ປີແຫ່ງການແລກປ່ຽນດ້ານວັດທະນະທຳຈີນ-ອາຟຣິກາ ປີ 2026

09/01/2026 14:40
Email Print 1699
ຂປລ ທ່ານ ສີ ຈິ້ນຜິງ ປະທານ ປະເທດຈີນ ໄດ້ສົ່ງສານ ອວຍພອນ ເຖິງພິທີໄຂ “ປີແຫ່ງການແລກປ່ຽນ ດ້ານວັດທະນະທຳ ຈີນ-ອາຟຣິກາ” ປີ 2026.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG, ວັນທີ 8 ມັງກອນນີ້, ທ່ານ ສີ ຈິ້ນຜິງ ປະທານ ປະເທດຈີນ ໄດ້ສົ່ງສານ ອວຍພອນ ເຖິງພິທີໄຂ ປີແຫ່ງການແລກປ່ຽນ ດ້ານວັດທະນະທຳ ຈີນ-ອາຟຣິກາປີ 2026. ທ່ານ ສີ ຈິ້ນຜິງ ໄດ້ຊີ້ອອກວ່າ: ການຈັດກິດຈະກຳປີແຫ່ງການແລກ ປ່ຽນດ້ານວັດທະນະທຳຈີນ-ອາຟຣິກາ ເນື່ອງໃນໂອກາດຄົບຮອບ 70 ປີ ຂອງການສ້າງຕັ້ງ ສາຍພົວພັນ ທາງການທູດ ລະຫວ່າງ ສປ ຈີນ-ອາຟຣິກາ ແມ່ນຄວາມເຫັນທີ່ເປັນເອກະພາບກັນອັນສຳຄັນ ລະຫວ່າງ ຜູ້ນຳສອງປະເທດ, ແມ່ນມາດຕະການ ທີ່ສຳຄັນໃນການຊຸກຍູ້ ໃຫ້ໄມຕີຈິດມິດຕະພາບລະຫວ່າງ ສປ ຈີນ-ອາຟຣິກາ ເຊື່ອມເຂົ້າຈິດໃຈ ຂອງປະຊາຊົນຕື່ມອີກ ໃນຈຸດເລີ່ມຕົ້ນໃໝ໋ ທາງປະຫວັດສາດ. ຫວັງວ່າ ສອງຝ່າຍ ຈະຖືປີແຫ່ງການແລກປ່ຽນຄັ້ງນີ້ ເປັນໂອກາດ ເພື່ອເພີ່ມທະວີ ການຖອດຖອນ ບົດຮຽນ ເຊິ່ງກັນ ແລະ ກັນດ້ານອາລິຍະທຳ, ຮັດແໜ້ນ ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນ ໂດຍສະເພາະ ແມ່ນການໄປມາ ຫາສູ່ກັນ ລະຫວ່າງ ຊາວໜຸ່ມ, ລົງເລິກການແລກປ່ຽນ ດ້ານການ ປົກຄອງ ປະເທດ ແລະ ຄຸ້ມຄອງລັດ, ຮ່ວມມືກັນຊຸກຍູ້ ຄວາມທັນສະໄໝ, ຊຸກຍູ້ໃຫ້ປະຊາຊົນຈີນ ແລະ ອາຟຣິກາ ທີ່ມີປະຊາກອນ 2,8 ຕື້ກວ່າຄົນ ເຊື່ອມຈິດເຊື່ອມໃຈ, ເຕົ້າໂຮມກຳລັງ, ປະກອບສ່ວນ  ອັນໃໝ່ ຂອງ ສປ ຈີນ ແລະ ອາຟຣິກາ ເຂົ້າໃນການຮັບມືກັບ ສິ່ງທ້າທາຍລະດັບໂລກ ຂອງເຂດໂລກໃຕ້, ການສົ່ງເສີມຄຸນຄ່າຮ່ວມກັນ ຂອງມວນມະນຸດ ແລະ ການຊຸກຍູ້ ການສ້າງປະຊາຄົມຮ່ວມຊາຕາກຳ ຂອງມວນມະນຸດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ຍອດຜູ້ເສຍຊີວິດ ລົດໄຟຕຳກັນ ຢູ່ ອິນໂດເນເຊຍ ເພີ່ມຂຶ້ນເປັນ 16 ຄົນຂ່າວຕ່າງປະເທດ

