ຂປລ
ຫວຽດນາມ ພວມວາງແຜນ ທີ່ຈະສົ່ງອອກເຂົ້າ ປະມານ 7 ລ້ານໂຕນໃນປີ 2026 ແລະ ຈະຄ່ອຍຫລຸດລົງ ເຫລືອພຽງ 4 ລ້ານໂຕນ ໃນປີ 2030 ຕາມຄຳກ່າວ ຂອງ ທ່ານ ໂດຮາ ນາມ ປະທານສະມາຄົມ ອາຫານ ຫວຽດນາມ
ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກນະຄອນຫລວງ ຮ່າໂນ້ຍ ປະເທດ ຫວຽດນາມ ເມື່ອບໍ່ດົນມານີ້ວ່າ: ຫວຽດນາມ ພວມວາງແຜນ ທີ່ຈະສົ່ງອອກເຂົ້າ ປະມານ 7 ລ້ານໂຕນໃນປີ 2026 ແລະ ຈະຄ່ອຍຫລຸດລົງ ເຫລືອພຽງ 4 ລ້ານໂຕນ ໃນປີ 2030 ຕາມຄຳກ່າວ ຂອງ ທ່ານ ໂດຮາ ນາມ ປະທານສະມາຄົມ ອາຫານ ຫວຽດນາມ ຫລື ວີເອຟເອ. ໃນຂະນະທີ່ ປີ 2025 ຫວຽດນາມ ຈະຕ້ອງສົ່ງອອກເຂົ້າ 8 ລ້ານໂຕນ. ຄາດວ່າ ປີນີ້ ການສົ່ງອອກເຂົ້າ ຈະມີຄວາມລຳບາກ ແລະ ຄວາມທ້າທາຍຢ່າງຫລວງຫລາຍ ລວມເຖິງ ພາວະເຂົ້າ ໄດ້ຫລົ້ນຕະຫລາດທົ່ວໂລກ ທີ່ສົ່ງຜົນກະທົບ ຢ່າງຫລວງຫລາຍ ສຳລັບຜູ້ສົ່ງອອກເຂົ້າ ທຸກແຫ່ງ ລວມເຖິງ ຫວຽດນາມ.
ການຫລຸດປະລິມານ ການສົ່ງອອກເຂົ້ານີ້ ບໍ່ໄດ້ເກີດ ຈາກພາວະ ຕະຫລາດພຽງຢ່າງດຽວ ແຕ່ເປັນສ່ວໜຶ່ງຂອງການປ່ຽນແປງ ເຊິ່ງກົນທະຍຸດຂອງ ອຸດສາຫະກຳເຂົ້າ. ຢ່າງໃດກໍ່ຕາມ ຍອມຮັບວ່າ ປີ 2026 ຍັງຄົງມີຄວາມທ້າທາຍຫລາຍປະການເຊັ່ນ: ເດືອນມັງກອນ ຫວຽດນາມ ສົ່ງອອກເຂົ້າປະມານ 250.000 ໂຕນ ໄປຍັງ ຟີລິບປິນ, ຊຶ່ງລາຄາບໍ່ປ່ຽນແປງຫລາຍ. ເນື່ອງຈາກ ສາງສະຕອກເຂົ້າ ຍັງເຫລືອ າກ ປີ 2025 ຢ່າງຫລວງຫລາຍ. /
KPL