ອາຣັບບີ ຊາອຸດິດຈະເປີດຕະຫລາດທຶນຕ້ອນຮັບນັກລົງທຶນຕ່າງປະເທດທຸກປະເພດ

08/01/2026 14:54
Email Print 317
ຂປລ ປະເທດນີ້ ຈະເປີດຕະຫລາດລົງທຶນໃຫ້ແກ່ນັກລົງທຶນຕ່າງປະເທດ ທຸກປະເພດ ຢ່າງເຕັມຮູບແບບ ເລີ່ມແຕ່ ວັນທີ 1 ກຸມພາ 2026 ນີ້ເປັນຕົ້ນໄປ.

ຂປລ. ສຳນັກຂ່າວ ອິນໂຟເຄວສ:​ ສຳນັກງານຄຸ້ມຄອງ ຕະຫລາດລົງທຶນ ອາຣັບບີ ຊາອຸດິດ (CMA) ປະກາດວ່າ: ປະເທດນີ້ ຈະເປີດຕະຫລາດລົງທຶນ ໃຫ້ແກ່ນັກລົງທຶນ ຕ່າງປະ ເທດທຸກປະເພດ ຢ່າງເຕັມຮູບແບບ ເລີ່ມແຕ່ວັນທີ 1 ກຸມພາ 2026 ນີ້ເປັນຕົ້ນໄປ.

ການປັບປຸງ ລະບຽບການດັ່ງກ່າວ ຍົກເລີກສະຖານະ ນັກລົງທຶນຕ່າງປະເທດ ທີ່ມີຄຸນສົມບັດເໝາະສົມ, ສົ່ງຜົນໃຫ້ນັກລົງທຶນ ຕ່າງປະເທດທຸກກຸ່ມ ສາມາດເຂົ້າເຖິງຕະຫລາດ ໄດ້ ໂດຍບໍ່ຈຳເປັນ ຕ້ອງຜ່ານເກນ ຄຸນສົມບັດໃດໆ.

ນອກຈາກນີ້ CMA ຍັງຍົກເລີກກອບຄຸ້ມຄອງ ທີ່ກ່ຽວຂ້ອງກັບສັນຍາ swapຊຶ່ງເດີມເປີດຊ່ອງໃຫ້  ນັກລົງທຶນ ຕ່າງປະເທດ ທີ່ບໍ່ໄດ້ອາໄສຢູ່ໃນປະເທດ ເຂົ້າເຖິງຜົນປະໂຫຍດ ທາງເສດຖະກິດ ຈາກຫລັກຊັບຈົດທະບຽນ ໄດ້ພຽງທາງອ້ອມ.

ການຕັດສິນໃຈດັ່ງກ່າວ ມີເປົ້າໝາຍເພື່ອ ຂະຫຍາຍ ແລະ ແຈກຢາຍຖານນັກລົງທຶນ, ສະໜັບສະໜູນ ເງິນລົງທຶນໄຫລເຂົ້າ ແລະ ເພີ່ມສະພາບຄ່ອງ ໂດຍລວມຂອງຕະຫລາດທຶນ.

KPL

ຂ່າວອື່ນໆ

ads
ads

Top