      ຍອດຜູ້ເສຍຊີວິດ ລົດໄຟຕຳກັນ ຢູ່ ອິນໂດເນເຊຍ ເພີ່ມຂຶ້ນເປັນ 16 ຄົນ

      4/30/2026 5:33:08 PM

      ທາງການ ອິນໂດເນເຊຍ ເປີດເຜີຍວ່າ: ຍອດຜູ້ເສຍຊີວິດຈາກ ເຫດການ ລົດໄຟຕຳກັນ ໃກ້ກັບ ນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍ ເພີ່ມຂຶ້ນ ເປັນ 16 ຄົນ, ໂດຍທັງໝົດ ເປັນແມ່ຍິງ ແລະ ໄດ້ຮັບບາດເຈັບ 90 ຄົນ.

    • ສປ ຈີນ ຈະປະຕິບັດນະໂຍບາຍຍົກເວັ້ນພາສີ ຢ່າງຮອບດ້ານຕໍ່ 53 ປະເທດໃນອາຟຣິກາຂ່າວຕ່າງປະເທດ

      ສປ ຈີນ ຈະປະຕິບັດນະໂຍບາຍຍົກເວັ້ນພາສີ ຢ່າງຮອບດ້ານຕໍ່ 53 ປະເທດໃນອາຟຣິກາ

      4/30/2026 5:30:00 PM

      ເລີ່ມແຕ່ ​ວັນ​ທີ 1 ພຶດ​ສະ​ພາ 2026 ​ເປັນ​ຕົ້ນ​ໄປ, ນະ​ໂຍ​ບາຍ ​ຍົກ​ເວັ້ນ​ພ​າ​ສີ​ ຢ່າງ​ຮອບ​ດ້ານ​ທີ່​ ສປ ຈີນ ​ຈະ​ປະ​ຕິ​ບັດ​ຕໍ່ 53 ປະ​ເທດ ​ອາ​ຟ​ຣິ​ກາ​ ທີ່ໄດ້​ສ້າງ​​ຕັ້ງສາຍ​ພົວ​ພັນ ​ທາງ​ການ​ທູດ​ກັບ ສປ ​ຈີນ​ ຈະ​ມີ​ຜົນ​ບັງ​ຄັບ​ໃຊ້ ​ຢ່າງ​ເປັນ​ທາງ​ການ, ເສດ​ຖະ​ກິດ​ ອາ​ຟ​ຣິ​ກາ ​ກໍ​ຈະ​ມີ​ຄວາມ​ໝັ້ນ​ທ່ຽງ ແລະ ຄາດ​ຄະ​ເນ​ ໄດ້​ຫລາຍ​ຂຶ້ນ.

    • ສສ ຫວຽດນາມ ຊຸກຍູ້ການເຊື່ອມໂຍງ-ຮ່ວມສຳພັນເສດຖະກິດ ລະຫວ່າງ ອາຊຽນ-ອີຢູຂ່າວຕ່າງປະເທດ

      ສສ ຫວຽດນາມ ຊຸກຍູ້ການເຊື່ອມໂຍງ-ຮ່ວມສຳພັນເສດຖະກິດ ລະຫວ່າງ ອາຊຽນ-ອີຢູ

      4/30/2026 5:29:57 PM

      ດ້ວຍ​ງົບ​ປະ​ມານ​ປະ​ມານ 23,4 ລ້ານໂດລາສະຫະລັດ ໃນ​ໄລ​ຍະ 2025–2029, SCOPE Trade ແມ່ນ​ຂໍ້​ລິ​ເລີ່ມ​ຈຸດ​ສຸມ ​ໃນ​ບ້ວງ​ເງິນ​ເຊື່ອມ​ຕໍ່​ ແບບ​ຍືນ​ຍົງ​ ລະ​ຫວ່າງ ອາ​ຊຽນ - EU, ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ ເສດ​ຖະ​ກິດ ອາ​ຊຽນ ແລະ ເພີ່ມ​ທະ​ວີ​ ການ​ຮ່ວມ​ສຳ​ພັນ ​ເສດ​ຖະ​ກິດ ​ລະ​ຫວ່າງ​ສອງ​ພາກ​ພື້ນ.

