ຈີນ ສັ່ງຊື້ຖົ່ວເຫລືອ ຈາກ ສ.ອາເມລິກາ ລະດັບ 12 ລ້ານໂຕນ

21/01/2026 17:10
ຂປລ ຈີນ ມີຍອດສັ່ງຊື້ ຖົ່ວເຫລືອງ ຈາກສ.ອາເມລິກາ ລະດັບ 12 ລ້ານໂຕນ ໃນໄລຍະ 3 ເດືອນຜ່ານມາ, ຖືເປັນ ການບັນລຸ ເປົ້າໝາຍ ຕາມຂໍ້ຕົກລົງ ທາງການຄ້າ ທີ່ ລັດຖະບານຈີນ ໄດ້ໃຫ້ຄຳໝັ້ນສັນຍາໄວ້ ກັບ ຄະນະບໍລິຫານຂອງ ປະທານາທິບໍດີ ໂດນັນ ທຣຳ ເມື່ອເດືອນ ພະຈິກ ທີ່ຜ່ານມາ.

ຂປລ. ສຳນັກຂ່າວ ອິນໂຟເຄວສ, ຈີນ ມີຍອດສັ່ງຊື້ ຖົ່ວເຫລືອງ ຈາກສ.ອາເມລິກາ ລະດັບ 12 ລ້ານໂຕນ ໃນໄລຍະ 3 ເດືອນຜ່ານມາ, ຖືເປັນ ການບັນລຸ ເປົ້າໝາຍ ຕາມຂໍ້ຕົກລົງ ທາງການຄ້າ ທີ່ ລັດຖະບານຈີນ ໄດ້ໃຫ້ຄຳໝັ້ນສັນຍາໄວ້ ກັບ ຄະນະບໍລິຫານຂອງ ປະທານາທິບໍດີ ໂດນັນ ທຣຳ ເມື່ອເດືອນ ພະຈິກ ທີ່ຜ່ານມາ.

ຈີນ ຊຶ່ງເປັນ ຜູ້ບໍລິໂພກ ຖົ່ວເຫລືອງລາຍໃຫຍ່ ທີ່ສຸດ ຂອງໂລກ ໄດ້ດຳເນີນ ການຈອງ ຖ້ຽວກຳປັ່ນຂົນສົ່ງສິນຄ້າພຽງພໍ ທີ່ ຈະຮອງຮັບ ຍອດສັ່ງຊື້ ດັ່ງກ່າວ. ກ່ອນໜ້ານີ້ ປະລິມານ ການສັ່ງຊື້ ໄດ້ເຄື່ອນໄຫວໃກ້ຄຽງກັບ ລະດັບເປົ້າໝາຍ ຫລາຍວັນ.

ຈີນ ເລີ່ມກັບມາຊື້ຖົ່ວເຫລືອງ ຈາກ ສ.ອາເມລິກາ ອີກຄັ້ງ ເມື່ອທ້າຍເດືອນຕຸລາປີກາຍ. ກ່ອນໜ້າກອງປະຊຸມ ສຸດຍອດ ລະຫວ່າງ ທ່ານ ໂດນັນ ທຣຳ ກັບ ປະທານປະເທດຈີນ ສີຈິ້ນຜິງ ຫລັງຈາກ ທີ່ໄດ້ຢຸດຕິ ການນໍາເຂົ້າພືດກະສິກຳ ຈາກ ສ.ອາເມລິກາ ເປັນເວລາຫລາຍເດືອນ ຈາກ ບັນຫາ ສົງຄາມ ການຄ້າ ແລະ ການປັບຂຶ້ນ ພາສີ ນຳເຂົ້າ. ໂດຍຕໍ່ມາ ທຳນຽບຂາວ ໄດ້ປະກາດວ່າ ຈີນ ໄດ້ຕົກລົງ ທີ່ຈະຊື້ຖົ່ວເຫລືອງ ຈາກ ສ.ອາເມລິກາ ຢ່າງໜ້ອຍ 12 ລ້ານໂຕນ ຊຶ່ງກຳນົດ ພາຍໃນເດືອນ ກຸມພາປີ 2026 ນີ້./

KPL

ຂ່າວອື່ນໆ

ads
ads

Top