7192

dv'xt-5 ,.spj 7A 'mu XII 0v'ra d ,N mu 2 xj vo[a fg]n vdgvq k7tot[= ]y sko'kol6 odk'ra d ltw\mu XII mu ,crfdP,rh v, Iv[fh koIa [.-h dv'xt-5 ,.spj 7A 'mu XII 0v'ra d ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 08.01.2026 ປີທີ 25 ສະບັບທີ 6.351ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j glu ,0tspkp,tsklk,a d7u mq j ;x;'-q o]k;ma '-kf rkp.8h dkooerk0v'ra d  ອ່ານຕໍ່ໜ້າ 6່ າໍ່ ໜ້າ  ອ່ານຕໍ່ໜ້າ 6່ າໍ່ ໜ້າ  ອ່ານຕໍ່ໜ້າ 7່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 6່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ ra d xx ]k; 9txt8y I6 []t[v[{]t[P[dko8j k'M .odko[= ]y skoxtgmf8y fra oda [dko-5 dp6h sa ogxa oma oltw\ 5 xu zj ko,k lxx ]k; lk,kfIa dlk veokfvtmy xtw8 lh k'dkosa oxj Po1j k'c0'cI' ຂປລ. ໃນໄລຍະ 5 ປີ ຜ່ານມາ, ເຖິງແມ່ນວ່າ ສປປ ລາວ ຈະຜະເຊີນ ໜ້າກັບສະພາບຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ຢ່າງ ໜັກໜ່ວງຮອບດ້ານກໍຕາມ, ແຕ່ ດ້ວຍການນຳພາ-ຊີ້ນໍາທີ່ເປັນເອກະ ພາບສູງຂອງສູນກາງພັກ, ຄວາມ ພະຍາຍາມບຸກບືນຂອງບັນດາອົງ ການຈັດຕັ້ງໃນລະບົບການເມືອງ ແຕ່ເທິງລົງລຸ່ມ ແລະ ການເຂົ້າຮ່ວມ ຂອງທົ່ວປວງຊົນລາວ, ການຮ່ວມ ມື, ສະໜັບສະໜູນຊ່ວຍເຫລືອຈາກ ເພື່ອນມິດຕ່າງປະເທດເຮັດໃຫ້ທິດ ທາງ, ຄາດໝາຍສູ້ຊົນທີ່ວາງອອກ ໄດ້ຮັບການຈັດຕັ້ງປະຕິບັດໄດ້ມີຜົນ ສຳເລັດຫລາຍປະການ, ເສດຖະກິດ ຂອງປະເທດເວົ້າລວມຍັງຮັກສາໄດ້ ການເຕີບໂຕຢ່າງຕໍ່ເນື່ອງ, ສະຖຽນ ລະພາບຂອງເສດຖະກິດມະຫາ ພາກມີບາດກ້າວດີຂຶ້ນ, ສາມາດ ຄວບຄຸມໄດ້ໄພເງິນເຟີ້, ຄຸ້ມຄອງ ອັດຕາແລກປ່ຽນໄດ້ໃນລະດັບໜຶ່ງ, ເສດຖະກິດຂອງປະເທດກຳລັງຟື້ນ ຕົວ ແລະ ໄດ້ມີພື້ນຖານໃນທາງບວກ ຫລາຍຂຶ້ນ. ຂປລ. ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພັກ ປປ ລາວ ກໍຄື ຄະນະບໍລິຫານງານສູນກາງ ພັກ ຊຸດທີ XII ຈະປະຕິຮູບລະບອບລະບຽບການຕ່າງໆໃຫ້ໂປ່ງໃສຍິ່ງ ຂຶ້ນ, ຫລຸດຜ່ອນຂອດຂັ້ນ ແລະ ຍົກ ສູງປະສິດທິພາບ ແລະ ຄວາມສາ ມາດໃນການບໍລິຫານປະເທດຕິດ ພັນກັບການຊຸກຍູ້ການຫັນເປັນທັນ ສະໄໝ-ຫັນເປັນດີຈິຕອນ, ການ ແບ່ງຂັ້ນຄຸ້ມຄອງ, ແບ່ງສິດໃຫ້ຈະ ແຈ້ງ, ຂາດຕົວ ແລະ ສ້າງສະພາບ ແວດລ້ອມການລົງທຶນ, ການດໍາເນີນ ການຜະລິດ-ທຸລະກິດໃຫ້ມີຄວາມ ສະດວກ, ວ່ອງໄວ ແລະ ມີຄວາມສາ ມາດສູງຂຶ້ນໃນການແຂ່ງຂັນ. ຂປລ. ໃນໂອກາດເຂົ້າຮ່ວມກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະ ນະບໍລິຫານງານພັກແຂວງຈຳປາ ສັກ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນ ວັນທີ 6 ມັງກອນ 2025 ນີ້ວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິ ວັດລາວຖືໄດ້ວ່າເປັນເຫດການການ ເມືອງທີ່ສຳຄັນໜຶ່ງຂອງພັກ ແລະ ຂອງປະເທດຊາດ, ຂ້າພະເຈົ້າສຸດ ທີ່ມີຄວາມພາກພູມໃຈຕໍ່ຜົນສຳເລັດ ຂປລ. ກົມປິ່ນປົວ ແລະ ຟຶ້ນ ຟູໜ້າທີ່ການໃນນາມຮັບຜິດຊອບ ຮັກສາສຸຂະພາບ ແລະ ອາຫານ ປອດໄພຮັບໃຊ້ກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ໄດ້ ກຽມຄວາມພ້ອມຮອບດ້ານ ໂດຍ ກຽມກຳລັງທີມແພດຈາກໂຮງໝໍ ມະໂຫສົດ, ໂຮງໝໍມິດຕະພາບ, ໂຮງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ປ່ອນບັດເລືອກຕັ້ງເອົາກຳມະການສູນກາງພັກ ທັງສົມບູນ ແລະ ສຳຮອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມຶອງສູນກາງພັກ ຮອງປະທານປະເທດ ປ່ອນບັດເລືອກຕັ້ງເອົາກຳມະການສູນກາງພັກ ທັງສົມບູນ ແລະ ສຳຮອງ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ]a f4t[ko 9tln [8ra fmtokxtgmf .sh s]5 frQ o9kdlt4kotrk[fh vpra fmtok 1j k',u 75 ootrk[ c]t 3]j ']j Po + ຮອບດ້ານຂອງພັກ ແລະ ພ້ອມ ຈະສືບຕໍ່ຜັນຂະຫຍາຍມະຕິລົງສູ່ ສະຫາຍ ອາລຸນໄຊ ສູນນະລາດ ສະຫາຍ ສະເຫລີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ( ຊ້າຍ ) s]kprkdlj ;oln [8v5 xt4e dv'xt-5 ,.spj 7A 'mu XII 0v'ra d +  ອ່ານຕໍ່ໜ້າ 2່ າໍ່ ໜ້າ 7tot[= ]y sko'kol6 odk'ra d xx ]k; Ia [lkov;prvo9kdra dxt-k-q odex6 g9p ຂປລ. ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ຮັບສານອອຍພອນຈາກພັກປະຊາຊົນກໍາປູເຈຍ ເນື່ອງໃນໂອກາດ ດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ. ເນື້ອໃນສານໄດ້ລະບຸວ່າ: ເນື່ອງໃນໂອກາດອັນສະຫງ່າລາສີຂອງ ການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 6-8 ມັງກອນ 2026 ນີ້, ຄະນະບໍລິຫານງານສູນກາງພັກປະຊາຊົນກໍາປູເຈຍ ມີຄວາມ ປິຕິຊົມຊື່ນເປັນຢ່າງຍິ່ງ ແລະ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ຈິງໃຈ ທີ່ສຸດມາຍັງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ. ຄະນະບໍລິຫານງານສູນກາງພັກປະຊາຊົນກໍາປູເຈຍ ຂໍສະແດງ ຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສຳເລັດອັນໃຫຍ່ຫລວງ ໃນທຸກຂົງເຂດວຽກງານທີ່ພັກ, ລັດ ແລະ ປະຊາຊົນລາວ ຍາດມາໄດ້ ແລະ ຈັດຕັ້ງປະຕິບັດຢ່າງມີໄຊຕາມມະຕິຂອງກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີXI ຂອງພັກປະຊາຊົນປະຕິວັດລາວໃນໄລຍະຜ່ານມາ. ພວກຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າພາຍໃຕ້ການນຳພາອັນ ສະຫລາດສ່ອງໃສ ແລະ ກ້າແກ່ນຂອງພັກ dkooe0A ol6 'ra d xx ]k; wfh Ia [lko v;prvo9kdxtmkora dia fg-pgvdtrk[  ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບສານອວຍພອນຈາກສະຫາຍ ດີມີຕຣີ ເມັດເວເດັບ ປະທານ ພັກຣັດເຊຍເອກະພາບໃນໂອກາດໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດ ຄັ້ງທີ XII ຂອງພັກ ປປ ລາວ. ເນື້ອໃນສານໄດ້ລະບຸວ່າ: ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດ ໃຈເນື່ອງໃນໂອກາດໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ. ຂ້າພະເຈົ້າເຊື່ອໝັ້ນວ່າ ມະຕິທີ່ໄດ້ຮັບຮອງເອົາຈາກຜົນຂອງກອງ ປະຊຸມໃຫຍ່ຄັ້ງນີ້ ຈະເປັນການກະຕຸກຊຸກຍູ້ໃນການສືບຕໍ່ພັດທະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມທັງເປັນການ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ບົດບາດຂອງພັກປະຊາຊົນປະຕິວັດ ລາວໃນເວທີສາກົນ. ສອງປະເທດຂອງພວກເຮົາ ມີສາຍພົວພັນ 9exkla d 9tln [8za o0tspkp zq oleg]a fIv[fh ko0v'ra d]q 'l6j Ikd4ko +

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 08/01/2026 xtgmf]k; 5 ປີຜ່ານມາ ສປປ ລາວ...ີ່ ລັດຖະບານ ຈະສືບຕໍ່...ັືໍ່ ພັກ ປປ ລາວ...ັ ຄະນະບໍລິຫານງານສູນກາງພັກ...ໍິູັ ການນຳຂັ້ນສູງພັກ ປປ ລາວ...ັູ້ັ ຂປລ. ໄລຍະ 5 ປີ (20262030) ລັດຖະບານຈະສືບຕໍ່ຈັດ ຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເປັນແຜນ ສືບຕໍ່ພັດທະນາປະເທດໃຫ້ຫລຸດພົ້ນ ອອກຈາກສະຖານະພາບປະເທດ ດ້ອຍພັດທະນາຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ, ບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ, ທັງ ເປັນແຜນຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ ຄັ້ງທີXII ຂອງພັກ ແລະ ຍຸດທະສາດການພັດທະນາໄລຍະ 10 ປີ (2026-2035) ແລະ ວິໄສ ທັດ ຮອດປີ 2055, ສືບຕໍ່ປະຕິບັດ 4 ບຸກທະລຸໃຫ້ແຂງແຮງ, ເລິກເຊິ່ງ. ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງ ພັກ, ນາຍົກລັດຖະມົນຕີ ໄດ້ລາຍ ງານໃນກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ໃນ ວັນທີ 6 ມັງກອນ 2026 ນີ້ວ່າ: ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (20262030) ເປັນແຜນສືບຕໍ່ພັດທະ ນາປະເທດໃຫ້ຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະ ນາຢ່າງມີຄຸນນະພາບ ແລະ ໂລ່ງ ລ່ຽນ ແລະ ເປັນຮູບປະທໍາຕົວຈິງ ກວ່າເກົ່າລັດຖະບານຈະສຸມໃສ່ຈັດ ຕັ້ງປະຕິບັດ 3 ມາດຕະການເລັ່ງ ດ່ວນຄື: ປັບປຸງກົດໝາຍ, ກົນໄກ ແລະ ລະບຽບການ, ຍົກສູງຄວາມ ສາມາດໃນການຄຸ້ມຄອງ ແລະ ບໍລິຫານລັດໃຫ້ມີປະສິດທິພາບຕິດ ພັນກັບການຫັນເປັນດີຈິຕອນ, ການ ແບ່ງຂັ້ນ, ແບ່ງສິດ ແລະ ສ້າງສະ ພາບແວດລ້ອມທີ່ດີໃຫ້ແກ່ການລົງ ທຶນ ແລະ ການດຳເນີນທຸລະກິດໃຫ້ມີ ຄວາມສະດວກ, ວ່ອງໄວ ແລະ ໂປ່ງ ໃສ; ຍົກສູງຈິດໃຈມຸ່ງໝັ້ນພັດທະນາ ຢ່າງແຮງກ້າ, ມີຄວາມກະຕືລືລົ້ນ ຂອງປະຊາຊົນ ເພື່ອພັດທະນາປະ ເທດຊາດໃຫ້ເຂັ້ມແຂງ, ຊຸກຍູ້ຈິດ ໃຈເພິ່ງຕົນເອງ, ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ ເພື່ອໃຫ້ປະຊາ ຊົນ ແລະ ທຸລະກິດທີ່ຮັ່ງມີຕິດພັນ ກັບການຍົກສູງຄຸນນະພາບຊັບພະ ຍາກອນມະນຸດ, ຊຸກຍູ້ການສ້າງ ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ຄະນະບໍລິຫານງານສູນ ກາງພັກ, ປະທານປະເທດ ລາຍງານ ໃນກອງປະຊູມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີXII ຂອງພັກ ໃນວັນທີ ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ປະທານປະເທດ ໄດ້ ລາຍງານໃນກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດ ຄັ້ງທີXII ຂອງພັກ ໃນວັນທີ 6 ມັງກອນ 2026 ນີ້ວ່າ: ນັບແຕ່ປີ 2026 ເປັນຕົ້ນໄປ ຄະນະ ບໍລິຫານງານສູນກາງພັກ ຊຸດທີ XII ຈະສືບຕໍ່ດໍາເນີນການສ້າງ, ປັບປຸງ ແລະ ຍົກລະດັບບັນດາປະຖົມປັດໄຈ ຕົ້ນຕໍໃຫ້ແກ່ການບູລະນະລະບອບ ປະຊາທິປະໄຕປະຊາຊົນໃຫ້ໜັກ ແໜ້ນ, ຍົກສູງຄວາມເປັນເຈົ້າຕົນ ເອງ, ສືບຕໍ່ສ້າງພື້ນຖານໃນການ ພັດທະນາ; ຮັບປະກັນສະຖຽນລະ ພາບທາງດ້ານການເມືອງ, ສັງຄົມ ມີຄວາມສະຫງົບ, ຍຸຕິທໍາ; ອົງການ ລັດປະຕິບັດພາລະບົດບາດ, ໜ້າທີ່ ຕາມກົດໝາຍຢ່າງເຂັ້ມແຂງ, ມີ ປະສິດທິພາບ, ຍົກສູງຄວາມສາ ມາດ ໃນການຄຸ້ມຄອງມະຫາພາກ ຂອງສູນກາງ ແລະ ຄວາມເປັນ ເຈົ້າການຂອງທ້ອງຖິ່ນ; ການພັດ ທະນາເສດຖະກິດ-ສັງຄົມ ມີຈຸດ ສຸມ, ມີຄຸນນະພາບ, ໜັກແໜ້ນຕາມ ທິດສີຂຽວ ແລະ ຍືນຍົງ, ເສດຖະກິດ ມະຫາພາກມີສະຖຽນລະພາບ, ຄວບຄຸມເງິນເຟີ້, ຫລຸດຜ່ອນພາລະ ໜີ້ສິນສາທາລະນະ, ລັດວິສາຫະກິດ ເປັນກໍາລັງແຮງຮ່ວມກັບພາກສ່ວນ ເສດຖະກິດອື່ນໆໃນພື້ນຖານເສດຖະ ກິດແຫ່ງຊາດ; ພັດທະນາແຫລ່ງ ຊັບພະຍາກອນມະນຸດທີ່ມີຄວາມ ສາມາດໃຫ້ແກ່ການພັດທະນາເພີ່ມ ຂຶ້ນ, ຍົກສູງຄຸນນະພາບຊີວິດຂອງ ປະຊາຊົນ; ຍູ້ແຮງການນໍາໃຊ້ວິທະ ຍາສາດ-ເຕັກໂນໂລຊີ ແລະ ການ ຫັນເປັນດີຈິຕອນໃນຂົງເຂດຕ່າງໆ; ການພັດທະນາມີຄວາມກົມກຽວ, ສົມດຸນ, ຫລຸດຜ່ອນຄວາມສ່ຽງຈາກ ໄພທຳມະຊາດ ແລະ ຮັບມືກັບການ ປ່ຽນແປງຂອງດິນຟ້າອາກາດຢ່າງ ມີປະສິດທິຜົນ; ການເຊື່ອມໂຍງເຊື່ອມຈອດກັບປະເທດໃກ້ຄຽງ, ພາກພື້ນ ແລະ ສາກົນ ໄດ້ຮັບການ ຈັດຕັ້ງປະຕິບັດເປັນຮູບປະທໍາເປັນ ກ້າວໆ. ພ້ອມນີ້, ຍັງຈະສືບຕໍ່ຮັບ ປະກັນສະຖຽນລະພາບດ້ານການ ເມືອງຢ່າງໜັກແໜ້ນ, ສັງຄົມມີ ຄວາມສະຫງົບ, ມີຄວາມສາມັກຄີ ເປັນປຶກແຜ່ນໃນທົ່ວປວງຊົນ, ເອກະ ລາດ, ອໍານາດອະທິປະໄຕ ໄດ້ຮັບ ການປົກປັກຮັກສາໄວ້ໄດ້ຢ່າງໝັ້ນ ຄົງ; ປະເທດຊາດຫລຸດພົ້ນອອກ ຈາກສະຖານະພາບປະເທດດ້ອຍ ພັດທະນາ; ລະບົບການເມືອງໄດ້ ຮັບການປັບປຸງໃຫ້ປອດໃສ, ເຂັ້ມ ແຂງ, ໜັກແໜ້ນ; ສູ້ຊົນເຮັດໃຫ້ ຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ ໄດ້ຮັບການແກ້ໄຂຢ່າງ ເລິກເຊິ່ງ, ບໍ່ສ້າງໜີ້ສິນໜັກໜ່ວງ; ພັດທະນາເສດຖະກິດໃຫ້ມີຄວາມ ເຂັ້ມແຂງ, ເປັນເຈົ້າຕົນເອງ, ສຸມໃສ່ 7 ຂະແໜງ ເສດຖະກິດປາຍແຫລມ, ການຄຸ້ມຄອງ-ບໍລິຫານເສດຖະກິດ ດໍາເນີນໄປຖືກຕ້ອງຕາມກົດໝາຍ; ການພັດທະນາຂະຫຍາຍຕົວໄວ, ຕໍ່ເນື່ອງ, ສູ້ຊົນໃຫ້ອັດຕາການເຕີບ ໂຕຂອງລວມຍອດຜະລິດຕະພັນ ພາຍໃນ(GDP) ໃຫ້ເພີ່ມຂຶ້ນສະ ປະຊາຊົນປະຕິວັດລາວ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເປັນເລຂາ ທິການໃຫຍ່ ປະຊາຊົນລາວບັນດາ ເຜົ່າຈະສືບຕໍ່ຍາດໄດ້ຜົນສຳເລັດ ໃໝ່ໃນການພັດທະນາເສດຖະກິດສັງຄົມ ເພື່ອຍົກສູງຊີວິດການເປັນຢູ່ ຂອງປະຊາຊົນ ກໍຄື ບົດບາດ ແລະ ອິດທິພົນຂອງລາວໃຫ້ສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ ຢ່າງ ບໍ່ຢຸດຢັ້ງ. ອີກເທື່ອໜຶ່ງ, ໃນໂອກາດອັນ ສະຫງ່າລາສີນີ້, ຄະນະບໍລິຫານ ງານສູນກາງພັກປະຊາຊົນກໍາປູເຈຍ ຂໍອວຍພອນໄຊອັນປະເສີດມາຍັງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິ ວັດລາວ ຈົ່ງດຳເນີນໄປດ້ວຍຜົນສຳ ເລັດອັນຈົບງາມ ແລະ ໄດ້ຮັບໝາກ ຜົນອັນດີເລີດຕາມຄາດໝາຍ. ອວຍພອນໃຫ້ສາຍພົວພັນມິດ ຕະພາບ ແລະ ການພົວພັນຮ່ວມມື ແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານລະຫວ່າງສອງ ພັກຂອງພວກເຮົາຈົ່ງໄດ້ຮັບການ ເສີມຂະຫຍາຍ ແລະ ແໜ້ນແຟ້ນ ຍິ່ງໆຂຶ້ນ. ເລ່ຍ 6% ຕໍ່ປີຂຶ້ນໄປ; ຄຸນນະພາບ ຊີວິດຂອງປະຊາຊົນໄດ້ຮັບການ ຍົກສູງຂຶ້ນ; ວັດທະນະທໍາອັນດີ ງາມ ແລະ ເປັນເອກະລັກຂອງຊາດ ໄດ້ຮັບການເສີມຂະຫຍາຍ, ຊັບພະ ຍາກອນມະນຸດໄດ້ຮັບການກໍ່ສ້າງ ແລະ ພັດທະນາຢ່າງມີຈຸດສຸມ ແລະ ມີຄຸນນະພາບ. ສະຫາຍ ທອງລຸນ ສີສຸລິດ ຍັງ ໃຫ້ຮູ້ອີກວ່າ: ເພື່ອເຮັດໃຫ້ທິດທາງ ແຕ່ນີ້ຮອດປີ 2030 ໄດ້ຮັບການ ຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາ, ພວກເຮົາຕ້ອງສືບຕໍ່ບຸກທະລຸທັງສີ່ ດ້ານໃຫ້ແຂງແຮງ, ເລິກເຊິ່ງ ແລະ ເປັນຮູບປະທຳ ໂດຍສືບຕໍ່ເຊື່ອມ ສານ ແລະ ຜັນຂະຫຍາຍ-ຕໍ່ຍອດ ວຽກງານຈຸດສຸມໃນວາລະແຫ່ງ ຊາດວ່າດ້ວຍການແກ້ໄຂຄວາມ ຫຍຸ້ງຍາກດ້ານເສດຖະກິດ-ການ ເງິນ (2022-2025) ໃຫ້ນຳ ເຂົ້າໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ໃຫ້ກາຍເປັນແຜນປົກກະຕິ ເພື່ອຊີ້ ນໍາການຈັດຕັ້ງປະຕິບັດໃຫ້ເຂົ້າສູ່ ລວງເລິກ, ມີປະສິດທິຜົນ ແລະ ໃຫ້ ຂາດຕົວໃນບາງດ້ານດ້ວຍມາດຕະ ການສຳຄັນ, ເລັ່ງດ່ວນຈຳນວນ ໜຶ່ງເປັນຕົ້ນປຸກລະດົມ ແລະ ຍູ້ແຮງ ຂະບວນການພັດທະນາປະເທດ ຊາດຂຶ້ນສູ່ລະດັບສູງ, ຍົກສູງຈິດໃຈ ເອກະລາດ, ຄວາມເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ບຸກບືນສູ້ຊົນເຮັດໃຫ້ປະຊາຊົນຮູ້ ທຳມາຫາກິນແບບໃໝ່, ມີວິຖີຊີວິດ ແບບໃໝ່ກ້າວຂຶ້ນ ແລະ ສ້າງໃຫ້ວິ ສາຫະກິດຂອງລັດ ແລະ ເອກະຊົນ ເຂັ້ມແຂງ, ຮັ່ງມີຂຶ້ນ; ນຳພາຊຸກຍູ້ ການປະຕິບັດແນວທາງການກໍ່ສ້າງ ເສດຖະກິດເອກະລາດເປັນເຈົ້າຕົນ ເອງຢ່າງແຂງແຮງ, ສ້າງທ່ວງ ທ່າການພັດທະນາທີ່ຍືນຍົງ ແລະ ເຊື່ອມໂຍງກັບສາກົນ; ຫັນປ່ຽນ ຈາກສັງຄົມຊົມໃຊ້ໄປສູ່ສັງຄົມ ແຫ່ງການຜະລິດໃຫ້ໄດ້ເປັນຮູບ ປະທຳ; ປ່ຽນແປງໃໝ່ຢ່າງຮອບ ດ້ານວຽກງານຄຸ້ມຄອງແນໃສ່ຍົກ ສູງປະສິດທິຜົນການຂຸດຄົ້ນ ແລະ ນໍາໃຊ້ແຫລ່ງຊັບພະຍາກອນທຳ ມະຊາດເປັນຕົ້ນຂົງເຂດບໍ່ແຮ່, ຊັບພະຍາກອນນ້ຳ, ທີ່ດິນໃຫ້ກາຍ ເປັນການຜະລິດທີ່ຍືນຍົງ; ຕັ້ງໜ້າ ຜະລິດພະລັງງານໄຟຟ້າດ້ວຍຫລາຍ ທາງເລືອກລວມທັງພະລັງງານນ້ຳ, ແສງຕາເວັນ, ລົມ ແລະ ພະລັງງານ ນິວເຄຣຍ ເພື່ອຊົມໃຊ້ພາຍໃນ ແລະ ເພື່ອການສົ່ງອອກ; ເພີ່ມທະວີການ ບໍລິຫານທີ່ດີ, ສ້າງຄວາມໂປ່ງ ໃສ, ຕ້ານ ແລະ ສະກັດກັ້ນການສໍ້ ລາດບັງຫລວງ, ອັດຊ່ອງວ່າງການ ຮົ່ວໄຫລ, ເພີ່ມແຫລ່ງລາຍຮັບງົບ ປະມານ ເພື່ອສ້າງກໍາລັງແຮງໃຫ້ ແກ່ການຊຸກຍູ້ການພັດທະນາເສດ ຖະກິດ-ສັງຄົມ ໃຫ້ໄວຂຶ້ນ, ໝັ້ນທ່ຽງ ແລະ ມີຄວາມຍືນຍົງ. ຂ່າວ: ທະນູທອງ 6 ມັງກອນ 2026 ນີ້ວ່າ: ໃນໄລຍະ 5 ປີຜ່ານມາພາຍໃຕ້ການນຳພາ ຂອງພັກ ກໍຄື ຄະນະບໍລິຫານງານ ສູນກາງພັກ ຊຸດທີ XI ເຮັດໃຫ້ ສປປ ລາວ ໄດ້ຮັບການພັດທະນາຂຶ້ນຢ່າງ ບໍ່ຢຸດຢັ້ງ, ສາມາດປົກປັກຮັກສາອໍາ ນາດອະທິປະໄຕ ແລະ ຜືນແຜ່ນດິນ ອັນຄົບຖ້ວນຂອງຊາດໄວ້ໄດ້ຢ່າງ ໝັ້ນຄົງ, ຮັບປະກັນສະຖຽນລະພາບ ທາງການເມືອງ, ສັງຄົມມີຄວາມ ສະຫງົບປອດໄພ ໂດຍພື້້ນຖານ, ສາມາດສະກັດກັ້ນ ແລະ ຕ້ານທຸກ ການທຳລາຍມ້າງເພທີ່ເລິກແລບ ຂອງອິດທິກໍາລັງປໍລະປັກ ແລະ ກຸ່ມ ຄົນບໍ່ຫວັງດີຕໍ່ປະເທດເຮົາ, ສະກັດ ກັ້ນ ແລະ ແກ້ໄຂບັນດາເຫດການ ຫຍໍ້ທໍ້ໃນສັງຄົມ, ກໍາລັງ ປກຊ-ປກສ ເປັນຫລັກແຫລ່ງຮ່ວມກັນທຸກກຳລັງ ພາຍໃນຊາດ ຈັດຕັ້ງປະຕິບັດວາລະ ແຫ່ງຊາດ ວ່າດ້ວຍການແກ້ໄຂບັນ ຫາຢາເສບຕິດຖືເປັນສະໜາມຮົບ ໜຶ່ງທີ່ດຸເດືອດແຕ່ໄດ້ຮັບການຈັດຕັ້ງ ຜັນຂະຫຍາຍດ້ວຍຜົນສໍາເລັດເປັນ ຢ່າງດີ, ກໍາລັງປະກອບອາວຸດຍາມ ໃດກໍເປັນກຳລັງທີ່ຈົງຮັກພັກດີ ແລະ ໄວ້ໃຈຂອງພັກ ຊຶ່ງໄດ້ຮັບການປັບ ປຸງ, ກໍ່ສ້າງ ແລະ ຍົກລະດັບໃຫ້ເຂັ້ມ ແຂງ, ໜັກແໜ້ນໃນທຸກດ້ານເປັນ ກ້າວໆມາ. ພ້ອມນີ້, ຍັງໄດ້ສູ້ຊົນຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ຕິດພັນກັບການ ປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກດ້ານ ເສດຖະກິດ-ການເງິນ ສາມາດຍາດ ໄດ້ຜົນສຳເລັດສຳຄັນຫລາຍດ້ານ ທີ່ເປັນພື້ນຖານ, ສາມາດປະຄັບ ປະຄອງເສດຖະກິດມະຫາພາກບໍ່ ໃຫ້ຕົກເຂົ້າສູ່ພາວະວິກິດການ; ໄດ້ ດຳເນີນບັນດາມາດຕະການຕ່າງໆ ທີ່ມີຈຸດສຸມດ້ວຍການປັບປຸງລະ ບອບ, ລະບຽບການ, ກົນໄກຄຸ້ມຄອງ ເສດຖະກິດທີ່ເອື້ອອໍານວຍ ແລະ ສົ່ງເສີມການຜະລິດ-ທຸລະກິດ, ຫັນ ເປັນທັນສະໄໝໄດ້ຈໍານວນໜຶ່ງ, ອັດຊ່ອງວ່າງການຮົ່ວໄຫລງົບປະ ມານຂອງລັດທຸກລະດັບໄດ້ດີຂຶ້ນ; ໄດ້ເລີ່ມປະຕິຮູບລັດວິສາຫະກິດຈຳ ນວນໜຶ່ງຢ່າງຈິງຈັງ, ຂະຫຍາຍ ການຜະລິດເປັນສິນຄ້າຕິດພັນກັບ ການປຸງແຕ່ງ, ສ້າງມູນຄ່າເພີ່ມ; ລະບົບພື້ນຖານໂຄງລ່າງໃໝ່ຈໍາ ນວນໜຶ່ງໄດ້ຮັບການພັດທະນາ ແລະ ເປີດການນໍາໃຊ້ເຮັດໃຫ້ນະໂຍ ບາຍເຊື່ອມໂຍງ-ເຊື່ອມຈອດຂອງ ພວກເຮົາໄດ້ມີບາດກ້າວບຸກທະ ລຸໃໝ່. ໃນໄລຍະ 5 ປີ ຜ່ານມາ, ພວກ ເຮົາໄດ້ເອົາໃຈໃສ່ພັດທະນາຊັບພະ ຍາກອນມະນຸດເປັນໜ້າທີ່ແຖວໜ້າ, ປັບປຸງຄຸນນະພາບການຮຽນ-ການ ສອນ, ສຸມໃສ່ແກ້ໄຂສະພາບຂາດ ຄູສອນ, ການປະລະການຮຽນຂອງ ນັກຮຽນ-ນັກສຶກສາ, ສົ່ງເສີມການ ຄົ້ນຄວ້າວິທະຍາສາດ, ການສ້າງ ນະວັດຕະກໍາ, ເອົາໃຈໃສ່ຍົກລະດັບ ການສົ່ງເສີມວຽກງານກັນພະຍາດ, ການປິ່ນປົວສຸຂະພາບ ແລະ ການ ບໍລິການດ້ານສາທາລະນະສຸກ; ໄດ້ ອະນຸລັກຮັກສາ ແລະ ເສີມຂະຫຍາຍ ມໍລະດົກວັດທະນະທຳທີ່ເປັນເອກະ ລັກຂອງຊາດ; ຖືສຳຄັນການຄຸ້ມ ຄອງແຮງງານ, ສົ່ງເສີມການພັດ ທະນາສີມືແຮງງານ, ເອົາໃຈໃສ່ ປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຄຸນງາມ ຄວາມດີຕໍ່ປະເທດຊາດ, ການຊ່ວຍ ເຫລືອສົງເຄາະຕ່າງໆ ໄດ້ເປັນຢ່າງ ດີ. ພ້ອມນັ້ນ, ອົງການລັດທຸກຂັ້ນ ໄດ້ຮັບການປັບປຸງໃຫ້ມີຄວາມກະ ທັດຮັດ ແລະ ມີປະສິດທິຜົນສູ່ຄຸນ ນະພາບໃໝ່ໄປຄຽງຄູ່ກັບການສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາລຸ່ມ ກົດໝາຍຢ່າງເປັນລະບົບ, ເປັນ ພື້ນຖານອັນເຂັ້ມແຂງໃຫ້ແກ່ການ ຫັນໄປສູ່ການຄຸ້ມຄອງລັດ-ຄຸ້ມຄອງ ສັງຄົມດ້ວຍກົດໝາຍ. ກົງຈັກອົງ ການລັດຂັ້ນຕ່າງໆໄດ້ຮັບການປັບ ປຸງຕາມທິດກະທັດຮັດ, ມີປະສິດ ທິພາບ, ຄ່ອງຕົວຂຶ້ນ; ໄດ້ເພີ່ມຄວາມ ເຂັ້ມງວດວຽກງານກວດສອບ, ກວດກາ ແລະ ແກ້ໄຂຜົນຂອງການ ກວດກາຢ່າງແຂງແຮງ ແລະ ເຂັ້ມ ງວດ; ຂະບວນຍຸຕິທຳໄດ້ຮັບການ ຈັດຕັ້ງປະຕິບັດຖືກຕ້ອງຕາມກົດ ໝາຍ ແລະ ມີຄວາມຍຸຕິທຳ ແລະ ໂປ່ງໃສຂຶ້ນຕື່ມບາດກ້າວໜຶ່ງ. ພ້ອມດຽວກັນນີ້, ໃນໄລຍະ 5 ປີຜ່ານມາ ສປປ ລາວ ຍັງໄດ້ສຸມ ໃສ່ປັບປຸງ, ກໍ່ສ້າງພັກທັງ 4 ດ້ານ ໄປພ້ອມໆກັນເປັນຕົ້ນສ້າງການ ຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ດ້ານແນວຄິດ-ການເມືອງ ຊຶ່ງຖື ເປັນສະໜາມຮົບແຖວໜ້າຂອງພັກ ໃນໄລຍະໃໝ່. ພັກເຮົາໄດ້ຍູ້ແຮງ ການກໍ່ສ້າງ, ປັບປຸງພັກ ໂດຍຖືເອົາ ຄຸນນະພາບເປັນກົກເຮັດໃຫ້ການ ຈັດຕັ້ງຮາກຖານພັກ ແລະ ຖັນແຖວ ສະມາຊິກພັກ ມີຈຳນວນເພີ່ມຂຶ້ນ. ອັນພົ້ນເດັ່ນໄດ້ເປີດບັ້ນດໍາເນີນຊີວິດ ການເມືອງກາງສະໄໝ ແລະ ທ້າຍ ສະໄໝໃນທົ່ວພັກ ໂດຍຖືມາດຕະ ການດັ່ງກ່າວ ເປັນການປົວແປງ ພາຍໃນພັກ ເພື່ອສືບຕໍ່ຍູ້ແຮງການ ກໍ່ສ້າງ, ປັບປຸງພັກໃຫ້ປອດໃສ, ເຂັ້ມ ແຂງ, ໜັກແໜ້ນຍິ່ງຂຶ້ນຕິດພັນກັບ ການຕິດຕາມ, ກວດກາ ແລະ ແກ້ ໄຂສະພາບຫຍໍ້ທໍ້ຕ່າງໆພາຍໃນພັກ ຢ່າງເຂັ້ມງວດ. ສັງຮວມແລ້ວ, ຜົນໄດ້ຮັບຈາກ ການຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ຄັ້ງທີ XI ຂອງພັກ ແມ່ນ ໃຫຍ່ຫລວງຮອບດ້ານ ແລະ ມີ ຄວາມໝາຍສໍາຄັນ ເຊິ່ງໄດ້ມາຍ້ອນ ການນຳພາຊີ້ນຳຢ່າງເຂັ້ມແຂງ, ຖືກຕ້ອງ, ແທດເຖິງ ແລະ ທັນການ ຂອງຄະນະບໍລິຫານງານສູນກາງ ພັກ, ຄະນະພັກທຸກຂັ້ນ ກໍຄື ການ ຄຸ້ມຄອງບໍລິຫານຂອງອົງການລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ; ທົ່ວ ພັກ, ທົ່ວລັດ, ທົ່ວກໍາລັງປະກອບ ອາວຸດ ແລະ ປວງຊົນລາວທັງຊາດ ມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ ຄວາມສາມາດຂອງພັກເຮົາໃນ ການຜະເຊີນກັບບັນຫາທີ່ເກີດຂຶ້ນໄດ້ ສຳເລັດ, ມີຄວາມບຸກບືນສູ້ຊົນ ແລະ ຕັດສິນໃຈສູງຄົ້ນຄວ້າທາງອອກ ແລະ ວາງມາດຕະການອັນຈຳເປັນ ຢ່າງຖືກຕ້ອງ. ການຮູ້ນໍາໃຊ້ ແລະ ເສີມຂະຫຍາຍກຳລັງແຮງຂອງ ຄວາມກ້າວໜ້າວິທະຍາສາດ-ເຕັກ ໂນໂລຊີ ແລະ ນະວັດຕະກໍາເຂົ້າໃນ ການແກ້ໄຂບັນຫາຢ່າງມີປະສິດທິ ຜົນ. ປະຊາຊົນລາວບັນດາເຜົ່າໄດ້ ເສີມຂະຫຍາຍນໍ້າໃຈຮັກຊາດອັນດູດ ພື້ນຖານເສດຖະກິດເອກະລາດເປັນ ເຈົ້າຕົນເອງ ເພື່ອຕອບສະໜອງ ຄວາມຕ້ອງການໃນການພັດທະນາ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ; ຫັນປ່ຽນວຽກງານ ຄຸ້ມຄອງຮອບດ້ານ ເພື່ອປັບປຸງປະ ສິດທິພາບການຂຸດຄົ້ນ ແລະ ນໍາໃຊ້ ຊັບພະຍາກອນທຳມະຊາດ ໂດຍ ສະເພາະໃນຂົງເຂດແຮ່ທາດ, ພະ ລັງງານ ແລະ ທີ່ດິນ, ເພີ່ມທະວີ ຄວາມໂປ່ງໃສ ແລະ ເຂັ້ມງວດໃນ ການປະຕິບັດແຜນງົບປະມານ ໂດຍ ສະກັດກັ້ນ ແລະ ຕ້ານການສໍ້ລາດ ບັງຫລວງ ແລະ ການສູນເສຍລາຍ ຮັບ, ຂະຫຍາຍຖານລາຍຮັບໃໝ່ ຕາມທ່າແຮງ ເພື່ອຊຸກຍູ້ການພັດ ທະນາເສດຖະກິດ-ສັງຄົມຕາມທິດ ວ່ອງໄວ, ສີຂຽວ ແລະ ຍືນຍົງ. ສຳລັບທິດທາງລວມ,ຄາດໝາຍ ສູ້ຊົນຕົ້ນຕໍ ແລະ ແຜນວຽກຈຸດສຸມ ລັດຖະບານຈະສືບຕໍ່ແກ້ໄຂຄວາມ ຫຍຸ້ງຍາກດ້ານເສດຖະກິດ-ການ ເງິນ ໃຫ້ເປັນຮູບປະທໍາຫລາຍຂຶ້ນ, ບໍ່ສ້າງໜີ້ສິນໜັກໜ່ວງ, ດໍາເນີນ ການຄຸ້ມຄອງ-ບໍລິຫານເສດຖະກິດ ໄປຕາມກົດໝາຍ, ລະບຽບຫລັກ ການ ແລະ ສອດຄ່ອງກັບກົນໄກ ຕະຫລາດທີ່ມີການການດັດສົມ ແລະ ຄຸ້ມຄອງຂອງລັດ, ພັດທະນາ ເສດຖະກິດໃຫ້ຂະຫຍາຍຕົວໄວ, ຢ່າງຕໍ່ເນື່ອງ ແລະ ເຂັ້ມແຂງ, ໜັກ ແໜ້ນດ້ວຍຄຸນນະພາບສູງ ແລະ ເປັນເຈົ້າຕົນເອງນັບມື້ພົ້ນເດັ່ນ; ສຸມ ໃສ່ກໍ່ສ້າງ ແລະ ພັດທະນາຊັບພະ ຍາກອນມະນຸດ, ຖັນແຖວນັກຮຽນ ຮູ້-ປັນຍາຊົນໃຫ້ສາມາດຕອບສະ ໜອງໃຫ້ແກ່ການສ້າງສາປະເທດ ໃນເງື່ອນໄຂໃໝ່, ສາມາດປະກອບ ສ່ວນເຂົ້າໃນການຄົ້ນຄວ້າ, ພັດທະ ນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຫລື ການປະດິດສ້າງ ໃໝ່ໃຫ້ແກ່ການພັດທະນາປະເທດ ຊາດນັບມື້ນັບຫລາຍ ແລະ ໂດດ ເດັ່ນຂຶ້ນ; ຍົກສູງຄຸນນະພາບຊີວິດ ຂອງປະຊາຊົນໃຫ້ດີຂຶ້ນ, ພັດທະນາ ປະເທດຊາດໃຫ້ຫລຸດພົ້ນອອກ ຈາກສະຖານະພາບປະເທດດ້ອຍ ພັດທະນາຢ່າງໂລ່ງລ່ຽນ, ມີຄຸນ ນະພາບ ແລະ ຍືນຍົງ; ພັດທະນາ ເສດຖະກິດ-ສັງຄົມ ແລະ ການປົກ ປັກຮັກສາສິ່ງແວດລ້ອມຢ່າງສົມ ສ່ວນຕາມທິດສີຂຽວ ແລະ ຍືນຍົງ; ເຄື່ອນໄຫວວຽກງານການຕ່າງປະ ເທດຢ່າງເປັນເຈົ້າການ, ຫ້າວຫັນ ແລະ ໄດ້ຮັບຄວາມເຊື່ອໝັ້ນ, ການ ສະໜັບສະໜູນ ແລະ ຊ່ວຍເຫລືອ ຈາກເພື່ອນມິດສາກົນ, ມີບົດບາດ ພົ້ນເດັ່ນສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ; ຍົກສູງປະສິດທິພາບການ ຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດສັງຄົມ ຕາມທິດສ້າງລັດທີ່ປົກຄອງ ດ້ວຍກົດໝາຍ ແລະ ຮັບປະກັນສະ ຖຽນລະພາບການເມືອງຢ່າງໜັກ ແໜ້ນ, ສັງຄົມມີຄວາມສະຫງົບ, ມີ ຄວາມສາມັກຄີເປັນປຶກແຜ່ນ ແລະ ປັບປຸງຮາກຖານການເມືອງໃຫ້ມີ ຄວາມເຂັ້ມແຂງ ແລະ ໜັກແໜ້ນ, ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ເພື່ອ ຫລຸດຜ່ອນຄວາມແຕກໂຕນຂອງ ການພັດທະນາລະຫວ່າງຜູ້ຮັ່ງ ແລະ ຜູ້ທຸກ, ລະຫວ່າງຕົວເມືອງ ແລະ ມິດຕະພາບທີ່ແໜ້ນແຟ້ນມາແຕ່ ດົນນານ ຊຶ່ງເປັນປັດໄຈທີ່ສໍາຄັນ ສໍາລັບການປຶກສາຫາລືທາງດ້ານ ການເມືອງຢ່າງຕັ້ງໜ້າ, ລວມທັງ ການເສີມຂະຫຍາຍການພົວພັນ ທາງດ້ານທຸລະກິດ ແລະ ດ້ານມະ ນຸດສະທຳ. ຂ້າພະເຈົ້າຫວັງວ່າ ສາຍພົວພັນທີ່ຕ່າງຝ່າຍຕ່າງໄດ້ ຮັບຜົນປະໂຫຍດຮ່ວມກັນຈະສືບ ຕໍ່ພັດທະນາກ້າວເຂົ້າສູ່ລວງເລິກ ຢ່າງຕໍ່ເນື່ອງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ, ລວມທັງຂອບ ການຮ່ວມມືລະຫວ່າງຣັດເຊຍ ແລະ ອາຊຽນ. ໃນຖານະທີ່ເປັນສ່ວນໜຶ່ງທີ່ ສຳຄັນຂອງການເປັນຄູ່ຮ່ວມມືຍຸດ ທະສາດລະຫວ່າງສອງລັດຖະບານ (ນະຄອນຫລວງມົດສະກູ ແລະ ນະຄອນຫລວງວຽງຈັນ), ການພົວ ພັນລະຫວ່າງພັກຣັດເຊຍເອກະພາບ ແລະ ພັກປະຊາຊົນປະຕິວັດລາວ ສືບ ຕໍ່ເຂັ້ມແຂງຢ່າງຕໍ່ເນື່ອງ, ບັນດາຂໍ້ ກໍານົດຂອງສອງພັກໄດ້ຮັບການ ເສີມຂະຫຍາຍ ແລະ ປຶກສາຫາລືກັນ ຢ່າງໃກ້ຊິດໃນບັນຫາທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ, ລວມ ທັງການຕ້ານທຸກການເຄື່ອນໄຫວ ຂອງລັດທິລ່າເມືອງຂຶ້ນແບບໃໝ່ໃນ ສະໄໝໃໝ່. ຂ້າພະເຈົ້າຂໍອວຍພອນໃຫ້ຜູ້ ແທນກອງປະຊຸມໃຫຍ່ທັງໝົດຈົ່ງມີ ຜົນສໍາເລັດອັນຈົບງາມ ແລະ ອວຍ ພອນໃຫ້ສະຫາຍ ທອງລຸນ ສີສຸລິດ ຈົ່ງມີສຸຂະພາບແຂງແຮງ ແລະ ພະ ລານາໄມສົມບູນ. ດື່ມ, ມີຄວາມສາມັກຄີເປັນປຶກແຜ່ນ, ສືບຕໍ່ມີຄວາມເຊື່ອໝັ້ນຕໍ່ການນຳພາ ຂອງພັກ ແລະ ລັດ, ເຊື່ອໝັ້ນໃນ ອະນາຄົດອັນສະຫວ່າງສະໄຫວ ຂອງປະເທດຊາດ. ສະຫາຍ ທອງລຸນ ສີສຸລິດ ຍັງ ໄດ້ຕາງໜ້າຄະນະບໍລິຫານງານ ສູນກາງພັກ ສະໄໝທີ XI ສະແດງ ຄວາມຍ້ອງຍໍຊົມເຊີຍມາຍັງຄະນະ ພັກແຕ່ລະຂັ້ນ, ພະນັກງານ, ສະ ມາຊິກພັກ, ທະຫານ, ຕໍາຫລວດ, ປະຊາຊົນລາວ, ຜູ້ປະກອບການ, ນັກທຸລະກິດທັງພາຍໃນ ແລະ ຕ່າງ ປະເທດທີ່ໄດ້ຕັ້ງໜ້າປະກອບສ່ວນ ເຂົ້າໃນການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກ ໄດ້ຮັບຜົນສໍາເລັດເປັນຢ່າງດີ, ມີ ຄວາມຕື່ນຕົວເປັນເຈົ້າການປະກອບ ສ່ວນຄົນລະໄມ້ຄົນລະມື. ຂ່າວ: ທະນູທອງ ຊົນນະບົດໃຫ້ຫຍັບເຂົ້າໃກ້ກັນເທື່ອ ລະກ້າວ. ຂ່າວ: ທະນູທອງ

dv'xt-5 ,.spj z6h cmomqj ;xtgmf 7A 'mu XII 0v'ra dxt-k-q oxt8y ;a f]k; dh k;l6j w]ptdkora fmtok.\j 0v'dkoxt8y ;a f]k; 08/01/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ຫງວຽນ ມິງງີ ເຕີມິມ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວັ ກັ ດູ ດ *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ບົດສະເໜີົີ *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ leoa d0j k;lkoxtgmf]k; da [dkora fmtok.ow]pt.\j (ເນື່ອງໃນໂອກາດວັນສ້າງຕັ້ງສຳນັກຂ່າວສານປະເທດລາວ ຄົບຮອບ 58 ປີ ວັນທີ 06/01/1968-06/01/2026)ື່ ອັ ນ້ າັ້ ງັ ກ່ າົ ບີ ັນີ ກອງປະຊຸມໃຫຍ່ ຄັ້ງທີ XII ມີ ຫົວຂໍ້ວ່າ: “ຍົກສູງບົດບາດການນຳ ພາ ທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າ ສ້າງເສດຖະກິດເອກະລາດ ເປັນ ເຈົ້າຕົນເອງ, ສືບຕໍ່ບູລະນະລະບອບ ປະຊາທິປະໄຕປະຊາຊົນ ໃຫ້ໜັກ ແໜ້ນກ້າວຂຶ້ນສູ່ສັງຄົມນິຍົມ” ຫົວ ຂໍ້ນີ້ແມ່ນເນື້ອໃນຈິດໃຈທີ່ສຳຄັນ ທີ່ສຸດໃນບົດລາຍງານການເມືອງ, ສະທ້ອນໃຫ້ເຫັນແນວຄິດ ແລະ ທັດ ສະນະຫລັກຂອງເອກະສານກອງ ປະຊຸມໃຫຍ່ ແລະ ເປັນການສົ່ງສານ ທາງການເມືອງທີ່ໂດດເດັ່ນ ພ້ອມ ກັບຄຳຮຽກຮ້ອງໃຫ້ທົ່ວພັກ, ທົ່ວ ປວງຊົນ ແລະ ທົ່ວກຳລັງປະກອບ ອາວຸດລາວທົ່ວປະເທດ ຮ່ວມແຮງ ຮ່ວມໃຈກັນຈັດຕັ້ງປະຕິບັດ. ໃນສະໄໝກອງປະຊຸມໃຫຍ່ ຄັ້ງ ທີ XI ( 2021-2025), ເຖິງວ່າ ຕ້ອງຜະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍປະການ, ໂດຍສະເພາະແມ່ນຜົນກະທົບອັນ ສະຫລັບຊັບຊ້ອນຈາກສະພາບການ ໃນພາກພື້ນ ແລະ ໂລກ, ແຕ່ພັກປະ ຊາຊົນປະຕິວັດລາວ ກໍໄດ້ນຳພາຊີ້ນຳປະເທດຊາດໃຫ້ຮັກສາໄດ້ສະ ຖຽນລະພາບທາງດ້ານການເມືອງ ແລະ ສັງຄົມ, ເສດຖະກິດຍັງຄົງ ເຕີບໂຕຢ່າງຕໍ່ເນື່ອງ, ຊີວິດການ ເປັນຢູ່ຂອງປະຊາຊົນຄ່ອຍໆດີຂຶ້ນ, ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ໄດ້ຮັບການເສີມ ສ້າງ ແລະ ສາຍພົວພັນຕ່າງປະເທດ ໄດ້ຮັບການຂະຫຍາຍກວ້າງອອກ. ໝາກຜົນດັ່ງກ່າວ ໄດ້ສ້າງພື້ນຖານ ທີ່ສຳຄັນທັງທາງດ້ານທິດສະດີ ແລະ ພຶດຕິກຳ ໃຫ້ແກ່ການກຳນົດ ທິດທາງທາງຍຸດທະສາດ ແລະ ການປ່ຽນແປງໃໝ່ຢ່າງຮອບດ້ານ ໃນກອງປະຊຸມໃຫຍ່ ຄັ້ງທີ XII ນີ້. ບົນພື້ນຖານແຫ່ງການສະຫລຸບ ຖອດຖອນບົດຮຽນຈາກພຶດຕິກຳ ຕົວຈິງຢ່າງເລິກເຊິ່ງ ຄວບຄູ່ກັບວິ ໄສທັດທາງດ້ານຍຸດທະສາດໄລ ຍະຍາວ, ກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດຄັ້ງທີXII ຂອງພັກແມ່ນ ແບກຫາບພາລະກິດທີ່ສຳຄັນເປັນ ປະຫວັດສາດ ເປັນຕົ້ນແມ່ນການສືບ ຕໍ່ປັບປຸງແນວທາງການປ່ຽນແປງ ໃໝ່ໃຫ້ສົມບູນ ແລະ ພັດທະນາຂຶ້ນ, ການຍົກສູງຂີດຄວາມສາມາດໃນ ການນຳພາ ແລະ ພະລັງຕໍ່ສູ້ຂອງ ພັກ, ການສົ່ງເສີມພະລັງແຫ່ງ ຄວາມສາມັກຄີອັນຍິ່ງໃຫຍ່ຂອງ ປວງຊົນທັງຊາດ ແລະ ການສ້າງ ການຫັນປ່ຽນທີ່ແຂງແຮງ, ເປັນຮູບ ປະທຳກວ່າເກົ່າໃນການພັດທະນາ ປະເທດຊາດ. ຈຸດເດັ່ນທີ່ມີຄວາມ ໝາຍທາງປະຫວັດສາດຂອງກອງ ປະຊຸມ ຄັ້ງທີ XII ຄືຈິດວິນຍານ ແຫ່ງການປ່ຽນແປງໃໝ່ຢ່າງຮອບ ດ້ານ ເຊິ່ງສະແດງອອກຢ່າງຈະ ແຈ້ງໃນທຸກຂົງເຂດ ດັ່ງນີ້: ທີໜຶ່ງ: ສືບຕໍ່ຍູ້ແຮງພາລະກິດ ແຫ່ງການປັບປຸງລະບອບປະຊາທິ ປະໄຕປະຊາຊົນໃຫ້ໜັກແໜ້ນ ແລະ ສົມບູນຍິ່ງຂຶ້ນ ມຸ່ງສູ່ສັງຄົມນິຍົມ ໂດຍຍຶດໝັ້ນໃນເປົ້າໝາຍ ແລະ ຄວາມເດັດດ່ຽວໜຽວແໜ້ນ, ຈັດຕັ້ງ ປະຕິບັດຢ່າງຕໍ່ເນື່ອງຕາມລະບອບ ປະຊາທິປະໄຕປະຊາຊົນທີ່ໄດ້ລະບຸ ໄວ້ໃນໂຄງການ ສະບັບທີ 3 ຂອງ ພັກ ເພື່ອຍົກລະດັບການພັດທະນາ ໃນແຕ່ລະໄລຍະ, ສ້າງປະເທດລາວ ໃຫ້ເປັນປະເທດກຳລັງພັດທະນາທີ່ ມີລາຍໄດ້ປານກາງສູງ, ມີລະບົບ ການເມືອງທີ່ເຂັ້ມແຂງ, ມີເສດຖະ ກິດທີ່ທັນສະໄໝ, ມີກຳລັງການຜະ ລິດທີ່ພັດທະນາຢ່າງຮອບດ້ານຄວບ ຄູ່ກັບສາຍພົວພັນການຜະລິດທີ່ ເໝາະສົມ ແລະ ກ້າວໜ້າ, ປະຊາຊົນ ທຸກຊົນເຜົ່າມີຊີວິດການເປັນຢູ່ທີ່ໝັ້ນ ຄົງ ແລະ ມີຄວາມຜາສຸກຍິ່ງໆຂຶ້ນ. ພ້ອມກັນນັ້ນ, ຍັງສືບຕໍ່ສ້າງ, ເສີມສ້າງ ແລະ ຍົກລະດັບປັດໄຈພື້ນ ຖານໃຫ້ແກ່ການປັບປຸງລະບອບ ປະຊາທິປະໄຕປະຊາຊົນ ໃຫ້ໜັກ ແໜ້ນ, ເນັ້ນໜັກຄວາມເປັນເອກະ ລາດໃນການກຳນົດທິດທາງ, ພັດ ທະນາຮາກຖານໃຫ້ແກ່ໄລຍະຕໍ່ໄປ ຂອງການພັດທະນາ, ຮັບປະກັນສະ ຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງຢ່າງໜັກແໜ້ນ, ຮັກສາຄວາມສະຫງົບຮຽບຮ້ອຍ ແລະ ຄວາມປອດໄພຂອງສັງຄົມ, ຄວາມເປັນທຳໃນສັງຄົມ ເພື່ອເປັນ ຮາກຖານໃນການອຳນວຍເງື່ອນ ໄຂ ແລະ ຂັບເຄື່ອນພາລະກິດແຫ່ງ ການປົກປັກຮັກສາ ແລະ ພັດທະນາ ປະເທດຊາດ. ບັນດາອົງການຈັດຕັ້ງ ຂອງລັດຕ້ອງປະຕິບັດບົດບາດ, ໜ້າ ທີ່ແລະພາລະກິດຕາມກົດໝາຍຢ່າງ ເຂັ້ມແຂງ, ກະທັດຮັດ ແລະ ມີປະສິດ ທິຜົນ, ຍົກສູງຂີດຄວາມສາມາດໃນ ການຄຸ້ມຄອງມະຫາພາກຂອງສູນ ກາງ ຄວບຄູ່ກັບການສົ່ງເສີມຄວາມ ເປັນເຈົ້າການຂອງທ້ອງຖິ່ນ. ທີສອງ: ເສີມສ້າງວຽກງານ ປ້ອງກັນຊາດ ແລະ ປ້ອງກັນຄວາມ ສະຫງົບ ເພື່ອຮັບປະກັນສະຖຽນລະ ພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງຂອງຄວາມສະຫງົບ ຮຽບຮ້ອຍ ແລະ ຄວາມປອດໄພ ຂອງສັງຄົມ ໂດຍເພີ່ມທະວີການ ນຳພາຢ່າງເດັດຂາດ ແລະ ໂດຍກົງ ຂອງພັກ ຕໍ່ກຳລັງປ້ອງກັນຊາດປ້ອງກັນຄວາມສະຫງົບ; ຊີ້ນຳ ການສ້າງກຳລັງໃຫ້ມີຄວາມປອດ ໃສ, ເຂັ້ມແຂງ ແລະ ໜັກແໜ້ນ ທັງ ດ້ານການເມືອງ, ແນວຄິດ ແລະ ການຈັດຕັ້ງ, ເປັນແບບຢ່າງ, ມຸ່ງ ສູ່ຄວາມເປັນມືອາຊີບ ແລະ ຄວາມ ທັນສະໄໝ. ທີສາມ: ສືບຕໍ່ສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ພ້ອມ ທັງເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນຢ່າງເລິກເຊິ່ງ; ພັດທະນາ ເສດຖະກິດ-ສັງຄົມຢ່າງມີຈຸດສຸມ, ມີຄຸນນະພາບແລະໝັ້ນຄົງຕາມທິດ ທາງສີຂຽວ ແລະ ຍືນຍົງ; ຮັກສາ ສະຖຽນລະພາບເສດຖະກິດມະຫາ ພາກ, ຄວບຄຸມອັດຕາເງິນເຟີ້, ຫລຸດ ຜ່ອນໜີ້ສິນສາທາລະນະ ເພື່ອໃຫ້ ປະເທດຫລຸດພົ້ນອອກຈາກສະຖາ ນະພາບດ້ອຍພັດທະນາຢ່າງວ່ອງ ໄວ ແລະ ຍືນຍົງ. ໂດຍພັກເພີ່ມບົດ ບາດການນຳພາໃນການພັດທະນາ ເສດຖະກິດກົນໄກຕະຫລາດຕາມ ທິດສັງຄົມນິຍົມ, ເສີມສ້າງຄວາມ ເຂັ້ມແຂງໃຫ້ແກ່ພາກສ່ວນເສດຖະ ກິດຕ່າງໆ, ສົ່ງເສີມທຸກພາກສ່ວນ ເສດຖະກິດຢ່າງສະເໝີພາບ; ຖືເອົາ ເສດຖະກິດເອກະຊົນທັງພາຍໃນ ແລະ ຕ່າງປະເທດ, ເສດຖະກິດຮູບ ແບບບໍລິສັດຮຸ້ນສ່ວນ, ການຮ່ວມ ທຶນກັບຕ່າງປະເທດ ແລະ ເສດຖະ ກິດສະຫະກອນຂອງປະຊາຊົນ ເປັນ ພື້ນຖານຂອງເສດຖະກິດຊາດ, ເປັນກຳລັງຂັບເຄື່ອນການພັດທະ ນາເສດຖະກິດ ແລະ ການສ້າງວຽກ ເຮັດງານທຳ, ພ້ອມທັງເປັນຖານ ທີ່ໝັ້ນຄົງສຳລັບການສ້າງເສດຖະ ກິດເອກະລາດ ເປັນເຈົ້າຕົນເອງ; ປັບປຸງໂຄງປະກອບພາກສ່ວນເສດ ຖະກິດຂອງປະເທດໃຫ້ສົມບູນຍິ່ງ ຂຶ້ນໃນທິດທາງດັ່ງກ່າວ; ພັດທະນາ ເສດຖະກິດລະດັບພາກພື້ນໃຫ້ເປັນ ລະບົບເຊື່ອມໂຍງຕົວຈິງ ເພື່ອເລັ່ງ ລັດການເຕີບໂຕຢ່າງວ່ອງໄວ ແລະ ຍືນຍົງ; ສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍໃຫ້ແກ່ການດຶງດູດ ການລົງທຶນທັງພາຍໃນ ແລະ ຕ່າງ ປະເທດ; ປັບປຸງການຄຸ້ມຄອງດ້ານ ການເງິນ, ງົບປະມານ ແລະ ເງິນ ຕາ; ຄຸ້ມຄອງ ແລະ ນຳໃຊ້ຊັບພະຍາ ກອນທຳມະຊາດຢ່າງມີແຜນການ ເພື່ອຜົນປະໂຫຍດແຫ່ງຊາດ; ໃຫ້ ຄວາມສຳຄັນກັບການພັດທະນາ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ, ເຕັກໂນໂລຊີດີຈິ ຕອນ ແລະ ປັນຍາປະດິດ ເຂົ້າໃນ ຂະແໜງການຜະລິດ, ການບໍລິການ ແລະ ການບໍລິຫານລັດ. ຂປລ. ເມື່ອປະເທດຊາດ ໄດ້ຮັບ ການປົດປ່ອຍ ພະນັກງານຂອງ ສຳ ນັກຂ່າວສານປະເທດລາວໄດ້ເພີ່ມ ຂຶ້ນຢ່າງຫລວງຫລາຍ, ຈຳນວນ ໜຶ່ງແມ່ນຍົກມາແຕ່ເມືອງວຽງໄຊ, ຈຳນວນໜຶ່ງໄດ້ຮັບເອົານັກສຶກສາ ທີ່ຮຽນຈົບສະຖາບັນກົດໝາຍ ແລະ ການປົກຄອງ ແລະ ອີກຈຳນວນ ໜຶ່ງແມ່ນຮັບໃຊ້ເອົາພະນັກງານທີ່ ເຮັດວຽກຂ່າວສານ ໃນລະບອບ ເກົ່າ “Lao Press” ທີ່ມີຄວາມຕື່ນ ຕົວມາຮັບໃຊ້ພາລະກິດ ຂອງການ ປະຕິວັດ ໂດຍມາຕັ້ງສຳນັກງານ ໃໝ່ ຢູ່ບ້ານຊຽງຍືນ ຖະໜົນເສດຖາ ທິລາດ ນະຄອນຫລວງວຽງຈັນ. ນັບແຕ່ປີ 1976-1982 ສຳ ນັກຂ່າວສານປະເທດລາວ ຍັງຢູ່ ຮ່ວມກັນກັບໜັງສືພິມສຽງປະຊາ ຊົນ ເອີ້ນວ່າ: “ສຳນັກໜັງສືພິມ ສຽງປະຊາຊົນ-ຂ່າວສານປະເທດ ລາວ” ທີ່ມີທ່ານ ສີສະໜານ ແສນ ຍານຸວົງ ເປັນຫົວໜ້າ, ທ່ານ ຈັນທີ ເດືອນສະຫວັນ, ທ່ານ ຈັນທອນ ທ່ຽງເທບວົງສາ ແລະ ທ່ານ ສີມອນ ຈຳປາສິດ ເປັນຮອງ. ໃນໄລຍະນີ້ ສຳນັກຂ່າວສານປະເທດລາວ ໄດ້ ມີການປັບປຸງຫລາຍດ້ານ, ມີບັນ ນາທິການຂ່າວພາຍໃນ ທີ່ມີສາຂາ ຢູ່ບັນດາແຂວງສ່ວນໃຫຍ່ ໃນທົ່ວ ປະເທດ, ມີບັນນາທິການຂ່າວພາ ສາຕ່າງປະເທດ (ພາສາຝຣັ່ງອັງກິດ) ທີ່ມີການພົວພັນກັບຫລາຍ ປະເທດ, ມີບັນນາທິການຮູບພາບ ເຊິ່ງສາມາດຈັດພິມວາລະສານຮູບ ພາບຕ່າງໆ ແລະ ມີພະແນກເຕັກນິກ ທີ່ສາມາດ ຮັບຂ່າວຈາກພາຍນອກ ແລະ ສົ່ງຂ່າວອອກຕ່າງປະເທດ ແລະ ນັບມື້ມີການປັບປຸງໃຫ້ສາ ມາດນໍາໃຊ້ເຄື່ອງມືທີ່ທັນສະໄໝ. ພາຍຫລັງກອງປະຊຸມໃຫຍ່ ຄັ້ງ ທີ III ຂອງພັກ(27-30/4/1982), ຕົ້ນປີ 1983 ໄດ້ມີມະຕິສູນກາງພັກ ໃຫ້ແຍກບັນດາອົງການສື່ມວນຊົນ ອອກຈາກກະຊວງໂຄສະນາ, ຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍໄດ້ແຍກອອກເປັນ 2 ການຈັດຕັ້ງ, ສ້າງຕັ້ງເປັນຄະນະ ກຳມະການຂ່າວສານ, ໜັງສືພິມ, ວິທະຍຸກະຈາຍສຽງ ແລະ ໂທລະ ພາບແຫ່ງຊາດ ທຽບເທົ່າກະຊວງ ໂດຍແມ່ນທ່ານສອນຄຳວານວົງສາ ເປັນຫົວໜ້າ ແລະ ທ່ານ ບຸນເຕັງ ວົງໄຊ ເປັນຮອງທັງຄວບຕຳແໜ່ງ ຫົວໜ້າອຳນວຍການໃຫຍ່ຂ່າວ ສານປະເທດລາວ, ຫລັງຈາກນັ້ນ ໃນປີຖັດມາສຳນັກຂ່າວສານປະ ເທດລາວ ແລະ ໜັງສືພິມສຽງປະ ຊາຊົນ ກໍໄດ້ແຍກອອກຈາກກັນ ກາຍເປັນສຳນັກຂ່າວສານປະເທດ ລາວ ໂດຍຈັດຕັ້ງຄະນະນຳໜຶ່ງຂຶ້ນ ເອີ້ນວ່າ: ຄະນະອຳນວຍການໃຫຍ່ ຂ່າວສານປະເທດລາວ ຕາມດຳລັດ ຂອງປະທານສະພາລັດຖະມົນຕີ ສະບັບ ເລກທີ 038/ປສລ ລົງວັນ ທີ 31/3/1984 ໂດຍແມ່ນ ທ່ານ ບຸນເຕັງ ວົງໄຊ ເປັນຫົວໜ້າອຳ ນວຍການໃຫຍ່. ສຳລັບການພົວພັນຢູ່ພາຍໃນປະ ເທດ ສຳນັກຂ່າວສານປະເທດລາວ ໄດ້ມີເພື່ອນຮ່ວມງານຢູ່ບັນດາກະ ຊວງແລະບັນດາແຂວງທົ່ວປະເທດ ເພື່ອເຮັດໃຫ້ການຮັບ-ສົ່ງຂໍ້ມູນຂ່າວ ສານ ໃຫ້ມີຄວາມວ່ອງໄວ ເນື້ອໃນ ການນຳສະເໜີຂ່າວມີຄວາມຫລາກ ຫລາຍຍິ່ງຂຶ້ນ. ນັບແຕ່ຊຸມປີ 90 ມາ ນີ້, ຂປລ ໄດ້ສືບຕໍ່ປັບປຸງພື້ນຖານ ວັດຖຸເຕັກນິກຄ່ອຍໆກ້າວເຂົ້າສູ່ ບາດລ້ຽວໃໝ່ ຄື: ລົບລ້າງການນຳ ໃຊ້ລະບົບການຮັບ-ສົ່ງຂ່າວກັບ ທ້ອງຖິ່ນດ້ວຍເຄື່ອງໂທລະເລກ ມາ ນຳໃຊ້ເຄື່ອງໂຟນີ, ຄອມພິວເຕີ ແລະ ໂທລະສານ; ລົບລ້າງລະບົບການ ຮັບ ແລະ ສົ່ງຂ່າວ ກັບຕ່າງປະເທດ ດ້ວຍເຄື່ອງໂທລະພິມ ແລະ ການສົ່ງ ຂ່າວອອກອາກາດ ໃນລະບົບຄື້ນ ສັ້ນ ມາເປັນລະບົບເຄື່ອງຄອມພິວ ເຕີ ແລະ ເຄື່ອງຮັບຂ່າວຜ່ານດາວ ທຽມ. ເລີ່ມປີ 2009 ເປັນຕົ້ນມາ, ສຳນັກຂ່າວສານປະເທດລາວ ຈຶ່ງ ໄດ້ເປີດກວ້າງຕາງໜ່າງການຮັບ- ສົ່ງຂ່າວ ທັງພາຍໃນ ແລະ ຕ່າງປະ ເທດ ດ້ວຍລະບົບສາຍກົງ (ອອນ ລາຍ) ແລະ ບໍລິການຜະລິດຕະພັນ ຂ່າວສານໂດຍລະບົບຖ່າຍໂອນຂໍ້ ມູນ ຫລື FTP. ທັງນີ້ກໍເນື່ອງຈາກ ວ່າສຳນັກຂ່າວສານປະເທດລາວ ເປັນສູນກາງລວບລວມ ເກັບກຳຂໍ້ ມູນຂ່າວສານ ເພື່ອສະໜອງຂໍ້ມູນ ເຫລົ່ານັ້ນໃຫ້ແກ່ສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ຈຶ່ງມີຄວາມຈຳ ເປັນທີ່ສຸດ ແລະ ໄດ້ສ້າງເຄືອຂ່າຍ ນີ້ຂຶ້ນມາ ເພື່ອເຊື່ອມຕໍ່ກັບທ້ອງຖິ່ນ ແລະ ສຳນັກງານ-ອົງການຕ່າງໆ ໃນທົ່ວປະເທດໄດ້ເປັນລະບົບຄົບ ຊຸດ ເພື່ອອຳນວຍຄວາມສະດວກ ຄວບຄຸມທັງຄຸ້ມຄອງຂ່າວ, ບົດ ແລະ ຮູບທີ່ສົ່ງຜ່ານລະບົບນີ້ໃຫ້ມີ ຄວາມເປັນເອກະພາບ, ຊັດເຈນ, ວ່ອງໄວ ແລະ ທັນສະພາບ. ນັບແຕ່ປີ 2000 ເປັນຕົ້ນມາ ສໍາ ນັກຂ່າວສານປະເທດລາວ ກໍໄດ້ສືບ ຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ການດຳເນີນວຽກງານຕາມພາລະ ບົດບາດ ແລະ ໜ້າທີ່ຂອງຕົນ ຢູ່ໃນ ເງື່ອນໄຂພາຍໃນ ແລະ ສາກົນທີ່ຜັນ ແປໄປຢ່າງສັບສົນ ເຊິ່ງມີທັງກາລະ ໂອກາດດີ ແລະ ສິ່ງທ້າທາຍຫລາຍ ຢ່າງ. ເຖິງຢ່າງໃດກໍຕາມ, ສຳນັກ ຂ່າວສານປະເທດລາວ ກໍໄດ້ຮັບ ການນຳ-ຊີ້ນຳຈາກພັກ ແລະ ລັດ ຢ່າງໃກ້ຊິດ ໃນການຈັດຕັ້ງຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VII, VIII ແລະ IX ຂອງພັກ, ມະ ຕິກົມການເມືອງສູນກາງພັກກ່ຽວ ກັບການເພີ່ມທະວີການນຳພາຂອງ ພັກ ແລະ ການຄຸ້ມຄອງລັດຕໍ່ສື່ມວນ ຊົນ ໃນໄລຍະໃໝ່ ແລະ ແຜນພັດທະ ນາເສດຖະກິດ-ສັງຄົມຂອງລັດຖະ ບານໃນແຕ່ລະໄລຍະ. ນອກຈາກ ການປັບປຸງ ແລະ ຍົກລະດັບເນື້ອໃນ ແລ້ວ, ພວກເຮົາຍັງໄດ້ເພີ່ມຜະລິດ ຕະພັນໃໝ່ຕື່ມອີກ. ພ້ອມນັ້ນ ຍັງໄດ້ ມີຄວາມພະຍາຍາມປັບປຸງຄຸນນະ ພາບຜະລິດຕະພັນຂອງຕົນຢ່າງຕໍ່ ເນ່ືອງ. ສຳລັບວຽກງານຂ່າວ ກໍໄດ້ ດຳເນີນການປັບປຸງຜະລິດຕະພັນ ໃບຂ່າວລາຍວັນດ້ວຍເນື້ອໃນທີ່ ຫລາກຫລາຍແລະພັດທະນາໃຫ້ຂະ ຫຍາຍຕົວ ແລະ ກ້າວໄປສູ່ຄຸນນະ ພາບໃໝ່ ດ້ວຍການຍົກລະດັບປະລິ ມານ ແລະ ຄຸນນະພາບຂອງຂ່າວ ຂຶ້ນອີກບາດກ້າວໜຶ່ງ ເພື່ອສ່ອງ ແສງເຫດການຕ່າງໆ ທັງພາຍໃນ ແລະຕ່າງປະເທດ ໃຫ້ກວ້າງຂວາງ, ວ່ອງໄວ, ທັນເຫດການ ແລະ ຊັດ ເຈນ, ຕອບສະໜອງຂໍ້ມູນຂ່າວສານ ດ້ານເຕັກນິກ-ວິທະຍາສາດ, ວິທະ ຍາການ ແລະ ອື່ນໆ. ໃນໄລຍະປີ 2012 ກໍໄດ້ດຳເນີນປັບປຸງໂຄງປະ ກອບກົງຈັກການຈັດຕັ້ງຄືນໃໝ່ໃຫ້ ສອດຄ່ອງ, ແທດເໝາະກັບເງື່ອນ ໄຂຕົວຈິງຂອງການພັດທະນາ ປະ ກອບມີ 10 ພະແນກ ຄື: ພະແນກ ຄຸ້ມຄອງບໍລິການ, ພະແນກຈັດຕັ້ງພະນັກງານ, ພະແນກບັນນາທິການ ຂ່າວພາຍໃນ, ພະແນກບັນນາທິ ການຂ່າວໂລກ, ພະແນກຮູບພາບສຳເນົາ, ພະແນກເວັບໄຊ-ເຕັກນິກ, ພະແນກບັນນາທິການໜັງສືພິມ ປະເທດລາວ, ພະແນກບັນນາທິ ການໜັງສືພິມພາສາຕ່າງປະເທດ (KPL News), ພະແນກບັນນາທິ ການຂ່າວພາສາຕ່າງປະເທດ ແລະ ພະແນກວາລະສານປະເທດລາວ. ນອກຈາກນັ້ນ, ຂປລ ຍັງໄດ້ມີການ ພັດທະນາຍົກລະດັບການພິມຈາກ ພິມໃບຂ່າວພາສາຕ່າງປະເທດ KPL News ມາເປັນໜັງສືພິມ ລາຍວັນ (ພາສາຝຣັ່ງ-ພາສາອັງ ກິດ), ມາຮອດປີ 2017 ຂປລ ກໍ ໄດ້ຢຸດຕິການພິມໜັງສືພິມພາສາ ອັງກິດ ແລະ ພາສາຝຣັ່ງ ມາສູ່ການ ກະຈາຍຂ່າວຜ່ານເວັບໄຊ ກໍຄືຜ່ານ ຊ່ອງທາງອອນລາຍແທນຈົນເຖິງ ປັດຈຸບັນ. ໃນປີ 2015 ເປັນຕົ້ນມາ, ຄະນະນຳສຳນັກຂ່າວສານປະເທດ ລາວ ໄດ້ຕົກລົງໃຫ້ມີການນຳສະ ເໜີຂ່າວ, ຮູບຜ່ານ ແລະ ຄລິບຂ່າວ ວິດີໂອ ຢູ່ໜ້າເວັບໄຊ ຂອງສຳ ນັກແລະ ຢູ່ໃນສື່ສັງຄົມອອນລາຍ (ເຟສບຸກ) ອອກຊື່ ປະເທດລາວ Pathedlao ແລະ KPL News ຕື່ມອີກ. ສຳລັບວາລະສານປະເທດ ລາວ ລາຍໄຕມາດ (3 ເດືອນ) ທີ່ ໄດ້ຢຸດຕິການຈັດພິມແຕ່ທ້າຍຊຸມ ປີ90(1997-2000) ເນື່ອງຈາກ ຂາດງົບປະມານ, ມາເຖິງປີ 2012 ກໍໄດ້ຈັດພິມຄືນໃໝ່ ດ້ວຍການໃຫ້ ທຶນຊ່ວຍເຫລືອການພິມຂອງສຳ ນັກຂ່າວສານຫວຽດນາມ ມີຍອດ ພິມ 1.000 ສະບັບ ຫລັງຈາກນັ້ນ ພຽງ 2 ປີ ສຳນັກຂ່າວສານປະເທດ ລາວ ກໍໄດ້ຈັດພິມວາລະສານດັ່ງ ກ່າວດ້ວຍງົບປະມານວິຊາການ. ຈາກນັ້ນໃນປີ 2020 ກໍໄດ້ຢຸດຕິ ການຈັດພິມຈົນເຖິງປັດຈຸບັນ.

RkJQdWJsaXNoZXIy MTc3MTYxMQ==