    • ໂຄງການກໍ່ສ້າງເສັ້ນທາງລົດໄຟແຄມທະເລຕາເວັນອອກມາເລເຊຍສຳເລັດ 93%ຂ່າວຕ່າງປະເທດ

      ໂຄງການກໍ່ສ້າງເສັ້ນທາງລົດໄຟແຄມທະເລຕາເວັນອອກມາເລເຊຍສຳເລັດ 93%

      4/30/2026 5:29:55 PM

      ທ່ານ ເຢ້ຊ້ຽວ​ຢາງ ຮອງຜູ້​ອຳ​ນວ​ຍການ​ໃຫຍ່ ​ໂຄງ​ການກໍ່ສ້າງ​ເສັ້ນ​ທາງລົດ​ໄຟ ​ແຄມ​ທະ​ເລ​ຕາ​ເວັນ​ອອກ​ ມາ​ເລ​ເຊຍ ເຊິ່ງ​ຮັບ​ເໝົາກໍ່​ສ້າງ​ ໂດຍ​ບໍ​ລິ​ສັດ​ການ​ກໍ່​ສ້າງ​ຄົມ​ມະ​ນາ​ຄົມ​ຈີນ ​ຫຸ້ນ​ສ່ວນ​ຈຳ​ກັດ ໄດ້​ຢືນ​ຢັນ​ຢູ່​ນະ​ຄອນຫລວງ​ ກົວ​ລາ​ລຳ​ເປີ​ ຂອງ​ມາ​ເລ​ເຊຍ​ວ່າ: ນັບ​ມາ​ຮອດ​ທ້າຍ​ເດືອນ​ມີ​ນາ​ປີ​ນີ້, ​ໂດຍ​ລວມ​ແລ້ວ ໂຄງ​ການ​ດັ່ງ​ກ່າວ​ໄດ້​ສຳ​ເລັດ​ ການກໍ່​ສ້າງ 93% ເຊິ່ງ​ຢູ່​ໃນ​ໄລ​ຍະ​ສຳ​ຄັນຂອງ​ໂຄງ​ການ​ເພື່ອ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ.

    • ຣັດເຊຍ ຮຽກຮ້ອງສ້າງໂລກປອດອາວຸດນິວເຄຼຍຂ່າວຕ່າງປະເທດ

      ຣັດເຊຍ ຮຽກຮ້ອງສ້າງໂລກປອດອາວຸດນິວເຄຼຍ

      4/30/2026 5:29:52 PM

      ທ່ານ ວາລາດີເມຍ ປູຕິນ(Vladimir Putin), ປ​ະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ຢັ້ງ​ຢືນ​ວ່າ: ດ້ວຍ​ຖາ​ນະ ​ເປັນ​ປະ​ເທດ ​ເຂົ້າ​ຮ່ວມ​ ທີ່​ມີ​ຄວາມ​ຮັບ​ຜິ​ດ​ຊອບ ​ຕໍ່​ສົນ​ທິ​ສັນ​ຍາ ​ແຜ່​ຂະ​ຫຍາຍອາ​ວຸດ​ນິ​ວ​ເຄຼຍ (NPT), ຣັດ​ເຊຍ ຍາມ​ໃດ​ກໍ​ປະ​ຕິ​ບັດ ​ບັນ​ດາ​ຂໍ້​ກຳ​ນົດ ແລະ ເນື້ອ​ໃນ​ຈິດ​ໃຈ ​ຂອງ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ ​ຢ່າງ​ເຂັ້ມ​ງວດ.

ads
ads

Top