ຂປລ
ປີ 2025, ອົງການປ້ອງກັນຄວາມສະຫງົບ ທົ່ວປະເທດຈີນ ໄດ້ປາບປາມ ອາຊະຍາກຳ ຫລອກລວງທາງໂທລະຄົມ ແລະ ອອນລາຍ ຕາມກົດໝາຍ ຢ່າງເຂັ້ມງວດ, ເຮັດໃຫ້ການເກີດ ອາຊະຍາກຳດັ່ງກ່າວ ຫລຸດລົງ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG, ວັນທີ 8 ມັງກອນນີ້, ກະຊວງປ້ອງກັນຄວາມປະຫງົບຈີນ ໄດ້ຖະແຫລງໃຫ້ຮູ້ວ່າ: ປີ 2025, ອົງການປ້ອງກັນຄວາມສະຫງົບ ທົ່ວປະເທດຈີນ ໄດ້ປາບປາມ ອາຊະຍາກຳ ຫລອກລວງ ທາງໂທລະຄົມ ແລະ ອອນລາຍ ຕາມກົດໝາຍ ຢ່າງເຂັ້ມງວດ, ເຮັດໃຫ້ການເກີດ ອາຊະຍາກຳດັ່ງກ່າວ ຫລຸດລົງ ໂດຍສາມາດມ້າງຄະດີ ທີ່ກ່ຽວຂ້ອງ ໄດ້ທັງໝົດ 258.000 ຄະດີ, ຮ່ວມກັບ ພາກສ່ວນທີ່ກ່ຽວຂ້ອງ ຕັດສາຍຫລອກລວງ 3,6 ຕື້ເທື່ອ, ຂໍ້ຄວາມສັ້ນ 3,3 ຕື້ຂໍ້ຄວາມ, ຊ່ວຍຢຸດການໂອນເງິນ ທີ່ກ່ຽວຂ້ອງກັບ ການຫລອກລວງໄດ້ 21 ລ້ານ ກວ່າຢວນ. ພາກສ່ວນປ້ອງກັນຄວາມສະຫງົບ ແຫ່ງຕ່າງໆຂອງ ສປ ຈີນ ໄດ້ສຶກສາອົບຮົມ ແລະ ຕັກເຕືອນຕໍ່ໜ້າລວມທັງໝົດ 6 ລ້ານ ກວ່າເທື່ອຄົນ. ທ່ານ ຈ່າງມິງ ໂຄສົກກະຊວງປ້ອງກັນຄວາມສະຫງົບຈີນ ແຈ້ງໃຫ້ຮູ້ວ່າ: ປີ 2025, ກະຊວງປ້ອງກັນຄວາມສະຫງົບຈີນ ໄດ້ປະຕິບັດການພິເສດ, ຈັບຕົວຜູ້ສະໜັບ ສະໜູນ ຢູ່ເບື້ອງຫລັງ, ຫົວໂປ່ໂຕການ ແລະ ສະມາຊິກສຳຄັນຂອງກຸ່ມຫລອກລວງ ໄດ້ທັງໝົດ 542 ຄົນ ແລະ ໄດ້ສົ່ງໜ່ວຍງານກ່ຽວຂ້ອງ ໄປດຳເນີນການຮ່ວມມື ດ້ານການບັງຄັບໃຊ້ກົດໝາຍກັບ ມຽນມາ, ໄທ, ກຳປູເຈຍ ແລະ ປະເທດອື່ນໆ ຫລາຍຄັ້ງ, ສາມາດມ້າງທຳລາຍ ຈຸດທີ່ໃຊ້ໃນການຫລອກລວງ ຢູ່ຕ່າງປະເທດຫລາຍແຫ່ງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL