ເວເນຊູເອລາ ປັບຫລຸດການຜະລິດນໍ້າມັນດິບ

07/01/2026 12:28
Email Print 140
ຂປລ ພີດີວີເອສເອ ລັດວິສາຫະກິດ ດ້ານນໍ້າມັນຂອງລັດຖະບານ ເວເນຊູເອລາ ເລີ່ມປັບຫລຸດການຜະລິດ ນໍ້າມັນ ດິບລົງ ເນື່ອງຈາກພື້ນທີ່ຈັດເກັບນໍ້າມັນ ເຫລືອໜ້ອຍລົງ ເນື່ອງມາຈາກການປິດລ້ອມຂອງ ສ.ອາເມລິກາ ທີ່ສົ່ງຜົນໃຫ້ການສົ່ງອອກ ຫລຸດລົງເຫລືອສູນ

ຂປລ.ສຳນັກຂ່າວ ເອເອຟພີ ລາຍງານຈາກນະຄອນຫລວງ ກາຣາກາດ ປະເທດ ເວເນຊູເອລາ ເມື່ອວັນທີ 5 ມັງກອນ 2026 ວ່າ: ພີດີວີເອສເອ ລັດວິສາຫະກິດ ດ້ານນໍ້າມັນ ຂອງລັດຖະບານ ເວເນຊູເອລາ ເລີ່ມປັບຫລຸດການ ຜະລິດນໍ້າມັນດິບລົງ ເນື່ອງຈາກພື້ນທີ່ຈັດເກັບ ນໍ້າມັນເຫລືອໜ້ອຍລົງ ເນື່ອງມາຈາກການປິດລ້ອມຂອງ ສ.ອາເມລິກາ ທີ່ສົ່ງຜົນໃຫ້ການ ສົ່ງອອກ ຫລຸດລົງເຫລືອສູນ, ສ້າງແຮງກົດດັນ ເພີ່ມເຕີມໃຫ້ກັບລັດຖະບານ ຮັກສາການ ທີ່ພະຍາຍາມຮັກສາອໍານາດ ໄວ້ທ່າມກາງໄພຄຸກຄາມຈາກ ລັດຖະບານ ສ.ອາເມລິກາ.

ການສົ່ງອອກນໍ້າມັນຂອງ ເວເນຊູເອລາ ຊຶ່ງເປັນໜຶ່ງໃນປະເທດ ສະມາຊິກອົງການກຸ່ມປະເທດ ຜູ້ສົ່ງອອກນໍ້າມັນ (ໂອເປັກ) ຊຶ່ງເປັນແຫລ່ງລາຍໄດ້ຫລັກ ຂອງລັດຖະບານ ຂະນະນີ້ ໄດ້ຢຸດຈຶ້ງແລ້ວ.

KPL

ຂ່າວອື່ນໆ

ads
ads

Top