ສສ ຫວຽດນາມ-ການາດາ ຊຸກຍູ້ ການພັດທະນາ-ຮ່ວມມື ດ້ານເສດຖະກິດ-ການຄ້າ

07/01/2026 16:42
Email Print 129
ຂປລ ສສ ຫວຽດນາມ ມີຄວາມປາດຖະໜາ ສືບຕໍ່ເພີ່ມທະວີ ແລະ ເຮັດໃຫ້ສາຍພົວພັນ ຄູ່ຮ່ວມມື ຮອບດ້ານກັບ ການາດາ ເລິກເຊິ່ງກວ່າເກົ່າ; ພ້ອມທັງ ສະເໜີໃຫ້ສອງຝ່າຍ ເພີ່ມທະວີ ການແລກປ່ຽນ ຄະນະຜູ້ແທນ ຢູ່ທຸກຂັ້ນ; ຍົກລະດັບ ການພົວພັນສອງປະເທດ ຂຶ້ນສູ່ລະດັບສູງໃໝ່; ສືບຕໍ່ຊຸກຍູ້ ການພັດທະນາ ແລະ ເປີດກວ້າງ ການພົວພັນຮ່ວມມື ດ້ານເສດຖະກິດ-ການຄ້າ

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 6 ມັງກອນ, ຢູ່ນະຄອນຫລວງ ຮ່າໂນ້ຍ, ທ່ານ ຟ້າມມິງຈິງ  ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບ ທ່ານ ຣັນດິບ ຊາຣາຍ(Randeep Sarai), ລັດຖະມົນຕີ ພັດທະນາສາກົນ, ກະຊວງບັນດາບັນຫາ ທົ່ວໂລກ ການາດາ. ຈາກນັ້ນ ທ່ານ ຟ້າມມິງຈິງ ກ່າວວ່າ: ສສ ຫວຽດນາມ ມີຄວາມປາດຖະໜາ ສືບຕໍ່ເພີ່ມທະວີ ແລະ ເຮັດໃຫ້ສາຍພົວພັນ ຄູ່ຮ່ວມມື ຮອບດ້ານກັບ ການາດາ ເລິກເຊິ່ງກວ່າເກົ່າ; ພ້ອມທັງ ສະເໜີໃຫ້ສອງຝ່າຍ ເພີ່ມທະວີ ການແລກປ່ຽນ ຄະນະຜູ້ແທນ ຢູ່ທຸກຂັ້ນ; ຍົກລະດັບ ການພົວພັນສອງປະເທດ ຂຶ້ນສູ່ລະດັບສູງໃໝ່; ສືບຕໍ່ ຊຸກຍູ້ ການພັດທະນາ ແລະ ເປີດກວ້າງການພົວພັນຮ່ວມມື ດ້ານເສດຖະກິດ-ການຄ້າ, ພິເສດແມ່ນການເຊື່ອມຕໍ່ ວິສາຫະກິດສອງປະເທດ, ນຳການຮ່ວມມື ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ກາຍເປັນເສົາຄ້ຳຫລັກ ໃນການພົວພັນສອງຝ່າຍ ແລະ ສສ ຫວຽດນາມ ພ້ອມແລ້ວ ທີ່ຈະເປັນຂົວຕໍ່ເພື່ອໃຫ້ ການາດາ ເພີ່ມທະວີ ການປະກົດຕົວ ຢູ່ພາກພື້ນ ແລະ ຊຸກຍູ້ການຮ່ວມມືກັບ ອາຊຽນ ແລະ ບັນດາອົງການຈັດຕັ້ງ ໃນພາກພື້ນ ໂດຍ ອາຊຽນ ນຳພາ. ສ່ວນ ທ່ານ ຣັນດິບ ຊາຣາຍ, ລັດຖະມົນຕີ ພັດທະນາສາກົນ, ກະຊວງບັນດາບັນຫາທົ່ວໂລກ ການາດາ ໃຫ້ຮູ້ວ່າ: ການາດາ ພ້ອມແລ້ວ ທີ່ຈະໜູນຊ່ວຍ, ຮ່ວມມືກັບ ສສ ຫວຽດນາມ ໃນການຕ້ານການປ່ຽນແປງ ຂອງດິນຟ້າອາກາດ, ພັດທະນາ ພື້ນຖານໂຄງລ່າງ, ຫັນປ່ຽນພະລັງງານ, ຂຸດຄົ້ນປຸງແຕ່ງແຮ່ທາດ ທີ່ຈຳເປັນ, ລົງທຶນໃນບັນດາ ຜະລິດ ຕະພັນ ຜະລິດຢູ່ ສສ ຫວຽດນາມ ເພື່ອສົ່ງອອກໄປຍັງ ບັນດາປະເທດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top