ສ.ອາເມລິກາ ເຊັນຄຳສັ່ງຖອນຕົວອອກຈາກອົງກອນສາກົນ 66 ແຫ່ງ

09/01/2026 14:10
ຂປລ ລັດຖະບານ ຂອງປະທານາທິບໍດີ ໂດນັນ ທຣຳ ກຽມຖອນຕົວ ຈາກອົງກອນ ນານາຊາດຫລາຍສິບແຫ່ງ ລວມເຖິງກອງທຶນ ປະຊາກອນແຫ່ງ ສະຫະປະຊາຊາດ (UNFPA) ແລະ ອະນຸສັນຍາ ສະຫະປະຊາຊາດ ວ່າດ້ວຍການປ່ຽນແປງ ສະພາບພູມອາກາດ

ຂປລ. ສຳນັກຂ່າວອິນໂຟເຄວສ: ລັດຖະບານ ຂອງປະທານາທິບໍດີ ໂດນັນ ທຣຳ ກຽມຖອນຕົວ ຈາກອົງກອນ ນານາຊາດຫລາຍສິບແຫ່ງ ລວມເຖິງກອງທຶນ ປະຊາກອນແຫ່ງ ສະຫະປະຊາຊາດ (UNFPA) ແລະ ອະນຸສັນຍາ ສະຫະປະຊາຊາດ ວ່າດ້ວຍການປ່ຽນແປງ ສະພາບພູມອາກາດ(UNFCCC ) ຖືເປັນການຖອຍຫ່າງ ຈາກຄວາມຮ່ວມມື ລະດັບໂລກ ອີກຄັ້ງຂອງ ສ.ອາເມລິກາ.

ທຳນຽບຂາວລະບຸ ໃນຖະແຫລງການວ່າ: ທ່ານ ໂດນັນ ທຣຳ ໄດ້ລົງນາມຄຳສັ່ງ ຝ່າຍບໍລິຫານ ເພື່ອຢຸດຕິການສະໜັບສະໜູນ ແກ່ອົງກອນ, ໜ່ວຍງານ ແລະ ຄະນະກຳ ມະທິການ 66 ແຫ່ງ ຫລັງຈາກທີ່ໄດ້ສັ່ງ ໃຫ້ລັດຖະບານ ທົບທວນການມີສ່ວນຮ່ວມ ຫລື ການມອບທຶນສະໜັບສະໜູນ ແກ່ອົງກອນນານາຊາດ ລວມເຖິງອົງກອນ ທີ່ມີສ່ວນກ່ຽວ ຂ້ອງ UN ດ້ວຍ.

ໂດຍເປົ້າໝາຍສ່ວນໃຫຍ່ ເປັນໜ່ວຍງານ, ຄະນະກຳມະການ ແລະ ຄະນະຜູ້ຊຽ່ວຊານ ທີ່ກ່ຽວຂ້ອງ UN ຊຶ່ງແນໃສ່ເຮັດວຽກດ້ານ ສະພາບພູມອາກາດ, ແຮງງານ ແລະ ເລື່ອງ ອື່ນໆ ທີ່ລັດຖະບານ ໂດນັນ ທຣຳ ຈັດຢູ່ໃນກຸ່ມ ນະໂຍບາຍ ດ້ານຄວາມຫລາກຫລາຍ ແລະ ແນວຄິດການຕື່ນຕົວ ທາງສັງຄົມ (woke).

ການຕັດສິນໃຈ ຖອນຕົວຈາກອົງກອນ ທີ່ສົ່ງເສີມຄວາມຮ່ວມມື ລະຫວ່າງປະເທດ ເພື່ອແກ້ໄຂອຸປະສັກຕ່າງໆ ໃນລະດັບໂລກຂອງ ທ່ານໂດນັນ ທຣຳ ມີຂຶ້ນໃນຂະນະທີ່ ລັດຖະ ບານ ສ.ອາເມລິກາ ເປີດສາກປະຕິບັດການ ທາງການທະຫານ ຫລື ການຂົ່ີມຂູ່ທີ່ສ້າງຄວາມແຕກຕື່່ນ ໃຫ້ທັງມິດ ແລະ ສັດຕູລວມທັງການຈັບກຸມໂຕ ປະທານາທິບໍດີ ນິໂກລັສ ມາດຸໂຣ ແລະ ການສະແດງເຈດຈຳນົງ ທີ່ຈະເຂົ້າຍຶດກີນແລນ.

KPL

ຂ່າວອື່ນໆ

ads
ads

Top