ເອຢິບ ຂົນສົ່ງເຄື່ອງຊ່ວຍເຫລືອ 7.600 ໂຕນ ໄປຍັງເຂດກາຊາ

22/01/2026 18:00
ຂປລ ອົງການສະພາກາແດງ ຂອງ ເອຢິບ ໄດ້ຂົນສົ່ງເຄື່ອງຊ່ວຍເຫລືອ ດ້ານມະນຸດສະທຳ ຖ້ຽວໃໝ່ ເຂົ້າໄປຍັງ ເຂດກາຊາ ລວມມີຫລາຍກວ່າ 7.600 ໂຕນ, ໃນນັ້ນ ມີທັນຍາພືດ 4.660 ໂຕນ.

ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ ລາຍງານວ່າ: ວັນທີ 20 ມັງກອນ, ອົງການສະພາກາແດງ ຂອງ ເອຢິບ ໄດ້ຂົນສົ່ງເຄື່ອງຊ່ວຍເຫລືອ ດ້ານມະນຸດສະທຳ ຖ້ຽວໃໝ່ ເຂົ້າໄປຍັງ ເຂດກາຊາ ລວມມີຫລາຍກວ່າ 7.600 ໂຕນ, ໃນນັ້ນ ມີທັນຍາພືດ 4.660 ໂຕນ. 

ສ່ວນຈຳນວນ ທີ່ ຍັງເຫລືອລວມມີ ເຊື້ອໄຟ, ຢາປິ່ນປົວ, ອຸປະກອນ ການແພດ, ນົມຜົງ ສຳລັບ ເດັກເກີດໃໝ່, ຜ້າຮົ່ມ, ເຄື່ອງກັນໜາວ ແລະ ອື່ນໆ. ນີ້ແມ່ນ ການຊ່ວຍເຫລືອ ຊຸດທີ 120 ຕາມຂໍ້ລິເລີ່ມ “Zad Al-Izza: ຈາກ ເອຢິບ ໄປຍັງ ເຂດກາຊາ”, ໂດຍໄດ້ປຸກລະດົມ ຊຸກຍູ້ ໃນທ້າຍເດືອນ ກໍລະກົດ 2025 ຜ່ານມາ.

        ເອຢິບ ແມ່ນປະເທດ ທີ່ມີ ບົດບາດ ແກ່ນສານ ໃນການເຄື່ອນໄຫວ ຊ່ວຍເຫລືອ ດ້ານມະນຸດສະທຳ ໃຫ້ແກ່ເຂດ ກາຊາ ໃນໄລຍະເກີດສົງຄາມ ຫລາຍກວ່າ 2 ປີຜ່ານມາ. ສະນັ້ນ, ເອຢິບ ໄດ້ສົມທົບກັບ ບັນດາ ຝ່າຍທີ່ກ່ຽວຂ້ອງ ຂົນສົ່ງເຄື່ອງຊ່ວຍເຫລືອ ໄປຍັງ ເຂດກາຊາ ກວ່າ 800.000 ໂຕນ, ກວມເອົາ 70% ຂອງ ປະລິມານເຄື່ອງຊ່ວຍເຫລືອ ດ້ານມະນຸດສະທຳ ທັງໝົດໃຫ້ແກ່ເຂດກາຊາ. ປັດຈຸບັນ, ເອຢິບ ພວມເລັ່ງຊຸກຍູ້ ຜັນຂະຫຍາຍ ໃນໄລຍະທີ 2 ຂອງຂໍ້ຕົກລົງສັນຕິພາບ ໃນເຂດກາຊາ, ພ້ອມທັງ ເປັນກາງໄກ່ເກ່ຍ ໃຫ້ແກ່ ວິວັດທະນາ ການໂອ້ລົມ ສົນທະນາ ຄວາມປອງດອງຊາດ ລະຫວ່າງ ບັນດາຝ່າຍ ປາແລັດສະຕິນ. /

KPL

ຂ່າວອື່ນໆ

ads
ads

Top