ເວເນຊູເອລາ ໄດ້ຮັບເງິນຈາກ ການຂາຍນໍ້າມັນໃຫ້ ສ.ອາເມລິກາ 300 ລ້ານໂດລາສະຫະລັດ

22/01/2026 18:00
ຂປລ ທ່ານ ເດລຊີ ໂຣດຣີເກສ ຮັກສາການ ປະທານາທິບໍດີ ເວເນຊູເອລາ ເປີດເຜີຍວ່າ: ລັດຖະບານ ເວເນຊູເອລາ ໄດ້ຮັບເງິນ 300 ລ້ານໂດລາ ສະຫະລັດ ຈາກການ ຂາຍນໍ້າມັນ ໃຫ້ສ.ອາເມລິກາ ຊຶ່ງເປັນ ສ່ວນໜຶ່ງ ຂອງ ລາຍໄດ້ລວມ ໂດຍຄາດວ່າ ຈະຢູ່ລະດັບ 500 ລ້ານໂດລາ ສະຫະລັດ

ຂປລ. ສຳນັກຂ່າວ ອິນໂຟເຄວສ: ທ່ານ ເດລຊີ ໂຣດຣີເກສ ຮັກສາການ ປະທານາທິບໍດີ ເວເນຊູເອລາ ເປີດເຜີຍວ່າ: ລັດຖະບານ ເວເນຊູເອລາ ໄດ້ຮັບເງິນ 300 ລ້ານໂດລາ ສະຫະລັດ ຈາກການ ຂາຍນໍ້າມັນ ໃຫ້ສ.ອາເມລິກາ ຊຶ່ງເປັນ ສ່ວນໜຶ່ງ ຂອງ ລາຍໄດ້ລວມ ໂດຍຄາດວ່າ ຈະຢູ່ລະດັບ 500 ລ້ານໂດລາ ສະຫະລັດ ແລະ ຈະນຳເງິນດັ່ງກ່າວ ໄປຮັບມືກັບ ສະຖຽນລະພາບ ໃນຕະຫລາດ ອັດຕາແລກປ່ຽນ.

ບ້ວງເງິນດັ່ງກ່າວ ຈະຖືກຈັດສັນ ຜ່ານທະນາຄານຂອງ ລັດ ແລະ ເອກະຊົນ, ໂດຍປະສານງານ ກັບ ທະນາຄານກາງ ເວເນຊູເອລາ ເພື່ອຊຸກຍູ້ ສະຖຽນລະພາບ ຂອງ ຕະຫລາດເງິນຕາ ຕ່າງປະເທດ.

ສ່ວນປະທານາທິບໍດີ ໂດນັນ ທຣຳ ຂອງ ສ.ອາເມລິກາ ກ່າວວ່າ: ສ.ອາເມລິກາ ໄດ້ນຳນໍ້າມັນ ອອກຈາກ ເວເນຊູເອລາປະມານ 50 ລ້ານຖັງ ແລະ ຂາຍນໍ້າມັນ ບາງສ່ວນ ຢູ່ຕະຫລາດເສລີ. ຢ່າງໃດກໍ່ຕາມ ຂໍ້ມມູນ ການຂົນສົ່ງ ລະບຸວ່າ:  ປະລິມານ ນໍ້າມັນ ດັ່ງກ່າວ ຍັງບໍ່ທັນໄດ້ສົ່ງອອກ./

KPL

ຂ່າວອື່ນໆ

ads
ads

Top