ສ.ເກົາຫລີ-ກຳປູເຈຍ ຮ່ວມມືເຂັ້ມງວດດ້ານພາສີ-ປ້ອງກັນການໂອນເງິນຜິດກົດໝາຍ

07/01/2026 12:28
Email Print 131
ຂປລ ສ.ເກົາຫລີ ແລະ ກຳປູເຈຍ ໄດ້ລົງນາມຂໍ້ຕົກລົງ ເພື່ອຍົກລະດັບຄວາມຮ່ວມມື ດ້ານພາສີ, ໂດຍແນໃສ່ ສົ່ງເສີມແລກປ່ຽນຂໍ້ມູນລະຫວ່າງໜ່ວຍງານເພື່ອຮັບມືກັບການໂອນເງິນທີ່ຜິດກົດໝາຍ ແລະ ການຫລີກລຽ່ງພາສີ ນອກປະເທດ.

ຂປລ.ສຳນັກງານພາສີແຫລ່ງຊາດ ສ.ເກົາຫລີ (NTS) ເປີດເຜີຍວ່າ: ວັນທີ 5 ມັງກອນ 2026, ສ.ເກົາຫລີ ແລະ ກຳປູເຈຍ ໄດ້ລົງນາມຂໍ້ຕົກລົງ ເພື່ອຍົກລະດັບ ຄວາມຮ່ວມມື ດ້ານ ພາສີ, ໂດຍແນໃສ່ ສົ່ງເສີມແລກປ່ຽນ ຂໍ້ມູນລະຫວ່າງ ໜ່ວຍງານເພື່ອຮັບມືກັບ ການໂອນເງິນທີ່ຜິດກົດໝາຍ ແລະ ການຫລີກລຽ່ງພາສີ ນອກປະເທດ.

ຂໍ້ຕົກລົງດັ່ງກ່າວ ລົງນາມໂດຍ ທ່ານ ອີມ ກວັງ-ຮະຍ້ອນ ອະທິບໍດີ ສຳນັກງານພາສີ ແຫ່ງຊາດ ສ.ເກົາຫລີ ແລະ ກົງ ວິບອນ ອະທິບໍດີກົມພາສີ ກຳປູເຈຍ ລະຫວ່າງ ການປຶກສາຫາລື ທີ່ນະຄອນຫລວງ ເຊອູນ ຂອງສ.ເກົາຫລີ.

ທ່ານ ອີມ ກວັງ-ຮະຍ້ອນ ລະບຸວ່າ ການຮ່ວມມືຢ່າງໃກ້ຊິດ ລະຫວ່າງ ໜ່ວຍງານດ້ານພາສີ ຂອງທັງສອງປະເທດ ມີຄວາມຈຳເປັນ ຕໍ່ການຮັບມືອາຊະຍາກຳ ຂ້າມຊາຍແດນ, ໂດຍສະ ເພາະ ການໂອນເງິນຜິດກົດໝາຍ ແລະ ການຫລີກລຽ່ງພາສີ ຜ່ານການປົກປິດລາຍໄດ້ ແລະ ຊັບສິນໃນຕ່າງປະເທດ.

KPL

ຂ່າວອື່ນໆ

ads
ads

Top