ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີ່ເປີດນຳໃຊ້ສະໜາມບິນສາກົນບໍ່ແກ້ວ

10/03/2026 12:20
ຂປລ ໃນຕອນແລງ ວັນທີ 6 ມີນາ 2026 ຜ່ານມາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ໄດ້ໃຫ້ກຽດເຂົ້າຮ່ວມພິທີເປີດນຳໃຊ້ສະໜາມບິນສາກົນບໍ່ແກ້ວ ຢ່າງເປັນທາງການ.

     ຂປລ. ມີທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ພົຈວ ແປ້ນຄຳ ບຸດຈັນແພງ ເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ, ທ່ານ ນາງ ທຽນທອງ ໂສພາ ຜູ້ອໍານວຍການ ບໍລິສັດ ສະໜາມບິນສາກົນບໍ່ແກ້ວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ສະໜາມບິນສາກົນບໍ່ແກ້ວ ຕັ້ງຢູ່ທີ່ບ້ານໃຫຍ່ສີເມືອງງາມ ເມືອງ ຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຮັບການອະນຸຍາດໃຫ້ລົງທຶນ ແລະ ກໍ່ສ້າງໃນປີ 2021-2023, ເປັນສະໜາມບິນເອກະຊົນແຫ່ງທໍາອິດໃນ ສປປ ລາວ, ພາຍໃຕ້ສັນຍາຮູບແບບ BOT (ລົງທຶນ, ກໍ່ສ້າງ ແລະ ບໍລິຫານງານໂດຍບໍລິສັດ 100%), ໄດ້ຖືກຈັດຢູ່ໃນປະເພດສະໜາມບິນຂະໜາດກາງ (Code 4C), ມີທາງແລ່ນຂຶ້ນ-ລົງຂະໜາດ 2.500 ແມັດ x 45 ແມັດ, ສາມາດຮອງຮັບເຮືອບິນປະເພດ A-320, B-737, ມີ 3 ທາງຂັບເຄື່ອນ (Taxiway) ຄື: Alpha, Bravo ແລະ Cherie, ມີລານຈອດເຮືອບິນຂະໜາດ 130 ແມັດ x 220 ແມັດ, ປະກອບມີຂຸມຈອດເຮືອບິນທັງໝົດ 4 ຂຸມຈອດ, ສາມາດຮັບເຮືອບິນຂະໜາດ A-320, B-737 ໄດ້ພ້ອມກັນ 2 ລໍາ ແລະ ອີກ 2 ລໍາປະເພດເຮືອບິນ ATR- 72 ຫລື MA-60 ລົງມາ; ການບັນຊາການຈະລາຈອນເຮືອບິນຂຶ້ນ-ລົງ ແລະ ພື້ນຖານໂຄງລ່າງຕ່າງໆ ຢູ່ສະໜາມບິນແມ່ນລະດັບມາດຕະຖານຂອງອົງການການບິນ ພົນລະເຮືອນສາກົນ.

     ພາຍຫລັງການກໍ່ສ້າງສໍາເລັດ ແມ່ນໄດ້ເປີດນໍາໃຊ້ບໍລິການຜູ້ໂດຍສານພາຍໃນປະເທດ ໃນວັນທີ 5 ກຸມພາ 2024 ແລະ ໄດ້ສືບຕໍ່ກໍ່ສ້າງ- ປັບປຸງບາງດ້ານເພີ່ມເຕີມໃຫ້ໄດຄົບຖ້ວນຕາມມາດຖານເຕັກນິກຂອງສະໜາມບິນສາກົນ ຊຶ່ງຄາດວ່າສະໜາມບິນດັ່ງກ່າວ ຈະປະກອບສ່ວນສຳຄັນຂອງຂະແໜງໂຍທາທິການ ແລະ ຂົນສົ່ງ ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍສະເພາະຕໍ່ການບໍລິການດ້ານການຄ້າ-ການທ່ອງທ່ຽວ, ການປະຕິບັດນະໂຍບາຍເຊື່ອມໂຍງ-ເຊື່ອມຈອດທັງພາຍໃນ ແລະ ພາກພື້ນ.

     ການເປີດນຳໃຊ້ສະໜາມບິນແຫ່ງນີ້ ເປັນສະໜາມບິນສາກົນແມ່ນໄດ້ປະກອບສ່ວນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງ ຍທຂ ແລະ ແຜນພັດທະນາວຽກງານຂະແໜງ ຍທຂ ໄລຍະ 5 ປີ 2026-2030 ທີ່ໄດ້ກໍານົດຄາດໝາຍການຂົນສົ່ງໂດຍສານ ແລະ ສິນຄ້າທາງອາກາດ ເພີ່ມຂຶ້ນສະເລ່ຍ 0,8% ຕໍ່ປີ ໃຫ້ປະກົດຜົນເປັນຈິງ ໂດຍສະເພາະຈະສ້າງເງື່ອນໄຂໃຫ້ແກ່ການບໍລິການຖ້ຽວບິນສາກົນເຂົ້າມາ ສປປ ລາວ ນັບມື້ນັບເພີ່ມຂຶ້ນ.   

