ຊາວໜຸ່ມຕົວແບບການສ້າງອາຊີບ ມີລາຍຮັບ 7-10 ລ້ານກີບຕໍ່ເດືອນ

24/03/2026 10:40
ຂປລ ຂປລ. ຫວ່າງບໍ່ດົນມານີ້, ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ແຂວງອັດຕະປື, ນໍາໂດຍ ທ່ານ ນາງ ພິມພອນ ກອງບົວຄໍາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ຜູ້ຊີ້ນໍາພັດທະນາອາຊີບ ແລະ ສ້າງວຽກເຮັດງານທໍາ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້, ຕິດຕາມກວດກາ ຊາວໜຸ່ມຕົວແບບສ້າງອາຊີບ ເປີດຮ້ານສ້ອມແປງລົດຈັກ ທີ່ບ້ານກະຢື, ເມືອງສາມັກຄີໄຊ, ແຂວງອັດຕະປື ທີ່ໄດ້ຮັບທຶນກູ້ຢືມມາຈາກໂຄງການ (ກ້າໄມ້, ແຕກໃບ ສົດໃສ, ຢືນຕົ້ນໃຫ່ຍງາມ).

ຂປລ. ຫວ່າງບໍ່ດົນມານີ້,  ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ແຂວງອັດຕະປື, ນໍາໂດຍ ທ່ານ ນາງ ພິມພອນ ກອງບົວຄໍາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ຜູ້ຊີ້ນໍາພັດທະນາອາຊີບ ແລະ ສ້າງວຽກເຮັດງານທໍາ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້, ຕິດຕາມກວດກາ ຊາວໜຸ່ມຕົວແບບສ້າງອາຊີບ ເປີດຮ້ານສ້ອມແປງລົດຈັກ ທີ່ບ້ານກະຢື, ເມືອງສາມັກຄີໄຊ, ແຂວງອັດຕະປື ທີ່ໄດ້ຮັບທຶນກູ້ຢືມມາຈາກໂຄງການ (ກ້າໄມ້, ແຕກໃບ ສົດໃສ, ຢືນຕົ້ນໃຫ່ຍງາມ).




ທ້າວ ວິມານ ປອນຫໍ່ແກ້ວ ຊາວໜຸ່ມຕົວແບບໄດ້ເລົ່າສູ້ຟັງວ່າ: ໃນປີ 2022 ຕົນເອງເປັນພຽງສະມາຊິກຊາວໜຸ່ມຜູ້ໜຶ່ງທີ່ໄດ້ຮັບໂອກາດໄປຝຶກອົບຮົມວິຊາຊີບ, ກ່ຽວກັບວຽກງານສ້ອມແປງ ຢູ່ສູນຝຶກອົບຮົມວິຊາຊີບຊາວໜຸ່ມ ດອນບອສໂກ ນະຄອນຫລວງວຽງຈັນ, ເປັນໄລຍະເວລາ 6 ເດືອນ ເຊິ່ງພາຍຫລັງສໍາເລັດການຝຶກອົມຮົບວິຊາຊີບ ຕົນກໍ່ໄດ້ກັບມາຢູ່ບ້ານ ແລະ ຈັດຢູ່ໃນຊາວໜຸ່ມຜູ້ໜຶ່ງທີ່ຫວ່າງງານ. ຈາກນັ້ນຕົກມາ ປີ 2024 ທາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງອັດຕະປື ໄດ້ແຈ້ງໃຫ້ຕົນຮູ້ວ່າ ມີທຶນກູ້ຢືມຈາກໂຄງການ (ກ້າໄມ້ແຕກໃບ ສົດໃສ ຢືນຕົ້ນໃຫຍ່ງາມ) ໄດ້ເປີດໂອກາດໃຫ້ກັບຊາວໜຸ່ມຫວ່າງງານ ທີ່ມີຄວາມສົນໃຈຢາກກູ້ຢືມ ເພື່ອນໍາໄປເປັນທຶນໃນການສ້າງອາຊີບ ແລະ ວຽກເຮັດງານທໍາ ເຊິ່ງຕົນເອງກໍມີຄວາມສົນໃຈ ແລະ ໄດ້ຕັດສິນໃຈກູ້ຢືມເງິນທຶນດັ່ງກ່າວ ເພື່ອມາເປີດຮ້ານສ້ອມແປງລົດຈັກ ຢູ່ທີ່ເຮືອນຂອງຕົນເອງ ເປັນຈໍານວນເງິນ 10 ລ້ານກີບ, ໂດຍສົມທົບກັບທຶນຂອງຄອບຄົວຈໍານວນໜຶ່ງ, ໃນເບື້ອງຕົ້ນ ກໍໄດ້ເປີດເປັນຮ້ານນ້ອຍໆ

 
ແລະ ມີເຄື່ອງມືສ້ອມແປງກໍບໍ່ທັນຫລາຍ, ມີແຮງງານພຽງແຕ່ຕົນເອງຜູ້ດຽວ ທີ່ເປັນທັງເຈົ້າຂອງຮ້ານ ແລະ ເປັນທັງຊ່າງສ້ອມແປງ ເພາະວ່າຮ້ານຂອງຕົນບໍ່ທັນເປັນທີ່ຮູ້ຈັກ ແລະ ລູກຄ້າບໍ່ທັນຫລາຍ ເຊິ່ງລູກຄ້າສ່ວນໃຫຍ່ ແມ່ນພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ-ຕໍາຫລວດ. ມາປີ 2025 ເປັນຕົ້ນມາເຫັນວ່າມີລູກຄ້າເຂົ້າມາໃຊ້ບໍລິການສ້ອມແປງລົດຫລາຍຂຶ້ນກວ່າເກົ່າຈົນຕ້ອງໄດ້ຮັບເອົາຊາວໜຸ່ມຫວ່າງງານຢູ່ພາຍໃນບ້ານມາຊ່ວຍຕື່ມອີກ 2 ຄົນ, ພ້ອມນັ້ນກໍໄດ້ມີການປັບປຸງ-ພັດທະນາຮ້ານຂຶ້ນຕ່ືມໂດຍການຊື້ເຄ່ືອງມືສ້ອມແປງ ແລະ ອາໄຫລ່ ເຂົ້າມາຮ້ານເພີ່ມດ້ວຍທຶນຮ້ອນທີ່ຕົນເອງເກັບອອມມາ, ແນວໃດກໍຕາມ, ການທີ່ຈະເຮັດໃຫ້ລູກຄ້າເຂ້ົາມາໃຊ້ບໍລິການບໍ່ແມ່ນເລື່ອງງ່າຍ, ສະນັ້ນ ເຮົາຕ້ອງບໍລິການດີໃຫ້ກັບລູກຄ້າ, ສ້າງຄວາມເຊື່ອໝັ້ນໃຫ້ກັບລູກຄ້າ ຈົນມີລູກຄ້າຂາປະຈຳ.ສ່ວນລາຍຮັບຈາກການບໍລິການສ້ອມແປງລົດຈັກໂດຍສະເລ່ຍແລ້ວ ປະມານ 7-10 ລ້ານກີບຕໍ່ເດືອນ ເຊິ່ງເປັນລາຍໄດ້ຈາກການບຸກບືນສູ້ຊົນດ້ວຍນໍ້າເຫື່ອນ້້ຳແຮງຂອງຕົນ, ອັນເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນຫລາຍຖ້າທຽບໃສ່ເມື່ອກ່ອນ.

KPL

ຂ່າວອື່ນໆ

    • ເວທີປຶກສາຫາລືການເງິນພາກໃຕ້ທົ່ວໂລກ ປີ 2026 ຈະຈັດຂຶ້ນທ້າຍເດືອນນີ້ ຢູ່ປັກກິ່ງບົດ-ສາລະຄະດີ

      ເວທີປຶກສາຫາລືການເງິນພາກໃຕ້ທົ່ວໂລກ ປີ 2026 ຈະຈັດຂຶ້ນທ້າຍເດືອນນີ້ ຢູ່ປັກກິ່ງ

      3/24/2026 12:19:41 PM

      ເວທີປຶກສາຫາລືການເງິນພາກໃຕ້ທົ່ວໂລກປີ 2026 ພາຍໃຕ້ຫົວຂໍ້ "ສ່ອງແສງສະຫວ່າງພາກໃຕ້ທົ່ວໂລກ" ຈະຈັດຂຶ້ນໃນລະຫວ່າງວັນທີ 25-26 ມີນາ 2026 ທີ່ຈະມາເຖິງນີ້, ຢູ່ນະຄອນຫລວງປັກກິ່ງ ສປ ຈີນ,

    • ພັກເຮົາເວລາໃດ ກໍຄືເອົາມະຫາຊົນເປັນກົກບົດ-ສາລະຄະດີ

      ພັກເຮົາເວລາໃດ ກໍຄືເອົາມະຫາຊົນເປັນກົກ

      3/24/2026 10:49:30 AM

      ຂປລ. ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ພັກເຮົາເວລາໃດກໍຄືເອົາມະຫາຊົນເປັນກົກ, ເຊື່ອໝັ້ນກໍາລັງແຮງຂອງມະຫາຊົນ, ເອົາວຽກງານສຶກສາອົບຮົມການເມືອງແນວຄິດ ເປັນວຽກສໍາຄັນຕົ້ນຕໍ, ຮ່ວມຊີວິດປະຈໍາເດືອນຖອດຖອນບົດຮຽນໃນໄລຍະຜ່ານມາ, ວາງແຜນນໍາພາ-ຊີ້ນໍາວຽກງານຮອບດ້ານໃນແຕ່ລະໄລຍະຢ່າງຖືກຕ້ອງ ກັບທຸກສະພາບການ, ເອົາການຕໍານິຕິຊົມ ເພື່ອກໍ່ສ້າງຊ່ວຍເຫລືອເຊິ່ງກັນ ແລະ ກັນ

