ຍອດການຂົນສົ່ງຜູ້ໂດຍສານ ຜ່ານທາງລົດໄຟ ທົ່ວປະເທດຈີນ ບັນລຸຫລາຍກວ່າ 4 ຕື້ເທື່ອຄົນ

09/01/2026 14:52
Email Print 306
ຂປລ ປີ 2025, ຍອດ​ການ​ຂົນ​ສົ່ງ​ ຜູ້​ໂດຍ​ສານ ​ຜ່ານ​ທາງ​ລົດ​ໄຟ​​ ທົ່ວ​ປະ​ເທດ​ຈີນ​ ໄດ້​ບັນ​ລຸ ຫລາຍກວ່າ 4 ຕື້​ເທື່ອ​ຄົນ, ເພີ່ມ​ຂຶ້ນ 6,4% ເມື່ອ​ທຽບ​​ໃສ່​ປີ 2024 ​ແລະ ການ​ຂົນ​ສົ່ງ​ສິນ​ຄ້າ​ ບັນ​ລຸ 5 ຕື້ກວ່າ​ໂຕນ, ເພີ່ມ​ຂຶ້ນ 2% ເມື່ອ​ທຽບໃສ່​ປີ 2024.

          ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG, ນັກ​ຂ່າວ​ ໄດ້​ຮັບ​ຂໍ້​ມູນ​ຈາກ ກອງ​ປະ​ຊຸມ ​ວຽກ​ງານ​ຕິດ​ຕາມ ​ຄຸ້ມ​ຄອງ​ ທາງ​ລົດ​ໄຟ​ ທົ່ວ​ປະ​ເທດ ​ປີ 2026 ທີ່​ກົມ​ທາງ​ລົດ​ໄຟ​ ແຫ່ງ​ຊາດ​ຈີນ ​ຈັດ​ຂຶ້ນ​ໃນ​ວັນ​ທີ 8 ມັງ​ກອນ​ນີ້​ວ່າ: ປີ 2025, ຍອດ​ການ​ຂົນ​ສົ່ງ​ ຜູ້​ໂດຍ​ສານ ​ຜ່ານ​ທາງ​ລົດ​ໄຟ​​ ທົ່ວ​ປະ​ເທດ​ຈີນ​ ໄດ້​ບັນ​ລຸ ຫລາຍກວ່າ 4 ຕື້​ເທື່ອ​ຄົນ, ເພີ່ມ​ຂຶ້ນ 6,4% ເມື່ອ​ທຽບ​​ໃສ່​ປີ 2024 ​ແລະ ການ​ຂົນ​ສົ່ງ​ສິນ​ຄ້າ​ ບັນ​ລຸ 5 ຕື້ກວ່າ​ໂຕນ, ເພີ່ມ​ຂຶ້ນ 2% ເມື່ອ​ທຽບໃສ່​ປີ 2024. ຂ່າວ​ແຈ້ງວ່າ: ໃນ​ໄລ​ຍະ​ປະ​ຕິ​ບັດ​ ແຜນ​ພັດ​ທະ​ນາ​ ເສດ​ຖະ​ກິດ-ສັງ​ຄົມ ​ແຫ່ງ​ຊາດ 5 ປີ​ ຄັ້ງ​ທີ 14 ຂອງ ສປ ຈີນ, ຄວາມ​ຍາວ​ທາງ​ລົດ​ໄຟ​ ທີ່​ເປີດ​ບໍ​ລິ​ການ ​ໃນ​ທົ່ວ​ປະ​ເທດ​ຈີນ ​ມີ​ເຖິງ 165.000 ກິ​ໂລ​ແມັດ, ໃນ​ນັ້ນ, ຄວາມ​ຍາວ ​ທາງລົດ​ໄຟ​ຄວາມ​ໄວ​ສູງ ​ບັນ​ລຸ​ຫລາຍກວ່າ 50.000 ​ກິ​ໂລ​ແມັດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top