ສ.ອາເມລິກາ ປະຕິຮູບຄັ້ງໃຫຍ່ຫລຸດການສັກວັກຊິນສຳລັບເດັກ

07/01/2026 12:29
Email Print 163
ຂປລ ລັດຖະບານຂອງ ປະທານາທິບໍດີ ໂດນັນ ທຣຳ ຂອງສ.ອາເມລິກາ ດຳເນີນການປະຕິຮູບຄັ້ງໃຫຍ່ ຕໍ່ການກຳນົດ ການສັກວັກຊິນສຳລັບເດັກ ນັບເປັນການປ່ຽນແປງ ຄຳແນະນຳ ທີ່ໄດ້ຮັບການສະໜັບສະໜູນ ທາງວິທະ ຍາສາດ ມານານຫລາຍປີ

ຂປລ.ສຳນັກຂ່າວ ເອເອຟພີ ລາຍງານຈາກນະຄອນຫລວງ ວໍຊິງຕັນ ປະເທດ ສ.ອາເມລິກາ ເມື່ອວັນທີ 6 ມັງກອນ 2026 ວ່າ: ລັດຖະບານຂອງ ປະທານາທິບໍດີ ໂດນັນ ທຣຳ ຂອງສ.ອາເມລິກາ ດຳເນີນການປະຕິຮູບຄັ້ງໃຫຍ່ ຕໍ່ການກຳນົດ ການສັກວັກຊິນສຳລັບເດັກ ນັບເປັນການປ່ຽນແປງ ຄຳແນະນຳ ທີ່ໄດ້ຮັບການສະໜັບສະໜູນ ທາງວິທະ ຍາສາດ ມານານ ຫລາຍປີ ຊຶ່ງຊ່ວຍຫລຸດການເກີດ ພະຍາດຕ່າງໆ ດ້ວຍການສັກວັກຊິນ ເປັນປະຈຳ.

ການປ່ຽນແປງ ຄັ້ງສຳຄັນນີ້ ຊຶ່ງປະກາດໂດຍກະຊວງ ສາທາລະນະສຸກ ສ.ອາເມລິກາ (ໝາຍຄວາມວ່າ ສ.ອາເມລິກາ ບໍ່ແນະນໍາໃຫ້ເດັກທຸກຄົນ ໄດ້ຮັບການສັກວັກຊິນ ປ້ອງກັນ ພະຍາດຕ່າງໆອີກຕໍ່ໄປ ລວມເຖິງພະຍາດທີ່ເກີດຈາກເຊື້ອໄວຣັສໂຣຕາ ແລະ ພະຍາດໄຂ້ຫວັດໃຫຍ່.

ຢ່າງໃດກໍ່ຕາມ ສູນຄວບຄຸມ ແລະ ປ້ອງກັນ ພະຍາດແຫ່ງຊາດຂອງ ສ.ອາເມລິກາ (ຊີດີຊີ) ຈະແນະນຳໃຫ້ສັກວັກຊິນປ້ອງກັນ ພະຍາດເຫລົ່ານີ້, ລວມເຖິງໄວຣັສ ຕັບອັກເສບເອ,​ໄວຣັດຕັບອັກເສບບີ ແລະ ພະຍາດອື່ນໆ . ສຳລັບກຸ່ມບຸກຄົນ ທີ່ມີຄວາມສ່ຽງສູງ ຫລື ເມື່ອຜູ້ປົກຄອງ ແລະ ແພດຂອງເດັກເຫັນວ່າ ມີຄວາມຈຳເປັນ .

KPL

ຂ່າວອື່ນໆ

ads
ads

Top