ເວເນຊູເອລາ ປັບປຸງລັດຖະບານໃໝ່

09/01/2026 14:10
ຂປລ ທ່ານນາງ ເດລຊີ ໂຣດຣີເກຊ (Delcy Rodriguez) ປະທານາທິບໍດີ ຊົ່ວຄາວ ເວເນຊູເອລາ ໄດ້ແຕ່ງຕັ້ງທ່ານ ຄາລິກຊໂຕ ອໍຣເຕກາ ຊານເຊຊ (Calixto Ortega Sanchez)

ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ເມື່ອບໍ່ດົນມານີ້, ທ່ານນາງ ເດລຊີ ໂຣດຣີເກຊ (Delcy Rodriguez) ປະທານາທິບໍດີ ຊົ່ວຄາວ ເວເນຊູເອລາ ໄດ້ແຕ່ງຕັ້ງທ່ານ ຄາລິກຊໂຕ ອໍຣເຕກາ ຊານເຊຊ (Calixto Ortega Sanchez), ອະດີດຜູ້ວ່າການທະນາຄານ ສູນກາງປະເທດນີ້ ດຳລົງຕຳແໜ່ງລັດຖະມົນຕີ ຮັບຜິດຊອບເສດຖະກິດ, ເຊິ່ງເປັນຂີດໝາຍ ແຫ່ງການປັບປຸງ ລັດຖະບານຄັ້ງທຳອິດ ນັບແຕ່ທ່ານນາງເຂົ້າພິທີ ສາບານຕົນຮັບດຳລົງຕຳແໜ່ງ.

ທ່ານ ຄາລິກຊໂຕ ອໍຣເຕກາ ຊານເຊຊ ການນຳທະນາຄານສູນກາງ ເວເນຊູເອລາ ໄລຍະ 2018-2025, ພ້ອມທັງມີບົດຮຽນ ປະສົບການ ໃນຂົງເຂດນ້ຳມັນ-ອາຍແກັສ. ກ່ອນໜ້າ ນັ້ນ, ທ່ານນາງ ເດລຊີ ໂຣດຣີເກຊ ກໍ່ເຄີຍດຳລົງຕຳ ແໜ່ງເສດຖະກິດນີ້ ເມື່ອຕອນຍັງເປັນຮອງ ປະທານາທິບໍດີ ພາຍໃຕ້ລັດຖະບານ ສະໄໝຂອງທ່ານ ປະທານາທິບໍດີ ນິໂກ ລາສ ມາດູໂຣ (Nicolas Maduro).

ການປັບປຸງລັດຖະບານ ໄດ້ດຳເນີນພາຍຫລັງ ສ.ອາເມລິກາ ດຳເນີນການບຸກໂຈມຕີ ແລະ ກັກຕົວທ່ານນິໂກ ລາສ ມາດູໂຣ ເພື່ອນໍາໄປ ສ.ອາເມລິກາ ເພື່ອພິພາກສາ. ກ່າວຄຳເຫັນ ໃນຊ່ອງ ໂທລະພາບແຫ່ງລັດ, ທ່ານນາງ ເດລຊີ ໂຣດຣີເກຊ ໃຫ້ຮູ້ວ່າ ລັດຖະບານວາງເປົ້າໝາຍ ປັບປຸງບັນດາໝາກຜົນ ເສດຖະກິດທີ່ບັນລຸໄດ້, ພ້ອມທັງຄັດສະເໜີການຄາດຄະເນ ຂອງຄະ ນະກຳມະການ ເສດຖະກິດ ສປຊ ກ່ຽວກັບ ອາເມລິກາລາຕິນ ແລະ ກາຣີເບ (ECLAC) ໂດຍຖືວ່າ ການເຕີບໂຕເສດຖະກິດ ເວເນຊູເອລາ ອາດສາມາດບັນລຸລະດັບ 6,5%ໃນປີຜ່ານມາ.

KPL

ຂ່າວອື່ນໆ

ads
ads

Top