ຂປລ
ສ.ອາເມລິກາ ໄດ້ຍົກເລີກຊົ່ວຄາວ ບັນດາຄຳສັ່ງລົງໂທດ ຕໍ່ກັບນ້ຳມັນເຊື້ອໄຟຂອງ ອີຣານ ທີ່ໄດ້ຂົນຂຶ້ນກຳປັ່ນແລ້ວ ເພື່ອຮັບມືກັບວິກິດການແຫລ່ງສະໜອງ ທີ່ເກີດຈາກບັ້ນສູ້ຮົບຢູ່ ຕາເວັນອອກກາງ.

ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ວັນທີ 20 ມີນາ, ສ.ອາເມລິກາ ໄດ້ຍົກເລີກຊົ່ວຄາວ ບັນດາຄຳສັ່ງລົງໂທດ ຕໍ່ກັບນ້ຳມັນເຊື້ອໄຟຂອງ ອີຣານ ທີ່ໄດ້ຂົນຂຶ້ນກຳປັ່ນແລ້ວ ເພື່ອຮັບມືກັບວິກິດການແຫລ່ງສະໜອງ ທີ່ເກີດຈາກບັ້ນສູ້ຮົບຢູ່ ຕາເວັນອອກກາງ.
ຂໍ້ຕົກລົງຫລຸດຜ່ອນດັ່ງກ່າວ ໄດ້ອະນຸຍາດໃຫ້ ອີຣານ ຂາຍນ້ຳມັນດິບ 140 ລ້ານຖັງ ພ້ອມກັບບັນດາຜະລິດຕະພັນນ້ຳມັນອື່ນໆ ທີ່ໄດ້ຂົນຂຶ້ນກຳປັ່ນ ກ່ອນວັນທີ 20 ມີນາ ແລະ ມີຜົນບັງຄັບໃຊ້ ຮອດວັນທີ 19 ເມສາ.
ເຖິງຢ່າງໃດກໍ່ຕາມ, ມາດຕະການນີ້ບໍ່ໄດ້ນຳໃຊ້ ກັບບັນດາງວດນ້ຳມັນ ທີ່ຂົນສົ່ງໄປ ກູບາ, ສ.ເກົາຫລີ ຫລືເຂດຂອງ ອູແກຣນ ໂດຍຣັດເຊຍ ຄວບຄຸມ.
KPL