    • ປະເມີນຜົນໂຄງການກະສິກຳ ແລະ ໂພຊະນາການໄລຍະ 2 ຢູ່ ເມືອງຕະໂອ້ຍ ບົດ-ສາລະຄະດີ

      ປະເມີນຜົນໂຄງການກະສິກຳ ແລະ ໂພຊະນາການໄລຍະ 2 ຢູ່ ເມືອງຕະໂອ້ຍ

      3/24/2026 10:44:48 AM

      ຂປລ. ໂຄງການກະສິກໍາເພື່ອ ໂພຊະນາການໄລຍະ 2 ດໍາເນີນ ການຈັດຕັ້ງປະຕິບັດວຽກງານ ພາຍໃຕ້ການສະໜັບສະໜູນງົບ ປະມານຈາກກອງທຶນໂລກ ເພື່ອ ການຄໍ້າປະກັນສະບຽງອາຫານ ຫລື GAFSP ຜ່ານກອງທຶນສາ ກົນເພື່ອການພັດທະນາກະສິກໍາ ຫລື IFAD ຈໍານວນ 38 ລ້ານ ໂດລາສະຫະລັດ ເພື່ອຍົກລະດັບ ຄຸນນະພາບຊີວິດການເປັນຢູ່ຂອງ ຄົວເຮືອນຜູ້ດ້ອຍໂອກາດຈໍານວນ 28.000 ຄົວເຮືອນ ຫລື ປະມານ 168.000 ຄົນ ໃນພື້ນທີ່ເປົ້າໝາຍ 6 ແຂວງ

    • ເອກະລັກວັດທະນະທຳການນຸ່ງຖືຂອງແມ່ຍິງລາວບົດ-ສາລະຄະດີ

      ເອກະລັກວັດທະນະທຳການນຸ່ງຖືຂອງແມ່ຍິງລາວ

      3/24/2026 10:36:33 AM

      ຂປລ. ປະເທດລາວປະກອບມີຫລາຍຊົນເຜົ່າ ທີ່ມີເອກະລັກດ້ານພາສາເວົ້າ, ການນຸ່ງຖື, ວັດທະນະທຳທີ່ແຕກຕ່າງກັນ, ເມື່ອເວົ້າເຖິງການນຸ່ງຖືຂອງແມ່ຍິງລາວແລ້ວແຕ່ລະຊົນເຜົ່ນລ້ວນແຕ່ມີເອກະລັກຂອງໃຜລາວທີ່ສ້າງຄວາມໂດດເດັ່ນໃຫ້ກັບແມ່ຍິງລາວເຜົ່ານັ້ນໆ, ການແຕ່ງກາຍຂອງແມ່ຍິງລາວ ແມ່ນສິລະປະທີ່ໂດດເດັ່ນ ເປັນຄວາມເອກອ້າງທະນົງໃຈ ແລະ ເປັນມໍລະດົກອັນລ້ຳຄ່າຂອງຊາດ

    • ຊຸມຊົນຊາວຫວຽດນາມຢູ່ລາວ ຖືສໍາຄັນ ແລະ ສືບຕໍ່ຮັກສາມູນເຊື້ອ ຮີດຄອງປະເພນີທີ່ເປັນເອກະລັກຂອງຊາດບົດ-ສາລະຄະດີ

      ຊຸມຊົນຊາວຫວຽດນາມຢູ່ລາວ ຖືສໍາຄັນ ແລະ ສືບຕໍ່ຮັກສາມູນເຊື້ອ ຮີດຄອງປະເພນີທີ່ເປັນເອກະລັກຂອງຊາດ

      3/23/2026 1:56:50 PM

      ຂປລ. ວິຖີຊີວິດຂອງຊຸມຊົນຊາວຫວຽດນາມ ຢູ່ ສປປ ລາວ, ກິດຈະກຳດ້ານວັດທະນະທຳ ແລະ ຈິດວິນຍານ ມີບົດບາດສຳຄັນຢ່າງຍິ່ງ, ມັນບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການທາງດ້ານຄວາມເຊື່ອຖື, ແຕ່ຍັງເປັນສາຍໃຍເຊື່ອມໂຍງຊຸມຊົນ, ທັງມີສ່ວນຊ່ວຍໃນການຖະນຸຖະໜອມ ແລະ ເຜີຍແຜ່ເອກະລັກຂອງຊາດ

ads
ads

Top