ຂປລ
ກະຊວງ ການຄ້າ ອຸດສາຫະກຳ ແລະ ຊັບພະຍາກອນ ສ.ເກົາຫລີ ເປີດເຜີຍວ່າ: ສ.ເກົາຫລີ ແລະ ຈີນ ກຽມຈັດການ ເຈລະຈາ ຕິດຕາມ ຜົນຄັ້ງໃໝ່ ກ່ຽວກັບ ບໍລິການ ແລະ ການລົງທຶນ ພາຍໃຕ້ ຂໍ້ຕົກລົງ ການຄ້າ ເສລີ (FTA) ທະວີພາຄີ
ຂປລ. ສຳນັກຂ່າວ ອິນໂຟເຄວສ, ເມື່ອບໍ່ດົນມານີ້, ກະຊວງ ການຄ້າ ອຸດສາຫະກຳ ແລະ ຊັບພະຍາກອນ ສ.ເກົາຫລີ ເປີດເຜີຍວ່າ: ສ.ເກົາຫລີ ແລະ ຈີນ ກຽມຈັດການ ເຈລະຈາ ຕິດຕາມ ຜົນຄັ້ງໃໝ່ ກ່ຽວກັບ ບໍລິການ ແລະ ການລົງທຶນ ພາຍໃຕ້ ຂໍ້ຕົກລົງ ການຄ້າ ເສລີ (FTA) ທະວີພາຄີ ເພື່ອຈະປຶກສາ ຫາລື ຮ່ວມກັນ ເປັນຄັ້ງທີ 13 ຢູ່ນະຄອນ ຫລວງ ປັກກິງ ເພື່ອຂະຫຍາຍຂໍ້ຕົກລົງ ເອຟທີເອ ໄປສູ່ ພາກບໍລິການ ແລະ ການລົງທຶນ.
ໂດຍ ສ.ເກົາຫລີ ແລະ ຈີນ ໄດ້ເລີ່ມນຳໃຊ້ ຂໍ້ຕົກລົງ ເອຟທີເອ ທະວີພາຄີ ນັບແຕ່ ເດືອນທັນວາ ປີ 2025 ເພື່ອຍົກເລິກ ພາສີ ສຳລັບ ສິນຄ້າຫລັກ, ໂດຍ ທັງສອງ ປະເທດ ໄດ້ຕິດຕາມຜົນມາແລ້ວ 12 ຄັ້ງ ນັບຕັ້ງແຕ່ ປີ 2018 , ເພື່ອຂະຫຍາຍ ຂໍ້ຕົກລົງການຮ່ວມມື ດ້ານການຄ້າ ທະວີພາຄີ ໄປສູ່ ຂົງເຂດ ການລົງທຶນ ແລະ ການບໍລິການ. ໃນຂະນະທີ່ ຕົ້ນເດືອນນີ້ ປະທານາທິບໍດີ ແຈ-ມະຢອງ ຂອງ ສ.ເກົາຫລີ ແລະ ທ່ານ ສີຈິ້ນຜິງ ປະທານປະເທດ ຈີນ ໄດ້ເຫັນດີ ໃນລະຫວ່າງ ກອງປະຊຸມ ສຸດຍອດ ທະວີພາຄີ ຢຸ່ນະຄອນຫລວງ ປັກກິງ ວ່າ ຈະຊຸກຍູ້ໃຫ້ການເຈລະຈາ ທາງການຄ້າ ໃຫ້ມີຄວາມກ້າວໜ້າ ພາຍໃນປີນີ້./
KPL