ຂປລ
ໃນຖະແຫລງການຮ່ວມ ທີ່ໄດ້ຍົກອອກມາ ໃນວັນທີ 19 ມີນາ, 6 ປະເທດລວມມີ: ຝຣັ່ງ, ອັງກິດ, ເຢຍລະມັນ, ອີຕາລີ, ໂຮນລັງ ແລະ ຍີ່ປຸ່ນ ຢືນຢັນວ່າ “ກຽມພ້ອມແລ້ວ ທີ່ຈະປະກອບ ສ່ວນ ເຂົ້າບັນດາຂໍ້ລິເລີ່ມ ເພື່ອແນໃສ່ຮັບປະກັນ ຄວາມໝັ້ນຄົງ
ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ໃນຖະແຫລງການຮ່ວມ ທີ່ໄດ້ຍົກອອກມາ ໃນວັນທີ 19 ມີນາ, 6 ປະເທດລວມມີ: ຝຣັ່ງ, ອັງກິດ, ເຢຍລະມັນ, ອີຕາລີ, ໂຮນລັງ ແລະ ຍີ່ປຸ່ນ ຢືນຢັນວ່າ “ກຽມພ້ອມແລ້ວ ທີ່ຈະປະກອບ ສ່ວນ ເຂົ້າບັນດາຂໍ້ລິເລີ່ມ ເພື່ອແນໃສ່ຮັບປະກັນ ຄວາມໝັ້ນຄົງ ໃນການແລ່ນກຳປັ່ນ ຢູ່ຊ່ອງແຄບທະເລຮໍມຸດ.
ບັນດາປະເທດນີ້ ພ້ອມທັງກ່າວເຕືອນ ການກະທຳທີ່ມີຄວາມສ່ຽງ ເຮັດໃຫ້ແຫລ່ງສະໜອງ ນ້ຳມັນທົ່ວໂລກ ບໍ່ເປັນປົກກະຕິ, ຮຽກຮ້ອງໃຫ້ບັນດາຝ່າຍ ທີ່ກ່ຽວຂ້ອງຈົ່ງລະງັບໃຈ ແລະ ຢຸດຕິບັນດາການເຄື່ອນໄຫວ ທີ່ເຮັດໃຫ້ຂາດສະຖຽນລະພາບ.
ເຖິງວ່າ ຍັງບໍ່ທັນຍົກອອກ ແຜນການຜັນຂະຫຍາຍ ຢ່າງລະອຽດກໍ່ຕາມ, ແຕ່ກຸ່ມປະເທດນີ້ ໃຫ້ຮູ້ວ່າ ບັນດາວິທີການອາດສາມາດ ປະຕິບັດໄດ້ລວມມີ: ເພີ່ມທະວີການມີໜ້າ ຂອງກອງທັບເຮືອ, ຈັດການລາດຕະເວນລວມ ຫລື ໜູນຊ່ວຍການປ້ອງກັນ ກຳປັ່ນການຄ້າ ທີ່ແລ່ນໄປຜ່ານພາກພື້ນນີ້.
KPL