ຂປລ
ສະຖານເອກອັກຄະລັດຖະທູດ ປາແລັດສະຕິນ ໄດ້ເປີດຢ່າງເປັນທາງການ ໃນນະຄອນຫລວງ ລອນດອນ ໂດຍມີເອກອັກຄະລັດຖະທູດ ກ່າວຍົກຍ້ອງໃນພິທີເປີດສັ້ນໆວ່າ ເປັນບາດກ້າວທີ່ສຳຄັນຍິ່ງໃຫຍ່ ໃນຄວາມສຳພັນລະຫວ່າງ ອັງກິດ-ປາແລັດສະຕິນ .
ຂປລ. ສຳນັກຂ່າວ ເອເອຟພີ ລາຍງານຈາກ ນະຄອນຫລວງ ລອນດອນ ປະເທດ ອັງກິດ ເມື່ອວັນທີ 6 ມັງກອນ 2026 ວ່າ: ສະຖານເອກອັກຄະລັດຖະທູດ ປາແລັດສະຕິນ ໄດ້ເປີດຢ່າງເປັນທາງການ ໃນນະຄອນຫລວງ ລອນດອນ ໂດຍມີເອກອັກຄະລັດຖະທູດ ກ່າວຍົກຍ້ອງໃນພິທີເປີດສັ້ນໆວ່າ ເປັນບາດກ້າວທີ່ສຳຄັນຍິ່ງໃຫຍ່ ໃນຄວາມສຳພັນລະຫວ່າງ ອັງກິດ-ປາແລັດສະຕິນ .
ໂດຍທ່ານ ຮຸຊາມ ຊອມລອດ ເອກອັກຄະລັດຖະທູດ ກ່າວສູນທອນພົດ ນອກອາຄານ ຊຶ່ງຕັ້ງຢູ່ທາງຕາເວັນຕົກ ຂອງນະຄອນຫລວງ ລອນດອນ ໃນຂະນະນີ້ ໄດ້ກາຍເປັນ ສະຖານທີ່ ເຮັດວຽກ ຂອງສະຖານເອກອັກ ຄະລັດຖະທູດ ປາແລັດສະຕິນ ປະຈຳອັງກິດ. ໂດຍເນັ້ນໜັກເຖິງສະຖານະ ແລະ ສິດທິທາງການທູດ ຢ່າງເຕັມຮູບແບບ.
ການຍົກລະດັບ ສະຖານະຈາກ ສຳນັກງານຄະນະຜູ້ແທນ ປາແລັດສະຕິນ ປະຈຳອັງກິດ ເປັນສະຖານ ເອກອັກຄະລັດຖະທູດ ຢ່າງເປັນທາງການ ເກີດຂຶ້່ນຫລັງຈາກ ອັງກິດ ປະກາດ ຮັບຮອງ ປາແລັດສະຕິນ ຢ່າງເປັນທາງການ ເມື່ອເດືອນກັນຍາປີ 2025 ພ້ອມກັບປະເທດອື່ນໆ ລວມເຖິງ ອົດສະຕຣາລີ ແລະ ການາດາ.
KPL