຄະນະປະຈຳສະພາແຫ່ງຊາດ ຊຸດທີ X ຈຳນວນ 6 ທ່ານ ຄື: ທ່ານ ບຸນຈັນ ສີວົງພັນ, ທ່ານ ນາງ ອຳໄພ ວອນ ລ້ອມບຸນແພງ, ທ່ານ ນາງ ທຸມມາລີ ວົງພະຈັນ, ທ່ານ ໂພໄຊ ໄຂຄຳພິທູນ, ທ່ານ ພົນຈັດຕະວາ ສຸລິໄຊ ພິຈິດ ແລະ ທ່ານ ຈັນທະບູນ ສຸກອາລຸນ. ພ້ອມທັງໄດ້ພ້ອມກັນລົງ ຄະແນນສຽງຮັບຮອງເອົາກົງຈັກ ການຈັດຕັ້ງຂອງສະພາແຫ່ງຊາດ ຊຸດທີ X, ການແຕ່ງຕັ້ງປະທານ ກຳມາທິການ ແລະ ຫົວໜ້າຫ້ອງ ວ່າການສະພາແຫ່ງຊາດ ຊຸດທີ X ຕື່ມອີກ. ຂ່າວ: ທະນູທອງ; ພາບ: ຂັນໄຊ ກອງປະຊຸມ ເລືອກເອົາປະທານ...ຸືົ ສະພາແຫ່ງຊາດ...່ ສັນຍາ ແລະ ປະຕິຍານຕົນວ່າ ຈະ ເຊີດຊູມານະຈິດປະຕິວັດບຸກໃຫ້ສູງ ກວ່າເວລາໃດໝົດ ເພື່ອຮ່ວມກັບ ສະມາຊິກລັດຖະບານ ຊຸດທີ X ປະຕິບັດໜ້າທີ່ຂອງຕົນໃຫ້ດີ ດ້ວຍ ຄວາມຮັບຜິດຊອບການເມືອງທີ່ສູງ ພາຍໃຕ້ລັດຖະທຳມະນູນ ແລະ ກົດ ໝາຍ ຂອງ ສປປ ລາວ ແລະ ພ້ອມ ທີ່ຈະອຸທິດທຸກເຫື່ອແຮງ, ສະຕິປັນ ຍາ ແລະ ຄວາມຮູ້, ຄວາມສາມາດ ຂອງຕົນ ເຂົ້າໃນການປະຕິບັດໜ້າ ທີ່ດ້ວຍຄວາມບໍລິສຸດໃຈ ເພື່ອຮ່ວມ ກັບຄະນະນໍາຂອງພັກ ແລະ ລັດ ທັງສູນກາງ ແລະ ທ້ອງຖິ່ນ ເຮັດສຳ ເລັດໜ້າທີ່ທີ່ປະຊາຊົນມອບໝາຍ ໃຫ້ ໂດຍຢຶດຖືຄະຕິທີ່ວ່າ: “ຜົນປະ ໂຫຍດຂອງຊາດແລະ ຜົນປະໂຫຍດ ຂອງປະຊາຊົນຕ້ອງມາກ່ອນສິ່ງ ອື່ນໃດ” ແລະ ຖືເອົາ: “ປະຊາຊົນ ເປັນກົກ ແລະ ອີງໃສ່ສິດ, ຜົນປະ ໂຫຍດທີ່ຖືກຕ້ອງຕາມກົດໝາຍ ແລະ ຄວາມມຸ່ງມາດປາຖະໜາອັນ ຊອບທຳຂອງປະຊາຊົນ”. ຂ່າວ: ທະນູທອງ; ພາບ: ຂັນໄຊ ລັດຖະມົນຕີ ອີກໜຶ່ງສະໄໝ, ພ້ອມ ທັງລົງຄະແນນສຽງຮັບຮອງເອົາ ທ່ານ ສະເຫລີມໄຊ ກົມມະສິດ, ທ່ານ ຄຳພັນ ພົມມະທັດ, ທ່ານ ທອງສະລິດ ມັງໜໍ່ເມກ, ທ່ານ ພົນ ເອກ ຄຳລຽງ ອຸທະໄກສອນ, ທ່ານ ສັນຕິພາບ ພົມວິຫານ ແລະ ທ່ານ ທອງສະຫວັນ ພົມວິຫານ ເປັນຮອງ ນາຍົກລັດຖະມົນຕີ ດ້ວຍຄະແນນ ສຽງເຫັນດີເປັນສ່ວນຫລາຍ. ພ້ອມ ນີ້, ຍັງໄດ້ເຫັນດີເປັນເອກະພາບຮັບ ຮອງເອົາກົງຈັກການຈັດຕັ້ງຂອງ ຄະນະລັດຖະບານ ຊຸດທີ X ຊຶ່ງປະ ກອບມີ 13 ກະຊວງ ແລະ 2 ອົງ ການທຽບເທົ່າກະຊວງ ຕື່ມອີກ. ໂອກາດນີ້, ທ່ານ ສອນໄຊ ສີພັນ ດອນ ໄດ້ຂຶ້ນກ່າວອຳລາໜ້າທີ່ ໂດຍ ໄດ້ຍົກໃຫ້ເຫັນຜົນສຳເລັດໃນການ ຈັດຕັ້ງປະຕິບັດໜ້າທີ່ວຽກງານ ຕະຫລອດໄລຍະ 5 ປີຜ່ານມາ (1 ສະໄໝ) ຊຶ່ງທ່ານ ສອນໄຊ ສີພັນ ດອນ ໄດ້ເລີ່ມມາຮັບໜ້າທີ່ເປັນ ນາຍົກລັດຖະມົນຕີ, ເປັນຫົວໜ້າ ຄະນະລັດຖະບານ ຊຸດທີ IX ນັບ ແຕ່ວັນທີ 30 ທັນວາ 2022 ເປັນ ຕົ້ນມາ ໂດຍໄດ້ສືບຕໍ່ນໍາພາ-ຊີ້ນໍາ ສະມາຊິກລັດຖະບານ ຊຸດທີ IX ສຸມ ເຫື່ອແຮງ, ສະຕິປັນຍາ ແລະ ຄວາມ ສາມາດຂອງຕົນ ເຂົ້າໃນການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີ ຄັ້ງທີ IX, ປະຕິບັດ ວາລະແຫ່ງຊາດ ແລະ ການແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ, ແກ້ໄຂບັນຫາຢາ ເສບຕິດ ແລະ ບັນຫາເຄັ່ງຮ້ອນໃນ ສັງຄົມ ຊຶ່ງສາມາດຍາດໄດ້ຜົນສໍາ ເລັດອັນພົ້ນເດັ່ນຫລາຍດ້ານ ເປັນ ຕົ້ນ ເສດຖະກິດສືບຕໍ່ຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ລວມຍອດຜະລິດຕະ ພັນພາຍໃນ (GDP) ຂະຫຍາຍຕົວ ສະເລ່ຍໃນລະດັບ 4,24% (ຄາດ ໝາຍແມ່ນ 4%ຂຶ້ນໄປ), ການເກັບ ລາຍຮັບເຂົ້າງົບປະມານໄດ້ເກີນ ແຜນ5ປີຕິດຕໍ່ກັນເຮັດໃຫ້ສາມາດມີ ງົບປະມານ ມາຊຳລະໜີ້ສິນຫລາຍ ຂຶ້ນ ຈຶ່ງເຮັດໃຫ້ລະດັບໜີ້ສິນຫລຸດ ລົງ ຈາກ 112% ຂອງ GDP ໃນ ປີ 2022 ມາເປັນປະມານ 88% ຂອງ GDP ໃນປີ 2025 ແລະ ມີ ງົບປະມານເພີ່ມເງິນເດືອນ-ເງິນ ອຸດໜູນໃຫ້ພະນັກງານ, ທະຫານຕຳຫລວດ ໄດ້ເພີ່ມຂຶ້ນ ແລະ ອື່ນໆ. ພ້ອມທັງສະແດງຄວາມຂອບໃຈ ມາຍັງເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກ, ກົມການ ເມືອງ ແລະ ຄະນະເລຂາທິການສູນ ກາງພັກ ທີ່ໄດ້ນໍາພາ-ຊີ້ນໍາການປະ ຕິບັດໜ້າທີ່ຂອງລັດຖະບານ ຢ່າງ ໃກ້ຊິດ, ພ້ອມດ້ວຍບັນດາການນໍາ ພັກ-ລັດ ນັບທັງຂັ້ນສູນກາງ ແລະ ທ້ອງຖິ່ນ, ພະນັກງານ-ລັດຖະກອນ ທຸກຂັ້ນ ແລະ ປະຊາຊົນບັນດາເຜົ່າ ທີ່ໄດ້ໃຫ້ການສະໜັບສະໜູນ, ອູ້ມຊູ ຊ່ວຍເຫລືອ, ຄຽງບ່າຄຽງໄຫລ່, ຮ່ວມກັນຜ່ານຜ່າອຸປະສັກ, ກ້າວ ຜ່ານຄວາມຫຍຸ້ງຍາກສິ່ງທ້າທາຍ ທົດສອບຕ່າງໆ ຈຶ່ງເຮັດໃຫ້ລັດຖະ ບານປະຕິບັດໜ້າທີ່ໄດ້ຮັບການ ມອບໝາຍສໍາເລັດເປັນຢ່າງດີ. ພ້ອມນີ້, ທ່ານ ສອນໄຊ ສີພັນ ດອນ ຍັງໄດ້ຂຶ້ນກ່າວຮັບໜ້າທີ່ ໂດຍ ໄດ້ສະແດງຄວາມພາກພູມໃຈເປັນ ຢ່າງຍິ່ງ ແລະ ສະແດງຄວາມຮູ້ ບຸນຄຸນຕໍ່ສະມາຊິກສະພາແຫ່ງຊາດ ຊຸດທີ X ທີ່ໄດ້ໃຫ້ຄວາມເຊື່ອໝັ້ນ, ໄວ້ວາງໃຈ ແລະ ລົງຄະແນນສຽງ ຮັບຮອງເອົາການແຕ່ງຕັ້ງໃຫ້ດຳ ລົງຕຳແໜ່ງເປັນນາຍົກລັດຖະມົນ ຕີ ຕາມການສະເໜີຂອງທ່ານປະ ທານປະເທດ. ພ້ອມທັງໃຫ້ຄຳໝັ້ນ ສູນກາງພັກ, ມີຜູ້ຕາງໜ້າຈາກພາກ ສ່ວນກ່ຽວຂ້ອງ, ຄະນະທີ່ປຶກສາ ວຽກງານຂອງສູນກາງແນວລາວ ສ້າງຊາດ, ພ້ອມດ້ວຍພະນັກງານ ຫລັກແຫລ່ງ ແລະ ລັດຖະກອນ ສນຊ ເຂົ້າຮ່ວມ. ໃນພິທີຕາງໜ້າຄະນະຈັດຕັ້ງ ສູນກາງພັກ ໄດ້ຜ່ານຄໍາສັ່ງຂອງ ກົມການເມືອງສູນກາງພັກ ວ່າດ້ວຍ ການຍົກຍ້າຍຮອງເລຂາຄະນະບໍລິ ຫານງານພັກ, ຮອງປະທານສູນ ກາງແນວລາວສ້າງຊາດ2ສະຫາຍ ໄປຮັບໜ້າທີ່ໃໝ່ຄື:ຍົກຍ້າຍສະຫາຍ ຄຳຜອຍ ວັນນະສານ ກຳມະການ ສູນກາງພັກ, ຮອງເລຂາຄະນະບໍລິ ຫານງານພັກ, ຮອງປະທານສູນ ກາງແນວລາວສ້າງຊາດ ໄປຮັບ ໜ້າທີ່ໃໝ່ ຢູ່ສູນກາງສະຫະພັນກຳ ມະບານ; ຍົກຍ້າຍ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສູນກາງ ພັກ, ຮອງເລຂາຄະນະພັກ, ຮອງ ປະທານສນຊ ໄປຮັບໜ້າທີ່ໃໝ່ຢູ່ສະ ພາແຫ່ງຊາດ. ຈາກນັ້ນ, ກໍໄດ້ຜ່ານ ມະຕິຕົກລົງຂອງກົມການເມືອງສູນ ກາງພັກ ວ່າດ້ວຍການແຕ່ງຕັ້ງ ຮອງເລຂາຄະນະບໍລິຫານງານພັກ, ຮອງປະທານສູນກາງແນວລາວ ສ້າງຊາດ ຜູ້ໃໝ່ດັ່ງນີ້: ແຕ່ງຕັ້ງ ສະ ຫາຍ ນາງ ບຸດສະດີ ທະນະເມືອງ ກໍາມະການສູນກາງພັກ ເປັນຮອງ ເລຂາຄະນະບໍລິຫານງານພັກ, ຮອງ ປະທານສູນກາງແນວລາວສ້າງ ຊາດ, ແຕ່ງຕັ້ງ ສະຫາຍ ລາວປາວ ຊົ່ງ ນະວົງໄຊ ກຳມະການສູນກາງ ພັກ ເປັນຮອງເລຂາຄະນະບໍລິຫານ ງານພັກ, ຮອງປະທານສູນກາງ ແນວລາວສ້າງຊາດ. ໂອກາດນີ້, ສະຫາຍ ກິແກ້ວ ໄຂຄໍາພິທູນ ໄດ້ຕາງໜ້າກົມການ ເມືອງສູນກາງພັກ ໂອ້ລົມຕໍ່ພິທີ ໂດຍໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຜົນງານພົ້ນເດັ່ນ ແລະ ຜົນສໍາ ເລັດຫລາຍດ້ານຂອງ 2 ສະຫາຍ ຮອງເລຂາຄະນະພັກ ສນຊ ຜູ້ເກົ່າ ຊຶ່ງຕະຫລອດໄລຍະຜ່ານມາ ໄດ້ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ວຽກງານແນວລາວສ້າງຊາດໄດ້ ມີຜົນສຳເລັດເປັນຢ່າງດີ. ພ້ອມນີ້, ກໍໄດ້ເນັ້ນໃຫ້ 2 ສະຫາຍທີ່ມາຮັບ ໜ້າທີ່ໃໝ່ ວ່າ: ກ່ອນອື່ນໝົດຕ້ອງ ໄດ້ເອົາໃຈໃສ່ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດສັງຄົມ 5 ປີແຫ່ງລັດ ແລະ ຕິດພັນ ກັບການສ້າງເສດຖະກິດເປັນເຈົ້າ ຕົນເອງ ໂດຍຈັດຕັ້ງປະຕິບັດພາລະ ບົດບາດແນວລາວສ້າງຊາດ ເປັນ ຕົ້ນ ເປັນຫລັກແຫລ່ງເຕົ້າໂຮມ ຄວາມສາມັກຄີປອງດອງປະຊາຊົນ ບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດ, ໄວ ລວມທັງພີ່ນ້ອງລາວຢູ່ ຕ່າງປະເທດ ແລະ ສ້າງຄວາມເຂັ້ມ ແຂງ ທັງປັບປຸງກຳລັງແຮງທົ່ວ ປວງຊົນ; ສຶກສາອົບຮົມ, ປຸກລະດົມ ປະຊາຊົນບັນດາເຜົ່າ ເຂົ້າຮ່ວມພາ ລະກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ; ເສີມຂະ ຫຍາຍສິດເປັນເຈົ້າ ໃນການປົກປັກ ຮັກສາວັດທະນະທຳ, ຮີດຄອງປະ ເພນີອັນດີງາມ, ປົກປ້ອງສິດຜົນ ປະໂຫຍດອັນຊອບທຳຂອງປະຊາ ຊົນບັນດາເຜົ່າ ແລະ ຊັ້ນຄົນ; ໃກ້ຊິດ ຕິດແທດ, ເກັບກຳຄຳຄິດຄຳເຫັນ, ສ່ອງແສງມານະຈິດ ແລະ ຄວາມ ມຸ່ງມາດປາຖະໜາຂອງປະຊາຊົນ ລາວບັນດາເຜົ່າ; ຕິດຕາມກວດ ກາການເຄື່ອນໄຫວຂອງອົງການ ອໍານາດລັດ ແລະ ພາຄີຂອງແນວ ລາວສ້າງຊາດ ໂດຍຜ່ານຄຳເຫັນ ຂອງປະຊາຊົນບັນດາເຜົ່າ; ເປັນ ໃຈກາງປະສານສົມທົບກັບບັນດາ ພາຄີຂອງຕົນ ແລະ ອີກດ້ານໜຶ່ງ ພວກເຮົາກໍ່ຕ້ອງຊອກວິທີການສ້າງ ເສດຖະກິດເອກະລາດ ເປັນເຈົ້າຕົນ ເອງຕາມແນວທາງຂອງພັກ ທີ່ ຖືກຕ້ອງຕາມລະບຽບກົດໝາຍ ເຮັດ ໃຫ້ຫລຸດຜ່ອນການນຳໃຊ້ງົບປະ ມານລັດສ່ວນໃດໜຶ່ງ ແລະ ວຽກ ງານອື່ນໆ ທີ່ຖືກມອບໝາຍ. ຈາກນັ້ນ, ສະຫາຍລາວປາວຊົ່ງ ນະວົງໄຊ ກໍໄດ້ຂຶ້ນກ່າວຮັບຄໍາໂອ ວາດ ໂດຍສະຫາຍໄດ້ກ່າວສະແດງ ຄວາມຂອບໃຈຕໍ່ກົມການເມືອງສູນ ກາງພັກ ທີ່ໄວ້ວາງໃຈມອບໝາຍ ໜ້າທີ່ອັນມີກຽດ ໃຫ້ພວກຂ້າພະເຈົ້າ ທັງສອງ, ພວກຂ້າພະເຈົ້າພ້ອມ ດ້ວຍໝູ່ຄະນະແລະກໍາມະການແນວ ລາວສ້າງຊາດທຸກຂັ້ນ ຈະພ້ອມກັນ ນໍາເອົາຄວາມເປັນຫ່ວງເປັນໄຍ ແລະ ຈິດໃຈຊີ້ນໍາ ຂອງຂັ້ນເທິງນໍາ ໄປຜັນຂະຫຍາຍໃຫ້ມີຜົນສໍາເລັດ ຢ່າງບໍ່ຢຸດຢັ້ງ. ຂ່າວ-ພາບ: ສູນກາງແນວລາວສ້າງຊາດ ສູນກາງແນວລາວສ້າງຊາດ...ູ້

24/03/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ ltrkcsj '-kf Ia [Iv'gvq kdkog]n vd8A 'xtmko 4 vq 'dko ra dgIq kg;]k.f d= 7n gvq k,tsk-q ogxa odq d xtg,u ozq o37'dkodtly de c]t 3r-tokdkow]pt 2 16j g,n v'8t3vh p ຂປລ. ພັກເຮົາເວລາໃດກໍຄື ເອົາມະຫາຊົນເປັນກົກ, ເຊື່ອໝັ້ນ ກໍາລັງແຮງຂອງມະຫາຊົນ, ເອົາ ວຽກງານສຶກສາອົບຮົມການເມືອງ ແນວຄິດເປັນວຽກສໍາຄັນຕົ້ນຕໍ, ຮ່ວມຊີວິດປະຈໍາເດືອນຖອດຖອນ ບົດຮຽນໃນໄລຍະຜ່ານມາ, ວາງ ແຜນນໍາພາ-ຊີ້ນໍາວຽກງານຮອບ ດ້ານໃນແຕ່ລະໄລຍະຢ່າງຖືກຕ້ອງ ກັບທຸກສະພາບການ, ເອົາການ ຕໍານິຕິຊົມ ເພື່ອກໍ່ສ້າງຊ່ວຍເຫລືອ ເຊິ່ງກັນ ແລະ ກັນ, ເອົາການຕິດ ຕາມກວດກາເປັນກົດເກນແຫ່ງ ການຄົງຕົວ ແລະ ຂະຫຍາຍຕົວ. ພ້ອມນີ, ຖືເອົາການຕໍ່ສູ້ທາງດ້ານ ການເມືອງຄຽງຄູ່ກັບການທະຫານ ໃນບັ້ນຮົບຕ່າງໆຢ່າງມີໄຊເລື້ອຍ ມາ, ກ້າວໄປເຖິງການປົດປ່ອຍປະ ເທດຊາດຢ່າງສົມບູນດ້ວຍນະໂຍ ບາຍ 3 ບາດຄ້ອນຍຸດທະສາດ, ສາມາດລົບລ້າງລະບອບສັກດີນາ ຫລ້າຫລັງພົ້ນສະໄໝໄດ້ຢ່າງສິ້ນ ເຊີງ ແລະ ສະຖາປະນາເປັນປະ ເທດ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975 ເຮັດໃຫ້ຊາວ ໂລກ ກໍຄື ພາກພື້ນ ແລະ ສາກົນ ຮັບຮູ້ເອກະລາດ, ຜືນແຜ່ນດິນອັນ ຄົບຖ້ວນຂອງປະເທດລາວເຮົາ. ສະຫາຍ ຄໍາເລ້ ໄຊຍະວົງສີ ກໍາ ມະການພັກແຂວງ, ເລຂາຄະນະ ບໍລິຫານງານພັກ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ ໂດຍ: ບ່າວທົ່ງ-ລ້ອງງື່ມ່ າົ່ ງ້ ອື່ ມ ສື່ມວນຊົນເນື່ອງໃນໂອກາດວັນ ສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ເມື່ອບໍ່ດົນມານີ້ວ່າ: ຄືດັ່ງພວກເຮົາຮັບຮູ້ດີແລ້ວວ່າວັນທີ 22 ມີນາ 1955 ແມ່ນວັນສ້າງ ຕັ້ງພັກປະຊາຊົນລາວ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນຜູ້ ຈັດຕັ້ງນໍາພາໃນການປະກາດສ້າງ ຕັ້ງວັນສໍາຄັນດັ່ງກ່າວ, ໂດຍສືບ ທອດມູນເຊື້ອ ແລະ ພາລະກິດອັນ ສະຫງ່າລາສີຂອງພັກກອມມູນິດ ອິນດູຈີນ ແລະ ພັກແຄວ້ນລາວໃນ ເມື່ອກ່ອນ ເພື່ອສືບຕໍ່ນໍາພາພາລະ ກິດຕໍ່ສູ້ປົດປ່ອຍປະເທດຊາດອອກ ຈາກການກົດຂີ່ຂູດຮີດຂອງພວກ ສັກດີນາຕ່າງຊາດ, ຈາກແອກປົກ ຄອງຂອງພວກຈັກກະພັດລ່າເມືອງ ຂຶ້ນທັງແບບເກົ່າ ແລະ ແບບໃໝ່ ມາ ເ ປັນ ເ ວລາຫລາຍປີ ໂດຍ ຜ່ານຂະບວນການຕໍ່ສູ້ອັນຍືດເຍື້ອ ຍາວນານ. ພັກປະຊາຊົນລາວໃນເວລາ ນັ້ນ ກໍຄື ພັກປະຊາຊົນປະຕິວັດ ລາວໃນປັດຈຸບັນ. ນັບແຕ່ໄດ້ຮັບ ການສ້າງຕັ້ງເປັນຕົ້ນມາ ພັກໄດ້ ອອກແຮງຕັ້ງໜ້າເຄື່ອນໄຫວຢ່າງ ແຂງແຮງ, ວາງແຜນວຽກເປົ້າ ໝາຍ ແລະ ວຽກຈຸດສຸມຢ່າງມີ ແຜນການ, ຜັນຂະຫຍາຍຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງ ທີ I ຂອງພັກ, ໂຄງການການເມືອງ ສະບັບທໍາອິດໃຫ້ບັນດາສະມາຊິກ ພັກ, ພະນັກງານ, ກໍາລັງປະກອບ ອາວຸດ ແລະ ປະຊາຊົນບັນດາເຜົ່າ ທີ່ມີນໍ້າໃຈຮັກຊາດ, ຮັກບ້ານເກີດ ເມືອງນອນ, ຫັນລົງຮາກຖານຢ່າງ ແຂງແຮງ, ປຸກລະດົມຂົນຂວາຍ ປະຊາຊົນເຂົ້າຮ່ວມການປະຕິວັດ, ເຂົ້າຮ່ວມຂະບວນການຕໍ່ສູ້ໃນບັ້ນ ຮົບຕ່າງໆໄປພ້ອມກັບການກໍ່ສ້າງ, ຄັດເລືອກຜົນງານຜູ້ຫ້າວຫັນ, ມີ ຜົນງານດີເດັ່ນຂະຫຍາຍເຂົ້າເປັນ ສະມາຊິກພັກທີ່ມີຄຸນນະພາບ ແລະ ໄວ້ເນື້ອເຊື່ອໃຈຂອງພັກ, ສ້າງ ເງື່ອນໄຂອຳນວຍຄວາມສະດວກ ໃຫ້ອົງການແນວລາວອິດສະຫລະ, ແນວລາວຮັກຊາດ, ໄດ້ເຄື່ອນໄຫວ ປຸກລະດົມເຕົ້າໂຮມຄວາມສາມັກຄີ ປະຊາຊົນລາວທຸກຊົນເຜົ່າ ທຸກຊັ້ນ ຄົນ, ຊົນເຜົ່າ, ສາສະໜາ, ເພດໄວ ເປັນກໍາລັງແຮງສັງລວມ, ປະກອບ ສ່ວນເຂົ້າໃນພາລະກິດປະຕິວັດ ຢ່າງໝົດຈິດໝົດໃຈ ແລະ ສຸດກົກ ສຸດປາຍ. ສະຫາຍ ຄໍາເລ້ ໄຊຍະວົງສີ ກ່າວຕື່ມວ່າ: ວັນສ້າງຕັ້ງພັກປະຊາ ຊົນປະຕິວັດລາວ ຄົບຮອບ 71 ປີ ພໍດີກົງກັບໄລຍະທີ່ພັກເຮົາພວມ ອອກແຮງຕັ້ງໜ້ານໍາພາຈັດຕັ້ງ ປະຕິບັດຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ຂອງພັກ ຄັ້ງທີ XI I ຢ່າງເປັນຂະບວນການຟົດຟື້ນ ກວ້າງຂວາງ. ສໍາລັບເມືອງທຸລະ ຄົມ ເປັນໄລຍະແຫ່ງການສືບຕໍ່ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ອົງຄະນະພັກເມືອງ ຄັ້ງທີ VIII ຕິດພັນກັບມະຕິກອງປະຊຸມ ໃຫຍ່ ຄັ້ງທີ VII ຂອງອົງຄະນະ ພັກແຂວງວຽງຈັນ, ຊົມເຊີຍຜົນ ສໍາເລັດບັ້ນເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V, ພ້ອມກັນນີ້ ອົງຄະນະພັກ ເມືອງທຸລະຄົມໄດ້ເຂົ້າວາງກະຕ່າ ດອກໄມ້ຕໍ່ໜ້າຮູບຫລໍ່ປະທານ ໄກສອນ ພົມວິຫານ ແລະ ຈັດຕັ້ງ ພິທີປາຖະກະຖາວັນສໍາຄັນດັ່ງກ່າວ ຄືກັບໃນທຸກໆປີ ເພື່ອລະນຶກເຖິງຜົນ ງານຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ແລະ ບັນດາ ອະດີດການນໍາຮຸ່ນບຸກເບີກຂອງພັກ ກໍຄື ຜູ້ທີ່ໄດ້ປະກອບສ່ວນເຫື່ອແຮງ, ສະຕິປັນຍາ ແລະ ອຸທິດເລືອດເນື້ອ ເພື່ອປົກປ້ອງປິຕຸພູມອັນແສນຮັກ ແລະ ຫ່ວງແຫນຂອງພວກເຮົາ ຕະຫລອດໄລຍະຜ່ານມາ, ທັງເປັນ ການຫວນຄືນມູນເຊື້ອຂອງວັນ ສ້າງຕັ້ງພັກໃຫ້ພະນັກງານ-ລັດຖະ ກອນ, ພະນັກງານໃນທຸກສາຂາ ອາຊີບ ແລະ ປະຊາຊົນບັນດາເຜົ່າ ພາຍໃນເມືອງໄດ້ຮັບຮູ້ເຂົ້າໃຈຢ່າງ ເລິກເຊິ່ງ. ຂປລ. ໂຄງການກະສິກໍາເພື່ອ ໂພຊະນາການໄລຍະ 2 ດໍາເນີນ ການຈັດຕັ້ງປະຕິບັດວຽກງານ ພາຍໃຕ້ການສະໜັບສະໜູນງົບ ປະມານຈາກກອງທຶນໂລກ ເພື່ອ ການຄໍ້າປະກັນສະບຽງອາຫານ ຫລື GAFSP ຜ່ານກອງທຶນສາ ກົນເພື່ອການພັດທະນາກະສິກໍາ ຫລື IFAD ຈໍານວນ 38 ລ້ານ ໂດລາສະຫະລັດ ເພື່ອຍົກລະດັບ ຄຸນນະພາບຊີວິດການເປັນຢູ່ຂອງ ຄົວເຮືອນຜູ້ດ້ອຍໂອກາດຈໍານວນ 28.000 ຄົວເຮືອນ ຫລື ປະມານ 168.000 ຄົນ ໃນພື້ນທີ່ເປົ້າໝາຍ 6 ແຂວງ ຄື: ແຂວງຜົ້ງສາລີ, ອຸດົມ ໄຊ, ຊຽງຂວາງ, ເຊກອງ, ສາລະ ວັນ ແລະ ແຂວງອັດຕະປື ພາຍໃນ ປີ 2030. ເມື່ອບໍ່ດົນມານີ້ ທີ່ອົງການປົກ ຄອງເມືອງຕະໂອ້ຍ ແຂວງສາລະ ວັນ ໂຄງການກະສິກຳ ແລະ ໂພ ຊະນາການໄລຍະ 2 ໄດ້ຈັດກອງ ປະຊຸມຮ່ວມກັບຄະນະກຳມະການ ປົກຄອງເມືອງ ໂດຍການປະທານ ຮ່ວມຂອງທ່ານ ນາງ ບຸນຖີນ ແກ່ນພົມມາ ຮອງປະທານຄະນະ ກຳມະການປົກຄອງເມືອງ, ທ່ານ ສິນໄຊ ເພັດແພງສີ ຮອງຫົວໜ້າ ພະແນກກະສິກຳ ແລະ ສິ່ງແວດ ລ້ອມແຂວງ ແລະ ທ່ານ ສຸລິວັນ ປັດຕິວົງ ຜູ້ປະສານງານແຫ່ງຊາດ ຂອງ IFAD ປະຈຳ ສປປ ລາວ. ນອກຈາກນັ້ນ, ຍັງມີຜູ້ປະສານ ງານໂຄງການທີ່ມາຈາກ 3 ແຂວງ ສາລະວັນ, ແຂວງເຊກອງ ແລະ ອັດຕະປື ພ້ອມດ້ວຍຊ່ຽວຊານ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອຕິດຕາມກວດກາການ ຈັດຕັ້ງປະຕິບັດວຽກງານຂອງ ໂຄງການ ແລະ ບັນດາກິດຈະກຳ ຕ່າງໆລວມທັງວຽກງານການ ເງິນການຈັດຊື້ຈັດຈ້າງ ພ້ອມທັງ ປືກສາຫາລື ເພື່ອຊ່ວຍແກ້ໄຂບັນຫາ ໃນການຈັດຕັ້ງປະຕິບັດ. ຂະນະທີ່ ຜູ້ປະສານໂຄງການຂັ້ນເມືອງຂຶ້ນ ລາຍງານສະຫລຸບທົບທວນຄືນຜົນ ການຈັດຕັ້ງປະຕິບັດວຽກໄລຍະ ຜ່ານມາ ແລະ ແຜນດໍາເນີນງານ ໃນຕໍ່ໜ້າຂອງໂຄງການກະສິກໍາ ເພື່ອໂພຊະນາການໄລຍະ 2 ແນ ໃສ່ ເພື່ອຊ່ວຍຄົວເຮືອນເປົ້າໝາຍ ທີ່ຢູ່ໃນເຂດພື້ນທີ່ໂຄງການສາມາດ ປັບປຸງລາຍຮັບໃຫ້ດີຂຶ້ນກວ່າເກົ່າ ເຖິງ 20% ພາຍໃນປີ 2030 ພ້ອມ ທັງຄວາມໝັ້ນຄົງດ້ານສະບຽງ ອາຫານ ແລະ ໂພຊະນາການ, ມີ ຄວາມກຽມພ້ອມກັບການປ່ຽນ ແປງຂອງສະພາບດິນຟ້າ. ນອກ ຈາກນີ້, ບັນດາຜູ້ແທນທີ່ເຂົ້າຮ່ວມ ກອງປະຊຸມໄດ້ຜັດປ່ຽນກັນປະ ກອບຄຳຄິດຄຳເຫັນໃສ່ບົດລາຍ ງານດັ່ງກ່າວຢ່າງກົງໄປກົງມາ. *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ທ່ານ ພົນຈັດຕະວາ ນາງ ລີວົງ ລາວລີ ເປັນຫົວໜ້າອົງການໄອຍະ ການປະຊາຊົນສູງສຸດ, ທ່ານ ວັນໄຊ ພອງສະຫວັນ ເປັນປະທານອົງ ການກວດກາແຫ່ງລັດ ແລະ ທ່ານ ວຽງທະວີສອນ ເທບພະຈັນ ເປັນ ປະທານອົງການກວດສອບແຫ່ງ ລັດ ຕາມຄຳສະເໜີຂອງປະທານ ປະເທດ. ຫລັງຈາກນັ້ນ, ບັນດາ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ໄດ້ພ້ອມກັນລົງຄະແນນ ສຽງ ຮັບຮອງເອົາການເລືອກຕັ້ງ ດັ່ງກ່າວ, ດ້ວຍຄະແນນສຽງເຫັນດີ ເປັນສ່ວນຫລາຍ. ບັນດາທ່ານທີ່ໄ ດ້ຮັບການ ເລືອກຕັ້ງຄັ້ງນີ້, ລ້ວນແລ້ວແຕ່ ແມ່ນຜູ້ທີ່ມີມາດຕະຖານເງື່ອນໄຂ ຄົບຖ້ວນ, ມີລະດັບຄວາມຮູ້, ກຳ ແໜ້ນ ແລະ ສາມາດຫັນແນວ ທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ ເປັນທິດທາງ, ແຜນການ, ໂຄງການພັດທະນາ ຂະແໜງການຕົນ; ມີຄວາມຮູ້ເຂົ້າ ໃຈລະບົບກົດໝາຍຂອງ ສປປ ລາວ ຢ່າງເລິກເຊິ່ງ ແລະ ເຂົ້າໃຈ ພື້ນຖານກົດໝາຍສາກົນ; ເປັນ ຜູ້ມີຄວາມບໍລິສຸດສັດຊື່ຕໍ່ພັກ, ຕໍ່ ຢືນຢັນວ່າ: ຈະສຸມທຸກເຫື່ອແຮງ, ສະຕິປັນຍາ, ຄວາມຮູ້ຄວາມສາ ມາດປະຕິບັດໜ້າທີ່ດ້ວຍຄວາມ ຊື່ສັດ, ບໍລິສຸດ ແລະ ຍຸຕິທຳ; ອອກ ແຮງຄົ້ນຄວ້າຮໍ່າຮຽນຍົກລະດັບ ຄວາມຮູ້ຄວາມສາມາດດ້ານຕ່າງໆ ໃຫ້ສູງຂຶ້ນ ເພື່ອສົມຄູ່ກັບໜ້າທີ່ ການເມືອງຂອງຕົນ; ຈະຮ່ວມກັບ ໝູ່ຄະນະ, ປັບປຸງແບບແຜນວິທີ ເຮັດວຽກ ແລະ ວິທີນຳພາພາຍໃນ ຄະນະພັກ ໃຫ້ຄ່ອງຕົວ, ໂລ່ງລ່ຽນ, ໂປງໃສ່ ແລະ ກວດສອບໄດ້ຕາມ ເງື່ອນໄຂ ແລະ ສະພາບຕົວຈິງໃນ ແຕ່ລະໄລຍະໄປພ້ອມກັບຍົກສູງ ຄວາມຮັບຜິດຊອບໃນໜ້າທີ່ການ ເມືອງ ແລະ ວຽກງານວິຊາສະ ເພາະໃຫ້ບັນລຸເປົ້າໝາຍຢ່າງມີຄຸນ ນະພາບສູງ. ຂ່າວ: ທະນູທອງ; ພາບ: ເກດສະໜາ ທ່ານ ພົນຈັດຕະວາ ນາງ ລີວົງ ລາວລີ ເປັນຫົວໜ້າອົງການໄອຍະການປະຊາຊົນສູງສຸດ ທ່ານ ວັນໄຊ ພອງສະຫວັນ ເປັນປະທານອົງການກວດກາແຫ່ງລັດ ທ່ານ ວຽງທະວີສອນ ເທບພະຈັນ ເປັນປະທານອົງການກວດສອບແຫ່ງລັດ ລັດ, ຕໍ່ປະຊາຊົນມີຄວາມທ່ຽງທໍາ ພາວະວິໄສເດັດຂາດເຂັ້ມງວດໃນ ການປົກປ້ອງແນວທາງ, ປົກປ້ອງ ກົດໝາຍ, ປົກປ້ອງຜົນປະໂຫຍດ ອັນຊອບທໍາຂອງປະຊາຊົນ, ຂອງ ປະເທດຊາດ, ຄວາມຍຸຕິທໍາໃນ ສັງຄົມ ແລະ ມີປະສົບການ, ຜົນ ສໍາເລັດໃນໜ້າທີ່ຕຳແໜ່ງນໍາພາຄຸ້ມຄອງໃດໜຶ່ງມາແລ້ວ. ໃນໂອກາດນີ້ , ຜູ້ທີ່ໄດ້ຮັບ ການເລືອກຕັ້ງໃນຄັ້ງນີ້ໄດ້ຜັດ ປ່ຽນກັນຂຶ້ນຮັບໜ້າທີ່ ໂດຍໄດ້ ສະ ແດງຄວາມຂອບ ໃ ຈຢ່າ ງ ຈິງໃຈມາຍັງກົມການເມືອງສູນ ກາງພັກ, ບັນດາສະມາຊິກສະ ພາແຫ່ງຊາດ ຊຸດທີ X ທີ່ໄດ້ໃຫ້ ຄວາມໄວ້ວາງໃຈ ແລະ ມອບ ໝາຍໜ້າທີ່ອັນສໍາຄັນນີ້, ພ້ອມທັງ

RkJQdWJsaXNoZXIy MTc3MTYxMQ==