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

KPL

ຂ່າວອື່ນໆ

    • ບຸນ"ພະທາດດອກແກ້ວ" ປີ 2026 ຈັດຂຶ້ນຢ່າງຢ່າງຍິ່ງໃຫຍ່ບົດ-ສາລະຄະດີ

      ບຸນ"ພະທາດດອກແກ້ວ" ປີ 2026 ຈັດຂຶ້ນຢ່າງຢ່າງຍິ່ງໃຫຍ່

      3/10/2026 1:29:26 PM

      ຂປລ. ຈົບລົງດ້ວຍຄວາມປະ ທັບໃຈ ສໍາລັບບຸນ “ພະທາດດອກ ແກ້ວ” ປີ 2026 ລະຫວ່າງວັນທີ 2-3 ມີນາ 2026, ທີ່ວັດທາດດອກ ແກ້ວອັກຄະຣາມ, ເມືອງອາດສະ ພອນ ຊຶ່ງເປັນສິ່ງສັກສິດຄູ່ບ້ານຄູ່ ເມືອງ ໂດຍມີຈຸດປະສົງຫລັກເພື່ອ ສືບສານຮີດຄອງປະເພນີອັນດີງາມ ແລະ ຊຸກຍູ້ການທ່ອງທ່ຽວທາງ ດ້ານວັດທະນະທຳໃຫ້ກາຍເປັນທີ່ ຮູ້ຈັກຢ່າງກວ້າງຂວາງ.

    • ໂຮງໝໍແຂວງວຽງຈັນ ເປັນໂຮງໝໍຕົວແບບການລ້ຽງລູກດ້ວຍນົມແມ່ ປະຈຳປີ 2025ບົດ-ສາລະຄະດີ

      ໂຮງໝໍແຂວງວຽງຈັນ ເປັນໂຮງໝໍຕົວແບບການລ້ຽງລູກດ້ວຍນົມແມ່ ປະຈຳປີ 2025

      3/10/2026 1:24:07 PM

      ຂປລ. ພິທີສະເຫລີມສະຫລອງໂຮງໝໍແຂວງວຽງຈັນ ເປັນໂຮງໝໍຕົວແບບການລ້ຽງລູກດ້ວຍນົມແມ່ ປະຈຳປີ 2025 ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ໂຮງໝໍແຂວງວຽງຈັນ ໂດຍມີທ່ານ ດຣ. ບຸນຊູ ແກ້ວມະຫາວົງ ຫົວໜ້າຫ້ອງການ ກະຊວງສາທາລະນະສຸກ

    • ປາ ພາຮັ່ງມີບົດ-ສາລະຄະດີ

      ປາ ພາຮັ່ງມີ

      3/10/2026 1:15:15 PM

      ຂປລ. ການລ້ຽງປາ ແມ່ນ ອາຊີບໜຶ່ງທີ່ບໍ່ງ່າຍ ແລະ ກໍບໍ່ຍາກ, ເມື່ອເຮົາມີຄວາມມັກຮັກເອົາໃຈໃສ່ ຢ່າງຈິງຈັງ ແລະ ລ້ຽງໃຫ້ຫລາຍ ກໍຈະນຳເອົາລາຍຮັບເຂົ້າຄອບຄົວ ເປັນກອບເປັນກຳ. ແນວໃດກໍດີ, ມື້ ນີ້ “ຄໍລຳ ພັດທະນາອາຊີບ ໜັງສືພິມ ປະເທດລາວ” ຂໍພາທ່ານຜູ້ອ່ານໄປ ຮູ້ກັບຄອບຄົວໜຶ່ງຢູ່ບ້ານປາກປຶງ ເມືອງປາກຊັນ ແຂວງບໍລິຄຳໄຊ

    • ເອກະລັກວັດທະນະທຳຂອງຊົນເຜົ່າກະຕູບົດ-ສາລະຄະດີ

      ເອກະລັກວັດທະນະທຳຂອງຊົນເຜົ່າກະຕູ

      3/10/2026 1:08:23 PM

      ຂປລ. ປະເທດລາວ ມີອະລິຍະ ທຳທີ່ເກົ່າແກ່ໃນອາຊີຕາເວັນອອກ ສຽງໃຕ້ ແລະ ມີຄວາມຫລາກຫລາຍ ທາງດ້ານຊົນເຜົ່າ, ວັດທະນະທຳ, ຮີດຄອງປະເພນີ ແລະ ຮູບແບບ ການດຳລົງຊີວິດ, ມີວົງຄະນາຍາດ ແຫ່ງຊາດລາວ ເຖິງ 50 ຊົນເຜົ່າ ຊຶ່ງ ໃນນັ້ນ ຊົນເຜົ່າກະຕູ ກໍເປັນໜຶ່ງ ແລະ ນອນຢູ່ໃນກຸ່ມຊົນເຜົ່າທີ່ປາກເວົ້າ ພາສາມອນ-ຂະແມ ແລະ ມີຮູບແບບ ການດຳລົງຊີວິດທີ່ເປັນເອກະລັກ ອັນໄດ້ກາຍເປັນມົນສະເໜ່ສະເພາະ ຂອງເຂົາເຈົ້າ.

    • ຝຶກອົບຮົມການນຳໃຊ້ຖານຂໍ້ມູນ ການບໍລິຫານການເງິນພາກລັດບົດ-ສາລະຄະດີ

      ຝຶກອົບຮົມການນຳໃຊ້ຖານຂໍ້ມູນ ການບໍລິຫານການເງິນພາກລັດ

      3/10/2026 12:33:23 PM

      ຊຸດຝຶກອົບຮົມວຽກງານ ການນໍາໃຊ້ລະບົບຖານຂໍ້ມູນ ການບໍລິຫານການເງິນພາກລັດ (ໂປຣແກຣມບັນຊີ) ໃຫ້ແກ່ຜູ້ຮັບຜິດຊອບວຽກ ງານການເງິນຂອງບັນດາກົມ, ທຽບເທົ່າກົມພາຍໃນຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 2-4 ມີນາ 2026 ຢູ່ຄະນະໂຄສະນາອົບຮົມສູນກາງພັກ.

ads
ads

Top